ເນື້ອຄູ່: ຄູ່ແທ້ຫຼືຄູ່ທຽມ
Thursday, 4. September 2008, 03:00:53
ເນື້ອຄູ່ ຕາມພົດຈະນານຸກົມຣາຊບັນດິດ(ພົດຈະນານຸກົມໄທ) ອະທິບາຍໄວ້ວ່າ
" ຊາຍແລະຍິງທີ່ຖືກັນວ່າ ໄດ້ເຄີຍຄອງຄູ່ກັນມາແຕ່ປາງກ່ອນ ຊາຍແລະຍິງທີ່ເໝາະສົມເປັນຄູ່ຄອງກັນ
ໂດຍສວ່ນໃຫຍ່ ຊີວິດຄູ່ມັກເລີ່ມຕົ້ນດວ້ຍດີ ມີທັງຄວາມຮັກ ຄວາມສຸຂ ຊວ່ຍກັນປະຄັບປະຄອງຊີວິດຄູ່ດວ້ຍຄວາມພໍໃຈຂອງທັງສອງຝ່າຍ ຫຼາຍຄົນມີຊີວິດຄູ່ທີ່ລາບລື້ນໄປຕະຫຼອດລອດຝັ່ງ ແຕ່ມີບໍ່ໜ້ອຍທີ່ລົ້ມເຫຼວ ບາງຄູ່ຕ້ອງຢ່າຮ້າງກັນ ບາງຄູ່ເຖິງແມ່ນວ່າຢູ່ດວ້ຍກັ້້ນ ແຕ່ຄວາມຮັກ ຄວາມສຸກທີ່ເຄີຍໃຫ້ແກ່ກັນບໍ່ເຫຼືອແມ້ແຕ່ນ້ອຍກໍຕ້ອງທົນຢູ່ດວ້ຍກັນຢ່າງເປັນທຸກ.
ການໃຊ້ຊີວິດຮວ່ມກັນຂອງສາມີພັນລະຍາຫຼາຍໆຄູ່ ຫາກພິຈາລະນາເຖິງການປະຕິບັດຕໍ່ກັນທັງແງ່ກາຍະກັມ ວະຈີກັມ ແລະມະໂນກັມ ຈະພົບວ່າ ທາງກາຍະກັມໝາຍເຖິງການກິນນຳກັນ ນອນນຳກັນ ມີລູກນຳກັນ ເຮັດວຽກຮວ່ມກັນ ໄປໃສມາໃສນຳກັນ ຖ້າເບິ່ງຈາກພາຍນອກ ເບິ່ງຄືວ່າເປັນຄູ່ທີ່ມີຄວາມສຸກ ຮັກໄຄ່ປອງດອງກັນດີ ຈົນຫຼາຍໆຄົນ ອາດຈະຮູ້ສຶກອິດສາ ແຕ່ສຳຫຼັບເຈົ້າຕົວຈິງໆແລ້ວ ການປະຕິບັດຕໍ່ກັນໃນທາງວະຈີກັມ ມະໂນກັມ ມີແຕ່ຜິດຖ້ອຍຫ້ອຍຄວາມກັນ ຮ້າຍກັນ ນ້ອຍໃຈ ເຈັບໃຈ ມີແຕ່ຄວາມທຸກຂ໌ ບໍ່ມີຄຳວ່າ ສຸຂ ແຕ່ບໍ່ອາດປ່ຽນແປງແກ້ໄຂອັນໃດໄດ້ ກໍຍັງຕ້ອງອົດທົນຢູ່ດວ້ຍກັນ ເພາະຄວາມຈຳເປັນທາງສັງຄົມ ຫຼື ເພາະເຫັນແກ່ຕົວ.
ຊີວິດຄູ່ ທີ່ເປັນເນື້ອຄູ່ກັນປະເພດນີ້ ກໍມີຫຼາຍ ຄືຊາດນີ້ ແມ່ນຈະມີຄວາມຜູກພັນກັນທາງກາຍະກັມ ແຕ່ທາງວະຈີກັມ ແລະມະໂນກັມ ກັບເປັນການສ້າງຄວາມສຳພັນທີ່ບໍ່ດີແກ່ກັນ ຈິ່່ງເບິ່ງຄືວ່າ ທາງກາຍະກັມນັ້ນຮັກກັນ ໂດຍທີ່ຄວາມເປັນຈິງແລ້ວ ຕ່າງຝ່າຍຕ່າງບໍ່ມີຄວາມຮູ້ສຶກຮັກກັນເລີຍແຕ່ໃນສະຖານະພາບທາງສັງຄົມທີ່ເປັນສາມີພັນລະຍາກັນ ຕ້ອງຢູ່ຮວ່ມບ້ານດຽວກັນ ຈະເດີນທາງໄປໃສ ກໍຍັງຕ້ອງຮວ່ມລົດຄັນດຽວກັນເປັນຄອບຄົວ.

