Skip navigation.

The Light of Dharma

ດວງປະທີບແຫ່ງທັມ: ເພື່ອຄົນລາວທີ່ໄຝ່ສຶກສາແລະປະຕິບັດທັມ

ການຝຶກສະມາທິ

ຄຳຖາມ: ສະມາທິແມ່ນຫຍັງ?
ຄຳຕອບ: ການຝຶກສະມາທິແມ່ນຄວາມພຽນທາງຈິຕ ເພື່ອປ່ຽນແປງຂະບວນການ ທຳງານຂອງຈິຕ. ຄຳສັບພາສາບາລີສຳລັບ ການຝຶກສະມາທິ ແມ່ນ ພາວະນາ ເຊິ່ງໝາຍຄວາມວ່າ “ການເຮັດໃຫ້ຈະເຣີນ” ຫຼື “ພັດທະນາ”.

ຄຳຖາມ: ການຝຶກສະມາທິ ມີຄວາມສຳຄັນບໍ?
ຄຳຖາມ: ສຳຄັນແທ້. ບໍ່ວ່າພວກເຮົາຈະປາຖນາຢາກເປັນຄົນດີຫຼາຍປານໃດກໍຕາມ, ຖ້າຫາກວ່າພວກເຮົາບໍ່ສາມາດປ່ຽນແປງຕັນຫາທີ່ເຮັດໃຫ້ເຮົາສະແດງທາດແທ້ພຶດຕິກັມ ອອກມາ, ການປ່ຽນແປງນັ້ນກໍຍາກ. ຕົວຢ່າງ, ບຸກຄົນໃດໜຶ່ງອາດຮູ້ວ່າ ລາວເປັນຄົນ ໂມໂຫງ່າຍຕໍ່ເມຍຂອງລາວ ແລະ ລາວອາດໃຫ້ສັນຍາຕົນເອງວ່າ: “ແຕ່ນີ້ຕໍ່ໄປ ຂ້ອຍຈະບໍ່ເປັນຄົນໂມໂຫອີກ”. ແຕ່ໜຶ່ງຊົ່ວໂມງຕໍ່ມາ ລາວອາດຮ້ອງໃສ່ເມຍຂອງລາວ ຄືເກົ່າອີກ ຍ້ອນວ່າລາວບໍ່ມີສະຕິຄອບຄຸມຕົນເອງ, ຄວາມໂມໂຫ ກໍເກີດຂື້ນອີກໂດຍ ທີ່ລາວບໍ່ຮູ້ຕົວ. ການຝຶກສະມາທິສາມາດຊວ່ຍໃຫ້ພັດທະນາສະຕິ ແລະ ພະລັງງານ ທີ່ຕ້ອງການເພື່ອປ່ຽນແປງອະນຸໄສທີ່ຝັງດອງໃນສັນດານ.

ຄຳຖາມ: ຂ້ານ້ອຍເຄີຍໄດ້ຍິນວ່າ ການຝຶກສະມາທິອາດເປັນອັນຕະລາຍໄດ້. ແມ່ນຄວາມຈິງບໍ?
ຄຳຕອບ: ເພື່ອດຳລົງຊີວິດຢູ່ ພວກເຮົາຕ້ອງການເກືອ. ແຕ່ຖ້າຫາກວ່າ ຖ້າທ່ານ ຈະຕ້ອງ ກິນເກືອໃນປະລິມານໜຶ່ງກິໂລ ມັນອາດຈະຂ້າທ່ານກໍໄດ້. ເພື່ອດຳເນີນ ຊີວິດຢູ່ໃນໂລກສະໄໝໃໝ່ນີ້ ທ່ານຕ້ອງການມີລົດຂີ່ ແຕ່ຖ້າທ່ານບໍ່ເຄົາລົບໃນກົດ ຈາລະຈອນ ຫຼື ຖ້າທ່ານຂັບລົດໃນຕອນເມົາເຫຼົ້າ, ລົດກໍອາດເປັນເຄື່ອງຍົນທີ່ ອັນຕະລາຍສຳລັບທ່ານ. ການຝຶກສະມາທິກໍເຊັ່ນດຽວກັນ, ມັນສຳຄັນ ແລະ ຈຳເປັນຕໍ່ສຸຂະພາບຈິຕໃຈ ແລະ ຄວາມເປັນຢູ່ທີ່ດີ ແຕ່ຖ້າທ່ານຝຶກໃນທາງ ທີ່ບໍ່ຖືກຕ້ອງ, ມັນກໍອາດຈະເກີດບັນຫາໄດ້. ບາງຄົນມີບັນຫາ ເຊັ່ນ ໂຣຄຊືມເສົ້າ, ໂຣຄຄວາມຢ້ານທີ່ບໍ່ມີເຫດຜົນ schizophrenia, ພວກເຂົາທ່ານຄິດວ່າ ການຝຶກ ສະມາທິແມ່ນການຮັກສາຢ່າງທັນໃຈຕໍ່ບັນຫາຂອງພວກເຂົາ, ພວກເຂົາກໍເລີ່ມ ຝຶກສະມາທິ ແລະ ບາງຄັ້ງກໍຍິ່ງເຮັດໃຫ້ບັນຫາຂອງພວກເຂົາຍິ່ງຮຸນຮ້າຍກວ່າເກົ່າ. ຖ້າທ່ານເປັນເຊັ່ນນັ້ນ ທ່ານກໍຄວນສະແຫວງຫາຄວາມຊ່ວຍເຫຼືອຈາກມືອາຊີບ ແລະ ຫຼັງຈາກທີ່ທ່ານດີຂື້ນ ແລ້ວຈິ່ງຄ່ອຍຝຶກສະມາທິ. ມີບາງຄົນຢາກຝຶກໄດ້ໄວໂພດ, ເມື່ອຝຶກສະມາທິ ແທນທີ່ຈະຝຶກເທື່ອລະນ້ອຍຕາມຂັ້ນຕອນ, ພວກເຂົາກໍຝຶກດວ້ຍການ ໃຊ້ພະລັງງານຫຼາຍໂພດ ຫຼື ຝຶກເປັນເວລານານ ແລະ ບໍ່ນານກໍຈະເຮັດໃຫ້ເມື່ອຍລ້າ. ແຕ່ບາງທີ ບັນຫາສວ່ນໃຫຍ່ທີ່ເກີດຈາກການຝຶກສະມາທິແມ່ນເນື່ອງມາຈາກ “ການຝຶກສະມາທິແບບໜູຖົງ kangaroo meditation”. ບາງຄົນໄປຮຽນນຳອາຈານ ຜູ້ໜຶ່ງແລ້ວຝຶກສະມາທິນຳເພິ່ນໃນໄລຍະໜຶ່ງ. ແລະແລ້ວກໍອ່ານປື້ມ ແລະ ພະຍາຍາມ ລອງຝຶກສະມາທິແບບວິທີນັ້ນດວ້ຍຕົນເອງ. ໜຶ່ງອາທິດຕໍ່ມາ ມີອາຈານສອນ ວິປັສສນາທີ່ມີຊື່ສຽງຄົນໜຶ່ງ ໄດ້ມາຢ້ຽມຢາມເມືອງຂອງພວກເຂົາ. ດັ່ງນັ້ນ, ພວກເຂົາຈິ່ງໄດ້ປະສົມປະສານກັນລະຫວ່າງຄຳສອນຂອງອາຈານຜູ້ນັ້ນ ກັບການ ປະຕິບັດຂອງພວກເຂົາ ແລະ ຕໍ່ມາບໍ່ນານ ພວກເຂົາກໍສັບສົນຢ່າງໜ້າສົງສານ. ເມື່ອເຕັ້ນໄປເຕັ້ນມາຄືກັນກັບໜູຖົງແນວນັ້ນ ຈາກອາຈານຜູ້ໜຶ່ງໄປສູ່ອາຈານອີກຜູ້ໜຶ່ງ ຫຼື ຈາກວິທີປະຕິບັດອີກແບບໜຶ່ງໄປສູ່ແບບອື່ນອີກແມ່ນເປັນສິ່ງຜິດພາດ. ແຕ່ຖ້າຫາກວ່າທ່ານ ບໍ່ມີບັນຫາທາງດ້ານຈິຕໃຈຢ່າງຮຸນແຮງ ແລະ ຝຶກສະມາທິ ຢ່າງເອົາໃຈໃສ່ ມັນກໍເປັນໜຶ່ງໃນສິ່ງທີ່ດີທີ່ສຸດທີ່ທ່ານຄວນປະຕິບັດເພື່ອຕົວທ່ານເອງ.

ຄຳຖາມ: ການຝຶກສະມາທິ ມີຈັກປະເພດ?
ຄຳຕອບ: ພຣະພຸດທະເຈົ້າໄດ້ສອນວິທີການຝຶກສະມາທິໄວ້ຫຼາຍປະເພດ, ແຕ່ລະປະເພດແມ່ນເພື່ອມີໄວ້ແກ້ໄຂບັນຫາ ຫຼື ເພື່ອພັດທະນາສະພາວະຈິຕໃຈ. ແຕ່ສອງປະເພດທີ່ນິຍົມໃຊ້ ແລະ ເຫັນວ່າເປັນປະໂຫຍດນັ້ນຄື ການຈະເລີນ ອານາປານະສະຕິ Mindfulness of Breathing, ແລະ ເມຕຕາພາວະນາ Loving Kindness Meditation.

