ຄວາມໂຊກດີ ແລະ ໂຊກຊະຕາກັມ
Monday, 27. October 2008, 14:47:43
ຄຳຖາມ: ພຣະພຸດທະເຈົ້າໄດ້ສອນແນວໃດກ່ຽວກັບເວດມົນ ແລະ ການດູມໍ?
ຄຳຕອບ: ພຣະພຸດທະອົງຄ໌ເຫັນວ່າ ການປະຕິບັດເຊັ່ນ ການດູມໍ, ການໃສ່ ເຄື່ອງລາງຂອງຂັງເພື່ອປ້ອງກັນຕົວ, ການເລືອກສະຖານທີ່ໂຊກດີເພື່ອສ້າງອາຄານ ແລະ ການເລືອກມື້ເລືອກວັນ ເປັນຄວາມເຊື່ອຖືທີ່ບໍ່ຈຳເປັນ ແລະ ພຣະພຸດທະອົງຄ໌ ກໍຊົງຫ້າມສາວົກບໍ່ໃຫ້ປະຕິບັດສິ່ງນັ້ນ. ພຣະພຸດທະອົງຄ໌ ຮຽກສິ່ງທັງຫຼາຍເຫຼົ່ານີ້ວ່າ ວິຊາຕ່ຳ“ເດຍຣັດສານວິຊາ”. ພຣະພຸດທະອົງຄ໌ຕຣັສວ່າ:
“ດວ້ຍເຫດວ່ານັກສາສນາບາງຄົນ, ໃນຂະນະທີ່ໄດ້ຮັບອາຫານ ຖວາຍໂດຍບຸກຄົນຜູ້ມີສັດທາ, ດຳລົງຊີວິດຂອງພວກເຂົາຢູ່ດວ້ຍ ເດຍຣັດສານວິຊາເຊັ່ນນັ້ນ, ການດຳລົງຊີວິດແບບມິດສາຊີບເຊັ່ນນັ້ນຄື ເປັນໝໍດູລາຍມື, ດູຂີ້ແມງວັນ ໄຝ່ປານ, ທຳນາຍຄວາມຝັນ…. ເປັນຜູ້ນຳໂຊກດີ ແລະ ໂຊກຮ້າຍ… ຊອກຫາສະຖານທີ່ທີ່ເປັນມຸງຄຸນ ເພື່ອສ້າງອາຄານບ້ານເຮືອນ, ພຣະສະມະນະໂຄດົມ ເວັ້ນຈາກເດຍ ຣັດສານວິຊານັ້ນແລ້ວ, ນັ້ນຄືການດຳລົງຊີວິດທີ່ເປັນມິດສາຊີບ.”
D.I, 9-12
ຄຳຖາມ: ຄັນຊັ້ນ ເປັນຫຍັງບາງຄົນຈິ່ງຍັງປະຕິບັດ ແລະ ເຊື່ອໃນສິ່ງນັ້ນຢູ່?
ຄຳຕອບ: ເນື່ອງມາຈາກຄວາມໂລພ, ຄວາມຢ້ານ ແລະ ອະວິຊຊາ (ຄວາມບໍ່ຮູ້ຈິງ). ເມື່ອໃດທີ່ຄົນເຮົາເຂົ້າໃຈໃນຄຳສອນຂອງພຣະພຸດທະເຈົ້າ ພວກເຂົາຈະຮູ້ວ່າຫົວໃຈທີ່ ບໍລິສຸດນັ້ນ ສາມາດປົກປັກຮັກສາເຂົາໄດ້ດີກວ່າສິ້ນສວ່ນນ້ອຍໆຂອງເຈ້ຍ, ໝາກຫຼອດ ແລະ ຄາຖາ ແລະ ເຂົາກໍຈະບໍ່ເພິ່ງພາສິ່ງນັ້ນອີກ. ໃນຄຳສອນຂອງພຣະພຸດທະເຈົ້າ, ມີຄວາມຊື່ສັດ, ຄວາມກະຣຸນາ, ຄວາມເຂົ້າໃຈ, ຄວາມອົດທົນ, ການໃຫ້ອະໄພ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມຈົງຮັກພັກດີ ແລະ ການມີສີລະທັມມ໌ ອື່ນໆທີ່ດີທີ່ສາມາດຄຸ້ມຄອງ ແລະ ເຮັດໃຫ້ທ່ານພົບກັບຄວາມຈະເລີນຢ່າງແທ້ຈິງ.
ຄຳຖາມ: ແຕ່ເຄື່ອງລາງຂອງຂັງບາງອັນກໍໃຊ້ການໄດ້ ບໍ່ແມ່ນບໍ?