ສາມີພັນລະຍາທີ່ມີບັນຫາແບບນີ້ ບາງຄັ້ງ ຕ່າງຄົນຕ່າງຕັ້ງຈິຕ ອະທິດຖານວ່າ ຊາດໜ້າຢ່າໄດ້ພົບກັນອີກ ຂໍພໍ້ກັນແຕ່ຊາດນີ້ເປັນຊາດສຸດທ້າຍ ແຕ່ດວ້ຍອຸປາທານຍຶດໝັ້ນຖືໝັ້ນ ບໍ່ວ່າຈະຮັກກັນຫຼືຊັງກັນກໍຕາມ ບໍ່ວ່າຈະດວ້ຍຄວາມພໍໃຈຫຼືບໍ່ພໍໃຈຕໍ່ກັນຢ່າງໃດ ໃນທາງມະໂນກັມ ຄືຄວາມຮູ້ສຶກນຶກຄິດທີ່ມີຕໍ່ກັນ ຈະເປັນການດຶງເຂົ້າຫາກັນຢູ່ຕລອດ ບໍ່ປ່ອຍວາງຈາກກັນ ດັ່ງນັ້ນ ຈິ່ງເປັນໄປໄດ້ຢ່າງສູງ ບຸກຄົນທັງສອງ ເມື່ອຕ່າງຄົນຕ່າງຕາຍຈາກກັນໃນຊາດນີ້ ຖ້າຊາດໜ້າເກີດມາ ໃຫຍ່ເປັນບ່າວເປັນສາວ ໄດ້ພົບກັນເມື່ອໃດ ກໍເກີດອາລົມຮັກກັນຢ່າງຮຸນແຮງ ມີຄວາມດີໃຈພໍໃຈທີ່ໄດ້ພໍ້ກັນ ເພາະທາງກາຍະກັມໃນອະດີດຊາດນັ້ນ ເຄີຍໃກ້ຊິດກັນ ໃຊ້ຊີວິດຮວ່ມກັນມາ ເກີດມາໃນຊາດໃໝ່ ຈິ່ງເປັນເນື້ອຄູ່ກັນອີກ ທີ່ເຄີຍທຸກຂ໌ ຢາກຮ້າຍໃຫ້ກັນກໍລືມໄປ ແຕ່ຄົງຕ້ອງເອີ້ນວ່າ ເປັນເນື້ອຄູ່ທຽມ ເພາະເປັນເນື້ອຄູ່ທີ່ເປັນຜົນຂອງກັມເກົ່າ ຄືກາຍະກັມ ວະຈີກັມແລະມະໂນກັມທີ່ເຄີຍສ້າງຮວ່ມກັນມາ ບາງຄັ້ງກໍເຮັດດີຕໍ່ກັນ ບາງຄັ້ງກໍຜິດຖຽງກັນ ບາງຄັ້ງກໍກຽດຊັງກັນ ເປັນຄວາມຮັກທີ່ຫາຄວາມສຸຂແທ້ຈິງບໍ່ໄດ້ ເພາະບໍ່ແມ່ນເນື້ອຄູ່ແທ້ທີ່ຄອງຄູ່ກັນດວ້ຍຄວາມຮັກຄວາມເມຕຕາ.
ດັ່ງນັ້ນ ເມື່ອຕ້ອງໃຊ້ຊີວິດຄູ່ຢູ່ດວ້ຍກັນໃນຊາດນີ້ແລ້ວ ສາມີພັນລະຍາຈິ່ງຄວນສ້າງກັມທີ່ດີຕໍ່ກັນ ທັງກາຍະກັມ ວະຈີກັມ ແລະມະໂນກັມ ເຖິງແມ່ນວ່າຈະມີບັນຫາເກີດຂື້ນ ກໍຄວນຮູ້ຈັກອົດທົນ ປ່ອຍວາງ ໃຫ້ອະໄພຕໍ່ກັນ ຖ້າເຮັດໄດ້ກໍຈະເປັນອະນິສົງໃຫ້ມີຄວາມສຸຂ ທັງໃນຊາດນີ້ແລະຊາດໜ້າ.
...............
ແປຕໍ່ຈາກບົດກ່ອນ ສາຍເຫດທີ່ແປຍ້ອນເຫັນວ່າເພິ່ນຂຽນໄວ້ດີແລ້ວ ຖ້າຈະຂຽນເອງກໍໄດ້ ແຕ່ຢາກປະຫຍັດເວລາ
















