Skip navigation.

The Light of Dharma

ດວງປະທີບແຫ່ງທັມ: ເພື່ອຄົນລາວທີ່ໄຝ່ສຶກສາແລະປະຕິບັດທັມ

Posts tagged with "ການຝຶກຈິດ"

ການຝຶກຈິດສາມາດປ່ຽນແປງສະໝອງໄດ້: ການວິໄຈ

ການຝຶກຈິດສາມາດປ່ຽນແປງສະໝອງໄດ້: ການວິໄຈ

ວໍຊິງຕັນ, ສະຫະລັດອາເມຣິກາ-- ນັກວິທະຍາສາດສາຂາລະບົບປະສາດ ໄດ້ຄົ້ນພົບວ່າ ສະໝອງ ເຊິ່ງເປັນພາກສວ່ນໜຶ່ງໃນຮ່າງກາຍຂອງມະນຸດ ສາມາດຖືກປ່ຽນແປງໄດ້ຕາມຄວາມຕ້ອງການ ໂດຍເຮັດໃຫ້ພາກສວ່ນຂອງສະໝອງທີ່ຖືກໃຊ້ຢູ່ເປັນປົກກະຕິເຂັ້ມແຂງຂື້ນ ແລະ ສາມາດ ໃຫ້ພາກສວ່ນທີ່ບໍ່ຄ່ອຍຖືກໃຊ້ອອ່ນແອລົງ.



ຫລັງຈາກການວິໄຈກ່ຽວກັບຮູບສະໝອງຂອງພຣະຊາວຕີເບດຫລາຍຮ້ອຍອົງ, ນັກວິທະຍາສາດ ມີຂໍ້ສະຫລຸບວ່າ ບໍ່ຕ່າງຫຍັງກັບກິລາແອໂຣບິກ ທີ່ເສີມສະກ້າມເນື້ອ, ການຝຶກຈິດກໍເຮັດໃຫ້ ພາກສວ່ນຊັ້ນສະໝອງ ເປັນສີເທົາ, ດັ່ງທີ່ສື່ມວນຊົນໄດ້ເປີດເຜີຍ.

ໃນຂະບວນການທົດລອງ ນັກວິທະຍາສາດ ປຽບທຽບສະໝອງຂອງອາສາສະມັກ ເຊິ່ງເປັນສາມະເນນຜູ້ຝຶກສະມາທິ ກັບຈຳນວນພຣະສົງທີ່ສູນທັມມະສາລາ ຂອງທ່ານດາໄລລາມະ ຜູ້ທີ່ຜ່ານການຝຶກສະມາທິມາຫລາຍກວ່າໝື່ນຊົ່ວໂມງ.

ທ່ານ ຣີຊາດ ເດວິດສັນ ຜູ່ນຳການວິໄຈ ແຫ່ງມະຫາວິທະຍາໄລວິສຄອນຊິນ, ມະດີສັນ, ໄດ້ກ່າວວ່າ: ສາມະເນນຜູ້ຝຶກສະມາທິ ສະແດງໃຫ້ເຫັນການເພື່ອຂື້ນເລັກນ້ອຍ ຂອງຄື້ນຄວາມ ຖີ່ການທຳງານທາງສະໝອງ ຫລື ຄື້ນລັງສີສະໝອງ, ແຕ່ຝ່າຍພຣະສົງເຫັນໄດ້ວ່າ ເພີ່ມຂື້ນຢ່າງຫຼາຍເຊິ່ງເປັນສິ່ງທີ່ບໍ່ເຄີຍພົບ ມາກ່ອນໃນຜົນງານ ທັງລະບົບປະສາດວິທະຍາ.

ຕາມການວິໄຈ ແນະນຳວ່າ ການຝຶກຈິຕສາມາດເຮັດໃຫ້ສະໝອງເພີ່ມລະດັບຂອງປະສາດຮັບຮູ້ (ຈິຕ)ຫລາຍຂື້ນ.
“ກ່ຽວກັບບົດຮຽນທັງໝົດຂອງວິທະຍາສາດສາຂາລະບົບປະສາດສະໄໝໃໝ່, ການເພີ່ມຂະໜາດ ຂອງສະໝອງສາມາດເປັນໄປໄດ້ຢ່າງສູງເມື່ອມີການປະຕິສຳພັນກັບພຣະພຸດທະສາສນາ”, ອີງຕາມການຖະແຫລງຂອງທ່ານ ເດວິດສັນ ຕໍ່ວາຣະສານວອລສະທຣິຕ(The Wall Street Journal)

ການຢຶດຂະຫຍາຍຂອງປະສາດສະໝອງ, ເປັນໜຶ່ງໃນຫົວຂໍ້ກ່ຽວກັບສາດລະບົດສະໝອງ ທີ່ໄດ້ຮັບຄວາມນິຍົມທີ່ສຸດ, ອີງຕາມການຄົ້ນພົບວ່າງບໍ່ດົນມານີ້ ສະໝອງຂອງຄົນສາມາດ ປ່ຽນແປງໂຄງສ້າງ ແລະ ການທຳງານດີຂື້ນ.

............

ປ.ລ. ບົດຂ່າວບົດນີ້ ແປຍາກຫລາຍ.

Read more...

Download Opera, the fastest and most secure browser
January 2010
S M T W T F S
December 2009February 2010
1 2
3 4 5 6 7 8 9
10 11 12 13 14 15 16
17 18 19 20 21 22 23
24 25 26 27 28 29 30