Skip navigation.

ສາຍເຊລຳເພົາ

ສາຣະໄຮ້ຂອບເຂດ ຄວາມຄິດໄຮ້ພຣົມແດນ (ບລ໊ອກຄົນລາວເພື່ອຄົນລາວ)

ສີລາຈາຣືກອັກສອນລາວທີ່ມີອາຍຸເກົ່າແກ່ປາກົດຕົວໃນພາກອີສານຂອງໄທຍ໌ ໄຂຄວາມຈິງສີລາຈາຣືກຂຸນຣາມà

ລູກຊາວດອນ

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບແລ້ວໃນວຽງຈັນ ແມ່ນຈາຣືກຫຼັກເສມາຫິນຊົງກົມໝາຍເລກ ທຫຼI/໑໓ ປາກົດປາກົດສັກກຣາດ ເປັນຈຸລສັງກາດ ໓໑໔ ຫາກໄລ່ມາຮອດປີ ຄ.ສ ໒໐໐໘ ນີ້ ຈາຣືກອັກສອນລາວໃນເສມານີ້ມີອາຍຸນານເຖິງ ໑໐໕໖ ປີ.(ວິທີຄິດໄລ່ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ ໑໓໗໐ ກົງກັບປີ ພ.ສ ໒໕໕໑ ຄ.ສ ໒໐໐໘ ຄື ສັງກາດທີ່ພົບໃນສີລາ ຈາຣືກນີ້ຈາຣືກຂຶ້ນໃນປີ ໑໔໙໕ ຄ.ສ ໙໕໒).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ ໒໖ ກໍລະກົດ-ກັນຍາ ໒໐໐໕

- ຈາຣືກອັກສອນລາວທີ່ອາຍຸເກົ່າແກ່ທີ່ສຸດທີ່ພົບແລ້ວໃນຫຼວງພຣະບາງ ແມ່ນຈາຣືກອັກສອນລາວທີ່ບັນທຶກໃສ່ສີລາ ຫຼັກທີ ໑ ວັດວິຊຸນນະຣາດ(ດຽວນີ້ໄດ້ຍ້າຍໄປທີ່ພິພິດທະ ພັນພຣະຣາດຊະວັງຫຼວງພຣະບາງແລ້ວ)ສີລາຈາຣືກນີ້ປາກົດສັກກຣາດ ເປັນປີ ຈ.ສ ໕໓໒ ຫາກໄລ່ມາຮອດປີ ຄ.ສ ໒໐໐໘ ນີ້ ພ.ສ ໒໕໕໑ ຈາຣືກອັກສອນລາວໃນສີລານີ້ ມີອາຍຸນານເຖິງ ໘໓໘ ປີ. (ວິທີຄິດໄລ່ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ ໑໓໗໐ ກົງກັບປີ ພ.ສ ໒໕໕໑ ຄ.ສ ໒໐໐໘ ຈາຣືກນີ້ຈາຣືກຂຶ້ນໃນປີ ພ.ສ ໑໗໑໓ ຄ.ສ ໑໑໗໐).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ ໒໗ ມັງກອນ-ກຸມພາ ໒໐໐໖

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບແລ້ວໃນດິນແດນພາກອີສານ(ຂອງໄທຍ໌) ກໍຄືລາວຝັ່ງຂວາຂອງລາວໃນອະດີດນັ້ນ ຄື ຈາຣືກພຣະທາດຮ້າງບ້ານແຮ່ ສະຖານີອະນາໄມບ້ານແຮ່(ວັດພຣະທາດສີບຸນເຮືອງ)ຕຳບົນແຮ່ ອຳເພີພັງໂຄນ ຈັງຫວັດສາກົນນະຄອນ, ຂໍ້ຄວາມຈຣືກກ່າວເຖິງການອຸທິດທີ່ດິນໃຫ້ແກ່ວັດຂອງພຣະຍາຣະດັບເຈົ້າເມືອງໃນບໍຣິເວນເມືອງເກົ່າໃນສາກົນນະຄອນ.

ການກຳນົດອາຍຸຂອງສີລາຈາຣືກນັ້ນ ອິງຕາມ ນະວະພັນ ພັດທະຣະມູລ, ໂຄງການຖານຂໍ້ມູນຈາຣືກໃນປະເທດໄທຍ໌, ສມສ,. ໒໕໔໙, ເຊິ່ງອ້າງອິງຈາກ ທະວັຊ ປຸນໂຍທົກ, ຈາຣືກພຣະທາດຮ້າງບ້ານແຮ່, ໃນສີລາຈາຣືກສະໄໝໄທຍ໌-ລາວ : ສຶກສາທາງດ້ານອັກສອນວິທະຍາແລະປະວັດສາດອີສານ (ກຸງເທບ:ຄຸນພິນ ອັກສອນກິດ, ໒໕໓໐), ໒໒໕-໒໒໗.

ເນື້ອຄວາມທີ່ຈາຣືກໃນບັນທັກທີ ໔ ຂອງສີລາຈາຣືກ ຣະບຸ ຈ.ສ ໗໑໒ ຄື ພ.ສ ໑໘໙໓ ຄ.ສ ໑໓໕໐ ຈາຣືກນີ້ກົງກັບປີທີ່ພຣະເຈົ້າອູ່ທອງຊົງສະຖາປານາກຸງ ສຣີອາຍຸທະຍາ ແລະກ່ອນພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດໃນນະຄອນຊຽງທອງ(ນະຄອນຫຼວງພຣະບາງ) ໃນປີ ພ.ສ ໑໘໙໖ ຄ.ສ ໑໓໕໓,ເຊິງ ໓ ປີ. ນັບມາຮອດປີ ໒໐໐໘ ມາອາຍຸຫຼາຍເຖິງ ໖໕໘ ປີ.(ເທົ່າກັບອາຍຸຂອງອານາຈັກລ້ານຊ້າງ).
ອ້າງອິງຈາກ
http://www4.sac.or.th/jaruk2008/page.php?p=ZGV0YWls&id=1037

ຫາກຈາຣືກທັງສາມແຫຼ່ງນີ້ເປັນຈິງ ເຮົາຈະເຫັນວ່າ ອັກສອນລາວເກົ່າແກ່ກວ່າອັກສອນຣາມຄຳແຫງ ຫຼືອັກສອນໄທຍ໌ ແລະອັກສອນໄທຍ໌ນັ້ນຕ້ອງພັດທະນາການມາຈາກອັກສອນລາວ ເນື່ອງຈາກຈາຣືກອັກສອນຣາມຄຳແຫງ ໃນສີລາຈາຣືກຫຼັກທີ ໑ ຂອງສຸໂຂທັຍນັ້ນ ປາກົດວ່າສ້າງໃນປີມະຫາສັງກາດ ໑໒໐໘ ກົງກັບຈຸລະສັງກາດ ໖໔໕ ຈຸລະສັງກາດ ຫາກຫຼັກຖານນີ້ເປັນຄວາມຈິງ ກໍໝາຍວ່າ ໃນປີ ໒໐໐໘ ນີ້ ສີລາຣືກຣາມຄຳແຫງ ມີອາຍຸໄດ້ ໗໒໕ ປີພໍດີ, ເຊິ່ງຈະທຽບອັກສອນລາວທີ່ພົບໃນແຕ່ລະຫຼັກວ່າມີອາຍຸຫຼາຍກວ່າອັກສອນຣາມຄຳແຫງແຕ່ລະຫຼັກດັ່ງນີ້ ຄື

໑. ຈາຣືກຫຼັກ ທຫຼI/໑໓ ທີ່ພົບໃນນະຄອນຫຼວງວຽງຈັນ ມີອາຍຸຫຼາຍກວ່າຈາຣືກຣາມຄຳແຫງເຖິງ ໓໓໑ ປີ.
໒. ຈາຣືກຫຼັກທີ ໑ ວັດວິຊຸນທີ່ພົບໃນນະຄອນຫຼວງພຣະບາງ ມີອາຍຸຫຼາຍກວ່າຈາຣືກຣາມຄຳແຫງເຖິງ ໑໑໓ ປີ.

- ຈາຣືກທີ່ພົບໃນລາວທັງສອງຫຼັກນັ້ນ ເຫັນວ່າມີອາຍຸຫຼາຍກວ່າສີລາຈາຣືກຣາມຄຳແຫງຢ່າງຂາດຂັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຄວາມໝາຍ ແລະຄວາມເຂົ້າໃຈຂອງນັກປະວັດສາດ ອັກສອນໄທຍ໌ ທີ່ໄດ້ໃຫ້ທັດສະນະກ່ຽວກັບອັກສອນລາວ ທັງໃນລາວ ແລະໃນພາກອີສານວ່າ "ພັດທະນາມາຈາກອັກສອນຣາມຄຳແຫງ".

ນອກຈາກຫັຼກຖານຈາຣືກອັກສອນລາວ ໒ ຫຼັກນັ້ນແລ້ວ ທາງໄທຍ໌ຍັງໄດ້ພົບຈາຣືກອັກສອນລາວທີ່ເກົ່າແກ່ ທີ່ດິນແດນພາກອີສານຂອງໄທຍ໌ອີກ, ເຖິງວ່າຈາຣືກນີ້ຈະສ້າງຫຼັງຈາຣືກຣາມຄຳແຫງເຖິງ ໑໓ ປີກໍຕາມ, ແຕ່ວ່າເປັນປີດຽວກັບພຣະເຈົ້າອູ່ທອງ ຊົງສະຖາປານາກຸງສຣີອະຍຸທະຍາເປັນຣາຊະທານີແຫ່ງສຍາມ, ແລະກໍເປັນປີດຽວກັບພຣະເຈົ້າຟ້າມງຸ່ມມະຫາຣາດ ຂຶ້ນຄອງຣາດໃນນະຄອນຊຽງທອງ ແລະຊົງສະຖາແານາອານາຈັກລ້ານຊ້າງບົນສອງຝາກຝັ່ງແມ່ນຳ້ຂອງ ອັນມີເຂດແດນກວ້າງຂວາງ ດັ່ງປາກົດໃນຫຼັກຖານທາງປະວັດສາດວ່າ "ດິນແດນລາວທາງເໜືອຮອດຜາໄດ ຜາດ່າງ ທາງໃຕ້ຮອດຫຼີ່ຜີ, ທາງຕາເວັນຕົກກຸງສຣິອາຍຸທະຍາ ທາງຕາເວັນອອກສາຍພູຫຼວງແດນແກວເປັນເຂດ".

- ມັນເປັນທີ່ໜ້າສົງໄສວ່າ ເຫດສັນໃດ ອາຍຸທະຍານັ້ນມີອຳນາດຂຶ້ນ ໃນສະໄໝພຣະເຈົ້າອູ່ທອງ ເຊິ່ງກ່ອນພຣະເຈົ້າຟ້າງຸ່ມພຽງແຕ່ ໓ ປີເທົ່ານັ້ນ ມັນເປັນໄປບໍ່ໄດ້ເລີຍ ທີ່ອຳນາດຂອງອາຍຸທະຍາ ຈະແຜ່ອິດທິພົນຂ້າມສາຍດົງພຣະຍາພໍ່(ອົງພຣະຍາໄຟ)ມາຍັງດິນອັນເປັນພາກອີສານຂອງໄທຍ໌ດຽວນີ້ໄດ້ພາຍໃນ ໓ ປີ, ຫາກຈະເວົ້າເຖິງອຳນາດທາງການເມືອງ, ການປົກຄອງ ແລະຊົນຊາດຊົນເຜົ່າໃນສະໄໝນັ້ນ ມັນກໍເປັນໄປໄດ້ຍາກເຕັມທີ ເມື່ອຫຼັກຖານທາງອັກສອນທີ່ພົບໃນສາກົນນະຄອນນັ້ນເປັນອັກສອນລາວແລ້ວ ກໍຢັ້ງຢືນໂດຍຫຼັກຖານແລ້ວວ່າ "ສຍາມບໍ່ໄດ້ມີອິດທິພົນເໜືອດິນແດນລ້ານຊ້າງຝັ່ງຕາເວັນຕົກຂອງລ້ານຊ້າງເລີຍ" ຫາກພິເຄາະຕາມຄວາມເຫັນຂອງໄທຍ໌ໃນໄລຍະໃໝ່ ກ່ຽວກັບພາກອີສານວ່າ "ສຍາມມີອິດທະພົນໃນພາກອີສານຕໍ່ຈາກຂອມມາກ່ອນລາວ" ມັນກໍເຮັດໃຫ້ເຮົາເຫັນວ່າ "ອັກສອນລາວບໍ່ພຽງແຕ່ບໍ່ໄດ້ຮັບອິດທະທິພົນຈາກສຍາມແຫ່ງອະຍຸທະຍາແລ້ວ ອາຍຸທະຍາຍັງໄດ້ພັດທະນາທາງອັກສອນຈາກລາວລ້ານຊ້າງຢ່າງເຕັມຕົວ ອາດກ່າວໄດ້ວ່າ ພາສາເອງກໍໄດ້ຮັບອິດທິພົນຈາກພາສາລາວ", ເພາະເຫັນໄດ້ວ່າ ຫຼັກຖານຈາຣືກອັກສອນທີ່ພົບໃນພຣະທາດຮ້າງບ້ານແຮ່ ເກີດກ່ອນພຣະພຣະເຈົ້າຟ້າງຸ່ມພຽງ ໓ ປີ, ມັນກໍໝາຍວ່າອຳນາດຂອງເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ ໜ້າຈະມີອິດທິພົນເໜືອອີສານໃນລ່ອງແມ່ນຳ້ສົງຄາມມາກ່ອນແລ້ວສຍາມ ເນື່ອງຈາກອາຍຸທະຍາກ່ອນນັ້ນ ເປັນເມືອງທີ່ບໍ່ທັນມີອຳນາດ ແລະຂຶ້ນກົງຕໍ່ມອນ ແລະຂອມ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ພຣະເຈົ້າງຸ່ມມະຫາຣາດອ້າງຄວາມຊອບທຳ ໃນການທ້ອນໂຮມດິນແດນລາວຝັ່ງຂວາແມ່ນຳ້ຂອງ ເຊິ່ງເຫັນໄດ້ຈະແຈ້ງວ່າ ພຣະເຈົ້າຟ້າງຸ່ມມະຫາຣາດ ບໍ່ໄດ້ສ້າງອິດທິພົນເໜືອອຳນາດສຍາມ ຫາກເປັນພຽງການໂຮມແຜ່ນດິນອັນເປັນຂອງຊົນຊາດລາວເຫຼົ່ານັ້ນໃຫ້ເປັນອັນໜຶ່ງເອົາດຽວກັນເທົ່ານັ້ນ ເພື່ອຄວາມຈະແຈ້ງເທົ່າ ຕໍ່ບັນຫານີ້, ພວກເຮົາເຫັນຄຳໃນສຸພຣະອັກສອນຂອງພຣະເຈົ້າອູ່ທອງ ທີ່ສົ່ງຕອບກັບມາຍັງພຣະເຈົ້າຟ້າງຸ່ມນັ້ນວ່າ "ເຮົາຫາກແມ່ນອ້າຍນ້ອງກັນມາແຕ່ຂຸນບູຣົມພຸ້ນ ຫາກເຈົ້າເປັນລູກຫຼານຂອງຂຸນບູຣົມຈິງ ເຮົາຢ່າມາຮົບຮາຂ້າຟັນກັນເລີຍ ດິນແດນສ່ວນທີ່ເລີຍດົງສາມເສົ້າ(ດົງພຣະຍາໄຟ)ຈະຣົດພູພຣະຍາພໍ່ ແລະແດນເມືອງນະຄອນໄທ ໃຫ້ເປັນຂອງເຈົ້າ ສ່ວນທີ່ຢູ່ເລີຍດົງພຣະຍາໄຟລົງມາໃຫ້ເປັນຂອງຂ້ອຍ ແລ້ວຈັດສົ່ງໄປຈັດທີ່ຢູ່ທີ່ນອນໃຫ້" (ທອງສືບ ສຸພະມາກ:ອ້າງໃນ ສົມເດັດພຣະສັງຄະຣາດລາວ ໒໕໒໘:໔໓) ຄວາມຈະແຈ້ງໃນສຸພະອັກສອນຂອງພຣະເຈົ້າອູ່ທອງນັ້ນ ສະແດງໃຫ້ເຫັນວ່າ ອຳນາດຂອງມອນກ່ອນອູ່ທອງກໍດີ, ອຳນາດຂອງສຍາມໃນສມັຍພຣະເຈົ້າອູ່ ທອງ ທີ່ສະຖາປານາອາຍຸທະຍາກ່ອນພຣະເຈົ້າຟ້າງຸ່ມພຽງ ໓ ປີນັ້ນກໍດີ ບໍ່ເກີນເລີຍດົງພຣະຍາໄຟເຂົ້າມາຍັງແມ່ນຳ້ຂອງເລີຍ.

- ມາເບິ່ງເບື້ອງສຸໂຂທັຍ ກັບລ້ານຊ້າງຊຽງທອງ ຈິງຢູ່ຂຸນອິນທະຣາທິດ(ຂຸນບາງກາງທ່າວ)ສະຖາປານາສຸໂຂທັຍຂຶ້ນຫຼາຍປີ ກ່ອນຈະມາເຖິງສະໄໝຂອງຂຸນຣາມຄຳແຫງ ອັນເປັນບຸດຊາຍ ທີ່ສືບຕໍ່ຣາດບັນລັງໃນສຸໂຂໄທຍ໌ຕໍ່ມາ ແຕ່ວ່າຄວາມຊັດເຈນເຣື່ອງອຳນາດທາງການເມືອງຂອງຂຸນອິນທະຣາທິດນັ້ນ ຄົງບໍ່ມີຫຼາຍກວ່າພຣະຍາລັງທິຣາດ ແລະພຣາຍາສຸວັນນະຄຳນະຄຳຜົງ ທີ່ຄອງນະຄອນຊຽງດົງຊຽງທອງຮ່ວມຍຸກກັນປະວັດສາດສຸໂຂທັຍນັ້ນ ບົດບາດທີ່ປາກົດໃນສີລາຈາຣືກຂອງຣາມຄຳແຫງນັ້ນ ບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບຂຸນອິນທຣາທິດຫຼາຍ ເທົ່າອຳນາດຂອງຂຸນຣາມຄຳແຫງເລີຍ, ກ່ຽວກັບດ້ານອັກສອນ ເຖິງວ່າອຳນາດທາງການເມືອງ ຂອງຣາມຄຳແຫງ ທີ່ປາກົດໃນສີລາຈາຣືກ ຈະເນັ້ນຄວາມສຳຄັນວ່າກວ້າງໄປຮອດເມືອງຊວາ...ວຽງຈັນວຽງຄຳກໍຕາມ ອັນນັ້ນບໍ່ໄດ້ໝາຍວ່າ ລ້ານຊ້າງຊຽງດົງຊຽງທອງ ແລະວຽງຈັນ ວຽງຄຳ ຈະມີອຳນາດນ້ອຍໄປກວ່າສຸໂຂທັຍ, ສິ່ງທີ່ເປັນໜ້າສັງເກດກ່ຽວກັບອັກສອນລາວ ວ່າໄດ້ຮັບອິດທິພົນມາກຈາກສຸໂຂທັຍນັ້ນ ຫຼັກຖານໃນສີລາຈາຣືກ ທີ່ພົບໃນວຽງຈັນຫຼັກ ທຫຼI/໑໓ ແລະສີລາຈາຣືກວັດວິຊຸນຫຼັກທີ ໑ ກໍເປັນເຄື່ອງພິສູດແລ້ວວ່າ ອັກສອນລາວເກີດກ່ອນອັກສອນສຸໂຂທັຍຫຼາຍກວ່າຕັ້ງເປັນ ໓໓໑ ປີ, ໂດຍສະເພາະຫຼັກອັກສອນລາວຫຼັກ ທີ ໑ ວັດວິຊຸນ ກໍມີຮູບແບບພັດທະນາການສົມບູນ ແລະຄວາມແຕກຕ່າງຈາກອັກສອນຣາມຄຳແຫງຈະແຈ້ງກວ່າ ທັງມີຄວາມໄກ້ຄຽງອັກສອນລາວໃນໄລຍະຫຼັງໆ ຍ່ອມເຮັດໃຫ້ເຫັນວ່າອັກສອນລາວມີຄວາມຈະແຈ້ງ ໃນເຣື່ອງຮູບການຂອງພັດທະນາການອັກສອນ ແລະຄວາມ ເກົ່າຂອງສີລາ ແລະການສ້າງສີລາ ຖ້າທຽບໃສ່ອັກສອນຂອງຂຸນຣາມຄຳແຫງແລ້ວ ຍັງມີຄວາມໄກຄວາມຈິງ ເມື່ອທຽບກັບອັກສອນໄທຍ໌ ແລະລາວໃນປັດຈຸບັນ ແຕ່ເມື່ອມາເບິ່ງຕົວສີລາເອງກັບທັນສະໄໝກວ່າ ເຮັດໃຫ້ສີລາຈາຣືກ ກັບໂຕອັກສອນຂັດແຍ້ງໃນຕົວມັນເອງ, ນອກຈາກນັ້ນເນື້ອຄວາມໃນສີລາຈາລືກຣາມຄຳແຫງ ຍັງສະແດງຄວາມເດັ່ນໃນເຣື່ອງຂອງການປະຕິເສດອັກສອນລາວ ທີ່ປາກົດຕົວກ່ອນນັ້ນຢ່າງຈົງໃຈ ດັ່ງຄຳປາກົດໃນສີລາຈາຣືກດ້ານທີ ໔ ແຖວທີ ໘-໑໑ ວ່າ " ເມື່ອກ່ອນ ລາຍສືໄທນີ້ບໍ່ມີ ໑໒ໜ໕ ສກ ປີມະແມພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທຈຶ່ງມີ ເພື່ອຂຸນຜູ້ນັ້ນໃສ່ໄວ້..." ຂໍ້ຄວາມນີ້ ສະແດງໃຫ້ເຫັນວ່າ ຈາຣືກຣາຄຳແຫງ ບໍ່ໄດ້ຮູ້ວ່າອັກສອນລາວທີ່ປາກົດຕົວໃນພາກພື້ນດຽວກັນນີ້ມີມາກ່ອນເລີຍ ຈຶ່ງເຮັດໃຫ້ຂຸນຣາມຄຳແຫງ ປະຕິເສດຄວາມຈິງນັ້ນ, ທັງໆທີ່ອັກສອນ ລາວນັ້ນ ໄດ້ຂະຫຍາຍຕົວໃນພູມີພາກນີ້ ໂດຍສະເພາະໃນຊຸມຊົນຊາວລາວຫຼາຍຫົວເມືອງ, ສິ່ງທີ່ສະໜັບສະໜູນທັດສະນະນີ້ ອັກສອນລາວທີ່ພົບໃນສະກົນນະຄອນນັ້ນ ເປັນຕົວຢັ້ງຢືນໃຫ້ເຫັນວ່າ ຄວາມຊັດເຈນໃນຄຳທີ່ປາກົດໃນສີລາຈາຣືກຂອງຂຸນຣາມຄຳແຫງນັ້ນ ມັນໄດ້ຄຳ້ປະກັນຄວາມຖືກຕ້ອງຫຼາຍນ້ອຍພຽງໃດ ໃນບັນຫານີ້ ທີ່ວ່າກ່ອນໜ້າອັກສອນຣາມຄຳແຫງນັ້ນອັກສອນໄທ ເຊິ່ງເປັນວົງສະກຸນດຽວກັບລາວບໍໍ່ນັ້ນບໍ່ມີ ຈຶ່ງຢູ່ສີລາຈາຣືກບ້ານແຮ່ ສາກົນນະຄອນຈະເກີດຂຶ້ນຫຼັງສີລາຈາຣືກຣາມ ຄຳແຫງຕັ້ງ ໑໓ ປີ, ແຕ່ເຫດສັນໃດສີລາຈາຣືກຂອງຣາມຄຳແຫງກັບສີລາຈາຣືກບ້ານແຮ່ ຈຶ່ງມີຄວາມແຕກຕ່າງກັນເຖິງປານນີ້ ທັງໆທີ່ເຂົ້າໃຈວ່າ "ອັກສອນລາວພັດທະນາມາຈາກອັກສອນຂຸນຣາມຄຳແຫງ" ອິງຕາມໄລຍະເວລາແລ້ວ ວິວັດທະນາການປ່ຽນແປງໃນລັກສະນະການສຶບທອດນັ້ນ ອັກສອນລາວໃນບ້ານແຮ່ ສາກົນນະຄອນ ມັນບໍ່ຄວນທີ່ຈະພັດທະນາໃຫ້ສົມບູນ ຫຼືຈາກຕົວອັກສອນຣາມຄຳແຫງໄວເຖິງປານນີ້ ເວັ້ນເສັຍແຕ່ການພັດທນານັ້ນ ຫາກເກີດຈາກຄວາມຈົງໃຈໃຫ້ມັນ ແຕກຕ່າງ ແຕ່ມັນຈະເປັນໄປໄດ້ຈັ່ງໃດ ? ໃນເມື່ອອັກສອນລາວທີ່ພົບວ່າມີອາຍຸເກົ່າກວ່າທັງສອງ ຫຼັກທີ່ພົບນັ້ນມີອາຍຸຫ່າງກັນຕັ້ງ ໓໓໑ ປີ ແລະ ໑໑໓ ປີ ພັດມີຄວາມໃກ້ຄຽງກັບອັກສອນບ້ານນາແຮ່ຂ້າມຍຸກຂອງຣາມຄຳແຫງໄປໄດ້ ແລະເມື່ອເອົາອັກສອນບ້ານນາແຮ່ມາສົມທຽບກັບອັກສອນລາວໄລຍະຫຼັງໆ ທີ່ພົບກັນທົ່ວໄປທັງໃນລາວ ແລະອີສານກັບມີຄວາມຄ້າຍກັນບໍ່ຜິດຜ້ຽນ, ສິ່ງໜຶ່ງສິ່ງດຽວທີ່ແຕກຕ່າງໂດຍຈັດເຈນ ຄືເປັນສີລາຫຼັກດຽວໃນຍຸກດຽວກັນ ທີ່ໃຊ້ມະຫາສັງກາດ ແທນຈຸນລະສັງກາດ ອັນນີ້ມັນແມ່ນຄວາມແຕກຕ່າງ ທີ່ນອກເໜືອວັດທະນະທັມໃນຍຸກດຽງກັນ.

- ມາເບິ່ງດ້ານອັກສອນຂະເໝນ ແລະອັກສອນຂອມ ກັບອັກສອນລາວທັງ ໓ ຫຼັກທີ່ອ້າງເຖິງນັ້ນ ກ່າວໂດຍຈະແຈ້ງວ່າ ບໍ່ມີອັກສອນໃດຂອງອັກສອນລາວໃນຍຸກ ນີ້ເໝືອນກັບອັກສອນຂະເໝນເລີຍ, ມາເບິ່ງເບຶ້ອງອິດທິພົນຂອງຂອມໃນພູມີພາກນີ້ ກໍເຫັນໄດ້ຈະແຈ້ງວ່າໃນລະຫວ່າງພຸດທະສະຕະວັດທີ ໑໘ ກັບໄປນັ້ນຂອມເຮືອງ ອຳນາດໃນພູມີພາກນີ້ ແຕ່ເຫດສັນໃດ ອັກສອນທີ່ບ້ານແຮ່ ສາກົນນະຄອນຈຶ່ງບໍ່ມີ ອັກສອນຂະເໝນຜະສົມຢູ່ດ້ວຍ ແມ່ນກະທັງພາສາຂະເໝນ ຫຼືພາສາຂອມເອງ ກໍບໍ່ໄດ້ປະປົນໃນສີລາຈາຣືກນັ້ນຫຼາຍເລີຍ ອັນນີ້ມັນສະແດງໃຫ້ເຫັນວ່າ ອຳນາດທາງວັດທະນະທັມທາງພາສາ ແລະອັກສອນຂອມ ບໍ່ໄດ້ມີອິດທີພົນຕໍ່ວັດທະນະທາງພາສາ ແລະອັກສອນລາວໃນແຫຼ່ງຊຸມຊົນລາວໃນສາກົນນະຄອນ ແລະເມືອງອື່ນໆໃນພູມີພາກດຽວກັນເລີຍ, ອັນນີ້ຍັງບໍ່ທັນເວົ້າເຖິງ ຫຼັກຖານໃນສີລາຈາຣືກ ວຽງຈັນ ແລະຫຼວງພຣະບາງ ໒ ຫຼັກນັ້ນ, ທີ່ກຳເນີດໃນຍຸກຂອງຂອມເຮືອງອຳນາດສຸດຂີດໃນຍຸກນີ້ ກໍຍັງບໍ່ປາກົດເຫັນພາສາ ແລະອັກສອນຂອມເຂົ້າມີອິດທະພົນປະປົນຢູ່ ແມ່ນແຕ່ນ້ອຍດຽວ, ເຊິ່ງມັນກໍຕ່າງຈາກອັກສອນຣາມຄຳແຫງໂດຍສິ້ນເຊີງ ທີ່ມີຮູບແບບອັກສອນຂອມ ເຂົ້າມາກ່ຽວຂ້ອງຢ່າງເຫັນໄດ້ຈະແຈ້ງ ມັນເປັນສິ່ງທີ່ທຳໃຫ້ສົງໄສ ໃນອຳນາດຂອງຂຸນຣາມຄຳແຫງເອງ, ແນວຄວາມຄິດຂອງຣາມຄຳແຫງ ກັບທັງຕົວຣາມຄຳແຫງເອງແທ້ໆນັ້ນ ເປັນໄທລາວ ຫຼືເປັນຂອມກັນແທ້.

ຢ່າງໃດກໍຕາມ ຫຼັກຖານທັງໝົດ ບໍ່ວ່າແຕ່ສີລາຈາຣືກຂອງຣາມຄຳແຫງ ແລະສີລາຈາຣືກອັກສອນລາວທັງ ໓ ຫຼັກທີ່ພົບວ່າມີອາຍຸເກົ່ານີ້ ລ້ວນແຕ່ຊົງຄຸນຄ່າງທາງດ້ານປະ ວັດສາດ ວັນນະຄະດີ ຊົນຊາດຊົນເຜົ່າ ແລະວັດທະນະທັມອື່ນໆ ຈະແຈ້ງ, ຄວນແກ່ການສຶກສາໃຫ້ກວ້າງຂວາງ ເພື່ອເປີດໂລກະທັດກ່ຽວກັບຊົນຊາດລາວ ແລະປະວັດສາດລາວ ກ່ອນປະວັດສາດໃດ້ຢ່າງຈະແຈ້ງ ແລະຊັດເຈນຂຶ້ນຕໍ່ໄປ, ເປັນສິ່ງທີ່ຄວນສຶກສາເປັນຫຍັງອັກສອນລາວ ກັບອັກສອນໄທຍ໌ທີ່ມີຄວາມເໝືອນກັນໃນປັດຈຸບັນ ແຕ່ຕົ້ນສະບັບການພັດທະນາພັດຕ່າງກັນໂດຍສິ້ນເຊີງເຊັ່ນນີ້ ອັນນີ້ເປັນໄປໄດ້ບໍ່ວ່າ ອັກສອນລາວກັບອັກສອນໄທຍ໌ໃນປັດຈຸບັນນີ້ ມີຄວາມຈົງໃຈພັດທະນາໃຫ້ຕ່າງກັນ ເຊິ່ງບໍ່ແມ່ນມັນຕ່າງກັນໂດຍຂະບວນວິວັດແຫ່ງທຳມະຊາດ ທີ່ມັນຄວນຈະເປັນ
---------------
ເບິ່ງອັກສອນຣາມຄຳແຫງ ກັບອັກສອນລາວບ້ານແຮ່ ໃນສາກົນນະຄອນ ທີ່ຮ່ວມສະໄໝກັນກັບມີຄວາມແຕກຕ່າງກັນ

ສີລາຈາຣືກຣາມຄຳແຫງ ໃຫ້ສັງເກດຮູບອັກສອນ, ສັງເກດລັກສະນະການຈາຣືກອັກສອນ ແລະແທ່ນສີລາ ທີ່ມີຄວາມທັນສະໄໝກວ່າ ແຕກຕ່າງກວ່າ ສີລາຈາຣືກອັກສອນລາວໃນຍຸກດຽວກັນ

ສີລາຈາຣືກອັກສອນລາວ ບ້ານແຮ່ ສາກົນນະຄອນ ມີອາຍຸຫ່າງຈາກສີລາຈາຣືກຂຸນຣາມຄຳແຫງພຽງ ໑໓ ປີ ແຕ່ກັບເຫັນຮູບສີລາຕ່າງກັນ ທັງຮູບສີລາຈາຣືກ ການສະຫຼັກອັກສອນ ແລະຮູບອັກສອນ ທີ່ສຳຄັນຮູບອັກສອນໃນສີລາຈາຣືກນີ້ ມີຄວາມຄ້າຍກັບອັກສອນທີ່ວຽງຈັນ ແລະຫຼວງພຣະບາງ ທີ່ມີອາຍຸຫ່າງກັນຕັ້ງແຕ່ ໑໒໓-໓໓໓ ປີ

ສູດເຮັດນຳ້ປາແມ່ຄຳບູ່ ບ້ານຫາງດອນຂະເໝົາພຣະຍານາກກ່ຽວກັບພຣະພຸດທະສາສນາ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

Download Opera, the fastest and most secure browser
January 2010
M T W T F S S
December 2009February 2010
1 2 3
4 5 6 7 8 9 10
11 12 13 14 15 16 17
18 19 20 21 22 23 24
25 26 27 28 29 30 31