ຟ້າວັນໃໝ່

ຄວາມຫວັງ ແລະ ກຳລັງໃຈທາງບວກ

Subscribe to RSS feed

ສານກຳລັງໃຈຈາກເຖຣະ ເຖິງຜູ້ຮັບເຊື້ອ

, , , ...

ຂໍນ້ອມນະມັດສະການ ພຣະເຖຣະ-ນຸເຖຣະ ແລະ ສະບາຍດີເພື່ອນຜູ້ອ່ານທັງຫລາຍ, ຫົວເລື່ອງນີ້ໄດ້ຮັບເມດຕາຈາກພຣະເດດພຣະຄຸນຄຣູບາທີ່ໃຊ້ນາມແຝງວ່າ "ທັມມະທາຣາ", ເພິ່ນໄດ້ສົ່ງຈົດໝາຍສະແດງທັມມະ ແລະ ກຳລັງໃຈ ມາເຖິງກະດານຂ່າວຂອງພວກເຮົາ, ດ້ວຍຄວາມສັດທາເຖິງເຈຕະນາອັນເປັນກຸສົນຂອງພຣະເຖຣະ, ຜູ້ຂຽນຈຶ່ງຂໍນ້ອມນຳເອົາຈົດໝາຍສະບັບດັ່ງກ່າວມາເຜີຍແຜ່ ໃຫ້ຜູ້ອ່ານທຸກທ່ານໄດ້ຮ່ວມສາທຸການນຳກັນ.



ເນື້ອໃນຈົດໝາຍ ສ່ົງເປັນກອນສັ້ນ ແລະ ຂໍຄວາມດັ່ງນີ້:

ຮຽມໄດ້ຮັບຂ່າວຂໍ້................ທີ່ໂຍມສົ່ງສານເຖິງ
ໄດ້ໄຖ່ຖາມມາຫາ.................ບອກຈາຄວາມຕ້ານ
ຂໍໃຫ້ໄຂຄວາມເວົ້າ................ສອນທັມອັນປະເສີດ
ແກ່ພວກໝູ່ຂ້ານ້ອຍ...............ຜູ້ຕິດໄພພະຍາດຮ້າຍ ພໍໄດ້ເພິ່ງພີງ ແດ່ທ້ອນ.

ພະຍາດທີ່ວ່ານັ້ນ.................ຄືໂລກເອຈໄອວີ
ເປັນທີ່ເວທະນາອຸກ...............ອັ່ງມະໂນສຸດແຄ້ນ
ຄອຍແຕ່ຄອງວັນມື້...............ລໍເວລາມັດຈຸລາດ
ມັນຈະມາຢ່ວງຢື້.................ໃຫ້ຊີວັງມອດມ້ວຍ ກັບບ້ານບໍ່ຕ່າວຄືນ.


ອາຕະມາ ຂໍເປັນຜູ້ໃຫ້.............ບິແບ່ງກຳລັງໃຈ
ຂໍໃຫ້ໂຍມແຂງແຮງ...............ແກ່ນກຳລັງໃຈກ້າ
ເຖິງແມ່ນໂຣຄາຮ້າຍ...............ມາທຳລາຍບັງບຽດ
ຝຶກຈິດໃຈຕໍ່ສູ້...................ຢ່າພອຍທໍ້ອ່ອນແອ.


ຊີວິດເຫລືອມື້ນີ້.................ໃຫ້ສ້າງສິ່ງແຕ່ແນວດີ
ໂອກາດເຮົາຍັງມີເຫລືອ............ເພື່ອສ້າງສົມກຸສົນໄວ້
ຢູ່ໄດ້ຫລາຍວັນມື້.................ຫລາຍປີບໍ່ໄປງ່າຍ
ຍັງດີກວ່າໂລກໄຕວາຍ.............ໂລກມະເຮັງອີກຊ້ຳໃຫ້ຈຳໄວ້ໃສ່ໃຈ.


ສິ່ງທີ່ເຮົາຍັງເຮັດໄດ້................ໃຫ້ຮີບເຮັ່ງຂົນຂວາຍ
ຄືທານສີນພາວະນາ...............ແລະຊ່ວຍເຫລືອຊາວບ້ານ
ງານອາສາສະໝັກເນັ້ນ..............ພ່ຳເພັງຕົນຊົດຊ່ວຍ
ຜົນບຸນນີ້ສົ່ງອຳນວຍ...............ແມ່ນຊິຕາຍກໍບໍ່ຢ້ານ ໃຫ້ເຮົາພ້ອມຢູ່ສູ່ຍາມ.


ຢ່າໄດ້ຄິດຕ່ຳຕ້ອຍ................ຄ້ອຍຫງ່ຽງໃນຄວາມດີ
ໃຜຊິນິນທາຂວັນ................ຫຍຽບຫຍາມຊາມຮ້າຍ
ເຂົາຜູ້ນິນທານັ້ນ................ບໍ່ນານວັນກໍຈອນຈາກ
ອາຍຸບໍ່ຮອດຮ້ອຍ................ຊິຕາຍຈ້ອຍດັ່ງດຽວ ແທ້ນາ.

ສຳຄັນເຈົ້າຢ່າໄດ້.................ຜາຍແຜ່ໂຣຄາ
ຢ່າຮັບມາມີເສີມ.................ເພີ່ມພິດແຮງຮຸນຮ້າຍ
ມີແຕ່ຫວນຫາສ້າງ...............ຄວາມດີປຸນແຕ່ງ
ແຮງບຸນເຮົາຊິສົ່ງໃຫ້..............ອະທິດຖານໃຈທ່ຽງໝັ້ນ
..........................ເກີດໄປພາຍພາກໜ້າ
..........................ຊື່ວ່າໂຣຄາພະຍາດຮ້າຍ ໃຫ້ໃກ້ເວັ້ນຢ່າແວ່ວຽນ ເຈົ້າທ້ອນ.


ຜູ້ຕິດເຊື້ອ HIV/AIDs ນັບວ່າເປັນຜູ້ເຄາະຮ້າຍໃນສັງຄົມ ຖ້າຫາກວ່າ ຕັ້ງສະຕິບໍ່ຢູ່ ກໍອາດເຖິງກັບວ່າ ຕ້ອງທຳຮ້າຍຕົນເອງ. ແຕ່ຖ້າມີສະຕິດີ ກໍຈະມີໂອກາດພິຈາລະນາເຫັນຄຸນຄ່າຂອງຊີວິດທີ່ເຫລືອຢູ່ ແລ້ວທຸ່ມເທທັງກາຍແລະໃຈ ເພື່ອເຮັດວຽກໃຫ້ສັງຄົມສືບຕໍ່ໄປ. ສຳຄັນແມ່ນໃຫ້ໝັ່ນອອກກຳລັງກາຍ ພັກຜ່ອນໃຫ້ພຽງພໍ ກິນອາຫານດີໆ ໝັ່ນເຂົ້າວັດຟັງທັມ ສ້າງບຸນກຸສົນໃຫ້ຫລາຍຂື້ນ ຖ້າເປັນໄປໄດ້ໃຫ້ຮຽນຮູ້ການຝຶກອົບຮົມສະມາທິ ແລ້ວນຳເອົາໄປປະຕິບັດ ຮັບຮອງວ່າຈະຢູ່ອີກນານ ແລະບໍ່ຢ້ານຢ່ອນຕໍ່ຄວາມຕາຍ.


ຈົ່ງພິຈາລະນາວ່າ ໂຣຄາພະຍາດທີ່ຮ້າຍແຮງກວ່າໂຣຄເອສນັ້ນຍັງມີຫລາຍ ທີ່ຈະພາກຊີວິດເຮົາ ເຊັ່ນ ມະເຮັງ, ໂຣຄຕັບ... ເຖິງແມ່ນວ່າໂຣຄາພະຍາດໃດກໍຕາມ ບໍ່ມີໃຜຈະປາດຖະໜາໃຫ້ເກີດມີແກ່ຕົນ. ແຕ່ຄົນເຮົາເກີດມາຫາຍາກທີ່ຈະຫລີກລຽງໄດ້ ເພາະທຸກໆຊີວິດ ຈະຕ້ອງປະເຊີນໜ້າກັບສິ່ງທີ່ເປັນອະນິດຈັງ ຄືຄວາມບໍ່ທ່ຽງ ແທ້ແນ່ນອນ ນັ້ນຄື ຄວາມເກີດ ຄວາມເຖົ້າແກ່ຊະຣາ ຄວາມເຈັບ ແລະຄວາມຕາຍ ຕ່າງແຕ່ວ່າ ໃຜຈະໄປກ່ອນໄປລຸນເທົ່ານັ້ນ.


ຖ້າເອົາຫລັກທັມ ທີ່ເປັນມໍຣະນານຸສສະຕິ ຄືການລະນຶກເຖິງຄວາມຕາຍມາເປັນອາລົມ ຈົນເກີດຄວາມສັງເວດ ເຫັນຄວາມເປັນຈິງແຫ່ງຊີວິດ ບາງທີອາດຈະເຮັດໃຫ້ເຮົາປົດປົງແລະປ່ອຍວາງ ນຳພາຈິດໃຈໃຫ້ເຂົ້າເຖິງຄວາມສະຫງົບກໍເປັນໄດ້ ນີ້ຄື ວິທີປະຕິບັດກັມມະຖານອີກແບບໜຶ່ງ ດ້ວຍການພິຈາລະເຫັນຄວາມຕາຍເປັນອາລົມ.


ໃນອະດີດຕະການ ເມື່ອພຣະພຸດທະອົງຍັງຊົງພະຊົນຢູ່ ມີພຣະສົງຫລາຍອົງໄດ້ບັນລຸທັມຕອນທີ່ໃກ້ຈະສີ້ນລົມ ໂດຍສະເພາະເລື່ອງທີ່ເສືອກຳລັງກັດພຣະສົງທີ່ກຳລັງນັ່ງສະມາທິ ເປັນຕົ້ນ ເພິ່ນໄດ້ພິຈາລະນາທັມຕອນທີ່ເສືອຂົບແຫ້ນກິນຢູ່ນັ້ນ ຈົນໄດ້ເປັນພຣະອະຣະຫັນກ່ອນສິ້ນລົມຫາຍໃຈ.


ເຮົາກໍເຊັ່ນດຽວກັນ ຍັງໂຊກດີທີ່ຍັງມີໂອກາດໄດ້ຫາຍໃຈຢູ່ອີກຫລາຍມື້ ແລະມີເວລາສ້າງຄວາມດີອີກຕໍ່ໄປ ແລະເມື່ອຄວາມດີພ້ອມແລ້ວ ເຖິງຈະຕາຍເມື່ອໃດ ກໍຢ່າໄດ້ເສຍດາຍຊີວິດ ເພາະມີບຸນກຸສົນເປັນທີ່ຮອງຮັບການເກີດໄປໃນພົບພູມຂ້າງໜ້າແລ້ວ.


ຈົ່ງຢູ່ດ້ວຍຄວາມບໍ່ປະໝາດ ຜູ້ພຽບພ້ອມດ້ວຍຄວາມບໍ່ປະໝາດເປັນຜູ້ບໍ່ຕາຍ
ຜູ້ທີ່ປະໝາດຢູ່ ເຖິງຮ່າງກາຍຍັງຍ່າງໄປມາໄດ້ ກໍຊື່ວ່າຕາຍ ຄືຕາຍຈາກຄຸນຄວາມດີ.


ຊີວິດທີ່ຍັງເຫລືອ ຍັງມີຄ່າມະຫາສານ ເພື່ອເປັນສິ່ງຮອງຮັບໃນການສ້າງຄວາມດີໄດ້ອີກ.


ທັມມະທາຣາ
May 2012
M T W T F S S
April 2012June 2012
1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31