ສາຍເຊລຳເພົາ

ສາຍນ້ຳແຫ່ງມິດຕະພາບ ແລະຄວາມຜູກພັນ

ພຣະແສນ(ຊຽງແຕງ)

ໂດຍ: ສາຍເຊລຳເພົາ

ສະຖານທີປະດິດສະຖານ: ວັດຫົງຣັດຕະນະຣາມຣາຊະວໍຣະວິຫານ ເຂດບາງກອກໃຫຍ່ ກຸງເທບມະຫານະຄອນ.
ພຸດທະລັກສະນະ: ສີລປະລ້ານຊ້າງ ປາງມາຣະວິຊັຍ ຂັດສະມາທິຮາບ.
ຂະໜາດໜ້າຕັກ: ກວ້າງ ໒໕.໕ ນິ້ວ.

- ພຣະພຸດທະຮູບລ້ານຊ້າງທີ່ສຳຄັນອົງນີ້ ເປັນມໍຣະດົກສຳຄັນຂອງລາວ ທີ່ຖືກຂົນຍ້າຍອອກໄປນອກປະເທດໃນປາງສົງຄາມສຍາມ-ລາວ ຕາມປະວັດຫຼໍ່ຂຶ້ນໂດຍພຣະຄຣູໂພນ ສະເມັກ ສະໄໝທີ່ທ່ານທຸດົງລ່ອງລົງໄປທາງໃຕ້ຈົນເຖິງປາກແມ່ນຳ້ໂຕຣຍຈັງຫວະ ຫຼືປາກແມ່ນນຳ້ຕົນເລສ໊ະ ເຫັນໄຊຍະພູມເໝາະສົມ ຈຶ່ງພັກພາປະຊາຊົນພັກຢູ່ທີ່ນັ້ນ ແລະນຳ ພາປະຊາຊົນຊາວທ້ອງຖິ່ນສ້າງວັດຂຶ້ນທີ່ນັ້ນ ຕໍ່ມາມີແມ່ອອກເບັນ ຄົນຊາວພື້ນເມືອງສັດທາສົມເດັດມາຄຳ້ຈັງຫັນເພນ ແມ່ອອກເບັນໄດ້ບໍ່ຣິຈາກທີ່ດິນຖວາຍແກ່ສົມເດັດ ສົມເດັດ ຈຶ່ງໄດ້ພາຍາດໂຍມທຳບຸນ ສ້າງກອງປະທາຍໃຫຍ່ຂຶ້ນຢູ່ເມືອງນັ້ນ ແລະເຈົ້າເມືອງຂະເໝນເຫັນສົມເດັດມີຄົນນິຍົມຫຼາຍ ຄິດວ່າຈະເປັນອຸ ປະສັກຕໍ່ຂະເໝນ ຈຶ່ງຫາອຸບາຍເກັບພາສີຄອບຄົວລາວ ແພງ ໘ ບາດຕໍ່ປີ ຈຶ່ງເກີດຄວາມເດືອດຮ້ອນ ອົງສົມເດັດຈຶ່ງໄດ້ນຳພາຍາດໂຍມຂຶ້ນມາຮອດຊຽງແຕງ ຈຶ່ງໄດ້ສ້າງບ້ານໜຶ່ງຢູ່ຝັ່ງຕາເວັນ ອອກຂອງເຊກອງ ເປັນເມືອງຈຶ່ງຂະໜານນາມວ່າ ເມືອງຊຽງແຕງ ໃນການສະຫຼອງເມືອງນັ້ນໄດ້ສ້າງພຣະຂຶ້ນທີ່ນັ້ນໄວ້ຫຼາຍ ໃນນັ້ນມີພຣະແສນ ທີ່ເຮັດດ້ວຍທອງສຳເຣັດ ແລະມີຄວາມສັກສິດຊາວເມືອງ ວັດທີ່ທ່ານສົມເດັດໂພນສະເມັກ ສ້າງປາກົດຢູ່ໃນເມືອງ ມີ ໓ ວັດຄື ວັກເໜືອ, ວັດກາງ ແລະວັດພູ.
- ເຫດທີ່ໄປປະດິດສະຖານຢູ່ໄທຍ໌ ເນື່ອງຈາກພຣະປິ່ນເກົ້າ ກະສັດຂອງສຍາມໄດ້ຍິນກິດຊັບຄວາມອະພິນິຫານຂອງພຣະພຸດທະຮູບອົງນີ້ ພຣະອົງກໍໄດ້ໂຜດເກົ້າໃຫ້ອັງເຊີນ ພຣະອົງແສນຈາກເມືອງຊຽງແຕງ ເມື່ອປີ ໒໔໐໒(໑໘໙໕) ແລະພຣະຣາຊະທານໄປຍັງພຣະປິ່ນເກົ້າ ໄດ້ໃຫ້ໄປປະດິດສະຖານໄວ້ເບື້ອງໜ້າພຣະປະທານໃນວັດຫົງຣັຕນາຣສມອັນເປັນວັດ ກົມສົມເດັດພຣະສຸຣິເຍນທະຣາມາຕພຣະຣາຊະທານຊົປະຕິສັງຂອນ.
- ພຣະແສນເມືອງຊຽງແຕງ ປະດິສະຖານເປັນທີ່ເຄົາຣົບບູຊາຂອງຊາວທົນບູຣິ ຢູ່ທີ່ວັດຫົງຣັດຕນາຣາມມາຮອດປີ ໒໐໐໙ ນີ້ ເປັນເວລາ ໑໑໓ ປິແລ້ວ, ພຣະແສນນີ້ ເປັນທີ່ຂາບໄວ້ຂໍພອນຈາກຊາວໄທຍ໌ທັງມວນ ດ້ວຍຄວາມເຊື່ອຖືໃນຄວາມສັກສິດສະເໝີບໍ່ໄດ້ຂາດ ສິ່ງທີ່ຊາວໄທຍ໌ນິຍົມນຳມາຖວາຍພຣະພຸດທະຮູບ ຄື ເຂົ້າໜຽວ, ປາແດກ ແລະໄຂ່ຕົ້ມ ເໝືອນກັບພຣະແກ້ວມໍຣະກົດ ແລະພຣະລາວທົ່ວໄປໃນເມືອງໄທຍ໌.
- ເຖິງວ່າພຣະແສນເມືອງຊຽງແຕງ ຈະໄດ້ໄປຢູ່ກຸງເທບ ປະເທດໄທຍ໌ກໍຕາມ ແຕ່ວ່າພຣະພຸດທະຮູບນີ້ ເປັນສົມບັດຂອງລາວໃນອະດີດ ຈຶ່ງໄດ້ອັງເຊິນເອົາປະວັດຂອງທ່ານ ມາໄວ້ນະທີນີ້ເພື່ອເປັນທີ່ຣະນຶກຮູ້ໄວ້ໃນໃຈຂອງຄົນລາວທົ່ວໄປ.

ແມ່ນຳ້ຂອງ, ແມ່ນຳ້ໂຂງ ?ພຣະຍາດໄຂ້ຫວັດສັດປີ ປ້ອງກັນໄດ້ງ່າຍໆ

Comments

Anonymous Wednesday, November 26, 2008 12:38:26 AM

ສັນຕິສຸກ writes: ທີ່ເມືອງຊຽງແຕງນັ້ນ ເປັນດິນແດນທີ່ມີຄົນເວົ້າພາສາລາວຫຼາຍ

ສາຍເຊລຳເພົາneuang Wednesday, November 26, 2008 1:27:50 PM

ແມ່ນແລ້ວເຄີຽໄປຫຼາຽຽຽຽຄັ້ງ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

February 2012
M T W T F S S
January 2012March 2012
1 2 3 4 5
6 7 8 9 10 11 12
13 14 15 16 17 18 19
20 21 22 23 24 25 26
27 28 29