ວິປັສສນາຍານ ໑໘
Wednesday, August 17, 2011 10:18:52 AM
ວິປັສສນາຍານ ໑໘
ຜົນຂອງໂຍຄາວະຈອນຜູ້ປະຕິບັດ
ເມື່ອໄດ້ດຳເນີນການປະຕິບັດຕາມແນວທາງມະຫາສະຕິປັຕຖານ ຄື ມີສະຕິກຳໜົດຮູ້ຣູປນາມ ທີ່ເປັນປັດຈຸບັນ ໂດຍບໍ່ໄດ້ຂາດສາຍ ຕະຫຼອດການເປັນນິດ ດັ່ງກ່າວແລ້ວນັ້ນ ວິປັສສນາຍານ 18 ກໍ່ຈະປະກົດເກີດຂື້ນ ແກ່ທ່ານຜູ້ປະຕິບັດວິປັສສນາ ໂດຍແຈ່ມແຈ້ງຄື:
1. ນາມຣູປປະຣິເສທາຍານ : ຈະເກີດຄວາມຮູ້ ຄວາມເຫັນວ່າ ນີ້ຣູປນາມ ບໍ່ແມ່ນສັດ ບໍ່ແມ່ນບຸກຄົນ ບໍ່ແມ່ນຍິງ ບໍ່ແມ່ນຊາຍ ໂດຍທາງມະໂນທະວານ.
2. ນາມຣູປປັຈຈັຍ-ປະຣິຄຄະຫະຍານ: ຈະເກີດຄວາມຮູ້ ຄວາມເຫັນວ່າ ນີ້ເປັນເຫດ ນີ້ເປັນປັຈຈັຍ ຂອງຣູປນາມ ໂດຍແຈ້ງຊັດ ຄວາມຟຸ້ງຊ່ານກໍ່ຈະສະຫງົບ ຄວາມວິຕົກກໍ່ຈະເບົາບາງ ກໍ່ຈະເກີດຄວາມສະບາຍ ທັງທາງກາຍແລະຈິຕຕ໌ ແກ່ໂຍຄາວະຈອນຜູ້ປະຕິບັດ.
3. ສັມມະສະນະຍານ : ເກີດຄວາມຮູ້ ຄວາມເຫັນວ່າ ອະດີດດັບໄປ ປັຈຈຸບັນຍັງບໍ່ປາກົດ ແລະອະນາຄົດຍັງບໍ່ທັນມາເຖິງ ໄດ້ແກ່ກຳໜົດຮູ້ຣູປທັມ ນາມທັມ ໂດຍອາຣົມໄຕຣລັກ.
4. ອຸທະຍັພພຍະຍານ : ເກີດຄວາມຮູ້ຄວາມເຫັນວ່າ ຣູປ ນາມ ເກີດ=ດັບ ໂຍຄາວະຈອນຜູ້ປະຕິບັດ ເມື່ອເຖິງຍານທີ 4 ນີ້ ກໍ່ຈະປະກົດເຫັນຂັນທ໌ 5 ຫຼື ຣູປນາມ ເກີດດັບ ຄື ເຫັນວ່າ ຣູປນັ້ນ ມີອຸປະມາເໝືອນຟອງນ້ຳທັມມະດາຕ່ອມນ້ຳ ບໍ່ມີສະພາວະຖາວອນໝັ້ນຄົງໄປໄດ້ສັນໃດຣູປນີ້ ເມື່ອເກີດຂື້ນ ກໍ່ບໍ່ມີຜູ້ໃດຈະຮັບຮອງວ່າເປັນຂອງທ່ຽງສັນນັ້ນ ແລະຈະເຫັນເວທະນາມີອຸປະມາເໝືອນຕ່ອມນ້ຳທັມມະດາຕ່ນ້ຳເມື່ອເກີດຂື້ນແລ້ວຍ່ອມແຕກດັບ ບໍ່ໝັ້ນຄົງຖາວອນໄປໄດ້ ສະນັ້ນ ສຸກແລະທຸກ, ອຸເບກຂາກໍສັນນັ້ນ, ເຫັນສັນຍາ ມີອຸປະມາເໝືອນພະຍັບແດດທັມມະດາ ພະຍັບແດດ ເມື່ອເຮົາແນມເຫັນໄກໆ ຈະຜາກົດເຫັນເໝືອນມີຕົນມີຕົວ ຖ້າເຮົາເຂົ້າໄປເບິ່ງໃກ້ໆແລ້ວຈະມະຫັບມະຫາຍໄປ ສັນໃດ ສັນຍາຄືຄວາມຈຳ ເມື່ອເຮົາເບິ່ງເຜີນໆ ກໍ່ຈຳເປັນເອົາຮູບສວຍງາມ ຖ້າເອົາສະຕິໄປກຳໜົດຮູ້ ຄວາມສວຍງາມກໍ່ຈະຫາຍໄປສັນນັ້ນ, ສັງຂາຣ ມີອຸປະມາເໝືອນຕົ້ນກວ້ຍ ທຳມະດາ ຕົ້ນກວ້ຍ ບໍ່ມີສາຣະແກ່ນສານ ເໝືອນຕົ້ນໄມ້ອື່ນ ມີກາບຊັ້ນນອກ ຊັ້ນໃນຕ່າງກັນສັນໃດສັງຂາຣເມື່ອເກີດຂື້ນແລ້ວຍ່ອມແຕກດັບໄປ ບໍ່ມີສາຣແກ່ນສາຣ ຫຼື ເຈຕະສິກ 50 ດວງ ມີລັກສະນະຕ່າງກັນສັນນັ້ນ. ເຫັນວິນຍານ ມີອຸປະມາເໝືອນຄົນຫຼິ້ນກົນ ທຳມະດາຄົນຫຼິ້ນກົນ ຍ່ອມສະແດງຂອງບໍ່ຈິງໄດ້ສັນໃດ ແມ່ນແຕ່ວິນຍານ ກໍ່ສະແດງຂອງບໍ່ແມ່ນຂອງເຮົາ ວ່າເປັນຂອງເຮົາ ສະແດງຂອງບໍ່ທ່ຽງ ໃຫ້ເຫັນເປັນຂອງທ່ຽງໄດ້ສັນນັ້ນ. ນອກຈາກນີ້ ຈະເຫັນແສງສະຫວ່າງ ຫຼື ປິຕິຕ່າງໆ ເກີດຂື້ນ ຢ່າມີຄວາມຢຶດຖື ຫຼື ຍິນດີ ຍິນຮ້າຍເປັນອັນຂາດ ໃຫ້ມີສະຕິກຳໜົດຮູ້ເທົ່ານັ້ນ ແລ້ວໃຫ້ກັບມາກຳໜົດຮູ້ຣູປນາມຕໍ່ໄປ.
5. ພັງຄະຍານ : ຈະເກີດຄວາມຮູ້ ຄວາມເຫັນວ່າຣູປນາມ ມີແຕ່ຄວາມດັບຝ່າຍດຽວ ເມື່ອໂຍຄາວະຈອນບຸກຄົນ ເຖິງຍານທີ 5 ແລ້ວ ສາມາດຈະຖອນສັສສະຕິທິຕຖິ ຄື ຄວາມເຫັນວ່າທ່ຽງ. ວ່າທ່ຽງເສັຍໄດ້ ເພາະຮູ້ແຈ້ງຊັດໃນການເກີດດັບຂອງຣູປນາມ ວ່າເປັນອະນິຈຈັງ ຄືບໍ່ທ່ຽງ ບໍ່ຍືນນານ ເປັນທຸກຂັງ ຄື ທົນບໍ່ໄຫວ ແລະ ເປັນອະນັຕຕາ ຄື ບັງຄັບໃຫ້ຢູ່ຕາມອຳນາດຂອງໃຈບໍ່ໄດ້ ໂດຍບໍ່ຕາມໃຈໃຜເລີຍ ເຖິງແມ່ນວ່າ ໃຜຈະຍິນດີຍິນຮ້າຍ ເຂົາກໍ່ເປັນໄປຕາມສະພາວະຂອງເຂົາ ເມື່ອໄດ້ຮູ້ເຊັ່ນນີ້ແລ້ວ ກໍ່ຈະເກີດກຳລັງໃຫ້ກ້າຫານ ຈະເລີນວິປັສສນາ ເພື່ອໃຫ້ພົ້ນໄປເສຍ ລະຄວາມຍິນດີ ຍິນຮ້າຍ ຄວາມຫ່ວງໃຍໃນຊີວິດ ຄອບຄົວ ແລະເພື່ອນຝູງ ໂດຍກິເລສໃຫ້ເຫັນທຸກ ໂທດ ໄພ ໃນເວຕຕະທັມ 8 ປະການ ຄື ຊາຕ, ຊະຣາ, ພະຍາທິ, ມະຣະນະ, ນິຣະຍະ, ດິຣັຈສານ, ເປຕ ແລະ ອະສຸຣະກາຍ ເມື່ອຮູ້ແຈ້ງເຫັນຈິງດັ່ງນີ້ແລ້ວ ເປັນເຫດບໍ່ໃຫ້ຫວັ່ນໄຫວຕໍ່ໄພອັນຕະລາຍຕ່າງໆ ມີນິມິຕເປັນຕົ້ນ ໃຫ້ເກີດມີຂັນຕິທັມ ອົດທົນ ມຸ້ງບຳເພັນວິປັສສນາຍານຕໍ່ ໂດຍຄວາມເຄົາຣົບໝັ້ນ ໃນສະພາວະທັມທີ່ມີຈິງຂື້ນໂດຍລຳດັບ ບັນເທົາຄວາມຍິນດີໃນກາມະຄຸນໃຫ້ໜ້ອຍລົງ ມີແຕ່ຄວາມເຫຼື້ອມໃສໃນກຸສົລທັມ ຖ້າເປັນຄາຣະວາສ ກໍ່ຈະຍິນດີໃນທີ່ສະຫງັດເພື່ອບຳເພັນວິປັສສນາ ຖ້າເປັນນັກບວຊ ກໍ່ຈະຍິນດີຢູ່ແຕ່ໃນປ່າ ແລະແຖບພູເຂົາ ເພື່ອສະແຫວງຫາຄວາມສະຫງົບສຸຂ ອັນແທ້ຈິງ ແລະຈະສາມາດບໍ່ຫຼົງຕິດຢູ່ໃນວິປັສສນູປະກິເລສ 10 ປະກາຣ ແລະທຳປະຣິຍຸຕະຍານສັງໂຍຊນ໌ ຄື ຄວາມຟຸ້ງຊ່ານ ວິຕົກ ກັງວົນເປັນຕົ້ນໃຫ້ສະຫງົບລົງ ພົ້ນຈາກອັນຕະລາຍ ແຫ່ງອາຣົມລໍ້ລວງໃຫ້ຫຼົງໄຫຼຜິດຕ່າງໆເສັຍໄດ້ ນີ້ຄືອານິສົງແຫ່ງພັງຄະຍານ.
6. ພະຍະຍານ : ເຫັນຣູປນາມເປັນຂອງໜ້າຢ້ານ.
7. ອະທິນະວະວານ : ເຫັນຣູປນາມປະກອບດ້ວຍໂທດ
8. ນິພພິທາຍານ : ເຫັນຣູປນາມເປັນຂອງໜ້າເບື່ອໜ່າຍ
9. ມຸນຈິຕຸກັມມະຍະຕາຍານ : ຢາກຈະເປັນຜູ້ໜີຈາກຣູປນາມ.
10. ປະຕິສັງຂາຍານ: ພິຈາຣະນາຫາຊ່ອງທາງໜີອອກຈາກຣູປນາມ.
11. ສັງຂາຣູເປກຂາຍານ: ເກີດຄວາມວາງເສີຍຕໍ່ຣູປນາມ ຄື ບໍ່ມີຄວາມຫ່ວງກັງວົນໃນຣູປນາມ ບໍ່ມີຄວາມຍິນດີຍິນຮ້າຍໃນສິ່ງທັງໝົດ ເຖິງວ່າຈະບໍ່ເອົາສະຕິກຳໜົດຮູ້ທົ່ວໄປ ໂຍຄາວະຈອນຜູ້ນັ້ນ ຊື່ວ່າເປັນຜູ້ພົ້ນອັນຕະລາຍຈາກນິມິຕໄດ້ເດັດຂາດ.
12. ສັຈຈານຸໂລມິກະຍານ : ເກີດຄວາມຮູ້ອະນຸໂລມໄປຕາມຄວາມຈິງຂອງຣູປນາມ ສະມາດກຳຈັດມົນທິນ ກ່າວຄື ກິເລສ ເປັນເຫດໃຫ້ຮູ້ຄວາມຈິງ 4 ຢ່າງ ຄື ທຸກຂ໌, ສະມຸທັຍ, ນິໂຣທ, ມັຄຄ໌.