ຄຳຕອບ: ອາຕະມາຮູ້ຈັກກັບຄົນຜູ້ທີ່ດຳລົງຊີວິດຢູ່ດວ້ຍການຂາຍເຄື່ອງລາງຂອງຂັງ. ລາວປະກາດວ່າ ຂອງຂັງຂອງລາວສາມາດໃຫ້ຄວາມໂຊກດີ, ຄວາມຈະເລີນຮຸ່ງເຮືອງ ແລະ ລາວຮັບປະກັນວ່າທ່ານສາມາດຖືກຫວຍຮາງວັນທີໜຶ່ງ. ແຕ່ຖ້າລາວເວົ້າຈິງ ແລ້ວ ເປັນຫຍັງລາວຈິ່ງບໍ່ເປັນເສດຖີເອງ. ຖ້າຫາກວ່າຂອງຂັງລາວເປັນຈິງແທ້, ເປັນຫຍັງລາວຈິ່ງບໍ່ຖືກຫວຍອາທິດຕໍ່ອາທິດ? ຄວາມໂຊກດີຢ່າງດຽວທີ່ລາວມີ ນັ້ນຄືຍັງມີຄົນທີ່ໂງ່ພໍ ທີ່ຈະໄປຊື້ເຄື່ອງລາງຂອງຂັງລາວ.
ຄຳຕອບ: ພຣະພຸດທະອົງຄ໌ເຫັນວ່າ ການປະຕິບັດເຊັ່ນ ການດູມໍ, ການໃສ່ ເຄື່ອງລາງຂອງຂັງເພື່ອປ້ອງກັນຕົວ, ການເລືອກສະຖານທີ່ໂຊກດີເພື່ອສ້າງອາຄານ ແລະ ການເລືອກມື້ເລືອກວັນ ເປັນຄວາມເຊື່ອຖືທີ່ບໍ່ຈຳເປັນ ແລະ ພຣະພຸດທະອົງຄ໌ ກໍຊົງຫ້າມສາວົກບໍ່ໃຫ້ປະຕິບັດສິ່ງນັ້ນ. ພຣະພຸດທະອົງຄ໌ ຮຽກສິ່ງທັງຫຼາຍເຫຼົ່ານີ້ວ່າ ວິຊາຕ່ຳ“ເດຍຣັດສານວິຊາ”. ພຣະພຸດທະອົງຄ໌ຕຣັສວ່າ:
D.I, 9-12
ຄຳຖາມ: ຄັນຊັ້ນ ເປັນຫຍັງບາງຄົນຈິ່ງຍັງປະຕິບັດ ແລະ ເຊື່ອໃນສິ່ງນັ້ນຢູ່?
ຄຳຕອບ: ເນື່ອງມາຈາກຄວາມໂລພ, ຄວາມຢ້ານ ແລະ ອະວິຊຊາ (ຄວາມບໍ່ຮູ້ຈິງ). ເມື່ອໃດທີ່ຄົນເຮົາເຂົ້າໃຈໃນຄຳສອນຂອງພຣະພຸດທະເຈົ້າ ພວກເຂົາຈະຮູ້ວ່າຫົວໃຈທີ່ ບໍລິສຸດນັ້ນ ສາມາດປົກປັກຮັກສາເຂົາໄດ້ດີກວ່າສິ້ນສວ່ນນ້ອຍໆຂອງເຈ້ຍ, ໝາກຫຼອດ ແລະ ຄາຖາ ແລະ ເຂົາກໍຈະບໍ່ເພິ່ງພາສິ່ງນັ້ນອີກ. ໃນຄຳສອນຂອງພຣະພຸດທະເຈົ້າ, ມີຄວາມຊື່ສັດ, ຄວາມກະຣຸນາ, ຄວາມເຂົ້າໃຈ, ຄວາມອົດທົນ, ການໃຫ້ອະໄພ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມຈົງຮັກພັກດີ ແລະ ການມີສີລະທັມມ໌ ອື່ນໆທີ່ດີທີ່ສາມາດຄຸ້ມຄອງ ແລະ ເຮັດໃຫ້ທ່ານພົບກັບຄວາມຈະເລີນຢ່າງແທ້ຈິງ.
ຄຳຖາມ: ແຕ່ເຄື່ອງລາງຂອງຂັງບາງອັນກໍໃຊ້ການໄດ້ ບໍ່ແມ່ນບໍ?
