Skip navigation.

ສາຍເຊລຳເພົາ

ເພື່ອການສຶກສາຫາຄວາມຮູ້ ທີ່ຄິດແບບທີ່ຄົນບໍ່ຄິດ ບາງຄັ້ງອາດໄດ້ໃຊ້ໃນຊີວິດຈິງ

Photo albums

  • ຍັນຕ໌

    ຍັນຕ໌

    1 images

    ຍັນມະຫາລາບຄຸ້ມຄອງຊັບ

  • ຮູບຫໍຄ້ອງສັນຕິພາບໂລກ

    ຮູບຫໍຄ້ອງສັນຕິພາບໂລກ

    11 images

    ອິງຕາມຂ່າວ

  • Photos

    1 images

  • ທາດຫຼວງນຳ້ທາ

    ທາດຫຼວງນຳ້ທາ

    10 images

    ທາດຫຼວງນຳ້ທາ

  • ແບບອັກສອນທັມ

    ແບບອັກສອນທັມ

    2 images

    ໂດຍ: ລູກຊາວດອນ
    ແບບອັກສອນທັມ ທີ່ທ່ານກຳລັງເຫັນຢູ່ນີ້ ເປັນພຽງສ່ວນໜຶ່ງ ທີ່ທາງສະພາຣາຊບັນດິດຈັນທະບູຣີ ຮ່ວມກັບພຣະຣາຊະວັງ ແລະຣັດບານ ສະໄໝນັ້ນໄດ້ປະກາດອອກແບບອັກສອນລາວໃນຂອບເຂດທົ່ວປະເທດ ປະກວດແມ່ແບບອັກສອນລາວ ແລະອັກສອນທັມ ເພື່ອປະດິດແມ່ພິມທີ່ເປັນມາດຕາຖານ ຜູ້ຂຽນພົບແບບເຊັ່ນນີ້ ເມື່ອປີ ໑໙໙໙ ທີ່ວັດແສນສຸຂະຣາມ ແລະເຫັນທີ່ ວິທະຍາໄລສົງວັດອົງຕື້.

  • ການທອດກະຖິນທີ່ວັດວຽງຈະເຣິນ ພ.ສ. ໒໕໕໑

    ການທອດກະຖິນທີ່ວັດວຽງຈະເຣິນ ພ.ສ. ໒໕໕໑

    12 images

    ວັນທີ ໒໖ ເດືອນຕຸລາ ປີ ໒໐໐໘ (ພສ. ໒໕໕໑) ເຈົ້າພາບຜ້າກະຖິນມີຍາແມ່ມົນ ພັນວົງສາ, ທ້າວສຸຣິນທອນ ນາງຄຳບາງ ພັນວົງສາ, ທ່ານບຸນໂຈມ ອຸບົນປະເສີດ, ທ່ານຄຳໝັ້ນ ນາງແກ້ວມະນີ ຮ່ວມກັນເປັນເຈົ້າພາບກກະຖິນທີ່ບ້ານໂພນຕ້ອງສະ ຫວາດ ເມືອງຈັນທະບູຣີ ໄດ້ພ້ອມພຽງກັນກັບລູກຫຼານ ມາທອດຖວາຍຜ້າມະຫາກະຖິນທີ່ວັດວິຈິຕທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊດເຊດຖາ ນະຄອນຫຼວງວຽງຈັ​ນ

  • ປະວາຣະນາກັມ

    ປະວາຣະນາກັມ

    48 images

    ປະວາຣະນາກັມ ເປັນສັງຄະກັມຊະນິດໜຶ່ງ ອັນເປັນກິດຂອງຄະນະສົງໂດຍສະເພາະ ມີຄວາມເໝືອນກັນກັບ "ລົງອຸໂປສົດກັມ, ສີມາກັມກັມ, ກະຖິນນະກັມ,".

    ປະວາຣະນາກັມ ເປັນກສາປາລີ ສ່ວນພາສາລາວຮຽກວ່າ "ປະວໍຣະນາກັມ ຫຼຶການທຳປະວໍຣະນາ, ການກ່າວປະວໍຣະນາກໍວ່າ" ການກະທຳເປັນສັງຄະກັມນັ້ນ ກະທຳໄດ້ປີໜຶ່ງ ຄັ້ງດຽວເທົ່ານັ້ນ ຄືໃນວັນຂຶ້ນ ໑໕ ຄ່ຳ ເດືອນ ໑໑ ຂອງທຸກໆປີ, ເປັນວັນດຽວກັນກັບ ວັນບຸນອອກພັນສາ ສະນັ້ນຈຶ່ງມີຄຳເວົ້າຈົນກາຍເປັນ ປະເພນີວ່າ "ອອກພັນສາປະວາຣະນາ ຫຼຶອອກພັນສາປະວໍຣະນາ" ກໍໄດ້ ການທຳ ສັງຄະກັມປະວໍຣະນານັ້ນເມື່ອເຖິງວັນ ໑໕ ຄ່ຳຂອງເດືອນ ໑໑ ແລ້ວມີພຸດທະດຳຣັດໃຫ້ພຣະພິກຂຸສົງທຳປະວໍຣະນາກັມ ສະນັ້ນເມື່ອວັນນັ້ນແລ້ວ ພຣະພິກຂຸສົງຈຶ່ງທຳປະວາຣະນາແທນອຸໂປສົດລະ ການອອກພັນສາຂອງພຣະ ພິກຂຸສົງແມ່ນພົ້ນເຂດ ການຢູ່ພັນສາໃນຕອນທ່ຽງຄືນຂອງແຮມ ໑ ຄ່ຳເດືອນ ໑໑.

    ຮູບນີ້ແມ່ນການທຳປະວາຣະນາກັມ ຂອງຄະນະສົງເມືອງໄຊຍະເສດຖາ ໒ ເຂດໃນເມືອງ ຄຶ ເຂດທາດຫຼວງ ກັບເຂດໂພນທັນ ປີ ພ.ສ ໒໕໕໑ (໒ ເຂດ ໃນເມືອງ) ມີພຣະສົງເຂົ້າຮ່ວມທຳສັງຄະກັມ ໑໘໑ ອົງ, ສ່ວນເຂດນອກເມືອງຂອງເມືອງໄຊເສດຖາ ຄື ເຂດໜອງໜ່ຽງ, ເຂດນາຄວາຍ ແລະເຂດໂຊກໃຫຍ່, ເຂດຈອມມະນີ ຕ່າງກໍເຮັດທີ່ເຂດຂອງຕົນ ສ່ວນຢູ່ໃນເມືອງອື່ນໆ ໃນນະຄອນຫຼວງວຽງຈັນ ແມ່ນທຳໃນວັດໃດວັດອື່ນໆຕາມແຕ່ລະເມືອງຈະຈັດຕາຕະ ຣາງໃຫ້.

    ຈັດຂຶ້ນທີ່ພັດທະສີມາໃຫຍ່ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີທ່ານພຣະອາຈາຣຍ໌ໃຫຍ່ ດຣ. ມະຫາວິຈິດ ສິງຫາຣາດ ປະທານອົງການພຸດທະສາສນາສັມພັນລາວ ເປັນປະທານ.


    my.opera.com/neuang/albums/show.dml?id=619745

  • ນຳ້ງື່ມ ໒

    ນຳ້ງື່ມ ໒

    1 images

    ພາບທໍ່ຂະໜາດໃຫຽ່ ທີ່ຈະເອົາກໍ່ສ້າງເຂື່ອນໄຟຟ້ານຳ້ງຶ່ມ ໒

  • ເຮັດຢ່າງລີງ ແຕ່ຢ່າເຮັດຢ່າງລີງ

    ເຮັດຢ່າງລີງ ແຕ່ຢ່າເຮັດຢ່າງລີງ

    11 images

    ເບິ່ງແມ໊ະລີງໂຕນີ້ ມັນເອົາທຸກຢ່າງ

  • ກອງບັນຊາການເມືອງຈັນທະບູຣີມອບໃບຍ້ອງຍໍໃຫ້ວິທະຍາໄລສົງ

    ກອງບັນຊາການເມືອງຈັນທະບູຣີມອບໃບຍ້ອງຍໍໃຫ້ວິທະຍາໄລສົງ

    7 images

    - ເນື່ອງຈາກນໍ້າຂອງລົ້ນຕະລິ່ງໄດ້ຖ້ວມບັນດາໝູ່ບ້ານ ໃນແຂວງຕ່າງໆທີ່ຕັ້ງຢູ່ໃນລ່ອງແມ່ນຳ້ຂອງ ແລະແມ່ນຳ້ສາຂາທົ່ວປະເທດລາວ ນະຄອນຫຼວງວຽງຈັນກໍເໝືອນກັບບັນດາເມືອງ ແລະແຂວງຕ່າງໆ ໂດຍສະເພາະແລ້ວ ເມືອງຈັນທະບູຣີເປັນເມືອງສູນກາງ ແລະເປັນໃຈກາງເມືອງເຊິ່ງມີສະຖານທີ່ສຳຄັນທາງປະຫວັດສາດ, ສາສະໜາ, ອາຄານສະຖານທີ່ ແລະທຸຣະກິດຕ່າງໆ ຈຶ່ງທາງຄະນະປ້ອງກັນໄພນຳ້ຖ້ວມຈຶ່ງສຸມທຸກກຳລັງແຮງ ແລະສະປັນຍາ ແລະກຳລັງຊັບ ເພື່ອປ້ອງກັນບໍ່ໃຫ້ນຳ້ຂອງລົ້ນຕລິ່ງໄຫຼເຂົ້າຕົວເມືອງ, ບັນດາປະຊາຊົນ ແລະທຸຣະກິດຫ້າງຮ້ານຈຶ່ງໄດ້ພ້ອມກັນຊ່ວຍເຫຼືອ ເພື່ອຕ້ານໄພນຳ້ຖ້ວມຄັ້ງນີ້.
    - ວິທະຍາໄລສົງ ມີຄະນາຈານ ພະນັກງານ ນິດສິດນັກສຶກສາສົງ ຈຶ່ງໄດ້ພ້ອມພຽງກັນຮິບໂຮມຈະຕຸປັດໄຈ ແລະເງິນຄຳໄປສົມທົບ ໃຫ້ແກ່ກອງບັນຊາການທະຫານເມືແງເມື່ອໃຫ້ກຳລັງໃຈ ໃນວັນທີ ໑໒ ຜ່ານມາ.
    - ວັນນີ້ ວັນທີ ໒໐/໐໘/໒໐໐໘ ທາງກອງບັນຊາການທະຫານເມືອງຈຶ່ງໄດ້ນຳເອົາ ໜັງໃບຍ້ອງຍໍຂອງກອງບັນຊາການທະຫານ ເມືອງຈັນທະບູຣີມາມອບໃຫ້ ເຊິ່ງມີທ່ານຜູ້ອຳນວນການວິທະຍາໄລສົງເປັນຜູ້ຮັບ ແລະຄະນະພັກຫ້ອງການທະຫານເມືອງເປັນຜູ້ມອບ ທັງກ່າວຍ້ອງຍໍວິທະຍາໄລສົງ ທີ່ໃຫ້ຄວາມເອົາໃຈໃສ່ ແລະນຳເຄື່ອງຂອງ ແລະເງິນຄຳໄປມອບໃຫ້ດ ທາງຜູ້ອຳນວຍການກໍກ່າວວ່າ ບັນຫາດັງກ່າວນີ ບໍ່ແມ່ນວຽກງານຂອງພາກສ່ວນໃດ ພາກສ່ວນໜຶ່ງ ແຕ່ມັນແມ່ນບັນຫາຂອງສັງຄົມລາວທັງມວນ ແລະເປັນວຽກງານມະນຸດສະທັມ ສະນັ້ນພາກລັດ, ໜ່ວຍງານສັງຄົມອື່ນໆ ໄດ້ພ້ອມຈິດພ້ອມໃຈກັນຕ້ານໄພນ້ຳຖ້ວມໄດ້ຢ່າງສຳເລັດ ທັງຍັງໄດ້ເຫັນຄວາມສາມັກຄີພາຍ ເຊິ່ງຍາມໃດພັກລັດຖະບານກໍເອົາໃຈໃສ່ ຕໍ່ບັນຫາຂອງສັງຕົມ ແລະປະຊາຊົນກໍພ້ອມກັນປະກອບສ່ວນທັງວັດຖຸປັດໄຈຕໍ່ແນວ
    ທາງອັນຖືກຕ້ອງຂອງພັກແລະລັດເຮົາ.

Download Opera, the fastest and most secure browser