ຂອງສອງສິ່ງ ສອງສະຖານທີ່ສອງວັດທະນະທຳ ແຕ່ມີຄວາມຄ້າຍກັນ
Friday, 19. December 2008, 12:09:00
ເມື່ອຜູ້ຂຽນໄປຢ້ຽມຢາມພີ່ນ້ອງຢູ່ບ້ານຊັນໂກ ເມືອງຊັນໂກ ແຂວງກຳປົງຖົມ ໄດ້ມີໂອກາດ ໄປນະມັດສະການພຣະອາຈານເຈົ້າອາວາດວັດນັ້ນ, ທ່ານພຣະອາຈານນັ້ນ ກໍໃນຖານະເປັນ ຍາດພີ່ນ້ອງຂອງຫຼາຍເຂີຍຂອງຜູ້ຂຽນ.
ເມື່ອທ່ານຕ້ອນຮັບປະຕິສັນຖານຜູ້ຂຽນຮຽບຮ້ອຍແລ້ວ ກໍໄດ້້ເລີມສົນທະນາປາໄສຫຼາຍ ເລື່ອງ ໂດຍສະເພາະໄດ້ສົນທະນາກ່ຽວກັບສະພາບການບ້ານເມືອງແລະ ພຣະພຸດທະສາສນາ, ໃນປະເທດກຳປູເຈັຍໃນໄລຍະຜ່ານມາ ແລະສະພາບທີ່ຊີວິດສ່ວນຕົວຂອງທ່ານເຈົ້າອາວາດ, ທ່ານເຈົ້າອາວາດນັ້ນເປັນຄົນບ້ານຊັນໂກນີ້ ແລະເຄີຍບວດໃນວັດນີ້ມາກ່ອນ, ບວດຄັ້ງທີສອງ ນີ້ໄດ້ ໑໘ ພັນສາແລ້ວ, ກ່ອນໜ້ານັ້ນ ສະໄໝໂປນປົດ ທ່ານໄດ້ຖືກສິກເນື່ອງຈາກທາງໂປນປົດ ໃຫ້ສິກ ເມື່ອປະເທດຂະເໝນປົດປ່ອຍມາເຫີງເຕີບ ຈຶ່ງໄດ້ບວດຄືນເປັນເຈົ້າອາວາດໃນວັດນີ້ ສະນັ້ນສະພາບການຕ່າງໆ ທ່ີກ່ຽວພັນກັບວັດນີ້ທ່ານຈຶ່ງເກັບກຳໄດ້ລະອຽດ.
ວັດນີ້ເປັນວັດເກົ່າແກ່ວັດໜຶ່ງ ເກົ່າຈັຍຫາປະຫວັດບໍ່ໄດ້ ແລະວັດນີ້ຍັງມີຊັບສົມບັດເກ່ົາ ແກ່ຫຼວງຫຼາຍ ສິ່ງທີ່ເຂົາແນະນຳໃຫ້ເບິ່ງມີຈຳພວກ ປະຕິມາກຳເຄື່ອງຫີນສະໄໝຂອມ ແລະອີກ ສິ່ງໜຶ່ງທີ່ເຂົາແນະນຳແມ່ນ.
“ຮູບເສລາພຣະຫີນ” (ເບິ່ງທາງດ້ານຊ້າຍມື) ຕາການບອກເຫຼົ່າຂອງເຈົ້າອາວາດ ແລະ ທຳມະການວັດ ບອກວ່າ ເປັນສົມບັດເກົ່າແກ່ຂອງວັດນີ້ມາເຫິງນານຫາປະມານບໍ່ໄດ້, ແລະ ເສລາພຣະຫີນນີ້ ກໍຕັ້ງຢູ່ສິມນີ້ມາຕັ້ງແຕ່ເຫິງນານ.
ສິ່ງໜຶ່ງທີ່ມີຄວາມສຳຄັນສຳລັບວັດ ແລະສຳລັບພຣະອົງນີ້ ແມ່ນວ່າໃນສະໄໝໂລນນົນ ນັ້ນ ມີການທຳສົງຄາມລະທາງອາກາດ ມີການຖິ້ມລະເບີດໃສ່ວັດນີ້, ແຕ່ວ່າລູກລະເບິດບໍ່ຕົກ ໃສ່ວັດແມ່ນແຕ່ລູກດຽວ ລູກລະເບີດຈະຕົກໃສ່ບໍລິເວນອ້ອມແອ້ມວັດ ແລະບ້ານເຮືອນຄົນຫຼວງ ຫຼາຍ ສິມ ແລະສາລາໂຮງທັມ ຈຶ່ງລອດພົ້ນຈາກສົງຄາມທຸກຍຸກທຸກສະໄໝ, ຕົກມາຮອດສະ ໄໝໂປນປົດ ເສລາພຣະຫີນນີ້ກໍຖືກພວກໂປນປົດເອົາເຫຼັກ, ເອົາຄ້ອນມາພາກັນທຸບ ແຕ່ກໍບໍ່ເປັນ ຫຍັງຫຼາຍປານໃດ ມີພຽງຫ່ານເລັກນ້ອຍຢູ່ກາງເສລານັ້ນ, ເສລານີ້ ນອກຈາກ ມີຄວາມສຳຄັນ ດ້ານແຄ້ວຄົງ ແລະພິດສະຫຼີກແລ້ວ ຍັງມີຄວາມສຳຄັນເລື່ອງຂໍໍບະ ຂໍບົນ ແລະຂໍຫຍັງໆ ກໍໄດ້ ສັບພະສິ່ງ ແຕ່ມີຄົນຂະເໝນຈຳນວນນ້ອຍ ທີ່ຈະມາຂໍບະຂໍບົນ, ເພາະຄົນຂະເໝນສ່ວນໃຫຍ່ ຈະເນັ້ນເຖິງການໄຫວ້ພຣະ ສູດມົນ ແລະປະຕິບັດທັມ ເປັນສ່ວນໃຫຍ່ ຈຶ່ງບໍ່ມີໃຜຂໍມາບະມາບົນ ຄືກຄັກ ເໝືອນທີ່ອື່ນຄັນມີກໍລັບໆລື້ໆ, ອີກອັນໜຶ່ງບ້ານນີ້ກໍຍັງເປັນບ້ານນອກ ຄົນບ້ານນອກຈະ ເຊື່ອເລື່ອງບະບົນນ້ອຍ ບໍ່ເໝືອນຄົນໃນເມືອງ ທີ່ສຳຄັນຊາວບ້ານຍັງປິດບັງຢູ່ ເນື່ອງຈາກຂອງ ສຳຄັນຫຼາຍລາຍກາຍຖືກມືດີມາຂະໂມຍໄປ ອັນນີ້ເປັນຄຳເວົ້າຂອງທຳມະການວັດ.
ປັດຈຸບັນ ເສລາພຣະຫີນນີ້ ໄດ້ປະດິດສະຖານຢູ່ສີມຊັ້ນທີ ໓ (ສິມຂະເໝນມີຮອດສາມ ຊັ້ນ, ສອງຊັ້ນ ແລະຊັ້ນດຽວ ຫາກເປັນຊັ້ນດຽວມັກຈະຍົກພື້ນສູງກວ່າສິ່ງກໍ່ສ້າງໃດໆໝົດພາຍ ໃນວັດ) ຕ້ອງທາສີ ແລະເອົາຜ້າຄຸມມາຮຸມໄວ້ ເພື່ອປິດບັງອຳພາງບໍ່ໃຫ້ຄົນຮູ້ຈັກວ່າເປັນຂອງ ດີ ຫາກບໍ່ມີແຂກສຳຄັນ ຈັກບໍ່ເປີດໃຫ້ໃຜເບິ່ງເດັດຂາດ.
ສິ່ງທີ່ນຳມາເວົ້ານີ້ ເນື່ອງຈາກວ່າຜູ້ຂຽນໄດ້ຮູບອັນໜຶ່ງ ທາງເວບໄຊທ໌ລາວ ໄດ້ເຫັນຂອງ ສິ່ງດຽວກັນນີ້ ມີຄວາມເໝືອນກັນທັງທາງຮູບຮ່າງ ແລະປະຕິມາກຳ ບອກວ່າຢູ່ໃນວັດໜຶ່ງ ທີ່ ເມືອງຫຼວງພຣະບາງ ອັນນີ້ຈຶ່ງຢາກສະເໜີໃຫ້ທ່ານຜູ້ອ່ານຊາບວ່າ ມັນຈະເປັນໄປໄດ້ບໍ່ວ່າ ຂອງ ສອງສິ່ງນີ້ມັນຈະມີທີ່ມາຈາກສະຖານທີ່ດຽວກັນ, ຫຼືບໍ່ມາຈາກພື້ນຖານວັດທະທະທຳດຽວກັນ, ຫຼືກ່ຽວຂ້ອງກັບກັບປະຫວັດສາດພຣະເຈົ້າຟ້າງຸ່ມມະຫາຣາດ, ຫາກບໍ່ກ່ຽວຂ້ອງກັນແລ້ວ ເປັນ ຫຍັງ ສີລະປະຈັ່ງມາເໝືອນກັນແທ້.
















How to use Quote function: