ຈະຣິຍະທັມຂອງພຣະສົງສາມະເນນແລະຄະຣາວາດ
Tuesday, 8. May 2007, 16:24:30
ພຣະສົງສາມະເນນໃນພຣະພຸດທະສາດສະໜານີ້ ຖ້າຈະເວົ້າແລ້ວກໍ່ແມ່ນເປັນລູກເປັນຫລານຂອງພໍ່ແມ່ປະຊາຊົນ ຕ່າງແຕ່ວ່າເປັນຜູ້ສະລະຊີວິດແບບຄະຣາວາດເພື່ອອອກບວດ ເພື່ອສຶກສາ ແລະ ປະຕິບັດພຣະທັມວິໄນ ແລ້ວນຳເອົາໄປເຜີຍແຜ່ ເພື່ອປະໂຫຍກສຸກຂອງມະຫາຊົນ. ໃນຂະນະດຽວກັນ ຄະຣາວາດ(ອຸບາສົກ ອຸບາສິກາ ຫລືພໍ່ອອກແມ່ອອກ) ກໍ່ເປັນຜູ້ອຸປະຖັມຄ້ຳຊູພຣະພຸດທະສາດສະໜາດວ້ຍການຖວາຍປັດໄຈສີ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ພຣະສົງ ໃຫ້ມີໂອກາດສຶກສາພຣະທັມຄຳສອນ ແລະ ຮັກສາໄວ້ເຊິ່ງພຣະພຸດທະສາດສະໜາສືບຕໍ່ໄປ.
ເພື່ອຈະຮັກສາໄວ້ເຊິ່ງພຣະພຸດທະສາດສະໜາໃຫ້ຄົງທົນຖາວອນຕລອດກາລະການ ໃຫ້ຍືນຍົງຄົງຕົວຢູ່ໄດ້ໃນສັງຄົມ ແນ່ນອນ ທັງພຣະສົງ ແລະ ຄະຣາວາດທີ່ເປັນພຸດທະບໍລິສັດດວ້ຍກັນ ກໍ່ຄວນຈະຕ້ອງປະຕິບັດໜ້າທີ່ຂອງຕົນໃຫ້ບໍລິບູນ ຢ່າງນ້ອຍເຖິງແມ່ນວ່າຈະບໍ່ສາມາດປະຕິບັດໄດ້ທັນທີທັນໃດ ກໍ່ຄວນຈະຮູ້ຈັກໜ້າທີ່ຂອງຕົນເພື່ອຈະປະຕິບັດໃນໂອກາດທີ່ເຫັນວ່າສົມຄວນເພື່ອຄວາມເກື້ອກູນແກ່ກັນ ແລະ ກັນ.
ໜ້າທີ່ຫລືຈະຣິຍະທັມຂອງພຣະສົງສາມະເນນທີ່ມີຕໍ່ຄາຣະວາດ
໑. ແນະນຳສັ່ງສອນໃຫ້ງົດເວັ້ນ, ຢຸດເຊົາຈາກການເຮັດຊົ່ວ
໒. ແນະນຳສັ່ງສອນໃຫ້ຕັ້ງຢູ່ໃນຄວາມດີ
໓. ອະນຸເຄາະດວ້ຍນ້ຳໃຈງາມ
໔. ໃຫ້ໄດ້ຍິນໄດ້ຟັງ ໄດ້ຮູ້ໃນສິ່ງທີ່ຍັງບໍ່ທັນເຄີຍຮູ້ມາກ່ອນ(ເທດໃຫ້ຟັງ)
ຼ໕. ຊີ້ແຈງອະທິບາຍໃນສິ່ງທີ່ເຂົາເຄີຍຟັງແລ້ວ ແຕ່ຍັງບໍ່ທັນເຂົ້າໃຈແຈ່ມແຈ້ງ ໃຫ້ເຂົ້າໃຈແຈ່ມແຈ້ງຂື້ນ
໖. ບອກທາງສະຫວັນໃຫ້(ທາງດຳເນີນຊີວິດທີີ່ດີງາມ)
ໜ້າທີ່ຫລືຈະຣິຍະທັມຂອງຊາວພຸດຄາຣະວາດ
ພຸດທະສາສະນິກະຊົນທີ່ດີຕ້ອງເປັນຜູ້ເຂົ້າເຖິງ,ເຂົ້າໃຈນົບນ້ອມພຣະພຸດທະເຈົ້າ, ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້າ ວ່າເປັນທີ່ເພິ່ງທີ່ລະລຶກ ແລະ ມີສີນ ໕ ນອກນັ້ນກໍ່ຍັງຄວນປະຕິບັດໜ້າທີ່ຂອງຄາຣະວາດດັ່ງນີ້ອີກດວ້ຍ.
