ປັນຍາ ແລະ ຄວາມກະຣຸນາ
Monday, 27. October 2008, 11:51:53
ຄຳຖາມ: ຂ້ານ້ອຍມັກໄດ້ຍິນເລື້ອຍໆເລື່ອງທັມມະກ່ຽວກັບ ປັນຍາ ແລະ ຄວາມກະຣຸນາ. ສອງຄຳນີ້ ມີຄວາມໝາຍແນວໃດ?
ຄຳຕອບ: ບາງສາສນາເຊື່ອວ່າ ຄວາມກະຣຸນາ ຫຼື ຄວາມຮັກ (ສອງຄຳສັບນີ້ ຄ້າຍຄືກັນຫຼາຍ) ວ່າເປັນຄຸນນະທັມມ໌ທີ່ສຳຄັນທາງສາສນາ ແຕ່ພວກເຂົາບໍ່ໄດ້ໃຫ້ ຄວາມສົນໃຈກ່ຽວກັບ ປັນຍາ ເທົ່າທີ່ຄວນ. ຜົນທີ່ຕາມມາກໍຄື ພວກເຂົາລົງເອີຍດວ້ຍ ການເປັນຄົນໃຈດີທີ່ໂງ່, ເປັນຄົນທີ່ມີຄວາມເມດຕາ ທີ່ມີຄວາມເຂົ້າໃຈໃນທັມມະ ພຽງເລັກນ້ອຍ ຫຼື ບໍ່ເຂົ້າໃຈເລີຍ. ຍັງມີລະບົບຄວາມຄິດແບບອື່ນອີກ ເຊັ່ນ ວິທະຍາສາດ, ເຊື່ອກັນວ່າ ປັນຍາ ສາມາດພັດທະນາໄດ້ດີທີ່ສຸດ ເມື່ອອາລົມຕ່າງໆ ລວມທັງຄວາມກະຣຸນາຖືກລະເລີຍ. ຜົນທີ່ຕາມມາກໍຄື ວິທະຍາສາດມີເຈຕະນາ ທີ່ຈະໃຫ້ຄວາມສົນໃຈໃນຜົນທີ່ອອກມາ ແລະ ລືມໄປວ່າ ວິທະຍາສາດ ແມ່ນສິ່ງທີ່ ຮັບໃຊ້ມະນຸດ, ບໍ່ແມ່ນເພື່ອຄວບຄຸມ ຫຼື ຢູ່ເໜືອມະນຸດ. ຖ້າບໍ່ດັ່ງນັ້ນ, ນັກວິທະຍາສາດ ໄດ້ນຳໃຊ້ທັກສະຄວາມສາມາດຂອງພວກເຂົາເຈົ້າເຂົ້າໃນການ ພັດທະນາລະເບີດນິວເຄຼຍ, ເຊື້ອໂຣຄສົງຄາມ ແລະ ອື່ນໆອີກໄດ້ຢ່າງໃດ? ພຣະພຸດທະສາສນາສອນວ່າ ເພື່ອຢາກເປັນຄົນທີ່ສົມດູນແທ້ຈິງ ແລະ ສົມບູນແບບ, ທ່ານຈະຕ້ອງພັດທະນາທັງສອງຢ່າງ ຄື ປັນຍາ ແລະ ຄວາມກະຣຸນາ.
ຄຳຖາມ: ຖ້າເປັນເຊັ່ນນັ້ນ, ອີງຕາມພຣະພຸດທະສາສນາ, ປັນຍາ ແມ່ນຫຍັງ?
