ພຣະພຸດທະສາສນາໃນສິງກະໂປ
Friday, 15. August 2008, 02:50:00
ສິງກະໂປເປັນປະເທດໜຶ່ງທີ່ມີຄວາມສຳຄັນທາງດ້ານເສດຖະກິດໃນພາກພື້ນອາຊີ ທຸລະກິດການບໍລິການທີ່ໂດດເດັ່ນຂອງສິງກະໂປກໍແມ່ນສາຍການບິນທີ່ໃຫ້ການບໍລິການເປັນຍອດ. ຍ້ອນສິງກະໂປເປັນປະເທດທີ່ກຳລັງພັດທະນາຢ່າງວ່ອງໄວ ຄົນສວ່ນໃຫຍ່ເຮັດວຽກແຂ່ງກັບເວລາ ເພື່ອຄວາມຢູ່ລອດໃນສັງຄົມ. ຈິ່ງເຮັດໃຫ້ເກີດມີໂລກຄວາມຄຽດ ຄວາມໂດດດ່ຽວສິ້ນຫວັງຫລາຍຂື້ນ ເພື່ອເຮັດໃຫ້ຊີວິດດີຂື້ນ ຊາວສິງກະໂປຈຳນວນຫລວງຫລາຍກໍໄດ້ຫາວິທີທາງທີ່ຈະໃຫ້ໂອກາດຕົນເອງ ໃຫ້ຄວາມສຳຄັນໃນການພັດທະນາທາງດ້ານຈິດໃຈ ແທນທີ່ຈະບຸກບືນໃນການສະແຫວງຫາທາງດ້ານວັດຖຸຢ່າງດຽວ.
ເມື່ອເປັນເຊັ່ນນັ້ນ ພຸດທະສາສນາຈິ່ງເປັນທາງເລືອກທີ່ສຳຄັນແກ່ການດຳເນີນຊີວິດຂອງພວກເຂົາເຈົ້າ. ນັບແຕ່ປີ 1980 ເປັນຕົ້ນມາ, ອີງຕາມການສຳຫລວດໄດ້ຊີ້ໃຫ້ເຫັນວ່າ ຊາວສິງກະໂປທຸກເພດໄວໄດ້ຫັນມານັບຖື ພຣະພຸດທະສາສນາ ເປັນຈຳນວນຫລວງຫລາຍ. ພວກເຂົາເຈົ້າໄດ້ມີການສຶກສາທັມມະຄຳສັ່ງສອນຂອງ ພຣະພຸດທະເຈົ້າແລະປະຕິບັດຢ່າງແຜ່ຫລາຍ ເຊັ່ນ ມີການຈັດສຳມະນາ, ການຝຶກສະມາທິ, ການຝຶກໂຍຄະ ເພື່ອເຮັດໃຫ້ຈິດໃຈພົບກັບຄວາມສະຫງົບສຸກ.