ໂຄງການຮົບຮົມວາທະວາດແລະຝຶກເທສນາ
Thursday, 30. July 2009, 07:07:02
ໃນໄລຍະສາມເດືອນຂອງລະດູການເຂົ້າພັນສານີ້ ທາງວັດສີສະເກດ ໄດ້ຈັດໃຫ້ມີໂຄງການ ຝຶກອົບຮົມວາທະສາດແລະຝຶກເທສະໜາ ໂດຍມີພຣະສົງສາມະເນນ ຈາກວັດຕ່າງໆ ເຂົ້າຮ່ວມ ເປັນຈຳນວນ ຫຼວງຫຼາຍ ໂຄງການດັ່ງກ່າວໄດ້ຈັດຂື້ນທຸກໆ ຕອນບ່າຍຂອງວັນເສົາ ແລະ ວັນອາທິດ ເຊິ່ງມີອາຈານຜູ້ໃຫ້ຄວາມຮູ້ທີ່ມີປະສົບການຫຼາຍໆທ່ານ ໂດຍມີທ່ານພຣະອາ ຈານໃຫຍ່ ເວດ ມະເສໄນ ເປັນປະທານໂຄງການ.
ນອກຈາກນີ້ ຢູ່ທາງວັດອົງຕື້ມະຫາວິຫານກໍມີໂຄງການນີ້ເຊັ່ນດຽວກັນ ແຕ່ໄດ້ຈັດຂື້ນໃນພາກຄ່ຳ ຂອງທຸກໆວັນເສົາ ແລະວັນອາທິດ ຫຼັງຈາກໄຫວ້ພຣະສູດມົນແລ້ວ. ມີພຣະສົງຈາກ ວັດອົງຕື້ແລະວັດອື່ນອ້ອມຂ້າງເຂົ້າສຶກສາອົບຮົມ ພາຍໃຕ້ການສິດສອນຖ່າຍທອດຄວາມຮູ້ຈາກ ທ່ານອາຈານ ບຸນເຕີມ ສີບຸນເຮືອງ, ວິທະຍາກອນຜູ້ຊຳນານ ກ່ຽວກັບການເທດ ແລະ ວາທະສາດ.
ທັງສອງໂຄງມີຈຸດປະສົງອັນດຽວກັນ ຄື ເພື່ອຝຶກຝົນຫຼໍ່ຫຼອມໃຫ້ພຣະສົງ ເປັນຜູ້ທີ່ກ້າເວົ້າ ກ້າວ່າ, ກ້າສະແດງອອກ ແລະເສີມທັກສະຄວາມຊຳນານ ກ່ຽວກັບສີລະປະການເທດ ແລະ ການປາຖະກະຖາ ເພື່ອຈະໄດ້ນຳເອົາໄປໃຊ້ ອົບຮົມສັ່ງສອນ ພໍ່ອອກ ແລະອອກ ແລະ ເວົາວະຊົນໃຫ້ກາຍເປັນເຍົາວະຊົນທີ່ດີຂອງປະເທດຊາດ.

ສາຍເຊລຳເພົາ # 30. July 2009, 07:11
ແລະເຫັນຄວາມສຳຄັນ ແລະຈຳເປັນໃນການເຜີຍແຜ່ສາສນາ
Ekaggacitto Bhikkhu # 1. August 2009, 08:46
:::.N.H.U.::: # 31. August 2009, 17:31
Ekaggacitto Bhikkhu # 17. September 2009, 08:13
ສາຍເຊລຳເພົາ # 18. November 2009, 02:28