ຄຳຕອບ: ປັນຍາທີ່ສູງສຸດຄືການຮູ້ແຈ້ງໃນຄວາມຈິງທຸກຢ່າງວ່າ ທຸກສະພາວະທັມມ໌ (ທຸກສິ່ງທຸກຢ່າງ) ແມ່ນບໍ່ສົມບູນແບບ, ເປັນອະນິຈຈັງ, ແລະ ບໍ່ມີຕົວຕົນ. ຄວາມເຂົ້າໃຈເຊັ່ນນີ້ ເປັນຄວາມຫຼຸດພົ້ນຢ່າງສິ້ນເຊີງ, ນຳໄປສູ່ຄວາມປອດໄປ ແລະ ຄວາມສຸຂຢ່າງຍິ່ງ ເຊິ່ງເອີ້ນວ່າ ນິພພານ. ແຕ່ເຖິງຢ່າງໃດກໍຕາມ, ພຣະພຸດທະອົງຄ໌ ບໍ່ໄດ້ກ່າວໄວ້ຫຼາຍຢ່າງກ່ຽວກັບປັນຍາລະດັບນີ້. ມັນຍັງບໍ່ທັນແມ່ນ ປັນຍາ ແທ້ ຖ້າຫາກວ່າເຮົາເຊື່ອແບບງ່າຍໆໃນສິ່ງທີ່ເຮົາຖືກເລົ່າສູ່ຟັງ. ປັນຍາ ທີ່ແທ້ຈິງ ຄືການເຫັນໂດຍກົງ ແລະ ເຂົ້າໃຈດວ້ຍຕົນເອງ. ຖ້າຢູ່ໃນລະດັບນີ້ແລ້ວ, ປັນຍາ ຄືການເປີດໃຈກວ້າງຫຼາຍກວ່າການປິດໃຈບໍ່ຍອມຮັບຟັງ, ການຟັງຄວາມຄິດເຫັນ ຂອງຄົນອື່ນ ຫຼາຍກວ່າການເປັນຄົນຈິດໃຈຄັບແຄບ; ສຳຫຼວດກວດກາຂໍ້ມູນຄວາມຈິງ ທີ່ຂັດແຍ້ງກັບຄວາມເຊື່ອຂອງຕົນ, ຫຼາຍກວ່າການເອົາຫົວໝົ້ນຂີ້ຊາຍ(ປຸຖຸຊົນໝົ້ນປ່າ); ບໍ່ຕົກເປັນທາດຂອງຄວາມຮູ້ສຶກສວ່ນຕົວ ແທນທີ່ຈະມີຄວາມລຳອຽງ; ໃຊ້ເວລາ ກ່ຽວກັບຄວາມຄິດເຫັນ ແລະ ຄວາມເຊື່ອ ແທນທີ່ຈະຮັບເອົາອາລົມທີ່ມັນເກີດຂື້ນມາ ທັນທີໂລດ. ກຽມພ້ອມສະເໝີທີ່ຈະປ່ຽນແປງຄວາມເຊື່ອຂອງພວກເຮົາ ເມື່ອຄວາມຈິງ ທີ່ເຫັນວ່າຂັດແຍ້ງນັ້ນຖືກນຳສະເໜີ, ນັ້ນຄື ປັນຍາ. ບຸກຄົນທີ່ເຮັດແນວນີ້ໄດ້ ແນ່ນອນ ວ່າເປັນຄົນສະຫຼາດ ແລະ ໃນທີ່ສຸດກໍຈະນຳມາເຖິງຄວາມເຂົ້າໃຈຢ່າງແທ້ຈິງ. ຫົນທາງທີ່ເຊື່ອພຽງແຕ່ທ່ານໄດ້ຍິນມາມັນງ່າຍ. ສຳລັບຫົນທາງຂອງພຣະພຸດ ທະສາສນາ ແມ່ນຕ້ອງການກຳລັງໃຈ, ຄວາມອົດທົນ, ຄວາມຜ່ອນສັ້ນຜ່ອນຍາວ ແລະ ຄວາມສະຫຼຽວສະຫຼາດ.
ຄຳຖາມ: ຂ້ານ້ອຍຄິດວ່າ ມີພຽງຄົນສວ່ນນ້ອຍທີ່ສາມາດເຮັດແນວນີ້ໄດ້. ຈຸດປະສົງຂອງພຣະພຸດທະສາສນາຢູ່ໃສ ຖ້າຫາກວ່າມີພຽງຄົນສວ່ນນ້ອຍປະຕິບັດ?
ຄຳຕອບ: ມັນເປັນຄວາມຈິງທີ່ຍັງບໍ່ແມ່ນທຸກຄົນຈະຕຽມພ້ອມຕໍ່ສັຈຈະທັມມ໌ທາງ ພຣະພຸດທະສາສນາ. ແຕ່ຖ້າຫາກວ່າບາງຄົນຍັງບໍ່ທັນເຂົ້າໃຈໃນຄຳສອນຂອງ ພຣະພຸດທະເຈົ້າໃນປັດຈຸບັນ ພວກເຂົາອາດມີວຸດທິພາວະພຽງພໍໃນຊາດໜ້າ ທີ່ຈະເຂົ້າໃຈຕື່ມອີກ. ແຕ່ເຖິງຢ່າງໃດກໍຕາມ, ຍັງມີຫຼາຍຄົນ ພຽງແຕ່ຟັງຄຳສອນ ທີ່ຖືກຕ້ອງ ແລະ ການໃຫ້ກຳລັງໃຈ, ກໍສາມາດມີຄວາມເຂົ້າໃຈເພີ່ມຂື້ນ. ແລະ ອາດຈະເປັນຍ້ອນເຫດຜົນນີ້ເອງ ຊາວພຸດຈິ່ງມີຄວາມພະຍາຍາມຢ່າງອອ່ນໂຍນ ແລະ ງຽບສະຫງົບ ເພື່ອແບ່ງປັນຄວາມຮູ້ໃນພຣະພຸດທະສາສນາກັບຄົນອື່ນ. ພຣະພຸດທະເຈົ້າສອນພວກເຮົາດວ້ຍຄວາມມີພຣະມະຫາກະຣຸນາທິຄຸນ ແລະ ເຮົາກໍຄວນຈະສອນຄົນອື່ນ ດວ້ຍຄວາມກະຣຸນາເຊັ່ນດຽວກັນ.
ຄຳຖາມ: ອີງຕາມພຣະພຸດທະສາສນາ, ແມ່ນຫຍັງຄື ຄວາມກະຣຸນາ ?
ຄຳຕອບ: ພຽງແຕ່ຄືກັນກັບປັນຍາ ທີ່ກວມເອົາເຖິງຄວາມສະຫຼາດ ແລະ ຄວາມ ເຂົ້າໃຈໃນທຳມະຊາດ, ຄວາມກະຣຸນາ ລວມເອົາທັງພາກສວ່ນຂອງອາລົມ ແລະ ຄວາມຮູ້ສຶກ. ເໝືອນກັບປັນຍາ, ຄວາມກະຣຸນາ ມັນກໍແມ່ນຄຸນສົມບັດພິເສດ ຂອງມະນຸດ. ຄວາມກະຣຸນາ compassion ມາຈາກສອງຄຳ co ມີຄວາມໝາຍວ່າ “ດວ້ຍກັນ together” ແລະ passion ມີຄວາມໝາຍວ່າ “ຄວາມຮູ້ສຶກຢ່າງແຮງກ້າ a strong feeling”. ນີ້ຄືຄວາມໝາຍຂອງ ຄວາມກະຣຸນາ. ເມື່ອພວກເຮົາເຫັນ ຄົນອື່ນຕົກທຸກຂ໌ໄດ້ຍາກ ເຮົາຮູ້ສຶກໄດ້ໃນຄວາມທຸກຂ໌ນັ້ນ ຄືກັນກັບວ່າມັນແມ່ນ ຄວາມທຸກຂ໌ເຮົາ, ແລະ ພະຍາຍາມທີ່ຈະກຳຈັດ ຫຼື