ສາຍເຊລຳເພົາ

ສາຍນ້ຳແຫ່ງມິດຕະພາບ ແລະຄວາມຜູກພັນ

ສູດເຮັດນຳ້ປາແມ່ຄຳບູ່ ບ້ານຫາງດອນຂະເໝົາ

ໂດຍ: ສາຍເຊລຳເພົາ

- ເຄື່ອງປຸງອາຫານ ຂອງລາວນັ້ນບໍ່ແມ່ນສະເພາະແຕ່ປາແດກຢ່າງດຽວ ຄົນລາວທົ່ວປະເທດປຸງອາກຫານໂດຍສະເພາະຄົນລາວທາງພາກເໜືອ ເວລາປຸງອາຫານບໍ່ໃສ່ປາກ ແດກກໍມີ, ກົງກັນຂ້າມກັບຊາວພາກໃຕ້ທົ່ວໄປ ແລະເຂດສີພັນດອນ ປາແດກນອກຈາກໃຊ້ເປັນເຄື່ອງອາຫານທົ່ວໄປແລ້ວຍັງເຮັດເປັນອາຫານດ້ວຍ ເຊັ່ນລາບປາແດກ ແລະ ໝົກປາແດກ ແຕ່ທີ່ສີພັນດອນບໍ່ເຫັນເອົາປາແດກມາເຮັດເປັນແຈ໋ວບອງເໝືອນພາກອື່ນ.

- ແຕ່ຢ່າງໃດກໍຕາມ ຄົນລາວທາງສີພັນດອນນອກຈາກເອົາປາແດກ ມາເປັນເຄື່ອງປຸງ ຫຼືເຄື່ອງປະກອບອາຫານແລ້ວ ຍັງມີນຳ້ປາ ແລະນຳ້ສະອິິຶ໊ວດ້ວຍ, ສະນັ້ນຈຶ່ງ ສະເໜີສູດ ນຳ້ປາຂອງແມ່ຄຳບູ່ບ້ານຫາງດອນຂະເໝົາ ເມືອງມຸນລະປະໂມກ ແຂວງຈຳປາສັກ ດັ່ງນີ້.

- ນຳ້ປາສູດແມ່ຄຳບູ່ມີ ໓ ສູດ ດັ່ງນີ້ (ໃນສະໄໝຂອງແມ່ບູ່ການເຮັດນຳ້ປາບໍ່ໄດ້ເຮັດຂາຍ ພຽງແຕ່ເຮັດກິນໃນຄອບຄົວ ແລະແບ່ງພີ່ນ້ອງກິນເທົ່ານັ້ນ)

ສູດ ໑.
໑. ເອົາປາເກັດມາຄົວເອົາໃສ້ອອກ ໂຕໃຫຍ່ຟັກໃຫ້ເປັນຕ່ອນນ້ອຍໆ.
໒. ເອົາເກືອມາໝັກ.

ສູດ ໒.
໑. ເອົາປາເກັດມາຄົວເອົາໃສ້ອອກ ໂຕໃຫຍ່ຟັກໃຫ້ເປັນຕ່ອນນ້ອຍໆ.
໒. ເອົາເກືອມາໝັກ.
໓. ເອົານຳ້ອ້ອຍ ຫຼືນຳ້ຕານຊາຍ ຫຼືນຳ້ຕານຕົ້ນກໍໄດ້ມາຂົ້ວໃສ່ໝໍ້ຂາງຈົນເຫຼືອງຈາກໜ່ອຍໝັກລົງໃສ່ປານັ້ນຫຼັງຈາກໝັກປາໄດ້ ໑໕ ວັນແລ້ວ.

ວິທີເອືອບ ຫຼືໝັກ:
- ໃຫ້ເອົາຖ້ວຍກາໄກ່ ມາຜອງເອົາເນື້ອປານັ້ນໄດ້ຫຼາຍນ້ອຍພຽງໃດ ສົມມຸດວ່າໄດ້ປາ ໕໐ ຖ້ວຍ, ກໍໃຫ້ຜອງເກືອດ້ວຍກົ້ນຖ້ວຍກາໄກ່ນັ້ນເທົ່າກັນ ແລ້ວຈຶ່ງເອືອບປາດ້ວຍ ເກືອໃຫ້ທົ່ວແລ້ວຈຶ່ງປະໄວ້ ແຕ່ ໑ ເດືອນ ເຖິງ ໑໒ ເດືອນກໍຍິິ່ງຣົດຊາດນົວຂຶ້ນ.


ສູດ ໓
- ສູດສາມນັ້ນ ຈະຮຽກວ່າສູດຣິໄຊເກິລ ກໍໄດ້ ເພາະເອົາຂອງເຫຼືອໃຊ້ມາເຮັດ ຄື
໑. ປາຈາວທີ່ເກີນອາຍຸ ຄືປາຈາວເຮັດໄວ້ປະມານ ໑ ປິ ເກີນຈາກນັ້ນປາຈາວຈະໂອ່ ຊີ້ນປາຈະເປື່ອຍກິນບໍ່ແຊບ.
໒. ປາສົ້ມທີ່ເກີນອາຍຸ ຄືປາສົ້ມເຮັດໄວ້ກິນດົນບໍ່ເກີນ ໑໐ ແຕ່ຢ່ກກິນດົນກວ່ານັ້ນ ເມື່ອເຮັດປາສົ້ມໄດ້ ໔ ວັນແລ້ວໃຫ້ເອົາປາສົ້ມໄປໃສ່ຕູ້ເຢັນໄວ້ສາມາດເກັບຮັກສາໄວ້ອີກ ໒໐ ກວ່າວັນ ຫາກເກີນນັ້ນໃຫ້ທ້ອນໄວ້ໃນໃຫຕ່າງຫາກ ເພື່ອຈະໄດ້ຣວມກັນເອົາໄປເຮັດນຳ້ປາ(ແຕ່ຕ້ອງເອົາໄປລວມກັບຊະນິດອື່ນ ບໍ່ຄວນເອົາປາສົ້ມມາເຮັດນຳ້ປາຢ່າງດຽວເພາະນຳ້ປາຈະອອກມາຊະນິດສົ້ມ.
໓. ປາແດກ ປາແດກທີ່ຈະເອົາມາກິນສົດອາຍຸແຕ່ ໖ ເດືອນຂຶ້ນໄປແມ່ນປາແດກທີ່ດີ, ຫາກຈະເອົາໄວ້ເຮັດເຄື່ອງປະກອບອາຫານປາແດກຈະມີອາຍຸແຕ່ ໖ ເດືອນ ເຖິງ ໑ ປີ ຫາກຮອດ ໓ ປີເຂົາວ່າເປັນປາແດກທີ່ເລີດລົດ ກາຍກວ່ານັ້ນແມ່ນເປັນປາແດກບໍ່ດີ ຖ້າຫາກຮັກສາບໍ່ດີປາແດກຈະເໝັນ.

ວີທີຕົ້ມນຳ້ປາ
໑. ໃຫ້ຫາໝໍ້ໃຫຍ່ມາຜັດລ້າງດີແລ້ວ ໃຫ້ເອົາ
໒. ປາໝັກທີ່ຈະເຮັດນຳ້ປານັ້ນລົງໃສ່ໝໍ້ຕື່ມນຳ້ລົງ ຫຼາຍໆ ກະເອົາພໍເໝາະກັບປະຣິນມານປາເອືອບ
໓. ຕົ້ມປານັ້ນດ້ວຍໄຟພໍປະມານຕົ້ມໄປຈົນ້ປານັ້ນປື່ອຍ ປະມານ ໖-໑໒ ຊົ່ວໂມງ ໃຫ້ພຽນຕື່ມນຳ້ເລື້ອຍໆ
໔. ໃຫ້ຫາໂຖແກ້ວກໍໄດ້ ໝໍ້ໜຶ້ງໃໝ່ກໍໄດ້ ຫຼືພາຊະນະໃດໆ ກໍສຸດແລ້ວແຕ່ຫາໄດ້ ແຕ່ຄັນເປັນໂຖກແກ້ວຍຍິ່ງດີເພາະຈະມອງເຫັນນຳ້ປາສວຍງາມ
໕. ໃຫ້ຫາຟອຍ ຫຼືໄຍຄໍຕົ້ນພ້າວ ມາຫຼາຍໆ ລ້າງນຳ້ແລ້ວເອົາມາຊ້ອນກັນໜາໆ ໜາເທົ່າໃດຍິ່ງດີ ເອົາພາສະນະເປັນຈອຍ ຫຼືຫວດກໍໄດ້ ເອົາໄຍຄໍຕົ້ນພ້າວນັ້ນວາງລົງ ໄວ້ໃນພາຊະນະທີ່ເຮົາກຽມໄວ້ນັ້ນ ແລ້ວໃຫ້ຕັກເອົານຳ້ຕົ້ມປານັ້ນໃສ່ປະໄວ້ໃກ້ນຳ້ໄຫຼລົງພາຊະນະ ໄປຈົນໝົດໝໍ້, ນຳ້ຕົ້ມປາປະມານ ໒໐ ລິດອາດຊິໄຊ້ເວລາ ໑-໒ ວັນແລ້ວຈຶ່ງເອົານຳ້ປານັ້ນໄປບັນຈຸກວດ.


ວິທິເກັບຮັກສາ
໑. ຕັກເອົານຳ້ປາທີ່ໄດ້ໄປບັນຈຸໃສ່ກວດປິດຝາໃຫ້ດີ ສາມາດເອົາໄວ້ກິນນານເຖິງ ໑ ປີ

ຄຸນນະພາບນຳ້ປາ ໑ ສູດ.
໑. ສຸດທີ ໑ ນຳ້ຈະນົວທຳມະດາແຊບ ເອົາໄປປຸງອາຫານໄດ້ທຸກປະເພດ ແຕ່ລະຮັກສາໄວ້ດົນນານເຖິງ ໑ ປີ
໒. ສູດທີ ໒ ຈະແຊບອີກແບບໜຶ່ງ ສາມາດປຸງອາການໄດ້ຫຼາຍນິດເຊັ່ນກັນ ແຕ່ຮັກສາໄວ້ປະມານ ໖-໘ ເດືອນ ອິງຕາມປະສິດທິພາບໃນການເກັບຮັກສາ.
໓. ສູດທີ ໓ ຈະແຊບອີກແບບໜຶ່ງສາມາດນຳເອົາມາປຸງອາຫານໄດ້ຫຼາຍຊະນິດເຊັ່ນກັນ ແຕ່ເກັບຮັກສາໄວ້ບໍ່ເກິນ ໖ ເດືອນ ຫາກມີສວ່ນປະສົມຂອງປາສົ້ມຫຼາຍ ນຳ້ປາຈະອອກລົດສົ້ມ.

ສືບທອດມູນມັງໂດຍສາຍເຊລຳເພົາບໍ່ສະຫງວນສິດ ເຮັດແລ້ວຝາກໃຫ້ແນ່ແມ່ນດີທີ່ສຸດ
ຂໍ້ຫ້າມ ເນື່ອງຈາກເປັນສູດບູຮານລາວ ຊາວສີພັນດອນຈຶ່ງມີຂໍ້ຫ້າມໄວ້
໑. ຫ້າມໃສ່ແປ້ງນົວ.
໒. ຫ້າມໃສ່ສານກັນບູດ.


- ສະຫງວນລິຂະສິດ ຄື ຫ້າມບໍ່ໃຫ້ເອົາເນື້ອຄວາມນີ້ໄປລົງຕີພິມໃນວາຣະສານ ແລະໜັງສືພິມ, ຫ້າມຕ້ອງການເອົາໄປລົງ ໃຫ້ຂໍອະນຸຍາດ.

ວິທີໃສ່ບາດຕອນເຂົ້າທີ່ຖືກຕ້ອງຄວນເຮັດແນວໃດ ?ກອນເສົ້າຊາວອີສານ

Comments

Anonymous Saturday, October 17, 2009 2:30:45 PM

Anonymous writes: ຂ້າພະເຈົ້າຂໍຖາມແດ່ວ່າ ຣົດຊາດນ້ຳປາອອກມາເປັນແນວໃດ ຄືຂອງທີ່ເຮົານຳເຂົ້າຈາກຕ່າງປະເທດບໍ

ສາຍເຊລຳເພົາneuang Sunday, October 18, 2009 5:22:03 AM

ແຊບຊ້ອຍກົມກ່ອມ ທັງກວ່າ ສາມາດເຮັດແຈ່ວນຳ້ປາໄດ້ດີທີ່ສຸດ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

February 2012
M T W T F S S
January 2012March 2012
1 2 3 4 5
6 7 8 9 10 11 12
13 14 15 16 17 18 19
20 21 22 23 24 25 26
27 28 29