ຄວາມຮັກຂອງພໍ່ແມ່
Tuesday, 2. September 2008, 01:45:51
ການເດີນທາງຮວ່ມກັນຂອງເຮົາໃນວັດຕະສົງສານ
ມີທັງຮັກກັນ ຊັງກັນ ທຳດີແນ່ ທຳຊົ່ວແນ່
ເຫຼົ່ານີ້ ຄື ກັມ ທີ່ກະທຳກັນ ຊ້ຳໆ ຊາກໆ
ກັມດີ ຫຼື ນິໄສທີ່ດີ ເປັນການສ້າງປາຣະມີ
ກັມຊົ່ວ ນິໄສທີ່ບໍ່ດີ ສະສົມເປັນອາສະວະ ກິເລສ
ການທີ່ເຮົາເກີດມາໃນທ້ອງແມ່ ຖືເປັນກັມເກົ່າ
ຜົນຂອງກັມເກົ່າທີ່ສ້າງສົມໄວ້ ປຽບເໝືອນເມັດພືດ
ການຮັບຮູ້ທາງຕາ ຫູ ດັງ ລິ້ນ ກາຍ ໃຈ
ແລະ ການລ້ຽງດູຂອງພໍ່ແມ່ ເປັນປັດໄຈ
ຫຼື ປຽບເໝືອນ ຜຸຍ ດິນ ນ້ຳ ແສງແດດ
ທີ່ຊວ່ຍບຳລຸງລ້ຽງເມັດພືດໃຫ້ງົດງາມ.
ຢ່າງໃດກໍຕາມ ເດັກນ້ອຍເກີດໃໝ່ທຸກຄົນ ຄືຜູ້ບໍລິສຸດ
ການລ້ຽງດູຂອງພໍ່ແມ່ດວ້ຍຄວາມຮັກຄວາມເມຕຕາ
ຈິງເປັນປັດໄຈສຳຄັນທີ່ສຸດທີ່ຈະຊວ່ຍໃຫ້ລູກເຕີບໃຫຍ່ຂື້ນ
ຢ່າງມີຄວາມສຸກ ກັງກັນຂ້າມ ເດັກນ້ອຍທີ່ເກີດມາຢ່າງຂາດຄວາມຮັກ
ຄວາມອົບອຸ່ນໃນຄອບຄົວ ຍາກທີ່ຈະມີຈິດໃຈທີ່ດີໄດ້
ມັກມີບັນຫາທາງໃຈ ເປັນຄົນຂື້ນ້ອຍໃຈ ຂື້ອິດສາລິດສະຫຍາ ຂີ້ຢ້ານ ຂີ້ໂມໂຫ ຯລຯ ເອີ້ນວ່າຈິດໃຈບໍ່ສົມບູນ
ຊີວິດຄົນເຮົາເລີ່ມສຳຜັດກັບຄວາມຮັກໄດ້ຕັ້ງແຕ່ຢູ່ໃນທ້ອງແມ່
ອາຫານຖ່າຍທອດຈາກແມ່ສູ່ລູກຜ່ານສາຍບື
ຄວາມຮູ້ສຶກນຶກຄິດຂອງແມ່ກໍຖ່າຍທອດເຖິງຈິດໃຈຂອງລູກ
ຜ່ານສາຍບື ອາລົມໄດ້ຄືກັນ ດັ່ງນັ້ນ ການທຳໜ້າທີ່ແມ່ທີ່ດີ
ບໍ່ພຽງແຕ່ຮັກສາຮ່າງກາຍໃຫ້ເຂັ້ມແຂງສົມບູນເທົ່ານັ້ນ
ຫາກຍັງຕ້ອງຮັກສາອາລົມແລະຈິດໃຈທີ່ດີດວ້ຍ
ໂດຍການຮັກສາສີນ ພາວະນາ ຄິດດີ ເວົ້າດີ ທຳດີ
ຍາດພີ່ນ້ອງ ບຸກຄົນຮອບຂ້າງກໍຄວນໃຫ້ຄວາມຮັກ
ຄວາມເມຕຕາ ໃຫ້ກຳລັງໃຈ ແກ່ຜູ້ທີ່ກຳລັງຈະເປັນແມ່
ຕາມຫຼັກຈິດຕະວິທະຍາເຊື່ອວ່າ ຈິດໃຈຂອງເດັກນ້ອຍມີຄວາມລະອຽດອ່ອນ
ຊືບຊັບສິ່ງຕ່າງໆໄດ້ງ່າຍ ໂດຍສະເພາະຢ່າງຍິ່ງ
ການລ້ຽງດູເດັກນ້ອຍໃນຊວ່ງອາຍຸ ໓-໔ ປີ ຈະເປັນຊວ່ງ
ຫົວລ້ຽວຫົວຕໍ່ສຳຄັນທີ່ຈະມີຜົນຕໍ່ການກຳໜົີດ
ຈະຮີດນິໄສ ພຶດຕິກັມຂອງເດັກໃນເວລາຕໍ່ມາ
ເດັກທີ່ໄດ້ຮັບຄວາມຮັກ ຈະມີຄວາມຮູ້ສຶກອົບອຸ່ນ
ມີຄວາມໝັ້ນຄົງທາງອາລົມ ແລະເຕີບໃຫຍ່ຂື້ນມາມີຄວາມສຸກ
ເດັກນ້ອຍທີ່ຂາດຄວາມຮັກ ຖືກປະຖີ້ມ ຈະຮູ້ສຶກມີປົມດ້ອຍ
ຂີ້ນ້ອຍໃຈ ຂີ້ອິດສາລິດສະຫຍາ ຂີ້ຢ້ານ ເປັນຕົ້ນ
ຄວາມຮັກທີ່ພໍເໝາະພໍດີ ຈິງເປັນສິ່ງສຳຄັນ.
ແປຈາກ: ສາຣະສຳຄັນແຫ່ງຊີວິດ ຄືຮັກແລະເມຕຕາ ໂດຍ ພຣະອາຈາຣຍ໌ ມິຕຊູໂອະ ຄະເວສະໂກ
ຖ້າຈະຟັງທັມຈາກພຣະອາຈາຣຍ໌ ມິຕຊູໂອະ ກົດຟັງໄດ້ທີ່ນີ້ http://www.fungdham.com/sound/mitsuoe.html

ຄວາມຮັກຈິ່ງເປັນສິ່ງສຳຄັນທີ່ຫຼໍ່ລ້ຽງຊີວິດ
ມະນຸດທຸກຄົນຕ້ອງການຄວາມຮັກຈາກພໍ່ແມ່
ຍາດພີ່ນ້ອງ ແລະບຸກຄົນທີ່ຢູ່ຮອບຂ້າງ
ເຮົາຈະເກີດຄວາມຮູ້ສຶກອົບອຸ່ນ ໝັ້ນຄົງ ປອດໄພ
ແລະສຸກໃຈ ເມື່ອໄດ້ຮັບຄວາມຮັກ
ຄວາມຮັກຈິ່ງເຮັດໃຫ້ມະນຸດມີຈິດໃຈທີ່ສົມບູນ