ລູງນອກສາຍເລືອດl
Friday, October 14, 2011 9:07:05 AM
”ຮ້ອຍເອກ ໝີດຳ ມາກອງຟອນລູງເດີ້ ລູງຊິເອົາຂອງດີໃຫ້ ພໍໄດ້ກັນຄົນຕົວະ” ນັ້ນເປັນຄຳເວົ້າຄຳສຸດທ້າຍທີ່ລູງໄດ້ເວົ້າກັບຂ້ອຍໃນຄວາມຝັນ ຫຼັງຈາກລູງຕາຍຈາກໄປໄດ້ອາທິດຫນຶ່ງ.
ຂ້ອຍກັບລູງພົບກັນໃນເວລາທີ່ຂ້ອຍອອກໄປຢາມຫມູ່ຢູ່ນາ ທີ່ບ້ານແຄມປ່າແຖວຊານເມືອງໃນຂົງນະຄອນຫຼວງວຽງຈັນ ຊຶ່ງໃນຕອນນັ້ນຂ້ອຍມີອາຍຸພຽງສິບປາຍປີ ທີ່ກຳລັງສະແຫວງຫາສິ່ງໃໝ່ໆໃຫ້ແກ່ຊີວິດ, ຜູ້ໃຫຍ່ເວົ້າຫຍັງອອກມາຂ້ອຍກໍຈະຕັ້ງໃຈຟັງ ຊຶ່ງມັນໄດ້ກາຍເປັນສາຍເຫດໃຫ້ພວກຂ້ອຍທັງສອງເຂົ້າກັນໄດ້ດີ ເພາະຜູ້ນຶ່ງມັກເວົ້າ ແລະອີກຝ່າຍມັກຟັງ. ຖ້າມື້ໃດລູງຮູ້ວ່າຂ້ອຍອອກໄປນາ ທຸກໆແລງໃນເວລາຄໍ່າ ລູງມັກອອກໄປແວ່ຖຽງນານ້ອຍຂອງຫມູ່ຂ້ອຍ ຊຶ່ງຕັ້ງຢູ່ຕີນບ້ານ ແລະທຸກໆຄັ້ງທີ່ເພີ່ນມາເພີ່ນມັກເລົ່າເລື້ອງໃນອະດີດ ປາງສະໃຫມປະຕິວັດປົດປ່ອຍຊາດໃຫ້ຟັງ.
ມື້ຫນຶ່ງກ່ອນຫນ້າທີ່ຂ້ອຍຈະອອກເດີນທາງໄປສຶກສາຢູ່ຕ່າງແດນ ຂ້ອຍອອກໄປນາເພື່ອຊົມວິວທີວທັດທຳມະຊາດ ແລະຫຼີ້ນບຸນບັ້ງໄຟປະຈຳປີ, ໃນແລງວັນນັ້ນເອງ ລູງເພີ່ນອອກມາຫຼີ້ນນຳພວກຂ້ອຍຢູ່ຖຽງນາຕາມປົກກະຕິ. ພວກຂ້ອຍພາກັນຈັດຕຽມອາຫານໄວ້ຖ້າເພີ່ນ ເພາະຮູ້ວ່າເພີ່ນຕ້ອງອອກມາແນ່ນອນ ແລະຫຼັງຈາກກີນເຂົ້າກີນນໍ້າແລ້ວ ທັງສາມພາກັນນັ່ງກີນເຫຼົ້າຂາວບອງເຄືອຄໍຮໍທີ່ຫາມາໄດ້ຈາກປ່າ ຜູ້ລະສອງຈອກ ຫຼັງຈາກນັ້ນລູງໄດ້ເວົ້າກັບຂ້ອຍເປັນສ່ວນຕົວວ່າ ”ລູງຮູ້ວ່າເຈົ້າຈະໄດ້ໄປຮຽນຕ່າງປະເທດແຕ່ຕອນເຫັນກັນທຳອິດ ແລະລູງກໍຮູ້ວ່າອະນາຄົດເຈົ້າຊິເປັນຈັ່ງໃດ ແຕ່ລູງຈະບໍ່ບອກເຈົ້າ, ການຈາກກັນຄັ້ງນີ້ແມ່ນພວກເຮົາຈະບໍ່ໄດ້ເຫັນກັນອີກ ສິ່ງດຽວທີ່ລູງຂໍນຳຫຼານແມ່ນ ຂໍໃຫ້ຫຼານມາປົງສົບຂອງລູງຫຼັງຈາກລູງຕາຍຈາກໂລກນີ້ໄປ”. ຂ້ອຍບໍ່ຖາມຫຍັງ ມີແຕ່ເອີ່ຍຄຳວ່າ ”ໂດຍລູງ” ແຕ່ກໍບໍ່ເຊຶ່ອໃນສິ່ງທີ່ລູງເວົ້າອອກມານັ້ນຈັກຫນ້ອຍເລີຍ ຂ້ອຍຄິດວ່າລູງຄົງພຽງແຕ່ຄິດຄ້ອຍໃຈໃນອາຍຸສັງຂານຂອງຕົນພຽງເທົ່ານັ້ນ ແລະກໍບໍ່ໄດ້ໃສ່ໃຈຫຍັງກັບຄວາມເວົ້າຂອງເພີ່ນ.
ເຈັດປີຜ່ານໄປ ຂ້ອຍໄດ້ມີໂອກາດກັບເມືອຢາມບ້ານທີ່ຈາກໄປນານ, ມື້ທີສາມຫຼັງຈາກກັບບ້ານ ໃນຂະນະເວລາທີ່ຂ້ອຍກຳລັງຂັບລົດອອກຈາກບ້ານ ຕັ້ງໃຈຈະໄປຫາ ຂວັນໃຈອະດິດຮັກຂອງຂ້ອຍ ທີ່ຈາກໄປດົນ, ພໍແຕ່ຮອດເຄິ່ງທາງເທົ່ານັ້ນ ທ້າວ ຈ່ອຍ ຜູ້ທີ່ຂ້ອຍມັກໄປນານຳ ໄດ້ໂທມາບອກວ່າ ລູງໃຫຍ່ໄດ້ເສຍຊີວິດແລ້ວ ແລະຈະສົ່ງສະການໃນແລງມື້ດຽວກັນ ເພາະມື້ທັດມາແມ່ນວັນສິນດັບ ຊຶ່ງຕາມຮີດຄອງເພີ່ນວ່າບໍ່ເໝາະສົມແກ່ການເອົາສົບລົງປ່າຊ້າ.
ໃນຕອນນັ້ນຂ້ອຍຄິດເຖິງສັນຍາທີ່ເຄີຍໃຫ້ໄວ້ກັບລູງໃນຫຼາຍປີກ່ອນ ຈຶ່ງລ້ຽວລົດມຸ້ງຫນາອອກນອກເມືອງທັນທີ, ຂ້ອຍຟ້າວໄປ ແລະຫວັງວ່າຈະອອກໄປໃຫ້ທັນກ່ອນເພີ່ນເອົາສົບເຂົ້າໂລງ ແຕ່ພໍໄປເຖິງຊາວບ້ານກໍໄດ້ມ້ຽນສົບຂອງລູງເປັນທີ່ຮຽບຮ້ອຍແລ້ວ. ຂ້ອຍທຳການກາບເພຶ່ອສະແດງຄວາມເຄົາລົບນັບຖືເພີ່ນ ແລ້ວກໍເຄາະໂລງສົບ ທັງເວົ້າວ່າ: ຄົນເຮົາບໍ່ເຫັນກັນຫຼາຍຍາມມີຊີວິດ ແຕ່ຮ່ວມມ້ຽນຄາບສົ່ງສະການຍາມຕາຍກໍຍັງດີ, ລູງນັ້ນຫວິດເວນຫວິດກຳໃນຊາດນີ້ແລ້ວ ທຸກສິ່ງທີ່ເກີດຂື້ນກັບລູງງລ້ວນແລ້ວແຕ່ກາຍເປັນຄວາມຊົງຈຳ ຂໍໃຫ້ລູງຈົ່ງໄປສູ່ສຸກຂະຕິເຖີ້ນ ສ່ວນເລື້ອງລູກເມຍຂອງລູງ ບໍ່ໃຫ້ເປັນທ່ວງນຳເຂົາ ທຸກໆຄົນມີກຳຂອງຕົນ ປ່ອຍໃຫ້ເວນກຳຂອງພວກເຂົາ ຕັດສີນຊະຕາກຳຂອງເຂົາເອງເຖີ້ນ. ພໍເວົ້າສຸດບໍ່ດົນ ຊາວບ້ານກໍພາກັນເຄື່ອນຍ້າຍສົບຂອງເພີ່ນລົງປ່າຊ້າເພື່ອທຳພິທີທາງສາດສະຫນາ, ທັນທີທີ່ຂ້ອຍໄປເຖິງປ່າຊ້າ ຄວາມແປກປະຫຼາດໃຈກໍໄດ້ເກີດຂື້ນໃນມະໂນຂອງຂ້ອຍ ເພາະອ້ອມແອ້ມປ່າຊ້າ ເຕັມໄປດ້ວຍທະຫານທີ່ແຕ່ງຕົວເຕັມຍົດມາຢືນລໍຖ້າຢ່າງຫຼວງຫຼາຍ, ໃນໃຈຂອງຂ້ອຍເກີດຄວາມສົງໃສວ່າ ເປັນຫຍັງນາຍທະຫານພວກນີ້ຈຶ່ງໃຫ້ຄວາມສຳຄັນແດ່ລູງ ຊຶ່ງເປັນພຽງນາຍບ້ານນ້ອຍໆ ບ້ານນຶ່ງເທົ່ານັ້ນ.
ພໍຈັດແຈງເມມຮຽບຮ້ອຍແລ້ວ ທາງພະນັກງານຈາກກະຊວງປ້ອງກັນປະເທດ ຈຶ່ງເລີ້ມອ່ານຊີວະປະຫວັດຂອງລູງອອກມາ, ນັບຕັ້ງແຕ່ຕອນຍັງເຍົາໄວ ຈົນເຖິງມື້ທີ່ລູງຂໍປົດກະສຽນກ່ອນກຳນົດເພຶ່ອອອກເຮັດນາ, ໃນມື້ນັ້ນ ຖ້າບໍ່ແມ່ນພະນັກງານ ກະຊວງປ້ອງກັນປະເທດ ເປັນຄົນອ່ານຊີວະປະຫວັດເອງ ຂ້ອຍຈະບໍ່ເຊຶ່ອໃນສິ່ງທີ່ຂ້ອຍໄດ້ຍີນເປັນເດັດຂາດ ເພາະປະຫວັດຂອງລູງ ພ້ອມທັງຊື່ແລະນາມສະກຸນຂອງລູງ ມັນໄກກັນກັບລູງຜູ້ທີ່ຂ້ອຍຮູ້ຈັກປານຟ້າກັບດິນ, ລູງເປັນນັກຮົບແຂ່ງຂັນທີ່ໄດ້ຮັບຫຼຽນໄຊພ້ອມໃບຍ້ອງຍໍຢ່າງຫຼວງຫຼາຍ ແລະມີຍົດເຖິງພັນເອກ ພ້ອມທັງເປັນນັກປະຕິວັດຜູ້ນຶ່ງທີ່ເຄີຍເຮັດວຽກຮ່ວມກັບບັນດາຜູ້ນຳປະຕິວັດທັງຫຼາຍ. ຖ້າລູງບໍ່ລາກະສຽນກ່ອນກຳຫນົດ ເພີ່ນຄົງຈະໄດ້ເປັນນາຍພົນຢ່າງບໍ່ຕ້ອງສົງໃສ ແລະອາດຈະໄດ້ເປັນເຖິງຂັ້ນນຳພຸ້ນ.
ການເລືອກທາງເດີນຂອງລູງແບບນີ້ ບໍ່ມີໃຜຮູ້ໄດ້ວ່າ ຍ້ອນຫຍັງ ແມ່ນແຕ່ລູກເມຍກໍບໍ່ຮູ້ວ່າເປັນຍ້ອນຫຍັງລູງຈຶ່ງປ່ຽນຊື່ ແລະປົກປິດຖານະຂອງຕົນເພຶ່ອມາແຕ່ງງານກັບຍິງຊາວນາທຳມະດາ ແລະໃຊ້ຊີວິດຊາວນາພໍລ້ຽງປາກລ້ຽງທ້ອງສືບມື້ສືບເວັນໄປ. ລູງຊາວນາຜູ້ທຸກຍາກ ທີ່ຂ້ອຍເຄີຍຮູ້ຈັກຮັກແພງ ແມ່ນເປັນເຖິງວິລະຊົນຊອງຊາດ ພີ່ນ້ອງປ້ອງປາຍຂອງລູງທີ່ຢູ່ໃນເມືອງ ເລີຍ? ຄຳຖາມເລົ່ານັ້ນກາຍເປັນປິດສະຫນາໃນໃຈຂ້ອຍຕັ້ງຫຼາຍປີ.
ພໍພິທີການຕ່າງໆຈົບລົງ ການວາງເພີງເຢັນ ຕໍ່ໃສ່ເພິງຮ້ອນກໍເລີ້ມຂື້ນ ແຕ່ສິ່ງອັດສະຈັນກໍເກີດຂື້ນ ເພາະໃນເວລາເຖົ້າແກ່ໄຕ້ໄຟໃສ່ກອງຟອນນັ້ນ ເຮັດຈັງໃດໄຟກໍບໍ່ໃຫມ້ຈັກເທື່ອ ແມ່ນເພີ່ນຈະຖອກນໍ້າມັນໃສ່ຫຼາຍປານໃດກໍຕາມ ແຕ່ພໍເອົາໄຟໄປໃສ່ ໄຟນັ້ນຊໍ້າດັບລົງ, ສຸດທ້າຍຂ້ອຍຍ່າງເຂົາໄປເຄາະຫົວໂລງສົບ ທັງອ່ວຍພອນໃຫ້ເພີ່ນໄປດີ ຫຼັງຈາກນັ້ນຈຶ່ງຈູດໄດ້. ຫຼາຍວັນຕໍ່ມາ ໃນເວລາຂ້ອຍນອນ ຂ້ອຍມັກຈະຝັນເຫັນແຕ່ລູງ ແລະທຸກໆຄັ້ງ ລູງກໍຮ້ອງບອກ ”ຮ້ອຍເອກ ໝີດຳ ມາກອງຟອນລູງເດີ້ ລູງຊິເອົາຂອງດີໃຫ້ ພໍໄດ້ກັນຄົນຕົວະ”, ຂ້ອຍບໍ່ໃຫ້ຄວາມສຳຄັນຫຍັງຕໍ່ຄວາມຝັນນັ້ນ ແລະທຸກໆມື້ກໍອອກໄປສັງສັນນຳຫມູ່ຕາມປົກກະຕິ.
ມື້ຫນຶ່ງຂ້ອຍກັບຫມູ່ຊວນກັນອອກໄປກີນປາ ທີ່ນາຂອງຫມູ່ຂ້ອຍ ພວກຂ້ອຍໄປນຳກັນຫຼາຍຄົນ ໃນນັ້ນກໍມີທັງອາຈານທີ່ຊ່ຽວຊານເລື້ອງຂອງດີ, ອາຈານຜູ້ນີ້ເພີ່ນມາຈາກປາກເຊ ເພຶ່ອປົວນາຍພົນຜູ້ນຶ່ງ ທີ່ຖືກເຂົາໃສ່ຂອງ ຫຼັງຈາກປົວແລ້ວໆ ຫມູ່ຂ້ອຍທີ່ເປັນຊາວປາກເຊນຳກັນກັບເພີ່ນ ຈຶ່ງຊວນເພີ່ນຕິດຕາມໄປນຳກັນ ພໍໄດ້ເຫັນວຽງຈັນໃນເຂດຊົນນະບົດ.
ພວກຂ້ອຍຂັບລົດໄປ ແລະລົມກັນໄປຢ່າງມ່ວນຊື່ນຈົນເຖິງຈຸດຫມາຍປາຍທາງ. ໃນເວລາພວກຂ້ອຍນັ່ງລົດໄປຮອດຫນ້າບ້ານຂອງລູງຜູ້ຕາຍ ຂ້ອຍສັງເກດເຫັນຄົນຫຼາຍສິບຄົນຢືນເຕັມຢູ່ກ້ອງຕະລ່າງເຮືອນ ຂ້ອຍຈຶ່ງບອກໃຫ້ຄົນຂັບລົດຈອດ ແລ້ວລົງໄປຖາມວ່າພວກເພີ່ນເຮັດຫຍັງກັນ ຈຶ່ງໄດ້ຮູ້ວ່າ ມື້ນັ້ນແມ່ນເປັນວັນທີ່ເພີ່ນຈະລົງໄປປ່າຊ້າ ເພຶ່ອເກັບກະດູກຂອງລູງວິລະຊົນຜູ້ນັ້ນ, ທັນໃດນັ້ນຂ້ອຍຄິດເຫັນຄວາມຝັນທີ່ຕົນຝັນເຫັນຫຼາຍວັນຕິດຕໍ່ກັນ ຈຶ່ງເລົ່າໃຫ້ອາຈານຟັງ, ເພີ່ນນັ່ງມິດດົນເຕີບ ແລ້ວກໍບອກໃຫ້ຫມູ່ທີ່ມານຳກັນຂັບລົດໄປຖ້າຢູ່ນາ ສ່ວນຂ້ອຍ ເພີ່ນສັ່ງໃຫ້ພາໄປບ່ອນຈູດລູງໃນປ່າຊ້າ ກ່ອນຄົນອື່ນຈະລົງໄປເກັບກະດູກ. ພໍໄປເຖິງອາຈານຜູ້ນັ້ນ ໄດ້ສົ່ງອຸທານອອກມາຢ່າງແຮງ ໂອ! ເຄີຍໄດ້ຍີນແຕ່ຊື່ ເກີດມາຍັງບໍ່ເຄີຍເຫັນ, ພໍເວົ້າແລ້ວອາຈານກໍຫັນຫນ້າມາເບິ່ງຕາຂ້ອຍ ແລ້ວກ່າວວ່າ ເພີ່ນຢາກເອົາໃຫ້ເຈົ້າ! ຖ້າເຈົ້າມີບຸນເຈົ້າຈະໄດ້ ຖ້າບຸນບໍ່ເຖິງເຈົ້າຈະແນມບໍ່ເຫັນຂອງດີນັ້ນເລີຍ, ເລືອກເອົາເອງເດີ້! ຂ້ອຍຢືນແນມເບິ່ງດົນເຕີບ ໃນຂະນະນັ້ນເອງ ກະໂຕຂອງຂ້ອຍສັ່ນຄືຄົນສະບັ້ນຫນາວ ຕາຂອງຂ້ອຍແນມເຫັນຫຼາຍສິ່ງໃນກອງຟອນ ມັນມີທັງຄຳ ແກ້ວມະນີ ແລະສິ່ງທີ່ສວຍງາມອື່ນໆ ຂ້ອຍບໍ່ຈັບເອົາຂອງມີຄ່າພວກນັ້ນ ແຕ່ຫາກຍື້ມືຈັບເອົາສິ່ງນ້ອຍໆຂາວໆແທນ. ພໍແຕ່ຈັບຂື້ນມາ ອາຈານກໍຖາມວ່າ: ເຢັນບໍ? ”ໂດຍຂ້ານ້ອຍ” ຂ້ອຍຕອບ, ແລ້ວເພີ່ນກໍຍີ້ມຂື້ນ ທັງເວົ້າວ່າ: ຂອງສິ່ງນີ້ ຈະມີແຕ່ເຈົ້າຜູ້ດຽວທີ່ຈັບໄດ້ ຜູ້ອື່ນຖ້າຈັບຈະອອກຮ້ອນດັ່ງໄຟໃຫມ້ ແລະຖ້າໃຫ້ຜູ້ອື່ນເລືອກ ເຂົາເຈົ້າກໍຕ້ອງເລືອກເອົາຄຳ ແລະແກ້ວດັ່ງທີ່ເຈົ້າເຫັນແນ່ນອນ ຖ້າເຈົາເລືອກຈັບເອົາວັດຖຸທີ່ສວຍງາມເລົ່ານັ້ນ ມັນຈະກາຍເປັນກະດູກທັນທີ, ນີ້ແມ່ນບຸນຂອງເຈົ້າ ລູກເຕົ້າຫຼາຍຄົນເພີ່ນບໍ່ເອົາໃຫ້ ບັດຊິໃຫ້ລະເອົາໃຫ້ເຈົ້າທີ່ບໍ່ແມ່ນສາຍເລືອດຂອງເພີ່ນ ນັ້ນສະແດງວ່າສະຕາຂອງພວກເຈົ້າຕ້ອງກັນ, ຂໍໃຫ້ເຈົ້າຈົ່ງຮັກສາສິ່ງນີ້ໄວ້ດັ່ງຊີວິດຂອງເຈົ້າເຖີ້ນ ພໍເວົ້າສຸດແລ້ວ ຂ້ອຍຫັນຫນ້າກັບໄປເບິ່ງຄຳແລະແກ້ວມະນີທີ່ຂ້ອຍເຫັນ ແຕ່ປະກົດວ່າ ຄຳກ້ອຍໃຫຍ່ ແລະແກ້ວມະນີງາມໆເລົ່ານັ້ນ ໄດ້ກາຍເປັນພຽງທ່ອນກະດູກ, ເມື່ອເຫັນດັ່ງນັ້ນ ຂ້ອຍຈຶ່ງຍໍມືນົບ ກ່າວຄຳວ່າຂອບໃຈ ແລ້ວຂ້ອຍກໍຈາກກອງກະດູກນັ້ນໄປ.
ຫຼັງຈາກມື້ນັ້ນເປັນຕົ້ນມາ ຂ້ອຍກາຍເປັນຄົນທີ່ສະຫງົບເປັນພິເສດ ມັກສຶກສາທຳມະ ແລະຮັກໃນການສຶກສາຮໍ່າຮຽນຫຼາຍຜິດປົກກະຕິ, ນອກນັ້ນຂ້ອຍກາຍເປັນຄົນຮູ້ທັນຄົນ ຜູ້ໃດພະຍາຍາມມາຕົວະມາຕົ້ມ ກໍຕົວະບໍ່ໄດ້ ເພາະຂ້ອຍຮູ້ຄວາມຄິດຂອງພວກເຂົາເລົ່ານັນກ່ອນທີ່ເຂົາຈະເວົ້າຫຍັງອອກມາ, ນານວັນມາ ມັນເປັນເຫດໃຫ້ຂ້ອຍກາຍເປັນຄົນທີ່ເບຶ່ອຄົນນຳກັນ ແລະເລີ້ມເຂົ້າໃຈວ່າ ເປັນຫຍັງລູງຈຶ່ງຍອມຖີ້ມລາບຍົດອອກໄປໃຊ້ຊີວິດຊາວນາ ຢ່າງຄົນບໍ່ຫ່ວງໂລກ. ທຸກໆວັນນີ້ ຍາມກາງຄືນຂ້ອຍຈະເຫັນເງົາຂອງຂ້ອຍເອງເປັນສອງເງົາ ແລະຍາມທີ່ສະຫງົບງຽບຂ້ອຍຈະໄດ້ຍີນສຽງຄົນຍ່າງອ້ອມຂ້າງຂ້ອຍຕະຫຼອດເວລາ. ລູງເພີ່ນມາຢູ່ນຳຂ້ອຍ ຫຼືຂອງດີເພີ່ນມາຢູ່ນຳຂ້ອຍໆເອງກໍບໍ່ຮູ້ ແລະມັນກໍຄົງຈະກາຍເປັນປິດສະຫນາສຳລັບຕົວຂ້ອຍຈົນຮອດມື້ຕາຍ. ຊີວິດຂອງຂ້ອຍຈະຈົບລົງຄືລູງບໍ? ຂ້ອຍຈະໃຫ້ສິງທີ່ຂ້ອຍຄອບຄອງນີ້ຈົບລົງພ້ອມກັບຂ້ອຍບໍ? ເລື່ອງນີ້ກໍຍັງເປັນຄຳຖາມທີ່ຂາດຄຳຕອບ ແລະກໍຄົງຈະຍັງເປັນຄຳຖາມທີ່ຄ້າງຄາໃຈຂອງຂ້ອຍໄປອີກດົນ.
[/ALIGN][/ALIGN][/ALIGN]