13. ໂຄຕະຣະພູຍານ : ຂ້າມໂຄຕຣ໌ ຂອງປຸຖຸຊົນ ເຫັນແດນພຣະອະຣິຍະ.
14. ມັຄຄະຍານ: ຮູ້ຫົນທາງແຫ່ງກາຣຕັດກິເລສ.
15. ຜົລຍານ: ເຫັນຜົນຂອງກາຣປະຕິບັດດ້ວຍຄວາມສຸຂສະຫງົບ ຄື ອະຣິຍະສັຈຈ໌ 4 ແລະເຫັນນິພພານໂດຍແຈ່ມແຈ້ງ ເຍືອກເຢັນ.
16. ປະຫານະຍານ: ຮູ້ກິເລສທີ່ຕົນປະຫານໄດ້ແລ້ວ.
17. ອະວະສິຕຖາຍານ : ຮູ້ກິເລສທີ່ຍັງເຫຼືອຢູ່.
18. ນິພພານະຍານ: ຈິຕຕ໌ ມີພຣະນິພພານເປັນອາຣົມ ຊື່ວ່າເປັນນິຕະຍະບຸກຄົນ ຄື ເປັນຄົນທີ່ທ່ຽງແທ້ແນ່ນອນ ສາມາດໃນກາຣປະຕິບັດໃຫ້ໄດ້ຊັ້ນສູງ ໂດຍລຳດັບຂື້ນໄປ ບໍ່ມີວັນຈະໃຫ້ຕົກອະບາຍະພູມອີກຕໍ່ໄປເລີຍ.
ໂຍຄາວຈຣບຸຄຄົລ(ໂຍຄາວະຈອນບຸກຄົນ) ເມື່ອໄດ້ປະຕິບັດ ຈົນຍານເຫຼົ່ານີ້ເກີດປະກົດຂື້ນແກ່ທ່ານໂຍຄາວະຈອນອົງຄ໌ໃດແລ້ວ ໂຍຄາວະຈອນອົງຄ໌ນັ້ນ ກໍ່ຈະສິ້ນພົບ ສິ້ນຊາດ ສາມາດຕັດກິເລສ ຄື ສັງໂຍຊນ໌ 5 ເບື້ອງຕົ້ນໄດ້ແກ່ ສັກກາຍະທິດຖິ, ວິຈິກິຈສາ, ສີລັພພະຕະປະຣະມາສ, ອິສສາ, ມັຈສະຣິຍະ ໄດ້ເດັດຂາດແລ້ວ ຢ່າງຊ້າອີກ 7 ຊາດ ກໍ່ຈະເຖິງສັນຕິສຸຂ ຄື ພຣະນິພພານ ອັນບໍ່ມີເກີດ ບໍ່ມີຕາຍ ເປັນສະຖານບໍຣົມສຸຂຢ່າງດຽວ ເຊິ່ງເປັນຜົລຂອງກາຣປະຕິບັດວິປັສສນາ ຕາມທີ່ກ່າວມານີ້ ເປັນແນວທາງວິປັສສນາເບື້ອງຕົ້ນ ກໍ່ຍຸຕິເທົ່ານີ້.
............
ໝາຍເຫດ : ໃນແຫ່ງອື່ນ ມີແຕ່ ວິປັສສນາຍານ ມີ 16 ເນື່ອງຈາກວ່າ ລວມເອົາ ປະຫານະຍານ, ອະວິສິຕຖາຍານ ແລະ ນິພພານະຍານ ເຂົ້າເປັນອັນດຽວກັນ ຄື ປັຈຈະເວກຂະນະຍານ ແປວ່າ ການຍ້ອນໄປພິຈາຣະນາກິເລສທີ່ຕົນລະໄດ້ແລ້ວ ທີ່ເຫຼືອຢູ່ ແລະມັຄຄ໌ ຜົລນິພພານທີ່ຕົນໄດ້ປະຕິບັດຜ່ານມາ. ສ່ວນຂອງພຣະອາຈາຣຍ໌ ມະຫາປານ ອານັນໂທ ແມ່ນມີ 18 ຈິ່ງຕ່າງໝູ່ແລະພິເສດ