໑. ເປັນຜູ້ມີສັດທາໃນພຣະພຸດທະສາດສະໜາຢ່າງແທ້ຈິງ
໒. ເປັນຜູ້ມີສີລ(ຂໍ້ປະຕິບັດ)ທີ່ບໍຣິສຸດ
໓. ເຊື່ອກັມ ແລະ ຜັນຂອງກັມ ບໍ່ເຊື່ອມຸງຄຸນຕື່ນຂ່າວ(ບໍ່ເຊື່ອຂ່າວລື ບໍ່ເຊື່ອງົມງວຍ ໃຫ້ຫລັກກາລາມະສູຕເປັນຫລັກ)
໔. ບໍ່ສະແຫວງຫາເຂດບຸນນອກຫລັກພຣະພຸດທະສາດສະໜາ
໕. ຂົນຂວາຍໃນການໃຫ້ຄວາມອຸປະຖັມບຳຣຸງພຣະພຸດທະສາດສະໜາ
ຄຸນສົມບັດຫລືຈະຣິຍະທັມຂອງຄະຣາວາດອີກ ໕ ປະການ
໑. ເມື່ອຈະກະທຳການສິ່ງໃດ ກໍ່ກະທຳດວ້ຍເມຕຕາ
໒. ເມື່ອຈະເວົ້າສິ່ງໃດ ກໍ່ເວົ້າດວ້ຍເມຕຕາ
໓. ເມື່ອຈະຄິດສິ່ງໃດ ກໍ່ຄິດດວ້ຍເມຕຕາ
໔. ຕ້ອນຮັບພຣະສົງສາມະເນນດວ້ຍຄວາມເຕັມໃຈ
໕. ອຸປະຖັມປັດໄຈສີ່ (ຈີວອນ, ອາຫານ, ທີ່ຢູ່ອາໄສ ແລະ ຢາຮັກສາໂຣຄ.
ນີ້ຄືໜ້າທີ່ຂອງພຣະສົງສາມະເນນ ແລະ ຄະຣາວາດທີ່ຄວນປະຕິບັດຕໍ່ກັນ ເພື່ອຄວາມໄພບູນພູນສຸກເກື້ອກູນກັນທັງສອງກ້ຳທັງສອງຝ່າຍ ແລະ ຮັກສາໄວ້ເຊິ່ງພຣະພຸດທະສາດສະໃຫ້ອອກງາມສືບຕໍ່ໄປ.
ຂໍຝາກໄວ້ດວ້ຍຄຳກອນທີ່ວ່າ:
ວັດ ແລະ ບ້ານ.........ປະສານສອດໃຫ້ກົມກຽວ
ບ້ານໃຫ້ຫລຽວແລວັດ....ສົ່ງຈັງຫັນຄູນຄ້ຳ
ພຣະສົງເທສະໜາໃຫ້....ຊາວປະຊາຮູ້ດີຊົ່ວ
ສັດທາໂຍມຊ່ອຍຍູ້......ຈິ່ງຄູນຄ້ຳຄູ່ກັນ
ເໝືອນດັ່ງປາເພິ່ງນ້ຳ.....ວັງໃຫຍ່ນະທີໃສ
ເໝືອນດັ່ງເສືອເພິ່ງປາ່ເຂົາພະນາໄພ....ຢູ່ເຢັນຫາຍຮ້ອນ
ພຣະສົງລາວຊິເລີນກ້າວ.....ຍ້ອນສັດທາລາວນ້ອຍໃຫຍ່
ລາວຊິໃສຮຸ່ງແຈ້ງ........ຍ້ອນສອງກ້ຳເພິ່ງກັນ
ບ້ານຖ້າຂາດທີ່ຈັ້ງ........ພຣະທັມສັ່ງສອນໃຈ
ເມືອງຊິບໍ່ເປັນເມືອງ ຊິເປົ່າແປນສີລທັມ....ມົ່ນໝອງວາຍວຸ້ນ
ວັດຖ້າຂາດສັດທາຄ້ຳ......ອຸປະຖັມແຈກແບ່ງ
ພຣະສົງຄົງຢູ່ບໍ່ໄດ້.......ຊິຫັນໜ້າໄປເຮັດນາ ເອງສາແລ້ວ.
"ປະໂຫຍກສຸດທ້າຍຄືເວົ້າຫລິ້ນ ແຕ່ອາດເປັນຄວາມຈິງໄດ້"
ຂໍຄວາມຈະເຣີນໃນທັມຈົ່ງເກີດມີແດ່ທ່ານຜູ້ປະພຶດທັມຢູ່ສະເໝີ