The Light of Dharma

ດວງປະທີບແຫ່ງທັມ: ເພື່ອຄົນລາວທີ່ໄຝ່ສຶກສາແລະປະຕິບັດທັມ

Subscribe to RSS feed

The Lay Arahant : ຄະຣຶຫັດອໍຣະຫັນຕ໌



“You say that if a man attains Arahantship he must either enter the Order that very day or die and attain parinibbāna. Yet if he is unable to find a robe and bowl and preceptor then that exalted condition of Arahantship is a waste for destruction of life is involved in it.”

“The fault does not lie with Arahantship but with the state of a layman because it is too weak to support Arahantship. Just as, O king, although food protects the life of beings it will take away the life of one whose digestion is weak – so too, if a layman attains Arahantship he must, because of the weakness of that condition, enter the Order that very day or die.”

“ທ່ານບອກວ່າ ຖ້າຫາກຄະຣຶຫັດບັນລຸເປັນພຣະອໍຣະຫັນ ຜູ້ນັ້ນຈະຕ້ອງບວດ ຫລືບໍ່ກໍຕາຍຫລືປະຣິນິພພານໃນມື້ນັ້ນ. ແຕ່ຖ້າຫາກວ່າ ບໍ່ສາມາດຫາຜ້າຄຸມ, ບາດ ແລະອຸປັດຊາໄດ້ ເປັນອັນວ່າ ສະພາບທີ່ສູງສົ່ງຂອງຄວາມເປັນອໍຣະຫັນກໍໄຮ້ຄ່າແລະກໍຈະທຳລາຍຊີວີດທີ່ໄປກ່ຽວຂ້ອງດ້ວຍ.” ພຣະຍາມິລິນຖາມ.

“ຄວາມຜິດພາດ ບໍ່ໄດ້ຢູ່ທີ່ຄວາມເປັນພຣະອໍຣະຫັນນັ້ນດອກ ແຕ່ຍ້ອນສະພາບຂອງຄະຣຶຫັດ ຍ້ອນວ່າມັນອ່ອນທີ່ຈະໄປຮອງຮັບຄວາມເປັນພຣະອໍຣະຫັນໄດ້. ດູລາ ມະຫາບໍພິດ, ເຊັ່ນດຽວ ກັບອາຫານທີ່ບໍ່ສາມາດປົກປ້ອງຊີວິດສັບພະສັດແລະຈະພາກຊີວິດຜູ້ທີ່ມີລະບົບຫຍ່ອຍອາຫານອ່ອນແອສັນໃດ- ເຊັ່ນດຽວກັນ ຄະຣຶຫັດຜູ້ໄດ້ບັນລຸເປັນພຣະອໍຣະຫັນ ເນື່ອງຈາກວ່າຄວາມອ່ອນແອຂອງສະພາບເປັນຄາຣະວາດນັ້ນ ຈິ່ງຈຳເປັນຈະຕ້ອງໄດ້ບວດ ຫລືບໍ່ກໍຕາຍໃນມື້ນັ້ນ.” ພຣະນາຄະເສນ ຕອບ.

the Debate of King Milinda ໜັງສືມິລິນທະບັນຫາ
ບັນນາທິການໂດຍ : Bhikkhu PESALA ນຳມາແປໂດຍ: ພຣະອາຈານ ໄຊຍະເດດ ວົງໂສພາ

ຄຳສັບໃນບົດ:

Arahantship : ພຣະອໍຣະຫັນ
the Order: ຄະນະສົງ, ສົງ(ຕ້ອງຂຽນໂຕໃຫຍ່ຕະຫລອດ), enter the Order ເຂົ້າບວດ
attain: ບັນລຸ
exalted (past participle used as adjective): ທີ່ສູງສົ່ງ, ໜ້າເຄົາລົບ, ໜ້າບູຊາ
weakness: ຄວາມອ່ອນແອ, ຄວາມບົກຜ່ອງ, ຈຸດອ່ອນ
beings: ສັບພະສັດ
digestion: ລະບົບລະບາຍອາຫານ
parinibbāna : ປະຣິນິພພານ ຫຼືຕາຍ (ໃຊ້ກັບພຣະພຸດທະເຈົ້າ ແລະພຣະອໍຣະຫັນ)
preceptor: ອຸປັດຊາ(ຜູ້ບວດໃຫ້)

ຂະບວນການສຶກສາທາງພຸດທະສາສະໜາ

ຂະບວນການສຶກສາເບື້ອງຕົ້ນໃນທາງພຣະພຸດທະສາສະໜາເພິ່ນເອີ້ນວ່າ ຂັ້ນສຶກສາພາກທິດສະດີ(ປະຣິຍັດ)ເມື່ອສຶກສາພາກທິດສະດີໃຫ້ຊຳນານ ໃຊ້ການໄດ້ແລ້ວ ນຳເຂົ້າສູ່ການນຳໃຊ້ຕົວຈິງເພິ່ນເອີ້ນວ່າ ການປະຕິບັດ ເຊັ່ນການປະຍຸກທັມມະເຂົ້າກັບຊີວິດປະຈຳວັນໃຫ້ຖືກຕ້ອງ, ການລົງມືຝຶກຝົນສະມາທິຈິຕໃຫ້ມີ ຄວາມກ້າວໜ້າຍິ່ງໆຂື້ນໄປ. ເມື່ອຝຶກຝົນໄດ້ຊານແລະຍານຄືດວງປັນຍາທີ່ເກີດຈາກການພາວະນານັບແຕ່ຂັ້ນຕົ້ນເຖິງຂັ້ນສູງ ໃນລະຫວ່າງນີ້ເພິ່ນເອີ້ນວ່າ ປະຕິເວທະ(ໝາກຜົນແຫ່ງປະຕິບັດບັງເກີດຂື້ນ).

ໃນນີ້ ການສຶກສາຂັ້ນປະຣິຍັດ ເຖິງແມ່ນວ່າຈະເປັນພາກທິດສະດີ ກໍຖືວ່າເປັນຂັ້ນຕອນອັນສຳຄັນ ຈະເດີນໄປຂ້າງໜ້າ ຜິດຫລືຖືກກໍມີປະຣິຍັດນີ້ເປັນສິ່ງຕັດສິນ ຫລືຖ້າບຸກຄົນໃດ ບໍ່ໄດ້ຜ່ານການຮຽນຮູ້ຈາກຕຳລາ ແຕ່ມີຄູບາອາຈານສິດສອນດີ ກໍຖືວ່ານັ້ນກໍເປັນຂັ້ນຕອນຂອງການຮຽນຮູ້ແບບປະຣິຍັດເຊັ່ນກັນ. ສິ່ງທີ່ເປັນຂັ້ນປະຣິຍັດນີ້ສຳຄັນຫລາຍ ບໍ່ຄວນລະເລີຍສຳລັບຜູ້ທີ່ມັກໄຝ່ໃນການຄົ້ນຄ້ວາຮ່ຳຮຽນ ເພາະວ່າມັນຈະເປັນເຂັມທິດທີ່ຊີ້ທາງເດີນຢ່າງບໍ່ຜິດພາດ.

ເມື່ອຂ້າພະເຈົ້າອ່ານ ອັກຄັນຍະສູຕຣ໌ ແລະ ທິດສະດີ Big Bang Theory

ອັຄຄັນຍະສູຕຣ໌ ເປັນພຣະສູດທີ່ເວົ້າເຖິງການກຳເນີດຂອງໂລກແລະຈັກກະວານຕາມທັດສະນະທາງພຸດທະສາສະໜາ ແລະ ທິດສະດີບິກແບ໊ງ (Big Bang Theory) ທີ່ເວົ້າເຖິງຈຸດກຳເນີດຂອງຈັກກະວານແລະໂລກເຊັ່ນດຽວກັນ.

ຄຳວ່າ ອັຄຄັນຍະສູຕຣ໌ ມາຈາກຄຳສອງຄຳ ຄື ອັຄຄະ(ອັກຄະ) + ຍາ(ຕົວ ຍໍ ສັບພັນຍູໃນອັກສອນທັມ). ອັຄຄະ ແປວ່າປະເສີດ ຫລື ເລີດ, ຍອດ ຫລື ຊັ້ນຍອດ, ເດີມ ຫລື ດັ້ງເດີມ, ຕົ້ນ ຫລື ຊັ້ນຕົ້ນ. ສ່ວນຄຳວ່າ ຍາ ແປວ່າ ຮູ້ ລວມເຂົ້າແລ້ວວ່າ ທີ່ຮູ້ກັນວ່າເລີດ, ຍອດ, ເດີມ ຫລື ຕົ້ນ ເມື່ອແປຕາມເນື້ອໃນແລ້ວ ໝາຍເຖິງສິ່ງທີ່ເວົ້າກັນມາຕັ້ງແຕ່ໂລກເກີດ. ເປັນພຣະສູດທີ່ພຣະພຸດທະອົງເທດໃຫ້ສາມະເນນວາເສດຖະແລະສາມະເນນ ພາຣະທະວາຊະ ທີ່ນະຄອນສາວັດຖີ. ເລື່ອງມີຢູ່ວ່າ ສາມະເນນນີ້ໄປຖາມຄວາມເປັນໄປເປັນມາກ່ຽວກັບວັນນະ(ຊົນຊັ້ນວັນນະ). ພຣະພຸດທະອົງຈິ່ງ ໄດ້ກ່າວເຖິງການກຳເນີດຂອງຈັກກະວານ ຂອງໂລກ ຈົນເວົ້າເຖິງການພັດທະນາການຂອງມະນຸດຮອດວັນນະຕ່າງໆ.

ອີງຕາມ ອັຄຄັນຍະສູຕຣ໌ ໄດ້ກ່າວເຖິງການກຳເນີດຂອງໂລກໄວ້ວ່າ ກ່ອນໜ້ານັ້ນຈັກກະວານມີແຕ່ຄວາມມືດມົນອົນທະການ ເວີ້ງວ້າງ ໄຮ້ສິ່ງທີ່ມີຊີວິດ ແມ່ນແຕ່ດວງເດືອນແລະດາວກໍຍັງບໍ່ທັນມີ, ການເວລາ ທີ່ບົ່ງບອກເຖິງວັນເດືອນປີແລະລະດູການກໍຍັງບໍ່ທັນມີ.

Read more...

ພະລັງຂອງນັກຮົບ 3 ປະການ

ໃນຄຳພີ ອັງຄຸຕຕະຣະນິກາຍ ຕິກະນິບາດ ພຣະພຸດທະອົງໄດ້ກ່າວເຖິງພະລະກຳລັງຂອງນັກຮົບສະໄໝກ່ອນ ມີຢູ່ 3 ປະການຄື ໂຍທາຊີບ ເຊິ່ງປະກອບດ້ວຍອົງປະກອບ 3 ປະການ ຍ່ອມສົມຄວນແກ່ພຣະຣາຊາ ສົມຄວນທີ່ພຣະຣາຊາຈະຊົງໃຊ້ສອຍ ນັບວ່າເປັນອົງຄ໌ທີ່ພຣະຣາຊາຕ້ອງການ ອົງປະກອບ 3 ຢ່າງນັ້ນ ໄດ້ແກ່ 1. ນັກຮົບຍິງທະນູໄປໄດ້ໄກ, 2. ຍິ່ງທະນູໄດ້ແມ້ນ, 3. ທຳລາຍກອງທັບໃຫຍ່ໄດ້. ຂໍ້ນີ້ສັນໃດ ພິກຂຸຜູ້ປະກອບດ້ວຍທັມ 3 ປະການ ກໍເປັນຜູ້ສົມຄວນແກ່ການຄຳນັບ ສົມຄວນແກ່ການຕ້ອນຮັບ ສົມຄວນແກ່ຂອງໄທຍະທານທີ່ທຳບຸນ ສົມຄວນຍົກມື້ໄຫວ້ ເປັນເນື້ອນາບຸນອັນຍອດຢ້ຽມຂອງໂລກ ເໝືອນກັນສັນນັ້ນ. ທັມ 3 ປະການນັ້ນໄດ້ແກ່ 1. ສິ່ງໄດ້ທີ່ພິກຂຸເຮັດໃຫ້ຕົກໄປໄດ້ໄກ, 2.​ຍິ່ງໄດ້ແມ້ນຢຳ, 3. ທຳລາຍກອງທັບໃຫຍ່ໄດ້.

ຂໍ້ທີ່ວ່າ ພິກຂຸ ເຮັດໃຫ້ຕົກໄປໄກໄດ້ຄືຢ່າງໃດ? ຄື ພິກຂຸໃນທັມວິນັຍນີ້ ເຫັນດ້ວຍປັນຍາອັນຖືກຕ້ອງຕາມເປັນຈິງວ່າ ຮູບ, ເວທະນາ, ສັນຍາ, ສັງຂາຣ ແລະວິນຍານ ທັງສີ້ນນີ້ ທັງທີ່ເປັນອະດີດ, ອະນາຄົດ ແລະປັດຈຸບັນ ທັງທີ່ເປັນພາຍໃນແລະພາຍນອກ ທັງທີ່ຫຍາບ, ລະອຽດ, ຊາມ ແລະປະນີດ ທັງທີ່ຢູ່ໃນທີ່ໄກແລະໃກ້ ວ່າບໍ່ແມ່ນຂອງເຮົາ ບໍ່ແມ່ນເຮົາ ບໍ່ແມ່ນຕົວຕົນຂອງເຮົາດັ່ງນີ້.

ຂໍ້ທີ່ວ່າ ພິກຂຸ ຍິງໄດ້ແມ້ນຢຳນັ້ນ ຄືຢ່າງໃດ? ຄື ພິກຂຸໃນພຣະທັມວິນັຍນີ້ ຍ່ອມຮູ້ແຈ້ງຕາມເປັນຈິງວ່າ ສິ່ງນີ້ເປັນທຸກ ສິ່ງນີ້ເປັນເຫດໃຫ້ທຸກ ສິ່ງນີ້ເປັນເຫດໃຫ້ທຸກເກີດ ສິ່ງນີ້ເປັນຄວາມດັບທຸກຂ໌ ສິ່ງນີ້ເປັນທາງໄປສູ່ຄວາມດັບທຸກດັ່ງນີ້.

ຂໍ້ທີ່ວ່າ ພິກຂຸທຳລາຍກອງທັບໃຫຍ່ໄດ້ນັ້ນ ໄດ້ແກ່ການທຳລາຍອະວິຊຊາອັນໃຫຍ່ໄດ້ດັ່ງນີ້ແລ.

ຜູ້ໄຫວ້ ຍ່ອມໄດ້ຮັບໄຫວ້ຕອບ

ການນົບໄຫວ້ ເປັນຄຸນສົມບັດມາລະຍາດຂອງຄົນລາວເຮົາແຕ່ໃດມາ. ການໄຫວ້ ເປັນການສະແດງເຖິງຄວາມເຄົາລົບ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເປັນມິດຕະພາບທີ່ດີງາມ ບົ່ງບອກເຖິງອາຣະຍະທັມອັນລ້ຳຄ່າທາງວັດທະນະທັມ. ຕາມປົກກະຕິ ຜູ້ໄຫວ້ຍ່ອມຈະໄດ້ຮັບການໄຫວ້ຕອບ ເໝືອນດັ່ງພຸດທະພົດທີ່ວ່າ ວັນທະໂກ ປະຕິວັນທະນັງ. ການໄຫວ້ລະຫວ່າງຄົນຮຸ່ນລາວຄາວດຽວກັນ ກໍບົ່ງບອກເຖິງມິດຕະພາບ, ລະຫວ່າງຜູ້ນ້ອຍກັບຜູ່ໃຫຍ່ ກໍບົ່ງບອກເຖິງຄວາມອ່ອນນ້ອມ ບໍ່ຖືໂຕ. ການໄຫວ້ ເປັນສິ່ງບໍ່ເສັຍຫາຍ ສາມາດດຶງດູດໃຈ ຜູກໃຈແກ່ຜູ້ທັກທາຍແລະພົບເຫັນ ເປັນວັດທະນະທັມການທັກທາຍທີ່ຄວນຮັກສາໄວ້.

ການງົດເວັ້ນຈາກການເວົ້າໂລເລ

ອົງປະກອບຂອງການເວົ້າໂລເລມີຢູ່ 2 ປະການຄື:

1. ເຈຕະນາກ່າວວາຈາທີ່ບໍ່ເປັນປະໂຫຍດ
2. ກ່າວວາຈາທີ່ບໍ່ເປັນປະໂຫຍດ

ພວກເຮົາມາທຳຄວາມເຂົ້າໃຈໃນເລື່ອງຂອງການກ່າວສັມຜັປປະລາປະ ເຊິ່ງເປັນວາຈາທີ່ບໍ່ເປັນປະໂຫຍດຕໍ່ການບັນລຸມັກຄ໌ ຜົລ ແລະນິບພານ ເພິ່ນເອີ້ນວ່າ ເດຣັຈສານກະຖາ ເພາະເປັນການເວົ້າຈາກ່ຽວວິຖີຂອງຊາວໂລກ ບໍ່ແມ່ນວິຖີແຫ່ງທັມມ໌ ບໍ່ແມ່ນໜ້າທີ່ຂອງສົງຜູ້ຫວັງບັນລຸທາງພົ້ນທຸກຂ໌ ຫວັງຫ່າງເຫີນຈາກກິເລສ. ຄຳເວົ້າທີ່ເປັນເດຣັຈສານກະຖາມີ 31 ປະການດັ່ງຕໍ່ໄປນີ້:

Read more...

Buddhism in Laos : A very short introduction

The Time-line of Buddhism in Laos

By Ekaggacitto Bhikkhu



Laos is one of the Buddhist countries in Southeast Asia where Buddhism has firmly taken root as well as in her neighboring countries such as, Thailand, Burma, Cambodia, and Vietnam and so on. While the exact dates of the introduction of Buddhism into Laos, as in the case of her neighbors, are of a matter of debate.

1. According to Nangsue Uranghathat Nithane, the Buddha ever traveled to the Mekong Valley and predicted that Buddhism would flourish in this land in the future.

2. After the Buddha's great demise, for 8 years, 7 months and 15 days or in the 8th century B.E., the Venerable Maha Kassapa together with 500 monks(must have been 5 monks) brought the Breast Bone Relics of the Lord Buddha to Phoukampha,the present Phra That Pranom.

3. For sure, it was introduced into the land called Suvaṇṇabhumi including Myanmar, Thailand, Cambodia, Laos, Indonesia or in southeast Asia in the time of Asoka Emperor in the 3rd Century B.E. During this time Buddhism was ministered by the Venerable Sona and Uttara.

4. In the 5th century A.D. in the time of Burichan, who was enthroned in circa 475 A.D. there were two arahats from India, the Venerable Putthavongsa and the Venerable Sassadi who helped propagating Buddhism at that time.

5. Tantric Buddhism was ever introduced into Laos through the Kingdom of Nanchao during the 7th century A.D. but it temporarily lasted and nearly at the same time, in the 7th or 8th century A.D., it was again introduced by the Mon Buddhist monks into the land.

6. During the 11th -12th century A.D. Khmer rulers took control of Muangsua, the former kingdom of Luang Prabang, they brought with them the Theravada Buddhism which then replaced the Mahayana Buddhism.

7. In the 14th century A.D., in the reign of King Fa Ngoum, it was the most official phase of Buddhism introduced into Laos and it has been flourished since then.


Reference:



1. Dhammikamuni, D.P. Buddhism in Laos: A Study from the Ancient
up to the Present
.(Lao version), Sukkhaphapchay Printing, Bangkok:2010.

2. Champakeomany, Kham & Phaengrattanavong, Somphone. A History of
Hinayāna Buddhism in Southeast Asia
(Lao Version), the
State Printing House, Vientiane: 1972.

3. Mayoury & Pheuiphan Ngaosrivathana. The Enduring Sacred of the
Naga.
Mekong Press, Chiangmai:2010.

4. Phothisane, Souneth, Dr. Lao Buddhism: History and Practice.(Lao version) Isan
Cultural Research and Institute, Mahasalakham University,
Mahasalakham: 2006.

5. Andrea Matles Savada, Laos: A country study, (Washington: GPO for the Library of Congress, 1994), http://en.wikipedia.org/wiki/Buddhism_in_Laos#cite_ref-locstudy_0-8. Retrieved 25 Dec2010.



ອານິສົງແຫ່ງການສູດມົນ 8 ປະການ

ອານິສົງແຫ່ງການສູດມົນ 8 ປະການ


ທິສາສຸ ປູຊິໂຕ ໂຫມິ ຕິກຂະປັນໂຍ ພະວາມະຫັງ
ສັພເພ ເທວານຸວັຕຕັນຕິ ອະມິຕະໂພຄັງ ລະພາມະຫັງ
ສຸວັນນະວັນໂນ ສັພພັຕຖະ ປະຕິກັນໂຕ ພະວາມະຫັງ
ມິຕຕານັງ ອະຈະໂລ ໂຫມິ ຍະໂສ ອັພພຸຄຄະໂຕ ມະມັງ.
.............ຂຸ.ອປ.(ຕິສະຣະນະຄົມນິຍະເຖຣ) ເຫລັ້ມ 1 ຂໍ້ 115 ໜ້າ 106 (ປາລີ)



ຄຳແປ



ຜູ້ທີ່ສູດມົນໄວ້ພຣະເປັນນິຕຍ໌ ຍ່ອມປະສົບຄວາມສຸກແລະສິ່ງທີ່ດີງາມ ໂດຍສະເພາະຢ່າງຍິ່ງ ອານິສົງ 8 ປະການເຫລົ່ານີ້ຄື:


1. ໄດ້ຮັບຄວາມຍົກຍ້ອງບູຊາໃນທີ່ທຸກສະຖານ
2. ມີປະຕິພານຍານໄຫວພິບດີຢ້ຽມ
3. ມີເພື່ອນແທ້ທຸກເສັ້ນທາງ
4. ໄດ້ຮັບຄວາມຈະເລີນຮຸ່ງເຮືອງ ເຖິງພ້ອມດ້ວຍໂພຄະຊັບ
5. ມີຮູບສວຍງາມ ໃນທຸກພົບທຸກຊາດ
6. ເປັນທີ່ຍອມຮັບນັບຖືແກ່ຜູ້ພົບເຫັນ
7. ເປັນທີ່ຮັກຂອງເພື່ອນຝູງທຸກຄົນ
8. ມີຊື່ສຽງຟຸ້ງຂະຈອນໄປທົ່ວທຸກຫົນທຸກແຫ່ງ.


.......ຂຸ.ອປ.ເຫັ້ລມ 1 ຂໍ້ 115-6 ໜ້າ 135(ໄທ)

ແດ່ຜູ້ຕິດເຊື້ອ HIV/AIDs

ຮຽມໄດ້ຮັບຂ່າວຂໍ້................ທີ່ໂຍມສົ່ງສານເຖິງ
ໄດ້ໄຖ່ຖາມມາຫາ.................ບອກຈາຄວາມຕ້ານ
ຂໍໃຫ້ໄຂຄວາມເວົ້າ................ສອນທັມອັນປະເສີດ
ແກ່ພວກໝູ່ຂ້ານ້ອຍ...............ຜູ້ຕິດໄພພະຍາດຮ້າຍ ພໍໄດ້ເພິ່ງພີງ ແດ່ທ້ອນ.


ພະຍາດທີ່ວ່ານັ້ນ................ຄືໂລກເອຈໄອວີ
ເປັນທີ່ເວທະນາອຸກ...............ອັ່ງມະໂນສຸດແຄ້ນ
ຄອຍແຕ່ຄອງວັນມື້...............ລໍເວລາມັດຈຸລາດ
ມັນຈະມາຢ່ວງຢື້.................ໃຫ້ຊີວັງມອດມ້ວຍ ກັບບ້ານບໍ່ຕ່າວຄືນ.

Read more...

ວັນມາຄະບູຊາ : ວັນແຫ່ງຄວາມຮັກໃນພຸດທະສາສະໜາ

ນມາຄະບູຊາ : ວັນແຫ່ງຄວາມຮັກໃນພຸດທະສາສະໜາ
ໂດຍ : ທັມມະທາຣາ




ມື້ນີ້ ເປັນວັນສຳຄັນທາງພຸດທະສາສະໜາອີກວັນໜຶ່ງ ອີງຕາມຫລັກຈັນທະຄະຕິ ເປັນວັນຂື້ນ 15 ຄ່ຳເດືອນມາຄະ ຫລື ເດືອນສາມເພັງ. ເມື່ອຢ້ອນເຖິງອະດີດຕະການທີ່ຜ່ານມາເປັນເວລາ 2553 ປີ ກໍນັບເປັນເວລາດົນນານພໍສົມຄວນທີ່ພຣະພຸດທະສາສະໜາໄດ້ຕັ້ງໝັ້ນມາ.

ໃນສະໄໝພຣະພຸດທະເຈົ້າຍັງຊົງພຣະຊົນຢູ່ ມື້ນີ້ ເປັນວັນທີ່ມີພຣະສົງຈຳນວນ 1250 ອົງ ໄດ້ມາປະຊຸມກັນ ຢູ່ທີ່ວັດເວລຸວັນໂດຍບໍ່ໄດ້ນັດໝາຍ ພຣະສົງເຫລົ່ານັ້ນລ້ວນແຕ່ເປັນພຣະອະຣະຫັນ ເປັນຜູ້ຊົງອະພິນຍາ ພ້ອມດ້ວຍປະຕິສັມພິທາຍານ ບວດນຳພຣະພຸດທະເຈົ້າໂດຍກົງ.

ສາເຫດທີ່ພຣະສົງໄດ້ມາໂຮມຊຸມນຸມກັນ ອາດຈະຍ້ອນວ່າ ເປັນວັນຄືນທີ່ມີແສງເດືອນເປັ່ງປະກາຍງົດງາມ ແລະຕ່າງກໍອາດຮູ້ດ້ວຍວາຣະຈິດວ່າ ສົມຄວນຈະເຂົ້າເຝົ້າພຣະພຸດທະເຈົ້າ ຫລື ເວົ້າຕາມພາສາຊາວໂລກເຮົາ ກໍອາດຈະແມ່ນ ພວກເພິ່ນຄິດຮອດພຣະພຸດທະເຈົ້າ ເຄົາລົບຮັກໃນພຣະພຸດທະອົງ ຈິ່ງໄດ້ພ້ອມພຽງກັນມາ ເພື່ອຮັບຟັງໂອກາດຈາກພຣະພຸດທະອົງ.

Read more...

February 2012
S M T W T F S
January 2012March 2012
1 2 3 4
5 6 7 8 9 10 11
12 13 14 15 16 17 18
19 20 21 22 23 24 25
26 27 28 29