ຄຳຖາມ: ຖ້າຂ້ານ້ອຍຕ້ອງການຢາກປະຕິບັດແບບ ອານາປານະສະຕິ ຂ້ານ້ອຍຄວນຈະ ເຮັດແນວໃດ?
ຄຳຕອບ: ທ່ານຄວນຈະປະຕິບັດຕາມຫຼັກການ ໔ Ps: place ສະຖານທີ່, posture ອິຣິຍາບົດ (ຢືນ, ຍ່າງ, ນັ່ງ, ນອນ), practice ການປະຕິບັດ ແລະ problems ການສຶກສາບັນຫາ. ທຳອິດ, ຊອກຫາສະຖານທີ່ໆເໝາະສົມ, ບາງທີກໍຊອກຫາຫ້ອງ ທີ່ບໍ່ມີສຽງເນືອງນັນເກີນໄປ ແລະ ເປັນບ່ອນທີ່ທ່ານຈະບໍ່ຖືກລົບກວນງ່າຍ. ປະການທີ ສອງ, ໃຫ້ນັ່ງໃນທ່າທີ່ສະດວກສະບາຍ. ທ່ານັ່ງທີ່ດີຄືໃຫ້ນັ່ງຂັດສະມາທິ, ອາດມີ ອາສະນະຮອງນັ່ງ, ນັ່ງເຮັດຫຼັງຊື່ໆ, ມືວາງຢູ່ເທິງຕັກ ແລະ ຫຼັບຕາ. ນອກຈາກນີ້ ຍັງມີທາງເລືອກອື່ນອີກ, ຄືທ່ານສາມາດນັ່ງຕັ່ງກໍໄດ້ ຂໍພຽງແຕ່ໃຫ້ນັ່ງເຮັດຕົວກົງ. ແລະ ຂັ້ນຕອນຕໍ່ໄປ ການປະຕິບັດຕົວຈິງກໍຈະເກີດຂື້ນເອງ. ໃນຂະນະທີ່ທ່ານນັ່ງຫຼັບ ຕາຢ່າງສະຫງົບຢູ່ນັ້ນ, ໃຫ້ເອົາສະຕິຈົດຈໍ່ຢູ່ທີ່ອາການເຄື່ອນໄຫວຂອງລົມຫາຍໃຈ ເຂົ້າອອກ. ນີ້ສາມາດເຮັດໄດ້ດວ້ຍກາງນັບລົມຫາຍໃຈ ຫຼື ສັງເກດເບິ່ງອາການຍຸບ ແລະ ພອງຂອງທ້ອງ. ເມື່ອສະມາທິດຳເນີນໄປ, ບັນຫາ ແລະ ອຸປະສັກອື່ນໆຈະ ເກີດຕາມມາ. ທ່ານອາດປະສົບກັບອາການຄັນຄາຍໃນຮ່າງກາຍ ຫຼື ປວດຫົວເຂົ່າ. ຖ້າຫາກສິ່ງນີ້ເກີດຂື້ນ, ພະຍາຍາມເຮັດໃຫ້ຮ່າງກາຍໃຫ້ຜ່ອນຄາຍໂດຍບໍ່ຕ້ອງເຄື່ອນ ໄຫວ ແລະ ເຝົ້າສັງເກດເບິ່ງລົມຫາຍໃຈຕໍ່ໄປ. ທ່ານອາດຈະມີຫຼາຍຄວາມຄິດເຂົ້າມາ ແຊກໃນຈິຕໃຈ ແລະ ລົບກວນສະຕິຈາກການສັງເກດເບິ່ງລົມຫາຍໃຈ. ວິທີທາງດຽວ ທີ່ທ່ານສາມາດແກ້ໄຂບັນຫານີ້ໄດ້ຄື ພະຍາຍາມເອົາສະຕິກັບໄປກຳນົດຮູ້ລົມຫາຍໃຈ ຢ່າງອົດທົນ. ຖ້າຫາກທ່ານດຳເນີນການປະຕິບັດແບບນີ້ຕໍ່ໄປເລື້ອຍໆ, ໃນທີ່ສຸດ ຄວາມຄິດກໍຈະອອ່ນກຳລັງລົງ, ສະມາທິກໍຈະເຂັ້ມແຂງຂື້ນ ແລະ ທ່ານກໍຈະໄດ້ສຳຜັດ ກັບຂະນະທີ່ຈິດສະຫງົບລະອຽດ ແລະ ພົບຄວາມສະຫງົບສຸຂພາຍໃນ.

ຄຳຖາມ: ຂ້ານ້ອຍຄວນຈະນັ່ງສະມາທິນານປານໃດ?
ຄຳຕອບ: ສິ່ງທີ່ດີຄວນນັ່ງສະມາທິປະມານ ໑໕ ນາທີທຸກໆມື້ໃນໜຶ່ງອາທິດ ແລະ ຄ່ອຍໆເພີ່ມເວລາຂື້ນອີກ ໕ ນາທີ ທຸກອາທິດຈົນກວ່າສາມາດນັ່ງຮອດ ໔໕ ນາທີ. ຫຼັງຈາກສອງສາມອາທິດຂອງການນັ່ງສະມາທິແບບປົກກະຕິ ທ່ານກໍຈະເລີ່ມສັງເກດ ເຫັນວ່າ ສະມາທິຂອງທ່ານດີຂື້ນ.

Read more...

ການເກີດໃໝ່


ຄຳຖາມ: ມະນຸດພວກເຮົາມາຈາກໃສ ແລະ ພວກເຮົາກຳລັງຈະໄປໃສ?
ຄຳຕອບ: ມີສາມຄຳຕອບທີ່ອາດເປັນໄປໄດ້ຕໍ່ຄຳຖາມນີ້. ສຳລັບຄົນທີ່ເຊື່ອຖື ໃນພຣະເຈົ້າມັກປະກາດວ່າ ກ່ອນໜ້ານີ້ ມະນຸດເຮົາໄດ້ຖືກສ້າງມາ, ແຕ່ກ່ອນແມ່ນບໍ່ມີ ມະນຸດ, ຕໍ່ມາຈິ່ງເກີດມີມະນຸດໂດຍພຣະປະສົງຂອງພຣະຜູ້ເປັນເຈົ້າ. ພວກເຂົາດຳລົງ ຊີວິດຢູ່ ແລະ ໃນຕອນນັ້ນ ອີງຕາມສິ່ງທີ່ພວກເຂົາເຊື່ອ ຫຼື ໃນຕອນທີ່ເຂົາມີຊີວິດຢູ່, ພວກເຂົາກໍຈະໄປສູ່ທັງສະຫວັນ ແລະ ນາລົກເປັນນິຣັນດອນ. ຍັງມີຄົນອີກກຸ່ມໜຶ່ງ, ເຊິ່ງເປັນນັກມະນຸດນິຍົມ ແລະ ນັກວິທະຍາສາດ, ຜູ້ທີ່ປະກາດວ່າ ມະນຸດເກີດມາໄດ້ ຍ້ອນການປະຕິສົນທິ ເນື່ອງມາຈາກສາຍເຫດທາງທຳມະຊາດ, ດຳລົງຊີວິດຢູ່ ແລະ ກໍຕາຍໄປ, ບໍ່ມີຢູ່ອີກ. ພຣະພຸດທະສາສນາບໍ່ໄດ້ຍອມຮັບທັງສອງຄຳອະທິບາຍນີ້. ຄຳອະທິບາຍທຳອິດກໍ່ໃຫ້ເກີດບັນຫາທາງສີລະທັມມ໌ຫຼາຍຢ່າງ. ຖ້າຫາກວ່າພຣະ ເຈົ້າດີ ໄດ້ສ້າງພວກເຮົາມາແທ້ຈິງ, ມັນເປັນການຍາກທີ່ຈະອະທິບາຍວ່າ ດວ້ຍເຫດໃດຫຼາຍຄົນຈິ່ງເກີດມາດວ້ຍຮ່າງກາຍທີ່ພິກົນພິການແທ້ໆ ຫຼື ດວ້ຍເຫດໃດ ເດັກນ້ອຍຫຼາຍຄົນຈິ່ງເກີດມາດວ້ຍຮ່າງກາຍຜິດປົກກະຕິຫຼັງຈາກເກີດ ຫຼື ຕອນທີ່ເກີດ. ບັນຫາໜຶ່ງກ່ຽວກັບຄຳອະທິບາຍຂອງສາສນາທີ່ເປັນເທວະນິຍົມນັ້ນກໍຄືວ່າບໍ່ຄ່ອຍ ຍຸດຕິທັມມ໌ປານໃດ ທີ່ເວົ້າວ່າບຸກຄົນບາບຈະຕ້ອງທົນທຸກທໍລະມານຕະຫຼອດ ນິຣັນດອນໃນນາຣົກ ຍ້ອນການກະທຳບາບໃນຊວ່ງເວລາ ໖໐-໗໐ ປີ ເມື່ອຕອນເປັນ ມະນຸດ ໖໐ ປີ ຫຼື ໗໐ ປີ ຂອງການບໍ່ເຊື່ອໃນພຣະເຈົ້າ ຫຼື ການດຳລົງຊີວິດຢູ່ ຢ່າງຜິດສີລະທັມມ໌ ເບິ່ງຄືວ່າບໍ່ສົມຄວນທີ່ຈະໄດ້ຮັບໂທດທໍລະມານຕະຫຼອດ ນິຣັນດອນເຊັ່ນນັ້ນ. ເຊັ່ນດຽວ ກັນ, ໖໐ ຫຼື ໗໐ ຂອງການດຳລົງຊີວິດຢູ່ຢ່າງມີ ສີລະທັມມ໌ ກໍເບິ່ງຄືວ່າເປັນຜົນສວ່ນນ້ອຍທີ່ຈະໄດ້ມີຄວາມສຸຂນິຣັນດອນໃນສວງ ສະຫວັນ. ຄຳອະທິບາຍທີສອງດີກວ່າອັນທີໜຶ່ງ ແລະ ມີຫຼັກຖານທາງ ວິທະຍາສາດກວ່າ ເພື່ອສະໜັບສະໜຸນ ແຕ່ກໍຍັງບໍ່ທັນຕອບຄຳຖາມທີ່ສຳຄັນທັງໝົດ. ດວ້ຍເຫດໃດປະກົດການໜຶ່ງຈິ່ງມີໂຄງສ້າງທີ່ສັບສົນມະຫັດສະຈັນ ເລີ່ມຈາກວິນຍານ (ຄວາມຮັບຮູ້)ຂອງມະນຸດເລີ່ມຈາກການພັດທະນາຈາກການປະສົມກັນລະຫວ່າງ ນ້ຳອະສຸຈິ ແລະ ໄຂ່ຂອງມານດາໃນເວລາພຽງເກົ້າເດືອນເທົ່ານັ້ນ?

ພຣະພຸດທະສາສນາມີຄຳອະທິບາຍທີ່ໜ້າເພິ່ງພໍໃຈທີ່ສຸດກ່ຽວກັບວ່າ ມະນຸດມາຈາກໃສ ແລະ ພວກເຂົາກຳລັງຈະໄປໃສ. ເມື່ອພວກເຮົາຕາຍ, ຈິຕທີ່ປະກອບດວ້ຍຜົນກັມມ໌ ທີ່ສ້າງສົມໄວ້, ຄວາມມັກຄວາມຊັງ, ຄວາມສາມາດ, ແລະ ພຶດຕິກັມມ໌ການປະພຶດ ຕ່າງໆທີ່ໄດ້ບຳເພັນ ແລະ ສ້າງມາໃນຊາດນີ້, ກໍຈະສ້າງຕົວມັນເອງຄືນໃໝ່ໃນໄຂ່ ຂອງມານດາ. ເມື່ອຈະເລີນເຕີບໂຕຂື້ນ, ກໍເກີດໃໝ່ ແລະ ພັດທະນາບຸກຄະລິກ ນິໄສໃຈຄໍທັງທາງກາຍ ແລະ ທາງຈິຕໃຈທີ່ໄດ້ສັ່ງສົມມາແຕ່ອະດີດຊາດ ໃນສະພາບ ແວດລ້ອມໃໝ່. ນິໄສໃຈຄໍຈະມີການປ່ຽນແປງໄປ ແລະ ຖືກຂະຫຍາຍໄປດວ້ຍ ຄວາມຮັບຮູ້ຕ່າງໆ ແລະ ອົງປະກອບທີ່ເປັນເງື່ອນໄຂຕ່າງໆ ເຊັ່ນ ການສຶກສາ, ການໄດ້ຮັບອິດທິພົນຈາກ ພໍ່ແມ່ ແລະ ສັງຄົມອອ້ມຂ້າງ, ແລະ ເມື່ອເຖິງຄາວຕາຍ ກໍມີການເກີດໃໝ່ອີກ ລວມຕົວກັນປະຕິສົນທິໃນໄຂ່ຂອງມານດາອີກຄັ້ງ. ຂະບວນການ ຂອງການຕາຍ ແລະ ເກີດໃໝ່ນີ້ ຈະສືບຕໍ່ໄປເລື້ອຍໆຈົນກວ່າເງື່ອນໄຂທີ່ເປັນປັດໄຈ ຂອງມັນ ຄື ຕັນຫາ ແລະ ອະວິຊຊາຈະດັບ. ເມື່ອຕັນຫາ ແລະ ອະວິຊຊາດັບ, ແທນທີ່ຈະມີການເກີດອີກ, ຈິຕໃຈກໍໄດ້ບັນລຸສະພາວະທັມ ທີ່ເອີ້ນວ່າ ນິພພານ ແລະ ນີ້ຄືເປົ້າໝາຍສູງສຸດຂອງພຣະພຸດທະສາສນາ ແລະ ເປັນເປົ້າໝາຍຂອງ ຊີວິດອີກດວ້ຍ.

ຄຳຖາມ: ຈິຕເດີນທາງຈາກຮ່າງກາຍໜຶ່ງ ໄປສູ່ອີກຮ່າງກາຍອື່ນໄດ້ຢ່າງໃດ?
ຄຳຕອບ: ລອງຄິດເບິ່ງຄື້ນຂອງວິທະຍຸ. ຄື້ນວິທະຍຸທີ່ບໍ່ໄດ້ສ້າງຂື້ນ ດວ້ຍຄຳເວົ້າ ແລະ ດົນຕີ ແຕ່ຄື້ນຄວາມຖີ່ທີ່ແຕກຕ່າງກັນ, ຖືກສົ່ງຜ່ານ, ເຄື່ອນທີ່ຜ່ານຊັ້ນ ບັນຍາກາດ, ຖືກດຶງດູດ ແລະ ຮັບສຽງຈາກເຄື່ອງຮັບສັນຍານຈາກສະຖານີ ທີ່ຖ່າຍທອດເປັນຄຳເວົ້າ ແລະ ສຽງດົນຕີ. ຄ້າຍຄືກັນກັບຈິຕ, ໃນຕອນຕາຍ, ພະລັງງານຂອງຈິຕເຄື່ອນທີ່ຜ່ານບັນຍາກາດ, ມັນຖືກດຶງດູດ ແລະ ຈັບດວ້ຍໄຂ່ ທີ່ສຸກ(ຂອງມານດາ). ເມື່ອທາຣົກໃນຄັນຈະເລີນເຕີບໂຕ ມັນກໍມີສູນລວມຢູ່ທີ່ສະໝອງ ຫຼັງຈາກນັ້ນ ກໍຖ່າຍທອດອອກມາເປັນນິໄສໃຈຄໍອັນໃໝ່ (ຕາມຫຼັກອະພິທັມໝາຍເຖິງ ການມີຈິຕ ແລະ ເຈຕະສິກອັນໃໝ່).

ຄຳຖາມ: ຄົນເຮົາຈະເກີດໃໝ່ເປັນມະນຸດສະເໝີບໍ?
ຄຳຕອບ: ບໍ່. ມີຫຼາຍພົບພູມທີ່ບຸກຄົນສາມາດໄປເກີດໄດ້. ບາງຄົນກໍເກີດໃນສະຫວັນ, ບາງຄົນກໍເກີດໃໝ່ໃນນາຣົກ, ບາງຄົນກໍເກີດເປັນເປຣດ(ຜີເຜດ)ແລະ ອື່ນໆ. ສະຫວັນ ຍັງບໍ່ແມ່ນສະຖານທີ່ອັນເປັນທີ່ຢູ່ຂອງຜູ້ທີ່ມີຮ່າງກາຍຈົບງາມ ແລະ ເປັນບ່ອນທີ່ຈິຕ ໃຈເສບສົມແຕ່ຄວາມຈິງເປັນສວ່ນໃຫຍ່. ເໝືອນກັບພົບພູມອື່ນໆ, ສະຫວັນກໍເປັນ ອະນິຈຈັງ ແລະ ເມື່ອມີການສີ້ນອາຍຸໄຂ, ກໍສາມາດໄປເກີດເປັນມະນຸດໃໝ່ອີກຄັ້ງ. ນາຣົກ, ກໍເຊັ່ນດຽວກັນ, ຍັງເປັນສະຖານທີ່ໆເປັນອະນິຈຈັງ ແຕ່ເປັນສະຖານທີ່ໆ ຈິຕໃຈໄດ້ຮັບຄວາມລຳບາກ ແລະ ທຸກຂະເວທະນາເປັນສວ່ນໃຫຍ່. ນອກຈາກນີ້, ຖ້າເກີດເປັນເຜດ, ເປັນພົບພູມທີ່ຮ່າງກາຍບໍ່ຈົບງາມ ແລະ ຈິຕໃຈໄດ້ຮັບ ທຸກຂະເວທະນາຢ່າງຕໍ່ເນື່ອງດວ້ຍຄວາມຢາກໄດ້ຢ່າງແຮງກ້າ ແລະ ມີຄວາມທຸກຂ໌. ດັ່ງນັ້ນ, ເທວະດາຢູ່ສວງສະຫວັນ ຈິ່ງສະເຫວີຍຄວາມສຸຂເປັນສວ່ນໃຫຍ່, ສວ່ນສັດນາຣົກ ແລະ ພວກເຜດກໍໄດ້ຮັບທຸກຂະເວທະນາ ແລະ ມະນຸດມີທັງສຸຂ ແລະ ທຸກຂ໌ປະປົນກັນໄປ. ຄວາມແຕກຕ່າງອັນສຳຄັນລະຫວ່າງພົບພູມຂອງມະນຸດ ແລະ ພົບພູມອື່ນແມ່ນຂະໜາດຂອງຮ່າງກາຍ ແລະ ຊວ່ງເວລາຂອງການສະເຫວີຍ ຄວາມສຸຂ ແລະ ຄວາມທຸກຂ໌.

ຄຳຖາມ: ແມ່ນຫຍັງເປັນສິ່ງຕັດສິນວ່າ ຄົນເຮົາຈະໄປເກີດຢູ່ໃສ?
ຄຳຖາມ: ອົງປະກອບທີ່ສຳຄັນ, ແຕ່ບໍ່ແມ່ນສິ່ງດຽວ, ທີ່ສົ່ງຜົນໃຫ້ເຮົາໄປເກີດໃນສະ ຖານທີ່ໃດ ແລະ ຈະມີຊີວິດຢູ່ແບບໃດ, ນັ້ນຄື ກັມມ໌. ຄໍາວ່າ ກັມມ໌ ໝາຍເຖິງການ ກະທຳ ແລະ ໝາຍເຖິງເຈຕະນາຂອງເຮົາ, ເຊິ່ງມີກາຍະກັມມ໌ (ການກະທຳ ທາງກາຍ) ແລະ ມະໂນກັມມ໌(ການກະທຳທາງໃຈ). ເວົ້າອີກຢ່າງໜຶ່ງວ່າ, ສິ່ງໃດທີ່ ເຮົາເປັນຢູ່ໃນປັດຈຸບັນ ແມ່ນເນື່ອງຈາກສິ່ງທີ່ເຮົາຄິດ ແລະ ກະທຳໄວ້ໃນອະດີດ. ໃນທຳນອງດຽວກັນ, ສິ່ງທີ່ເຮົາຄິດ ແລະ ກະທຳຢູ່ໃນຂະນະນີ້ ຈະເປັນຜົນກະທົບ ຕໍ່ເຮົາວ່າເຮົາຈະເປັນໄປຢ່າງໃດໃນອະນາຄົດ. ບຸກຄົນທີ່ມີຄວາມສຸພາບອອ່ນໂຍນ, ມີເມດຕາ ມີໂອກາດຈະໄດ້ໄປເກີດໃນສວງສະຫວັນ ຫຼື ເກີດເປັນມະນຸດຜູ້ທີ່ ປະກອບດວ້ຍຄວາມສຸຂເປັນສວ່ນໃຫຍ່. ບຸກຄົນປະເພດທີ່ມີຄວາມກະວົນກະວາຍໃຈ, ກັງວົນໃຈ ຫຼື ຜູ້ທີ່ໂຫດຮ້າຍປ່າເຖື່ອນຢ່າງຮຸນແຮງ ມີແນວໂນ້ມຈະໄປເກີດໃນນາຣົກ ຫຼື ບໍ່ກໍໄປເກີດເປັນມະນຸດຜູ້ທີ່ມີຊີວິດຢູ່ຢ່າງທຸກຂ໌ຍາກລຳບາກ. ບຸກຄົນໃດທີ່ເພີ່ມພູນ ຕັນຫາຄອບງຳ, ມີຄວາມໂລບມາກຢ່າງຮຸນແຮງ ແລະ ມີຄວາມທະເຍີທະຍານ ຮອ້ນແຮງເໝືອນໄຟເຜົາ ແລະ ບໍ່ຮູ້ຈັກພໍ ມີໂອກາດຈະໄປເກີດເປັນເຜດ ຫຼື ເກີດເປັນ ມະນຸດຜູ້ທີ່ບໍ່ມີເມືອງພໍໃນສິ່ງທີ່ຕົນປາຖນາ ແລະ ມີຄວາມຕ້ອງການສະເໝີ. ເມື່ອໃດທີ່ອຸປະນິໄສໄດ້ຖືກສ້າງສົມຢ່າງແຮງກ້າໃນຊາດນີ້, ກໍຈະເປັນຜົນສືບເນື່ອງ ໄປໃນຊາດໜ້າ. ແຕ່ເຖິງຢ່າງໃດກໍຕາມ, ສວ່ນໃຫຍ່ກໍໄດ້ເກີດມາເປັນມະນຸດ.

Read more...

ສີລຫ້າ





ຄຳຖາມ: ສາສນາອື່ນໄດ້ນຳເອົາຄວາມເຫັນໃນສິ່ງທີ່ວ່າ ອັນໃດຖືກຕ້ອງ ແລະ ຜິດມາຈາກບົດບັນຍັດຂອງພຣະເຈົ້າຂອງພວກເຂົາ. ພວກທ່ານທີ່ເປັນຊາວພຸດ ບໍ່ເຊື່ອໃນພຣະເຈົ້າ, ທ່ານຈະຮູ້ໄດ້ແນວໃດວ່າ ອັນໃດຖືກອັນໃດຜິດ?
ຄຳຕອບ: ຄວາມຄິດໃດໆ, ຄຳເວົ້າໃດ ຫຼື ການກະທຳໃດທີ່ມີຮາກເຫງົ້າມາຈາກ ຄວາມໂລບ, ຄວາມໂກດ, ແລະ ຄວາມຫຼົງ ແລະ ນຳພວກເຮົາໃຫ້ຫ່າງອອກຈາກ ພຣະນິພພານ ແມ່ນເປັນສິ່ງບໍ່ດີ ແລະ ຄວາມຄິດໃດ, ວາຈາໃດ ຫຼື ການກະທຳໃດ ທີ່ມີຮາກເຫງົ້າມາຈາກການເສຍສະລະ, ຄວາມຮັກ, ແລະ ປັນຍາ ແລະ ນັ້ນຊວ່ຍ ໃຫ້ເຮົາປູຫົນທາງສູ່ພຣະນິພພານ ແມ່ນເປັນສິ່ງທີ່ດີ. ເພື່ອຢາກຮູ້ວ່າ ສິ່ງໃດຖືກ ຕ້ອງ ແລະ ບໍ່ຖືກຕ້ອງຕາມຫຼັກສາສນາທີ່ເຊື່ອໃນພຣະເຈົ້າ, ທັງໝົດນັ້ນແມ່ນ ຈຳເປັນຕ້ອງປະຕິບັດຕາມຄຳສັ່ງ. ໃນພຣະພຸດທະສາສນາທີ່ມີມະນຸດເປັນສູນກາງ ສຳຄັນ, ເພື່ອຢາກຮູ້ວ່າ ສິ່ງໃດຖືກຕ້ອງ ແລະ ສິ່ງໃດບໍ່ຖືກຕ້ອງ, ທ່ານຕ້ອງພັດທະນາ ສະຕິ ແລະ ຄວາມເຂົ້າໃຈໃນຕົນເອງຢ່າງເລິກເຊິ່ງ. ແລະ ສີລະທັມມ໌ທີ່ອີງໃສ່ຄວາມ ເຂົ້າໃຈ ມັກຈະໜັກແໜ້ນກວ່າບັນດາທີ່ເຮັດຕາມຄຳສັ່ງສະເໝີ. ດັ່ງນັ້ນ, ເພື່ອຢາກຮູ້ວ່າ ອັນໃດຖືກຕ້ອງ ແລະ ອັນໃດຜິດ, ພຸດທະສາສະນິກະຊົນຈະສັງເກດ ເບິ່ງສາມຢ່າງເປັນຫຼັກສຳຄັນຄື: ເຈຕະນາທີ່ຢູ່ເບື້ອງຫຼັງການກະທຳ, ຜົນຂອງ ການກະທຳ ທີ່ເປັນຜົນກະທົບຕໍ່ຕົນເອງ ແລະ ຄົນອື່ນ. ຖ້າຫາກວ່າມີເຈຕະນາດີ (ມີຮາກເຫງົ້າ ມາຈາກຄວາມເອື້ອເຟື້ອເພື່ອແຜ່, ຄວາມຮັກ ແລະ ຄວາມສະຫຼາດ) ແລະ ຊວ່ຍເຫຼືອຄົນອື່ນ(ຊວ່ຍເຫຼືອຄົນອື່ນໃຫ້ມີນ້ຳໃຈເສຍສະລະຍິ່ງຂື້ນ, ມີຄວາມ ເມດຕາຍິ່ງຂື້ນ ແລະ ມີປັນຍາສະຫຼາດຍິ່ງຂື້ນ), ແລະ ແລ້ວ ການປະພຶດ ແລະ ການ ກະທຳຂອງຂ້າພະເຈົ້າກໍເປັນກຸສົລ, ດີ ແລະ ມີສີລທັມມ໌. ແນ່ນອນວ່າ ມີຫຼາຍຢ່າງ ແຕກຕ່າງກ່ຽວກັບເລື່ອງນີ້. ບາງຄັ້ງ, ຂ້າພະເຈົ້າກໍກະທຳດວ້ຍເຈຕະນາທີ່ດີທີ່ສຸດ ແຕ່ມັນອາດຈະບໍ່ເປັນປະໂຫຍດແກ່ຕົນເອງ ແລະ ຄົນອື່ນ. ບາງຄັ້ງ, ເຈຕະນາຂອງ ຂ້າພະເຈົ້າໄກຕໍ່ຄວາມດີ, ແຕ່ວ່າຄວາມເປັນຈິງ, ການກະທຳຂອງຂ້າພະເຈົ້າ ຊ້ຳພັດເປັນປະໂຫຍດແກ່ຄົນອື່ນ. ບາງຄັ້ງ, ການກະທຳຂອງຂ້າພະເຈົ້າປະກອບ ດວ້ຍເຈຕະນາດີບໍ່ດີ ແລະ ການກະທຳນັ້ນ ເປັນປະໂຫຍດແກ່ຂ້າພະເຈົ້າ ແຕ່ບາງຄັ້ງ ອາດເປັນເຫດໃຫ້ຄົນອື່ນເສຍໃຈ. ໃນກໍລະນີເຊັ່ນນີ້, ການກະທຳຂອງຂ້າພະເຈົ້າ ປະກອບມີທັງດີ ແລະ ບໍ່ດີ. ເມື່ອເຈຕະນາບໍ່ດີ ແລະ ການກະທຳບໍ່ເປັນປະໂຫຍດ ທັງແກ່ຕົວຂ້າພະເຈົ້າເອງ ແລະ ຄົນອື່ນ, ການກະທຳເຊັ່ນນັ້ນແມ່ນບໍ່ດີ. ແລະ ເມື່ອເຈຕະນາຂອງຂ້າພະເຈົ້າດີ ແລະ ການກະທຳຂອງຂ້າພະເຈົ້າເປັນປະໂຫຍດ ທັງແກ່ຕົນເອງ ແລະ ຜູ້ອື່ນ, ແລ້ວການ ກະທຳນັ້ນດີຫຼາຍ.




ຄຳຖາມ: ຖ້າເຊັ່ນນັ້ນ ພຣະພຸດທະສາສນາມີຂໍ້ປະຕິບັດທາງສີລະທັມມ໌ບໍ?
ຄຳຕອບ: ມີແທ້. ສີລຫ້າເປັນຫຼັກບັນຍັດພື້ນຖານທາງສີລະທັມມ໌ຂອງຊາວພຸດ. ສີລຂໍ້ທີໜຶ່ງ ແມ່ນການຫຼີກເວັ້ນຈາກການຂ້າ ຫຼື ທຳລາຍສິ່ງທີ່ມີຊີວິດ, ສີລຂໍ້ທີ ສອງແມ່ນຫຼີກເວັ້ນຈາກການຂີ້ລັກ, ສີລຂໍ້ທີສາມແມ່ນຫຼີກເວັ້ນຈາກການປະພຶດ ຜິດໃນກາມ, ສີລຂໍ້ທີສີ່ແມ່ນຫຼີກເວັ້ນຈາກການເວົ້າຕົວະ, ສີລຂໍ້ທີຫ້າຫຼີກເວັ້ນ ຈາກການດື່ມນ້ຳເມົາ ແລະ ສິ່ງເສບຕິດຕ່າງໆ.

ຄຳຖາມ: ແຕ່ແນ່ນອນວ່າມັນເປັນການດີທີ່ຈະຕ້ອງຂ້າບາງຄັ້ງ, ຂ້າພະຍາດ ທີ່ແຜ່ແມງໄມ້ ຫຼື ຂ້າຄົນທີ່ກຳລັງຈະຂ້າທ່ານ?
ຄຳຕອບ:ມັນອາດຈະດີສຳລັບທ່ານ, ແຕ່ກ່ຽວກັບແມງໄມ້ ແລະ ຄົນທີ່ຖືກທ່ານຂ້າເດ ຈະເປັນແນວໃດ? ພວກເຂົາກໍປາຖນາຈະມີຊີວິດຢູ່ເໝືອນກັນກັບທ່ານນັ້ນລະ. ເມື່ອທ່ານຕັດສິນໃຈທີ່ຈະຂ້າພະຍາດທີ່ແຜ່ແມງໄມ້, ເຈຕະນາຂອງທ່ານອາດປະກອບ ດວ້ຍຄວາມຫວ່ງໄຍຕົນເອງ(ດີ) ແລະ ຄວາມຮູ້ສຶກລັງກຽດ(ບໍ່ດີ). ການກະທຳເຊັ່ນນັ້ນ ຈະເປັນຜົນປະໂຫຍດແກ່ຕົວທ່ານເອງ(ດີ) ແຕ່ຢ່າງເຫັນໄດ້ຊັດເຈນ ມັນຈະບໍ່ເປັນ ປະໂຫຍດແກ່ສັດນັ້ນ(ບໍ່ດີ). ດັ່ງນັ້ນ, ບາງຄັ້ງ ມັນອາດຈຳເປັນຈະຕ້ອງຂ້າແຕ່ມັນ ບໍ່ແມ່ນການກະທຳທີ່ເປັນກຸສົລທັມມ໌ເລີຍ.

Read more...

ພຣະພຸດທະສາສນາ ແລະ ຄວາມເຊື່ອກ່ຽວກັບພຣະເຈົ້າ

ຄຳຖາມ: ພວກທ່ານທີ່ເປັນຊາວພຸດເຊື່ອໃນພຣະເຈົ້າບໍ?
ຄຳຕອບ: ບໍ່ ພວກເຮົາບໍ່ເຊື່ອ. ມີເຫດຜົນຫຼາຍຢ່າງຕໍ່ກັບບັນຫານີ້. ເໝືອນກັບນັກສັງ ຄົມວິທະຍາ ແລະ ນັກຈິດຕະວິທະຍາສະໄໝໃໝ່, ພຣະພຸດທະເຈົ້າເຫັນຫຼາຍທັດ ສະນະກ່ຽວກັບສາສນາ ແລະ ໂດຍສະເພາະແມ່ນຄວາມຄິດກ່ຽວກັບພຣະເຈົ້າ, ມີເຄົ້າ ກຳເນີດມາຈາກຄວາມກັງວົນໃຈ ແລະ ຄວາມຢ້ານກົວ. ພຣະພຸດທະອົງຄ໌ຕຣັສວ່າ:

ມະນຸດທັງຫຼາຍເປັນສວ່ນໃຫຍ່ແລ(ເມື່ອ) ຖືກໄພຂົ່ມຂູ່ແລ້ວ ຍ່ອມຂໍເຖິງ (ຍ່ອມຢືດຖືເອົາ) ພູທັງຫຼາຍກໍມີ ປ່າທັງຫຼາຍກໍມີ ອາຣາມກໍມີ ຕົ້ນໄມ້ກໍມີ ເຈດີກໍມີ ວ່າເປັນສະຣະນະທີ່ເພິ່ງ.
Dhp.188