ແບ່ງເບົາຄວາມທຸກຂ໌ ຂອງພວກເຂົາ, ເມື່ອນັ້ນແຫຼະຄື ຄວາມກະຣຸນາ. ດວ້ຍຄວາມປາຖນາດີ ຂອງມວນມະນຸດ, ແລະດວ້ຍຄຸນນະສົມບັດຂອງພຣະພຸດທະອົງຄ໌ທຸກປະການ ເຊັ່ນ ການແບ່ງປັນ, ຄວາມພ້ອມທີ່ຈະໃຫ້ຄວາມສະບາຍ, ຄວາມເຫັນອົກເຫັນໃຈ, ຄວາມຫວ່ງໄຍ ແລະ ໃສ່ໃຈ- ສິ່ງທັງຫຼາຍເຫຼົ່ານີ້ ຄືການສະແດງອອກເຊິ່ງ ຄວາມກະຣຸນາ. ທ່ານຈະສັງເກດເຫັນໄດ້ເຊັ່ນກັນ ໃນຄົນທີ່ມີ ຄວາມກະຣຸນາ, ຄວາມຫວ່ງໄຍ ແລະ ຄວາມຮັກຕໍ່ຄົນອື່ນ ມີເຄົ້າກຳເນີດມາຈາກຄວາມຫວ່ງໄຍ ແລະ ຄວາມຮັກສຳລັບຕົນເອງ. ພວກເຮົາສາມາດເຂົ້າໃຈຄົນອື່ນໄດ້ຢ່າງດີທີ່ສຸດ ເມື່ອໃດທີ່ເຮົາເຂົ້າໃຈຕົນເອງຢ່າງຖ່ອງແທ້. ພວກເຮົາ ຈະຮູ້ວ່າສິ່ງໃດດີທີ່ສຸດ ສຳລັບຄົນອື່ນ ເມື່ອພວກເຮົາຮູ້ວ່າສິ່ງໃດດີທີ່ສຸດສຳລັບພວກເຮົາເອງ. ພວກເຮົາ ສາມາດຮູ້ສຶກໄດ້ສຳລັບຄົນອື່ນ ເມື່ອພວກເຮົາຮູ້ສຶກສຳລັບຕົນເອງ. ດັ່ງນັ້ນ, ໃນທາງພຣະພຸດທະສາສນາ, ການພັດທະນາຈິຕໃຈຂອງຕົນຈິ່ງເບັ່ງບານຢ່າງເປັນ ທຳມະຊາດສູ່ຄວາມຫວ່ງໄຍໃນຄວາມສະຫວັດດີການຂອງຄົນອື່ນ. ຊີວິດຂອງ ພຣະພຸດທະອົງຄ໌ເປັນແບບຢ່າງທີ່ດີຕໍ່ກັບການປະຕິບັດແບບນີ້. ພຣະພຸດທະອົງຄ໌ ໃຊ້ເວລາຫົກປີໃນການສະແຫວງຫາຄວາມເປັນຢູ່ທີ່ດີຂອງຕົນ. ຫຼັງຈາກນັ້ນ, ພຣະພຸດທະອົງຄ໌ກໍໄດ້ນຳປະໂຫຍດສູ່ມວນມະນຸດຊາດ.
ຄຳຖາມ: ທ່ານກຳລັງເວົ້າວ່າພວກເຮົາສາມາດຊວ່ຍເຫຼືອຄົນອື່ນໄດ້ຢ່າງດີ ຫຼັງຈາກທີ່ພວກເຮົາສາມາດເປັນທີ່ເພິ່ງຂອງຕົນໄດ້ແລ້ວ. ນັ້ນມັນບໍ່ເປັນການ ເຫັນແກ່ຕົວຈັກໜ່ອຍບໍ?
ຄຳຕອບ: ຕາມປົກກະຕິ ພວກເຮົາເຫັນຄວາມເສຍສະລະຕົນເອງ, ແລ້ວຫວ່ງໄຍ ຄົນອື່ນທີຫຼັງ, ນີ້ມັນກົງກັນຂ້າມກັບຄວາມເຫັນແກ່ຕົວ, ຄື ຫວ່ງໄຍຕົນເອງ ກ່ອນຈະ ຫວ່ງໄຍຄົນອື່ນ. ພຣະພຸດທະສາສນາ ບໍ່ເຫັນອັນໃດອັນໜຶ່ງ ຫຼື ອັນອື່ນ ໃນນັ້ນ ແຕ່ແທນທີ່ຈະນ້ອມໄປຕາມທັງສອງຢ່າງນັ້ນ. ຄວາມໃສ່ໃຈໃນຕົນເອງຢ່າງອັດສະ ຣິຍະ ກໍຈະຄ່ອຍໆພັດທະນາໄປສູ່ການຫວ່ງໄຍ ໃສ່ໃຈຄົນອື່ນດວ້ຍຄວາມເຂົ້າໃຈວ່າ ຄົນອື່ນກໍເຊັ່ນດຽວກັນກັບຕົນເອງ. ນີ້ເອີ້ນວ່າ ຄວາມກະຣຸນາ ຢ່າງສະຫຼາດ. ຄວາມກະຣຸນາ ເປັນອັນຍະມະນີທີ່ງົດງາມໃນຈອມມົງກຸດແຫ່ງຄຳສອນຂອງ ພຣະພຸດທະເຈົ້າ.

ຄຳຖາມ: ເມື່ອກ່ອນທ່ານເວົ້າວ່າ ຄວາມກະຣຸນາ ແລະ ຄວາມຮັກ ຄ້າຍຄືກັນ. ມັນມີຄວາມແຕກຕ່າງກັນແນວໃດ?
ຄຳຕອບ: ບາງທີ ອາດຈະເປັນການດີທີ່ຈະເວົ້າວ່າ ທັງສອງຄຳມີຄວາມພົວພັນກັນ. ໃນພາສາອັງກິດ, ຄຳວ່າ “love ຮັກ” ສາມາດໃຊ້ອະທິບາຍຫຼາຍຄວາມຮູ້ສຶກ. ພວກເຮົາສາມາດຮັກຄູ່ສົມລົດຂອງເຮົາ, ຮັກພໍ່ແລະແມ່, ຮັກລູກ, ຮັກເພື່ອນສະໜິດ ແລະ ເພື່ອນບ້ານ. ເປັນທີ່ເຫັນໄດ້ຢ່າງແຈ່ມແຈ້ງ, ທັງໝົດຂອງຄວາມຮູ້ສຶກເຫຼົ່ານີ້ ແມ່ນມີຄວາມແຕກຕ່າງກັນຢ່າງແນ່ນອນ ແຕ່ມັນກໍມີອົງປະກອບພຽງພໍທີ່ຄ້າຍຄືກັນ ເພື່ອໃຫ້ເຮົາໃຊ້ຄຳດຽວ ຄືຄຳວ່າ “love ຮັກ” ສຳລັບຄວາມຮູ້ສຶກທັງໝົດ. ອົງປະກອບທີ່ຄ້າຍຄືກັນນັ້ນແມ່ນຫຍັງ? ເມື່ອພວກເຮົາຮັກໃຜຜູ້ໜຶ່ງ, ເຮົາສະແຫວງຫາ ຄວາມໃກ້ຊິດຈາກພວກເຂົາ, ພວກເຮົາເຫັນພວກເຂົາເປັນຕາໜ້າສົນໃຈ, ພວກເຮົາ ຫວ່ງໄຍໃນຄວາມສຸຂ ແລະ ທຸກຂ໌ຂອງພວກເຂົາ, ນິໄສ ຫຼື ສັນດານໃດໆ ທີ່ພວກເຂົາອາດມີທີ່ຄົນອື່ນເຫັນແລ້ວລຳຄານໃຈ ກໍບໍ່ເປັນຫຍັງສຳລັບເຮົາ, ພວກເຮົາບໍ່ຈຳເປັນຕ້ອງພະຍາຍາມເຫັນອົກເຫັນໃຈພວກເຂົາ, ແຕ່ມັນຈະເປັນເອງ ໂດຍທຳມະຊາດ. ຄວາມຮັກ ເປັນຄຳເວົ້າສຳລັບຄວາມຜູກພັນ, ຄວາມກະຣຸນາ, ຫວ່ງໄຍ ແລະ ເຫັນອົກເຫັນໃຈຕໍ່ຄົນອື່ນ. ຕາມປົກກະຕິ ພວກເຮົາຈະຮູ້ສຶກແນວນີ້ ຕໍ່ບຸກຄົນທີ່ພົວພັນກັບເຮົາໂດຍກົງ. ພຣະພຸດທະອົງຄ໌ຕຣັສວ່າ ພວກເຮົາຄວນຈະ ພະຍາຍາມຮູ້ສຶກແນວນີ້ຕໍ່ທຸກໆຄົນ. ພຣະອົງຄ໌ກ່າວວ່າ:
Sn.149
ໃນພຣະພຸດທະສາສນາ “immeasurable love ຄວາມຮັກທີ່ຄະນານັບບໍ່ໄດ້” ຫຼື ຄວາມຮັກທີ່ເປັນອັບປະມັນຍາ ເອີ້ນວ່າ ເມຕຕາ. ເມື່ອພວກເຮົາເຫັນຄົນອື່ນຕົກທຸກຂ໌ ຫຼື ກະວົນກະວາຍໃຈ, ອົງປະກອບຂອງຄວາມຫວ່ງໄຍ ຂອງຄວາມຮັກກໍເດັ່ນຂື້ນ ແລະ ສະແດງອອກມາເປັນຄວາມກະຣຸນາ. ດວ້ຍເຫດນີ້, ຄວາມກະຣຸນາ ຄື ຫົນທາງແຫ່ງຄວາມຮັກທີ່ພົວພັນຕໍ່ບຸກຄົນທີ່ກຳລັງມີຄວາມທຸກຂ໌.
ຄຳຖາມ: ຂ້ານ້ອຍຄິດວ່າ ເມື່ອທ່ານມີຄວາມເມດຕາ ແລະ ເປັນຄົນທີ່ສຸພາບ ອອ່ນໂຍນ ກໍຈະມີຄົນເອົາປຽບເອົາລັດທ່ານ?
ຄຳຕອບ: ກໍອາດເປັນໄປໄດ້. ແຕ່ເລື່ອງນີ້ກໍສາມາດເກີດຂື້ນໄດ້ເຊັ່ນກັນ ແມ່ນແຕ່ ທ່ານເປັນຄົນເຫັນແກ່ຕົວ ແລະ ເປັນຄົນຫົວດື້, ຍ້ອນວ່າ ຍັງຈະມີຄົນທີ່ຮຸນຮ້າຍກວ່າ ທ່ານອີກ. ບໍ່ມີສິ່ງໃດຮັບປະກັນໄດ້ເລີຍ. ແຕ່ເຖິງຢ່າງໃດກໍຕາມ, ຖ້າເປັນຄວາມຈິງວ່າ ໃນຂະນະທີ່ມີຄົນພະຍາຍາມ ເອົາປຽບໃນຄວາມດີຂອງທ່ານນັ້ນ, ຍັງມີອີກຫຼາຍຄົນ ທີ່ຈະຊື່ນຊົມ ແລະ ປະຕິບັດຕໍ່ທ່ານດວ້ຍຄວາມເຄົາລົບ. ທ່ານຈະມີເພື່ອນທີ່ດີສະເໝີ ແລະ ມີຜູ້ຊວ່ຍເຫຼືອຫຼາຍກວ່າຜູ້ກົດຂີ່ຂົ່ມເຫັງ. ເຊັ່ນດຽວກັນ, ດວ້ຍເຫດໃດທ່ານຈິ່ງ ຄວນພະຍາຍາມພັດທະນາໃຫ້ມີໃນຕົວທ່ານເອງ ໃນສິ່ງທີ່ທ່ານກໍບໍ່ມັກໃນຕົວຄົນອື່ນ?
___________________________________________________________
ແປຈາກປຶ້ມ: Good Question, Good Answer ຂຽນໂດຍ: Ven.S.Dhammika
___________________________________________________________

How to use Quote function: