ສາຍເຊລຳເພົາ

ສາຍນ້ຳແຫ່ງມິດຕະພາບ ແລະຄວາມຜູກພັນ

ຄວາມງາມຂອງບ້ານເກີດ

ສາຍເຊລຳເພົາ ເກັບມາຈາກຕາຣາຮຽນຣະບອບເກົ່າ.

- ຍັງມີຄົນພາກບ້ານ..........ບ່່ອນເກີດຂອງຕົນ
ໄປຢູ່ແດນດິນແຂວງ...........ອື່ນເນີນນານລຳ້
ຫຼາຍຂວບເດືອນດົນໄດ້.........ສາມປີເປັນເຂດ
ຈຶ່ງໄດ້ລາບ່ອນບ້ານ...........ເມືອງພຸ້ນພາກຄືນ.

- ໄກ້ຮອດບ້ານ.............ພວກເຜົ່າພົງສາ
ພາກັນມາໂຮມຮັບ............ຄູ່ຄົນຄອງຢ້ຽມ
ລາງຄົນກົ້ມ................ປະນົມມືນົບນອບ
ເວົ້າຍິ້ມແຍ້ມ................ຖາມຂໍ້ຂ່າວຄາວ

- ເຈົ້າຜູ້ປອງໄປໜ້າ...........ເຫັນຫຍັງສນຸກແດ່
ເຊີນຂ່າວໃຫ້................ພໍຮູ້ຮ່ອມນຳ
ເຂົາຕອບດຕ້່ານ..............ປະເທດເພີ່ນງາມຫຼາຍ
ເປັນທີ່ສະບາຍບານ............ສິ່ງໃດກໍມີພ້ອມ

- ແຕ່ບໍ່ອອນຊອນເທົ້່າ.........ທຽມປານບ້ານເກີດ ເຮົາພີ້
ເພາະເພື່ອໃກ້ຮອດບ້ານ.........ໃຈມ່ວນມີສນຸກ
ດ້ວຍໄດ້ເຫັນຂອງຝັງ...........ປູກປູນແປງໄວ້
ໃນຖິ່ນແຖວແຄມຮົ້ວ............ເຮືອນຕົນອ້ອມຮອບ

- ເປັນຕົ້ນມີ້ມ່ວງພ້າວ..........ກໍໄຜ່ສັບສົນ
ຜຸຜາງກົກ.................ກ້ວຍລຳໄຍພ້ອມ
ິ່ຍິ່ງອອນຊອນເຫຼືອລົ້ນ..........ເກີນໄປປະເທດຕ່າງ
ຄວາມອອນຊອນ.............ເຫຼືອຊິເວົ້າໃຫ້ສ້ຽງ
-----------------------ສຸດຊ້ອຍ ສິ້ນບໍ່ເປັນ ເຈົ້າເຮືີຍ
-----------------------(ມະຫາແກ້ວ)

ອະທິບາຍສັບ
- ພາກບ້ານ = ໜີອອກຈາກບ້ານ.
- ພົງສາ = ວົງສາ, ພີ່ນ້ອງ.
- ປະນົມມື = ຍໍມືນົບ.
- ຂ່າວໃຫ້ = ບອກໃຫ້ຮູ້.
- ອອນຊອນ = ຊື່ນໃຈ, ມ່ວນໃຈ (ໃກ້ຄຽງກັບ "ສນຸກ")
- ສນຸກ, ສະໜຸກ = ມ່ວນຊື່ນ.
- ສັບສົນ = ຫຍຸ້ງເຫຍິງ, ວຸ້ນວາຍ.
- ສຸດຊ້ອບ = ໝົດ.
- ສ້ຽງ = ສຸດ, ໝົດ.
- ທຽມ = ເທົ່າກັນ, ສະເໝີກັນ.
- ທຽມປານ = ປານກັນ, ເທົ່າກັນ, ສະເໝີກັນ.
- ປຸນແປງ = ສ້າງກໍ່, ຕົບແຕ່ງ.
- ໂຮມຮັບ = ຮັບຕ້ອນ, ຕ້ອນຮັບ.
- ຄອງຢ້ຽມ = ຄອຍການມາຢ້ຽມຢາມ.
- ເນີນນານ = ເຫິງນານ.
- ລຳ້ = ເຫິງ.
- ດົນ = ເຫິງ.
- ຂວບ = ບັນຈົບ, ຄົບຮອບ.

ທ່ຽວວັດວິຊຸນ ວັດອາຮາມ ແລະວັດຊຽງທອງປິດສະໜາຈາກພຣະສຸກ, ພຣະເສີມ, ພຣະໃສ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

February 2012
M T W T F S S
January 2012March 2012
1 2 3 4 5
6 7 8 9 10 11 12
13 14 15 16 17 18 19
20 21 22 23 24 25 26
27 28 29