ຄຳຕອບ: ອາຕະມາຮູ້ຈັກກັບຄົນຜູ້ທີ່ດຳລົງຊີວິດຢູ່ດວ້ຍການຂາຍເຄື່ອງລາງຂອງຂັງ. ລາວປະກາດວ່າ ຂອງຂັງຂອງລາວສາມາດໃຫ້ຄວາມໂຊກດີ, ຄວາມຈະເລີນຮຸ່ງເຮືອງ ແລະ ລາວຮັບປະກັນວ່າທ່ານສາມາດຖືກຫວຍຮາງວັນທີໜຶ່ງ. ແຕ່ຖ້າລາວເວົ້າຈິງ ແລ້ວ ເປັນຫຍັງລາວຈິ່ງບໍ່ເປັນເສດຖີເອງ. ຖ້າຫາກວ່າຂອງຂັງລາວເປັນຈິງແທ້, ເປັນຫຍັງລາວຈິ່ງບໍ່ຖືກຫວຍອາທິດຕໍ່ອາທິດ? ຄວາມໂຊກດີຢ່າງດຽວທີ່ລາວມີ ນັ້ນຄືຍັງມີຄົນທີ່ໂງ່ພໍ ທີ່ຈະໄປຊື້ເຄື່ອງລາງຂອງຂັງລາວ.

ຄຳຖາມ: ແລ້ວ ຍັງມີສິ່ງນັ້ນເປັນຂອງໃຫ້ຄວາມໂຊກດີຢູ່ບໍ?
ຄຳຕອບ: ພົດຈະນານຸກົມ ໄດ້ໃຫ້ຄວາມໝາຍຂອງ luck ຄວາມໂຊກດີ “ຄວາມເຊື່ອ ໃນສິ່ງໃດກໍຕາມທີ່ເກີດຂື້ນ, ດີ ຫຼື ບໍ່ດີ, ຕໍ່ບຸກຄົນໃດໜຶ່ງໃນເຫດການແລ້ວແຕ່ ໂອກາດ, ໂຊກຊະຕາກັມ ຫຼື ຄວາມໂຊກດີ”. ພຣະພຸດທະເຈົ້າຊົງປະຕິເສດ ຄວາມເຊື່ອຖືນີ້ຢ່າງສິ້ນເຊີງ. ທຸກສິ່ງທຸກຢ່າງເກີດຂື້ນຈາກເຫດແນ່ນອນໃດໜຶ່ງ ຫຼື ເຫດຫຼາຍຢ່າງ ແລະ ອາດມີສວ່ນພົວພັນກັນບາງຢ່າງລະຫວ່າງເຫດ ແລະ ຜົນນັ້ນ. ຕົວຢ່າງ, ການເປັນໄຂ້ ກໍມີເຫດສະເພາະໃດໜຶ່ງ. ຄົນເຮົາອາດຈະຕິດເຊື້ອພະຍາດ ແລະ ຮ່າງກາຍຄົນນັ້ນອາດຈະອອ່ນແອພໍທີ່ຈະເຮັດໃຫ້ເຊື້ອພະຍາດນັ້ນກໍ່ຕົວໄດ້. ມີສວ່ນພົວພັນທີ່ແນ່ນອນລະຫວ່າງເຫດ(ເຊື້ອພະຍາດ ແລະ ຮ່າງກາຍທີ່ອອ່ນແອ) ແລະ ຜົນ(ອາການໄຂ້) ເພາະເຮົາກໍຮູ້ວ່າ ເຊື້ອພະຍາດທຳລາຍອະໄວຍະວະ ໃນຮ່າງກາຍ ແລະ ກໍໃຫ້ເກີດອາການໄຂ້. ແຕ່ວ່າບໍ່ມີສວ່ນພົວພັນໃດທີ່ສາມາດ ພົບໄດ້ຈາກການສວ່ມໃສ່ເສດເຈ້ຍທີ່ຂຽນຄຳເວົ້າລົງໄປທີ່ຈະເຮັດໃຫ້ຮັ່ງມີ ຫຼື ສອບເສັງໄດ້. ພຣະພຸດທະສາສນາສອນວ່າ ທຸກສິ່ງທຸກຢ່າງເກີດຂື້ນເນື່ອງມາ ຈາກເຫດ ບໍ່ແມ່ນເນື່ອງມາຈາກຄວາມໂຊກດີ, ໂອກາດ ຫຼື ໂຊກຊະຕາກັມໃດໆ. ບຸກຄົນໃດທີ່ສົນໃຈໃນເລື່ອງຂອງຄວາມໂຊກດີ ມັກຈະພະຍາຍາມເພື່ອຈະໄດ້ບາງຢ່າງ ມາ- ຕາມປົກກະຕິແມ່ນເລື່ອງເງິນ ແລະ ຄວາມຮັ່ງມີ. ພຣະພຸດທະເຈົ້າຊົງສອນ ເອົາໄວ້ວ່າ ສິ່ງທີ່ສຳຄັນກວ່ານັ້ນຄືການພັດທະນາຈິຕ ແລະ ໃຈຂອງເຮົາ. ພຣະພຸດທະອົງຄ໌ຕຣັສວ່າ:
Sn.261-6
___________________________________________________________
ແປຈາກປຶ້ມ: Good Question, Good Answer ຂຽນໂດຍ: Ven.S.Dhammika
___________________________________________________________









How to use Quote function: