My Opera is closing 3rd of March

ລາວອັບເດດທ໌ ສູນລວມແລກປ່ຽນປະສົບການ

Information exchange port for all Lao

Subscribe to RSS feed

ສຳຜັດງານເພງຊຸດໃຫມ່ຈາກສິດທິພອນ

[img]http://img301.imageshack.us/img301/1483/1220a1mu.gif

ໂດຍ: ປັນຍາ ພັນທະພານິດ

ນັບວ່າຖິ້ມໄລຍະຈາກອັລບັ້ມຊຸດກ່ອນດົນພໍສົມຄວນ ສຳລັບສິລະປິນ "ປັອບ" ທີ່ມີສຽງອັນນຸ້ມຫວານ ຢ່າງ "ສິດທິພອນ ສຸວັນນະສຸກ" ຫລື ທີ່ຮູ້ຈັກກັນໃນນາມຂອງ "ສິດ ເຕັກໂນ" ວັນນີ້ເຂົາກັບມາໃຫມ່ ພ້ອມກັບງານເພງອັລບັ້ມຫລ້າສຸດທີ່ມີຊື່ຊຸດວ່າ "ບໍ່ຢາກເຫັນສາຍຕາ" ໃນສັງກັດໃຫມ່ເຊັ່ນກັນ ຄື "ວຽງຈັນ ເອັນເຕີເທນເມັນ".

"ສິດທິພອນ ສຸວັນນະສຸກ" ອະດີດນັກຮ້ອງນຳ ວົງເຕັກໂນ ທີ່ເຄີຍໂດ່ງດັງສຸດຂີດ ກັບອັລບັ້ມ "ເທັກໂນເຟລນ" ຈາກນັ້ນ ກໍຜັນຕົນ ເອງມາອອກອັລບັ້ມດ່ຽວກັບ "ລາວອາຣທມິເດຍ" ກັບ ອັລບັ້ມ "ເລີ່ມໃຫມ່" ຊຶ່ງກໍຖືວ່າປະສົບຄວາມສຳລັບພໍສົມຄວນ ຈາກນັ້ນ ເຂົາກໍງຽບ ຫາຍໄປ ຈົນມາເຖິງວັນນີ້ ອັລບັ້ມ "ບໍ່ຢາກເຫັນສາຍຕາ" ຊຶ່ງເປັນອັລບັ້ມດ່ຽວຊຸດທີ 2 ຂອງເຂົາ ຈຶ່ງອອກມາພາຍໃຕ້ສາຍຄາ "ວຽງຈັນ ເອັນເຕີເທນເມັນ ".

"ສິດທິພອນ" ກ່າວໃຫ້ຟັງວ່າ ງານເພງຊຸດນີ້ ດຳເນີນຂ້ອນຂ້າງດົນ ເພາະຕ້ອງການຄວາມຊັດເຈນທັງດົນຕີ ແລະ ເນື້ອຫາ
ຖືວ່າ ເປັນການລຸຍງານເອງເກືອບທັງຫມົດ ໂດຍສະເພາະ ພາກຂອງເນື້ອຮ້ອງທຳນອງ ແມ່ນປະພັນເອງທັງ 10ເພງໃນອັລບັ້ມ ສ່ວນ
ພາກຂອງດົນຕີ ກໍມີຫມູ່ຄູ່ ນ້ອງນຸ່ງສີມືດີ ເຂົ້າມາຊ່ວຍສ້າງສີສັນຫລາຍຄົນ.

"ຄໍລຳບັນເທິງ" ໄດ້ຮັບແຜ່ນຈາກສິດທິພອນ ມາສົດໆ ຈາກທີ່ໄດ້ຟັງພໍມີຂໍ້ສະຫລຸບໄດ້ເຖິງຄວາມເປັນຕົວຂອງສິດທິພອນ ຂ້ອນ ຂ້າງຊັດເຈນ ໂດຍສະເພາະ ເພງຫວານກັບເນື້ອຫາລະມຸນລະໄມ ສະໄຕຼ "ສິດທິພອນ" ຫລາຍເພງ ເຊັ່ນ "ຮັກດຽວ" "ບໍ່ຢາກເຫັນສາຍ ຕາ" ຫລື ຈະເປັນເພງ "ໂງ່ເອງ" ນອກນັ້ນ ຍັງມີເພງຮູບແບບຄຶກຄັກທີ່ໂຊລວດລາຍລູກຫລີ້ນຂອງດົນຕີ ທີ່ກົມກືນກັບສຽງຮ້ອງຢ່າງລົງ ຕົວ ຢ່າງ"ປ່ອຍມັນໄປດີກວ່າ" ດັ່ງນີ້ ເປັນຕົ້ນ.

ເອົາເປັນວ່າ ຜູ້ທີ່ເປັນແຟນເພງ ຫລື ຕິດຕາມງານຂອງນັກຮ້ອງຫນຸ່ມຄົນນີ້ຢູ່ ຄິດວ່າງານເພງຊຸດໃຫມ່ຂອງເຂົາ ຈະບໍ່ເຮັດໃຫ້ ທ່ານຜິດຫວັງແນ່ນອນ.
"ສິດທິພອນ" ກ່າວຜ່ານຄໍລຳນີ້ ໄປຍັງເພື່ອນຮັກນັກເພງວ່າ: "ນີ້ເປັນອີກຊຸດຫນຶ່ງທີ່ຕັ້ງໃຈສ້າງສັນ ເພື່ອນຮັກນັກເພງ ກໍຢາກໃຫ້ ຕິດຕາມ ແລະ ສະຫນັບສະຫນູນກັນ ເພື່ອເປັນກຳລັງໃຈຂອງຄົນສ້າງງານ ... ສັນຍາວ່າ ຈະມີງານດີໆມາໃຫ້ໄດ້ຟັງກັນເລື້ອຍໆ.

ຄັດມາຈາກບົດສໍາພາດຈາກຫນັງສືພິມວຽງຈັນໃຫມ່ www.vientianemai.net
February 2014
S M T W T F S
January 2014March 2014
1
2 3 4 5 6 7 8
9 10 11 12 13 14 15
16 17 18 19 20 21 22
23 24 25 26 27 28