ມະນຸດປະຖົມບູຮານເຫັນວ່າ ຕົນເອງຢູ່ໃນໂລກທີ່ອັນຕະລາຍ ແລະ ໜ້າຢ້ານ, ຄວາມຢ້ານສັດຮ້າຍ, ຢ້ານບໍ່ມີຄວາມສາມາດຫາອາຫານໃຫ້ພຽງພໍ, ຢ້ານໄດ້ຮັບບາດເຈັບ ຫຼື ເປັນພະຍາດໂຣຄາ, ຢ້ານປະກົດການທຳມະຊາດເຊັ່ນຟ້າຮ້ອງ, ຟ້າເຫຼື້ອມ ແລະ ພູເຂົາໄຟລະເບີດ ຄວາມຢ້ານເຫຼົ່ານີ້ມີປະຈຳພວກເຂົາສະເໝີ. ເມື່ອບໍ່ມີທີ່ເພິ່ງທີ່ປອດ ໄພ, ພວກເຂົາກໍໄດ້ສ້າງຄວາມເຊື່ອກ່ຽວກັບພຣະເຈົ້າຂື້ນມາ ເພື່ອເຮັດໃຫ້ພວກເຂົາ ເຈົ້າຢູ່ສະບາຍ ແລະ ມີຄວາມສຸຂ, ເພື່ອເປັນກຳລັງໃຈໃນເວລາມີໄພອັນຕະລາຍ ແລະ ປອບໂຍນເມື່ອມີບັນຫາລຳບາກໃຈ. ຈົນມາຮອດດຽວນີ້, ທ່ານຈະເຫັນໄດ້ວ່າ ຄົນເຮົາຮູ້ຈັກເຂົ້າວັດເຂົ້າວາໃນເມື່ອປະເຊີນໜ້າກັບວິກິດ. ທ່ານຈະໄດ້ຍິນພວກເຂົາ ເວົ້າວ່າ ຄວາມເຊື່ອໃນພຣະເຈົ້າ ເຮັດໃຫ້ເຂົາເຈົ້າມີຄວາມເຂັ້ມແຂງເພື່ອວ່າພວກເຂົາ ຈະໄດ້ແກ້ໄຂບັນຫາໃນຊີວິດໄດ້. ມັກໄດ້ຍິນເລື້ອຍໆທີ່ພວກເຂົາເຈົ້າອະທິບາຍວ່າ ພວກເຂົາເຊື່ອໃນພຣະເຈົ້າອົງຄ໌ໃດໜຶ່ງຢ່າງແນ່ນອນ ຍ້ອນວ່າພວກເຂົາໄຫວ້ວອນ ໃນເວລາມີຄວາມຈຳເປັນ ແລະ ການວິ້ງວອນຂອງພວກເຂົາກໍໄດ້ຮັບຄຳຕອບ. ສິ່ງທັງໝົດນີ້ ເບິ່ງຄືກັນກັບວ່າມາສະໜັບສະໜູນຄຳຖາມຂອງພຣະພຸດທະເຈົ້າທີ່ວ່າ ຄວາມຄິດກ່ຽວກັບພຣະເຈົ້າ ແມ່ນການຕອບຄຳຖາມຂອງຄວາມຢ້ານ ແລະ ຄວາມ ຫົດຫູ່ລຳບາກໃຈ. ພຣະພຸດທະເຈົ້າສອນເຮົາ ໃຫ້ພະຍາຍາມເຂົ້າໃຈຄວາມຢ້ານ ຂອງຕົນ, ເພື່ອໃຫ້ຄວາມທະເຍີທະຍານເບົາບາງລົງ ແລະ ເພື່ອຍອມຮັບສິ່ງທີ່ເຮົາ ບໍ່ສາມາດປ່ຽນແປງໄດ້ຢ່າງສະຫງົບ ແລະ ຢ່າງມີກຳລັງໃຈ. ພຣະພຸດທະອົງຄ໌ ທົດແທນຄວາມຢ້ານດວ້ຍຄວາມເຂົ້າໃຈຢ່າງມີເຫດຜົນ ບໍ່ແມ່ນດວ້ຍຄວາມເຊື່ອແບບ ບໍ່ມີເຫດຜົນ.

ເຫດຜົນທີສອງທີ່ພຣະພຸດທະເຈົ້າບໍ່ເຊື່ອໃນພຣະເຈົ້າ ກໍຍ້ອນວ່າບໍ່ມີຫຼັກຖານພຽງພໍ ເພື່ອສະໜັບສະໜຸນຄວາມເຊື່ອນີ້. ຍັງມີຫຼາຍສາສນານັບບໍ່ຖວ້ນ, ທັງໝົດປະກາດວ່າ ພວກເຂົາເທົ່ານັ້ນຮັກສາຄຳສອນຂອງພຣະເຈົ້າໄວ້ໃນຄຳພີຂອງພວກເຂົາ, ວ່າພວກເຂົາເທົ່ານັ້ນ ເຂົ້າໃຈໃນທຳມະຊາດຂອງພຣະເຈົ້າ, ວ່າພຣະເຈົ້າຂອງພວກ ເຂົາມີຢູ່ຈິງ ແລະ ພຣະເຈົ້າຂອງສາສນາອື່ນແມ່ນບໍ່ມີຈິງ. ບາງສາສນາປະກາດວ່າ ພຣະເຈົ້າເປັນເພດຊາຍ, ບາງສາສນາວ່າພຣະເຈົ້າເປັນເພດຍິງ ແລະ ບາງສາສນາ ວ່າພຣະເຈົ້າບໍ່ມີເພດ. ພວກເຂົາລ້ວນແຕ່ພໍໃຈວ່າມີຫຼັກຖານພຽງພໍທີ່ຈະພິສູດການມີຢູ່ ຈິງຂອງພຣະເຈົ້າທີ່ພວກເຂົາເຄົາລົບບູຊາ ແຕ່ພວກເຂົາຊ້ຳພັດເຍີ້ຍຫຍັນຕໍ່ຫຼັກຖານ ຂອງສາສນາອື່ນ ທີ່ໃຊ້ພິສູດຄວາມມີຢູ່ຂອງພຣະຜູ້ເປັນເຈົ້າອົງອື່ນອີກ. ມັນເປັນສິ່ງທີ່ ປະຫຼາດໃຈ ເຖິງແມ່ນວ່າຈະມີຫຼາຍສາສນາໃຊ້ຫຼັກຖານທີ່ບໍ່ເປັນຈິງຕະຫຼອດຫຼາຍ ສະຕະວັດຜ່ານມາແລ້ວ ເພື່ອພິສູດຄວາມມີຢູ່ຈິງຂອງພຣະເຈົ້າທີ່ຍັງບໍ່ມີຈິງ, ໃຫ້ເປັນຮູບປະທຳ, ຍືນຍົງ, ຫຼື ເປັນຫຼັກຖານທີ່ປະຕິເສດບໍ່ໄດ້ສຳລັບສິ່ງນັ້ນ. ພວກເຂົາຍັງບໍ່ລົງລອຍກັນວ່າ ພຣະເຈົ້າທີ່ພວກເຂົາເຊື່ອນັ້ນເປັນແນວໃດກັນແທ້. ພຸດທະສາສະນິກະຊົນ ຍັງເລື່ອນການຕັດສິນກ່ຽວກັບເລື່ອງນີ້ ຈົນກວ່າຈະມີ ຫຼັກຖານຕື່ມອີກ.

ເຫດຜົນທີສາມທີ່ພຣະພຸດທະເຈົ້າບໍ່ເຊື່ອໃນພຣະເຈົ້າກໍຍ້ອນວ່າ ພຣະພຸດທະອົງຄ໌ ຮູ້ສຶກວ່າຄວາມເຊື່ອບໍ່ເປັນສິ່ງຈຳເປັນ. ບາງຄົນເຊື່ອວ່າ ການເຊື່ອໃນພຣະເຈົ້າ ເປັນສິ່ງຈຳເປັນເພື່ອຈະອະທິບາຍຄວາມເປັນມາຂອງຈັກກະວານ. ແຕ່ວິທະຍາສາດ ໄດ້ອະທິບາຍຢ່າງໜ້າເຊື່ອຖືໄດ້ກ່ຽວກັບການກຳເນີດຂື້ນຂອງຈັກກະວານ ໂດຍ ປາສະຈາກການນຳໃຊ້ຄວາມຄິດກ່ຽວກັບພຣະເຈົ້າ. ບາງຄົນປະກາດວ່າການສັດທາ ໃນພຣະເຈົ້າເປັນສິ່ງຈຳເປັນເພື່ອການດຳລົງຊີວິດຢູ່ຢ່າງມີຄວາມສຸຂ. ແຕ່ທີ່ຈິງແລ້ວ ພວກເຮົາເຫັນໄດ້ວ່າ ມັນບໍ່ເປັນເຊັ່ນນັ້ນ. ຍັງມີຫຼາຍຄົນທີ່ບໍ່ເຊື່ອໃນເລື່ອງພຣະເຈົ້າ ແລະ ນັກຄິດອິດສະລະມາກມາຍ, ໂດຍບໍ່ຈຳເປັນຈະກ່າວເຖິງຊາວພຸດອີກຈຳນວນ ຫຼວງຫຼາຍ, ຜູ້ທີ່ດຳລົງຊີວິດຢູ່ຢ່າງເປັນປະໂຫຍດ, ມີຄວາມສຸຂ ມີຄວາມໝາຍ ໃນຊີວິດໂດຍປາສະຈາກການເຊື່ອໃນພຣະເຈົ້າ. ບາງຄົນປະກາດວ່າ ການເຊື່ອໃນ ອຳນາດຂອງພຣະເຈົ້າເປັນສິ່ງຈຳເປັນ ເນື່ອງຈາກວ່າມະນຸດອອ່ນແອ, ບໍ່ມີພະລັງທີ່ ຈະຊວ່ຍເຫຼືອຕົນເອງ. ນອກຈາກນີ້, ຫຼັກຖານໄດ້ສະແດງເຖິງຄວາມກົງກັນຂ້າມກັນ. ຄົນເຮົາມັກໄດ້ຍິນເລື້ອຍໆ ກ່ຽວກັບຄົນທີ່ເອົາຊະນະຄວາມພິການທີ່ສຸດ, ຮ່າງກາຍ ຜິດປົກກະຕິ, ແລະ ຄວາມລຳບາກນານາປະການດວ້ຍກຳລັງໃຈພາຍໃນ, ດວ້ຍຄວາມພະຍາຍາມຂອງຕົນເອງ ໂດຍປາສະຈາກຄວາມເຊື່ອໃນພຣະເຈົ້າ. ບາງຄົນປະກາດວ່າ ຄວາມເຊື່ອໃນພຣະເຈົ້າເປັນສິ່ງຈຳເປັນເພື່ອການໄຖ່ບາບ. ແຕ່ໂຕ້ແຍ້ງກ່ຽວກັບເລື່ອງນີ້ດີ ສະເພາະທ່ານທີ່ເຊື່ອໃນຫຼັກສາສນາກ່ຽວກັບການ ໄຖ່ບາບເທົ່ານັ້ນ ແລະ ຊາວພຸດບໍ່ໄດ້ຍອມຮັບໃນຄວາມເຊື່ອເຊັ່ນນີ້. ຈາກການສຳຜັດ ດວ້ຍຕົນເອງ ພຣະພຸດທະອົງຄ໌ເຫັນວ່າ ມະນຸດທຸກຄົນມີຄວາມສາມາດທີ່ຈະເຮັດ ໃຫ້ຈິຕໃຈຕົນເອງບໍລິສຸດໄດ້, ພັດທະນາຄວາມເມດຕາ, ຄວາມກະຣຸນາ ແລະ ຄວາມເຂົ້າໃຈຢ່າງສົມບູນແບບ(ຄວາມເຂົ້າໃຈຖືກຕອ້ງ). ພຣະພຸດທະອົງຄ໌ຫັນເຫ ຄວາມສົນໃຈຈາກສະຫວັນສູ່ໃຈຂອງເຮົາເອງ ແລະ ສະໜັບສະໜຸນໃຫ້ເຮົາແກ້ໄຂ ບັນຫາດວ້ຍຕົນເອງ ດວ້ຍຄວາມເຂົ້າໃຈຕົນເອງ.

Read more...

ຄຳສອນພື້ນຖານຂອງພຣະພຸດທະສາສນາ

ຄຳຖາມ: ຄຳສອນຫຼັກຂອງພຣະພຸດທະເຈົ້າແມ່ນຫຍັງ?
ຄຳຕອບ: ທັງໝົດຂອງຄຳສອນພຣະພຸດທະເຈົ້າລວມລົງໃນອະຣິຍະສັຈຈ໌ສີ່ ເໝືອນກັບຂອບ ແລະ ລີ້ວຂອງກົງລໍ້ທີ່ມີສູນລວມຢູ່ເພົາ. ສາຍເຫດທີ່ເອີ້ນວ່າ“ສີ່” ກໍຍ້ອນວ່າທັງໝົດມີສີ່ຂໍ້. ເຫດທີ່ເອີ້ນວ່າ “ອະຣິຍະ” ກໍຍ້ອນວ່າມັນເຮັດໃຫ້ບຸກຄົນ ຜູ້ເຂົ້າໃຈໃນທັມມ໌ເປັນອະຣິຍະບຸກຄົນ ແລະ ເຫດທີ່ເອີ້ນວ່າ “ສັຈຈະ” ຍ້ອນວ່າມັນ ກົງກັບຄວາມເປັນຈິງ, ມັນເປັນສັຈຈະທັມມ໌.


ຄຳຖາມ: ອະຣິຍະສັຈຈ໌ຂໍ້ທີໜຶ່ງແມ່ນຫຍັງ?
ຄຳຕອບ: ອະຣິຍະສັຈຈ໌ຂໍ້ທີໜຶ່ງແມ່ນ ທຸກຊີວິດຕ້ອງປະເຊີນໜ້າກັບຄວາມທຸກຂ໌. ການດຳລົງຊີວິດຄືການປະເຊີນກັບຄວາມທຸກຂ໌. ມັນເປັນໄປບໍ່ໄດ້ທີ່ຈະດຳລົງຊີວິດ ຢູ່ໂດຍປາດສະຈາກການປະເຊີນກັບຄວາມທຸກຂ໌ ແລະ ຄວາມເສຍໃຈ. ພວກເຮົາ ຈະຕ້ອງອົດທົນຕໍ່ຄວາມທຸກຂ໌ທາງກາຍເຊັ່ນຄວາມເຈັບໄຂ້, ບາດເຈັບ, ຄວາມອິດ ເມື່ອຍ, ຄວາມເຖົ້າແກ່ຊະຣາ ແລະ ໃນທີ່ສຸດກໍຕາຍ. ນອກນີ້ ເຮົາຍັງຈະຕ້ອງອົດທົນ ຕໍ່ຄວາມທຸກຂ໌ທາງດ້ານຈິດໃຈເຊັ່ນ ຄວາມໂດດດ່ຽວ, ຄວາມຫົດຫູ່ໃຈ, ຄວາມຢ້ານ, ຄວາມອັບອາຍຂາຍໜ້າ, ຄວາມສີ້ນຫວັງ, ຄວາມໂມໂຫໂທໂສ ແລະ ອື່ນໆອີກ.

ຄຳຖາມ: ນີ້ບໍ່ແມ່ນຄວາມຄິດໃນທາງແງ່ລົບບໍ?
ຄຳຕອບ: ພົດຈະນານຸກົມໃຫ້ນິຍາມຄວາມຄິດໃນແງ່ລົບ pessimism ເອົາໄວ້ວ່າ “ຄວາມຊິນເຄີຍທີ່ມັກຄິດວ່າສິ່ງໃດກໍຕາມຈະເກີດຂື້ນແມ່ນຈະເປັນເລື່ອງບໍ່ດີ”, ຫຼື “ຄວາມເຊື່ອວ່າຄວາມບໍ່ດີມີອຳນາດເໜືອກວ່າຄວາມດີ”. ພຣະພຸດທະສາສນາ ບໍ່ໄດ້ສອນທັງສອງຄວາມຄິດນີ້. ທັງບໍ່ໄດ້ປະຕິເສດການມີຢູ່ຂອງຄວາມສຸຂ. ພຽງແຕ່ກ່າວໂດຍງ່າຍໆວ່າ ການມີຊີວິດຢູ່ຄືການຈະຕ້ອງປະສົບກັບຄວາມທຸກຂ໌ ທາງກາຍ ແລະ ຈິຕໃຈ ເຊິ່ງເປັນຄຳເວົ້າທີ່ເປັນຈິງແທ້ ແລະ ເປັນທີ່ຊັດເຈນວ່າ ມັນບໍ່ອາດປະຕິເສດໄດ້. ພຣະພຸດທະສາສນາເລີ່ມສອນຈາກປະສົບການ, ຄວາມຈິງທີ່ບໍ່ອາດປະຕິເສດໄດ້, ເປັນສິ່ງທີ່ທຸກຄົນກໍຮັບຮູ້, ນັ້ນຄືສິ່ງທີ່ໄດ້ປະສົບ ກັນມາແລ້ວ ແລະ ທຸກຄົນກຳລັງພະຍາຍາມຫຼີກລຽງ. ດັ່ງນັ້ນ, ພຣະພຸດທະສາສນາ ເລີ່ມຈາກການສອນໂດຍກົງຕໍ່ບັນຫາຫຼັກທີ່ມະນຸດທຸກຄົນກຳລັງປະເຊີນຢູ່ ນັ້ນຄື ຄວາມທຸກຂ໌ ແລະ ວິທີທາງດັບທຸກຂ໌.

ຄຳຖາມ: ອະຣິຍະສັຈຈ໌ຂໍ້ທີສອງແມ່ນຫຍັງ?
ຄຳຕອບ: ອະຣິຍະສັຈຈ໌ຂໍ້ທີສອງແມ່ນ ຕັນຫາເປັນສາຍເຫດຂອງຄວາມທຸກຂ໌ທັງປວງ. ເມື່ອພວກເຮົາສັງເກດເບິ່ງຄວາມທຸກຂ໌ທາງດ້ານຈິຕໃຈ, ມັນງ່າຍທີ່ຈະຮູ້ວ່າມັນເກີດມາ ຈາກຕັນຫາ. ເມື່ອພວກເຮົາຕ້ອງການບາງສິ່ງບາງຢ່າງ ແຕ່ບໍ່ສາມາດໄດ້ສິ່ງນັ້ນມາ ພວກເຮົາກໍຮູ້ສຶກຜິດຫວັງ ແລະ ຫົດຫູ່ໃຈ. ເມື່ອເຮົາຄາດຫວັງຢາກໃຫ້ບາງຄົນ ຢູ່ນຳເຮົາ ແຕ່ເຂົາບໍ່ເຮັດຕາມ, ເຮົາກໍຮູ້ສຶກຂາຍໜ້າ ແລະ ຢາກຮ້າຍ. ເມື່ອພວກເຮົາ ຕ້ອງການຢາກໃຫ້ຄົນອື່ນມາມັກເຮົາ ແຕ່ເຂົາບໍ່ມັກ ເຮົາກໍຮູ້ສຶກເຈັບໃຈ. ຫຼື ແມ່ນແຕ່ເຮົາຕ້ອງການສິ່ງໃດ ແລະ ໄດ້ສິ່ງນັ້ນ, ນີ້ກໍບໍ່ໝາຍຄວາມວ່າຈະນຳມາເຊິ່ງ ຄວາມສຸຂສະເໝີ ເພາະວ່າອີກບໍ່ດົນເຮົາກໍຈະຮູ້ສຶກເບື່ອກັບສິ່ງນັ້ນ, ສູນເສຍຄວາມ ສົນໃຈໃນສິ່ງນັ້ນ ແລະ ເລີ່ມຕ້ອງການສິ່ງອື່ນອີກ. ຖ້າເວົ້າແບບງ່າຍໆ, ອະຣິຍະສັຈຈ໌ ຂໍ້ທີສອງມີໃຈຄວາມວ່າ ການໄດ້ມາເຊິ່ງສິ່ງທີ່ທ່ານຕ້ອງການກໍບໍ່ອາດຮັບປະກັນຄວາມ ສຸຂໄດ້. ນອກຈາກຈະພະຍາຍາມດິ້ນຮົນເພື່ອຈະໄດ້ມາໃນສິ່ງທີ່ທ່ານຕ້ອງການ, ແຕ່ກໍຍັງພະຍາຍາມເພີ່ມຄວາມຢາກຂອງທ່ານອີກ. ຄວາມຕ້ອງການ ເຮັດໃຫ້ເຮົາ ຫ່າງໄກຈາກຄວາມພໍໃຈໃນສິ່ງທີ່ເຮົາມີ ແລະ ຫ່າງໄກຈາກຄວາມສຸຂທີ່ແທ້ຈິງ.

Read more...

ພຣະພຸດທະສາສນາແມ່ນຫຍັງ?

ຄຳຖາມ: ພຣະພຸດທະສາສນາແມ່ນຫຍັງ?
ຄຳຕອບ: ຊື່ວ່າ ພຣະພຸດທະສາສນາ ມາຈາກຄຳວ່າ ພຸດທິ ເຊິ່ງໝາຍຄວາມວ່າ “ຕື່ນຂື້ນ, ເບີກບານ, ຕັດສະຮູ້” ແລະ ພຣະພຸດທະສາສນາສາມາດເວົ້າໄດ້ວ່າ ເປັນປຣັຊຍາຂອງຄວາມຕື່ນຕົວ. ປຣັຊຍານີ້ ໄດ້ມີຕົ້ນກຳເນີດມາຈາກປະສົບການ ຂອງບຸລຸດຄົນໜຶ່ງມີນາມວ່າ ສິດທັດຖະ ໂຄຕະມະ ຫຼື ເປັນທີ່ຮູ້ກັນດີໃນນາມ ພຣະພຸດທະເຈົ້າ ຜູ້ທີ່ຕັດສະຮູ້ດີແລ້ວດວ້ຍພຣະອົງເອງເມື່ອອາຍຸໄດ້ ໓໕ ພັນສາ. ປັດຈຸບັນ ພຣະພຸດທະສາສນາມີອາຍຸໄດ້ ໒໕໐໐ ກວ່າປີແລ້ວ ແລະ ມີຜູ້ນັບຖື ທົ່ວໂລກປະມານ ໓໘໐ ລ້ານຄົນ. ຈົນຮອດຮ້ອຍກວ່າປີຕໍ່ມາ ພຣະພຸດທະສາສນາ ຈິ່ງໄດ້ກາຍມາມີບົດບາດສວ່ນໃຫຍ່ໃນປຣັຊຍາຂອງຊາວເອເຊຍ ນອກຈາກນີ້ຍັງເລີ່ມມີ ຜູ້ສັດທານັບຖືເພີ່ມຂື້ນຫຼາຍ ຈາກ ຢູໂຣບ, ອອສເຕເລຍ ແລະ ອາເມຣິກາ.

ຄຳຖາມ: ຖ້າເຊັ່ນນັ້ນພຸດທະສາສນາກໍເປັນພຽງປຣັຊຍາແມ່ນບໍ?
ຄຳຕອບ: ຄຳວ່າ ປຣັຊຍາ ມາຈາກຄຳສອງຄຳຄື : philo ແປວ່າ “ຮັກ” ແລະ Sophia ແປວ່າ “ປັນຍາ”. ດັ່ງນັ້ນ, ປຣັຊຍາ ແມ່ນ ຄວາມຮັກແຫ່ງປັນຍາ ຫຼື ຄວາມຮັກ ແລະ ປັນຍາ ທັງສອງຄວາມໝາຍໄດ້ອະທິບາຍນິຍາມພຣະພຸດ ທະສາສນາໄດ້ຢ່າງສົມບູນ. ພຣະພຸດທະສາສນາສອນໃຫ້ຮູ້ວ່າ ເຮົາຄວນພັດທະນາ ຄວາມສາມາດທາງດ້ານປັນຍາຂອງຕົນໃຫ້ໄດ້ຢ່າງເຕັມປ່ຽມ ເພື່ອວ່າພວກເຮົາ ຈະໄດ້ເຂົ້າໃຈຢ່າງແຈ່ມແຈ້ງ. ແລະ ຍັງສອນໃຫ້ເຮົາພັດທະນາຄວາມຮັກ ແລະ ເມດຕາເພື່ອເຮົາຈະສາມາດເປັນກັນລະຍານະມິດແກ່ເພື່ອນຄົນອື່ນໆ. ດັ່ງນັ້ນ, ພຣະພຸດທະສາສນາຈິ່ງເປັນປຣັຊຍາ ທີ່ບໍ່ເປັນພຽງແຕ່ປຣັຊຍາເທົ່ານັ້ນ ມັນຍັງແມ່ນ ປຣັຊຍາທີ່ສູງສຸດອີກດວ້ຍ.


ຄຳຖາມ: ພຣະພຸດທະເຈົ້າແມ່ນໃຜ?
ຄຳຕອບ: ເມື່ອ ໕໖໓ ປີກ່ອນ ຄ.ສ. ມີພຣະໂອຣົສອົງໜຶ່ງໄດ້ອຸບັດຂື້ນໃນຄອບຄົວ ຂອງກະສັດອົງຄ໌ໜຶ່ງທາງພາກເໜືອຂອງປະເທດອິນເດຍ. ພຣະອົງຄ໌ໄດ້ ຈະເລີນໄວ ຂື້ນມາໃນທ່າມກາງຄວາມຮັ່ງມີ ແລະ ຫຼູຫຼາ ແຕ່ໃນທີ່ສຸດກໍໄດ້ຮູ້ວ່າ ຄວາມສະດວກ ສະບາຍໃນທາງໂລກ ບໍ່ສາມາດຮັບປະກັນຄວາມສຸຂໄດ້. ພຣະອົງຄ໌ ໄດ້ມີຄວາມຮູ້ສຶກ ຫວັ່ນພຣະໄທຢ່າງຍິ່ງ ຈາກຄວາມທຸກຂ໌ທີ່ໄດ້ທອດພຣະເນດເຫັນສິ່ງທີ່ຢູ່ອອ້ມຂ້າງ ແລະ ອາທິດຖານວ່າຈະຕ້ອງສະແຫວງຫາກຸນແຈສຳຄັນສູ່ຄວາມສຸຂຂອງມະນຸດ. ເມື່ອພຣະອົງຄ໌ມີອາຍຸໄດ້ ໒໙ ພັນສາ ພຣະອົງຄ໌ໄດ້ອອກເດີນທາງ ໜີຈາກເມຍ ແລະ ລູກ ແລ້ວໄປສະແຫວງຫາຄຣູຂອງລັດທິນິກາຍສາສນາອື່ນໆ ໃນຍຸກນັ້ນເພື່ອຮຽນຮູ້ ຈາກພວກເຂົາ. ພວກເຂົາເຈົ້າໄດ້ສອນພຣະອົງຄ໌ຫຼາຍຢ່າງ. ແຕ່ບໍ່ມີໃຜຮູ້ໄດ້ ຢ່າງແທ້ຈິງເຖິງສາຍເຫດ ຂອງຄວາມທຸກຂ໌ ແລະ ວິທີທາງທີ່ຈະ ດັບທຸກຂ໌. ໃນທີ່ສຸດ, ຫຼັງຈາກສຶກສາ ແລະ ປະຕິບັດບຳເພັນພຽນສະມາທິ ພຣະອົງຄ໌ກໍໄດ້ສຳຜັດກັບ ຄວາມສິ້ນໄປແຫ່ງອະວິຊຊາ ແລະ ທັນໃດນັ້ນ ກໍໄດ້ຕັດສະຮູ້ທັມມ໌. ຫຼັງຈາກວັນນັ້ນ ເປັນຕົ້ນມາ, ພຣະອົງຄ໌ຈິ່ງໄດ້ຮັບຂະໜານນາມວ່າພຣະພຸດທະເຈົ້າ, ຜູ້ຕັດສະຮູ້ ດີແລ້ວ. ພຣະອົງຄ໌ໄດ້ປະຕິບັດພຸດທະກິດຕໍ່ມາເປັນເວລາ ໔໕ ພັນສາ ເພື່ອທ່ຽວ ສັ່ງສອນຜູ້ອື່ນໃນສິ່ງທີ່ໄດ້ຄົ້ນພົບທົ່ວພາກເໜືອຂອງປະເທດອິນເດຍ. ຄວາມມີ ພຣະມະຫາກະຣຸນາທິຄຸນ ແລະ ວິຣິຍະຄຸນຂອງພຣະອົງຄ໌ ໄດ້ກາຍເປັນຕຳນານ ແລະ ພຣະອົງຄ໌ໄດ້ມີສາວົກຫຼາຍພັນຄົນ. ເມື່ອອາຍຸໄດ້ ໘໐ ພັນສາ ພຣະອົງຄ໌ ໄດ້ເຖິງຄາວແກ່ຊະລາພາບ ແລະ ຊົງອາພາດ, ແຕ່ຍັງສະຫງົບ ໃນທີ່ສຸດກໍດັບຂັນທ໌ ປະຣິນິພພານ.

ຄຳຖາມ: ມັນຈະບໍ່ເປັນການບໍ່ມີຄວາມຮັບຜິດຊອບຕໍ່ເມຍແລະລູກບໍທີ່ພຣະພຸດທະເຈົ້າ ໄດ້ລັກອອກບວດ?
ຄຳຕອບ: ມັນບໍ່ແມ່ນເລື່ອງງ່າຍດາຍສຳລັບພຣະພຸດທະເຈົ້າທີ່ຈະໜີຈາກຄອບຄົວ. ພຣະອົງຄ໌ຄົງຈະມີຄວາມກັງວົນ ແລະ ຫວ່ງໜ້າພະວົງຫຼັງຢູ່ດົນນານພໍສົມຄວນ ກ່ອນທີ່ຈະອອກເດີນທາງໃນທີ່ສຸດ. ແຕ່ພຣະອົງຄ໌ມີທາງເລືອກລະຫວ່າງ ການອຸທິດຕົນເອງ ເພື່ອ ຄອບຄົວ ແລະ ການອຸທິດຕົນເອງເພື່ອຊາວໂລກ. ໃນທີ່ສຸດ, ດວ້ຍຄວາມມີພຣະມະຫາກະຣຸນາທິຄຸນຂອງພຣະອົງຄ໌ ຈິ່ງເຮັດໃຫ້ພຣະອົງຄ໌ ເສຍສະລະຕົນເອງເພື່ອໂລກທັງມວນ ແລະ ໂລກທັງຜອງຍັງໄດ້ຮັບຜົນປະໂຫຍດ ຈາກການເສຍສະລະຂອງພຣະອົງຄ໌. ນີ້ບໍ່ແມ່ນການໄຮ້ຄວາມຮັບຜິດຊອບ ແຕ່ມັນອາດແມ່ນການເສຍສະລະທີ່ສຳຄັນທີ່ສຸດທີ່ເຄີຍມີມາ.

Read more...

ກັນລະຍານະທັມ ໕ ປະການ

໑. ເມດຕາແລະກະລຸນາ : ຄືປາດຖະໜາໃຫ້ເຂົາ(ຄົນອື່ນທີ່ຢູ່ອອ້ມຫຼືຄົນໃກ້ຊິດ, ຄົນທີ່ຢູ່ຫ່າງອອກໄປ)ມີຄວາມສຸກຄວາມຈະເລີນ ແລະມີຄວາມສົງສານຄິດຊວ່ຍໃຫ້ເຂົາພົ້ນທຸກ.
໒. ສັມມາອາຊີວະ: ຄືການຫາລ້ຽງຊີບໃນທາງສຸຈະລິດ
໓. ກາມສັງວອນ: ຄື ການສັງວອນໃນກາມ ຄວາມລະວັງ ຮູ້ຈັກຢັບຢັ້ງຄວບຄຸມຕົນເອງໃນທາງກາມາລົມ ບໍ່ໃຫ້ຫຼົງໄຫຼໃນຮູບ ສຽງ ກິ່ນ ຣົສ ແລະສຳຜັດ.
໔. ສັດຈະ : ຄື ຄວາມຊື່ສັດ ຊື່ກົງ.
໕. ສະຕິສັມປະຊັນຍະ : ຄື ການລະລຶກໄດ້ແລະຮູ້ຕົວຢູ່ສະເໝີ ຝຶກຕົນໃຫ້ເປັນຄົນຮູ້ຈັກຢັ້ງຄິດ ຮູ້ສຶກຕົວຢູ່ສະເໝີວ່າ ສິ່ງໃດຄວນເຮັດ ແລະບໍ່ຄວນເຮັດ ລະວັງຕົນບໍ່ໃຫ້ເປັນຄົນມົວເມົາປະໝາດ. ຫຼາຍຄົນອາດຮູ້ສຶກວ່າ ການຮັກສາສີນ ໕ ເປັນເລື່ອງທຳມະດາ ບໍ່ມີອັນໃດພິເສດ ຈິ່ງບໍ່ຄ່ອຍໃຫ້ຄວາມສຳຄັນ ຄວາມຈິງແລ້ວ ການຮັກສາສີນ ໕ ໃຫ້ສົມບູນ ດວ້ຍການປະຕິບັດຢ່າງເຂົ້າເຖິງຈິດໃຈແທ້ໆ ຖືເປັນເປົ້າໝາຍການພັດທະນາຊີວິດທີ່ສົມບູນໄດ້ ທີ່ສຸດຂອງຈິດບໍລິສຸດຄືການເຂົ້າເຖິງສີນ ໕ ຢ່າງສົມບູນ.

ພຸທທະພົຈນ໌ວ່າດວ້ຍຄວາມຮັກ

ຄວາມໂສກຍ່ອມເກີດຈາກຂອງອັນເປັນທີ່ຮັກ
ໄພຍ່ອມເກີດຈາກຂອງອັນເປັນທີ່ຮັກ
ຄວາມໂສກຍ່ອມບໍ່ມີແກ່ບຸກຄົນຜູ້ພົ້ນວິເສດແລ້ວ
ຈາກຂອງທີ່ຮັກ ໄພຈະບໍ່ມີແຕ່ທີ່ໃດ

ຄວາມໂສກຍ່ອມເກີດຈາກຄວາມຮັກ
ໄພຍ່ອມເກີດຈາກຄວາມຮັກ
ຄວາມໂສກຍ່ອມບໍ່ມີແກ່ບຸກຄົນຜູ້ພົ້ນວິເສດແລ້ວ
ຈາກຄວາມຄວາມຮັກ ໄພຈັກມີແຕ່ທີ່ໃດ

ຄວາມໂສກຍ່ອມເກີດຈາກຄວາມຍິນດີ(ໃນກາມ)
ໄພຍ່ອມເກີດຈາກຄວາມຍິນດີ(ໃນກາມ)
ຄວາມໂສກຍ່ອມບໍ່ມີແກ່ຜູ້ພົ້ນວິເສດແລ້ວ
ຈາກຄວາມຍິນດີ ໄພຈັກມີແຕ່ທີ່ໃດ

ຄວາມໂສກຍ່ອມເກີດແຕ່ກາມ
ໄພຍ່ອມເກີດແຕ່ກາມ
ຄວາມໂສກຍ່ອມບໍ່ມີໃນບຸກຄົນຜູ້ພົ້ນວິເສດແລ້ວ
ຈາກກາມ ໄພຈັກມີແຕ່ທີ່ໃດ

ຄວາມໂສກຍ່ອມເກີດຂື້ນຈາກຕັນຫາ
ໄພຍ່ອມເກີດຈາກຕັນຫາ
ຄວາມໂສກຍ່ອມບໍ່ມີໃນບຸກຄົນຜູ້ພົ້ນວິເສດແລ້ວ
ຈາກຕັນຫາ ໄພຈັກມີແຕ່ທີ່ໃດ

ພຣະພຸດທະອົງຄ໌ຕຣັສແກ່ພິກຂຸສາວົກເຖິງເລື່ອງຄວາມຮັກໄວ້ວ່າ ຄວາມຮັກເປັນຄວາມຮ້າຍ ຄວາມຮັກເປັນສິ່ງທາລຸນ ແລະເປັນສິ່ງທຳລາຍຄວາມສຸຂຂອງປວງຊົນ ທຸກຄົນຕ້ອງການສົມຫວັງໃນຊີວິດຮັກ ແຕ່ຄວາມຮັກບໍ່ເຄີຍໃຫ້ຄວາມສົມຫວັງແກ່ໃຜເຖິງເຄິ່ງນຶ່ງຂອງຄວາມຕ້ອງການ ຍິ່ງຄວາມຮັກທີ່ສາບທາດວ້ຍສະເໜຫາ ຍິ່ງເປັນພິດແກ່ຈິຕໃຈ ເຮັດໃຫ້ທຸລົນທຸລາຍດິ້ນຮົນບໍ່ຮູ້ຈັກຈົບສິ້ນ ຄວາມສຸຂທີ່ເກີດຈາກຄວາມຮັກນັ້ນ ເໝືອນຄວາມສະບາຍຂອງຄົນປວ່ຍທີ່ໄດ້ກິນອາຫານທີ່ບໍ່ຖືກປາກ

ທ່ານທັງຫຼາຍ ຢ່າໄດ້ພໍໃຈໃນຄວາມຮັກເລີຍ
ຫົວໃຈນັ້ນຈະສ້າງຄວາມຫວັງຂື້ນຢ່າງເຈີດຈ້າ
ແຕ່ທຸກຄັ້ງທີ່ເຮົາຫວັງ ຄວາມຜິດຫວັງກໍຈະລໍຄອຍເຮົາຢູ່


ການບໍ່ມີພັນລະຍາ ເປັນລາບອັນປະເສີດ
ການບໍ່ມີສາມີ ເປັນລາບອັນປະເສີດ



ການທີ່ພຣະພຸດທະອົງຄ໌ຕຣັສເຊັ່ນນີ້ ເພື່ອເຕືອນວ່າ ຊີວິດຄູ່ສຸຂທຸກຂ໌ປົນເປີກັນໄປ ແຕ່ເກືອບທຸກຄູ່ ທຸກຂ໌ຈະຫຼາຍກວ່າສຸຂ ຕາມໄວ ຕາມສັນຊາດຕະຍານຂອງສັຕວ໌ໂລກ
ມັກສະແຫວງຫາຊີວິດຄູ່ແລ້ວກໍເກີດຄວາມຮັກຄວາມຜູກພັນຕາມມາ ຄວາມຮູ້ສຶກວ່າ ຄວາມຮັກເປັນສິ່ງທີ່ສວຍງາມເປັນຄວາມສຸຂຢ່າງທີ່ສຸດນັ້ນ ເປັນຄວາມຮູ້ສຶກຂອງຕັນຫາ ເພື່ອທີ່ຈະໄດ້ຄວາມສຸຂນັ້ນ ເໝືອນຕ້ອງຕິດໜີ້ສິນມາກມາຍ ເພາະເມື່ອໄດ້ດຳເນີນຊີວິດຄູ່ໄປແລ້ວ ຫຼາຍຄົນຮູ້ສຶກວ່າຕົວເອງໄດ້ຄຳນວນຜິດພາດໄປ ດອກເບ້ຍແພງຕັ້ງໃຈແກ້ຕົວ ພະຍາຍາມຢ່າງໃດກໍຕິດລົບຕະຫຼອດ ມີທຸກຂ໌ຫຼາຍ ມີສຸຂໜ້ອຍ ຫຼາຍຄູ່ກໍຜິດຫວັງ ເໝືອນມີໜີ້ສິນທີ່ຈະຕ້ອງຊົດໃຊ້ບໍ່ຮູ້ຈັກຈົບສິ້ນ.

...
ທີ່ມາດຽວກັນ

ທີ່ໃດມີຮັກທີ່ນັ້ນມີທຸກຂ໌

ເຮືອນຄົວທີ່ບໍ່ມີນ້ຳຕານ ເກືອ ບໍ່ເອີ້ນວ່າເຮືອນຄົວ ການປຸງອາຫານໃຫ້ແຊບ ຕ້ອງໃຊ້ນ້ຳຕານເກືອ ຂາດນ້ຳຕານ ຂາດເກືອ ລົດຊາດອາຫານກໍບໍ່ແຊບ ນ້ຳຕານ ເກືອ ຈິ່ງເປັນເຄື່ອງປຸງອາຫານທີ່ສຳຄັນ ໃນເວລາດຽວກັນ ໂທດຂອງນ້ຳຕານ ແລະເກືອກໍມີຫຼາຍ ໂຣຄເຈັບໄຂ້ໄດ້ປວ່ຍຂອງຄົນເຮົາ ຫຼາຍໂຣຄມມີສາເຫດມາຈາກ ການຮັບປະທານນ້ຳຕານ ເກືອຫຼາຍເກີນໄປ ບາງຄົນກໍບອກວ່າ ນ້ຳຕານມີແຕ່ໂທດ ບໍ່ມີປະໂຫຍດເລີຍ ແຕ່ຮ່າງກາຍກໍຕ້ອງການນ້ຳຕານໃນປະລິມານທີ່ເໝາະສົມ.






ຊີວິດທີ່ປາສະຈາກຄວາມຮັກ ບໍ່ແມ່ນຊີວິດ
ສຳຄັນທີ່ສຸດໃນຊີວິດ ຄື ຄວາມຮັກ
ຄວາມຮັກຄື ຊີວິດຊີວິດຄື ຄວາມຮັກ
ຄວາມສຸຂຂອງຊີວິດ ເກີດຈາກຄວາມຮັກ
ຄວາມທຸກຂ໌ຂອງຊີວິດເກີດຈາກຄວາມຮັກເຊັ່ນກັນ.

Life without LOVE is lifeless,
The important thing in life is LOVE,
LOVE is LIFE and LIFE is LOVE,
Happy life gained from LOVE, and
Misery of life also is from LOVE.



ທຸກຂ໌ເພາະຄວາມຮັກກໍມີຫຼາຍ
ຈົນບາງຄັ້ງ ເບິ່ງຄືວ່າ ຄວາມຮັກຄືຄວາມທຸກຂ໌
ທຸກຂ໌ຫຼາຍໆ ທຳໃຈບໍ່ໄດ້ຈົນເຖິງຂັ້ນຂ້າຕົວຕາຍ
ທຳລາຍຊີວິດຕົວເອງ ກໍມີມາທຸກຍຸກທຸກສະໄໝ.

.....
ທີ່ມາດຽວກັນ

Let's listen to the song of loving-kindness

Download Opera, the fastest and most secure browser
January 2010
S M T W T F S
December 2009February 2010
1 2
3 4 5 6 7 8 9
10 11 12 13 14 15 16
17 18 19 20 21 22 23
24 25 26 27 28 29 30