ຫົວເມືອງລາວ ພາຍໃຕ້ການປົກຄອງຂອງສຍາມ
Sunday, January 18, 2009 5:18:05 PM
- ໃນໄລຍະເວລາ ໑໑໔ ປີ ທີ່ລາວໄດ້ຕົກຢູ່ພາຍໃຕ້ອຳນາດຂອງສຍາມ ຄືລະຫວ່າງ ຄ.ສ ໑໗໗໙-໑໘໙໓ ສຍາມໄດ້ປົກຄອງລາວແບບຫົວເມືອງສ່ວຍ ແລະຫົວເມືອງຂຶ້ນ, ໂດຍສ່ວນໃຫຍ່ແລ້ວຕອນຕົ້ນໆ ສຍາມໄດ້ປົກຄອງລາວນັ້ນໂດຍວິທີທາງການເມືອງ ລັກສະນະການປົກຄອງກໍປະຕິບັດການປົກຄອງແບບບູຮານ ຄືຫົວເມືອງລາວທັງໝົດ ໄດ້ໃຫ້ມີເຈົ້າຊີວິດດັ່ງເດີມ ທຸກໆຫົວເມືອງທີ່ສຍາມໄປຕີໄດ້ນັ້ນ ເຂົາຈະມອບອຳນາດໃຫ້ຜູ້ສືບທອດພຣະຣາຊສັນະວົງຕາມບູຮານ ຣາຊະປະເພນີດັ່ງເດີມ ທຸກຫົວເມືອງ ພຽງແຕ່ນຳ ດອກໄມ້ເງິນ ດອກໄມ້ຄຳໄປໄຫວ້ຕາມກຳນົດ ແລະເມື່ອມີເສີກສົງຄາມເກີດຂຶ້ນກໍໃຫ້ຈັດກອງມທັບໄປຊ່ວຍເທົ່ານັ້ນພໍ, ສຳລັບພຣະນະຄອນຈັນທະບູຣີ(ວຽງຈັນ)ນັ້ນ ຄືນັບແຕ່ ພຣະເຈົ້າສີຣິບຸນຍະສານລົງມາ ແຮກໆ ພວກເຂົາ
- ສົມເດັດພຣະເຈົ້າສີຣີບຸນຍະສານ ເປັນພຣະມະຫາກະສັດລາວທີ່ມີຄວາມເອກະຣາດ ແຫ່ງນະຄອນຈັນທະບູຣີສີສັດຕະນາກຄະນາຫຸດອຸດຕະມະຣາຊະທານີ ມີໂອຣົດ ແລະທິດາຢູ່ ໕ ອົງ, ຄືເຈົ້ານັນທະເສນ, ເຈົ້າອິນທະວົງ, ເຈົ້າອະນຸວົງ, ເຈົ້າພຣົມມະວົງ ແລະເຈົ້ານາງແກ້ວຍອດຟ້າ.
- ເມື່ອສຍາມຕັ້ງຄ້າຍຢູ່ພັນພ້າວ ເພື່ອລ້ອມນະຄອນຈັນທະບູຣີນັ້ນ ພຣະເຈົ້າສີຣີບຸນຍະສານໄດ້ສະເດັດໄປເມືອງຄຳເກີດ ເພື່ອໄປຍັງອານາມ ໄດ້ເອົາເຈົ້າອິນທະວົງ ກັບເຈົ້າພຣົມ ມະວົງໄປດ້ວຍ, ຫຼັງຈາກນັ້ນທາງກົມການເມືອງນະຄອນຈັນທະບູຣີ ທີ່ຍັງເຫຼືອຢູ່ໃນວຽງຈັນຕັດສິນໃຈເປີດປະຕູວຽງດ້ານຕາເວັນອອກສ້ຽງໃຕ້ (ຄົງເປັນປະຕູວຽງທີ່ຫຼັກ ໑໐) ໃຫ້ສຍາມເຂົ້າມາ, ສຍາມໄດ້ເຂົ້າມາວຽງໄດ້ ກໍໄດ້ທຳລາຍປະຕູວຽງ, ກຳແພງວຽງ, ຫໍໂຮງ ແລະວັດວາອາຣາມ ໄດ້ນຳເອົາຊັບສົມບັດຕ່າງໆ ມີພຣະແກ້ວ ພຣະບາງ ແລະເຈົ້ານັນທະເສນດ ເຈົ້າອະນຸວົງ ນາງເຈົ້າແກ້ວຍອດຟ້າເປັນຕົວປະກັນ.
- ເມື່ອສຍາມກັບໄປແລ້ວ ພຣະເຈົ້າສີຣິບຸນຍະສານ ກໍກັບມາຄອງນະຄອນວຽງຈັນດັ່ງເດີມ ຫຼັງພຣະອົງກັບມາ ກໍຢູ່ໄດ້ພຽງປິດຽວ ກໍຊົງສະຫວັນນະຄົດຊິ້ນພຣະຊົນ ທີ່ນະຄອນ ຈັນທະບູຣີ (ວຽງຈັນ).
- ເຖິງປີ ຄ.ສ ໑໗໘໑ ພຣະເຈົ້າຕາກສິນມະຫາຣາດໄດ້ສົ່ງ ໃຫ້ເຈົ້ານັນທະເສນກັບມາເປັນກະສັດຄອງນະຄອນຈັນທະບູຣີ(ວຽງຈັນ) ຊົງຂະໜານພຣະນາມວ່າ ພຣະເຈົ້ານັນທະເສນພຣົມມະລາວ ແລະຕັ້ງເຈົ້າອິນທະວົງເປັນອຸປະຮາດ ສ່ວນເຈົ້າອະນຸວົງ ແລະເຈົ້າພຣົມມະວົງ ໃຫ້ຢູ່ບາງກອກທົນບູຣີ ເພື່ອເປັນຕົວປະກັນ ໃນຂະນະນັ້ນເອງ ພຣະເຈົ້ານັນທະເສນໄດ້ຂໍເອົາພຣະບາງກັບຄືຍັງວຽງຈັນ ແຮກໆພຣະເຈົ້າທົນບູຣີບໍ່ຊົງອະນຸຍາດ ແຕ່ພຣະອົງກໍອອກອຸບາຍຫຼອກພຣະເຈົ້າຕາກວ່າ "ພຣະບາງກັບພຣະແກ້ວ ຢູ່ທີ່ດຽວກັນບໍ່ໄດ້ ຈັກກາຣີຍຸກ" ພຣະເຈົ້າຕາກຊົງເຊື່ອ ກໍອະນຸຍາດໃຫ້ນຳພຣະບາງກັບວຽງຈັນ.
- ປີ ຄ.ສ ໑໗໘໒ ເຫດການສຳຄັນໄດ້ເກີດຂຶ້ນທີ່ກຸງທົນບູຣີ ຄືພຣະເຈົ້າມະຫາກະສັດເສີກ ຊົງທຳການຣັດຖະປາຫານປຣາບດາພິເສກພຣະອົງເອງຂຶ້ນເປັນພຣະເຈົ້າແຜ່ນດິນ ສຍາມ, ໂດຍຈັບເອົາພຣະເຈົ້າຕາກສິນໄປໃສ່ຂີ່ຄາໄວ້ ແລ້ວສຳເຣັດໂທດດ້ວຍທ່ອນຈັນ ແລ້ວຕັ້ງພຣະອົງເອງເປັນ ພຣະບາດສົມເດັດພຣະພຸດທະຍອດຟ້າຈຸລາໂລກ ແລະຊົງຍ້າຍ ຣາດຊະທານີຢູ່ຝັ່ງບາງກອກທົນບູຣີ ມາຕັ້ງທີ່ຝັ່ງຕາເວັນອອກ ຂະໜານພຣະນາມວ່າ "ກຸງເທບມະຫານະຄອນອັມມອນຣັຕນະໂກສິນຯ ຊົງປະກາດຕັ້ງສະກຸນວົງຂອງຕົນ ເປັນຣາຊະວົງຈັກຣີສືບຕໍ່ມາເທົ້າບັດນີ້.
- ປີ ຄ.ສ ໑໘໘໗ ໃນຂະນຮເອງ ກະສັດອານາມໄດ້ຍົກທັບມາຢຶດເອົາຊຽງຂວາງ ໃນສະຣັດຊະສະໄໝຂອງພຣະເຈົ້ານັນທະເສນ ໒ ປີໄຮ້ຫຼັງ, ພຣະເຈົ້ານັນທະເສນໄດ້ຟ້ອງຕໍ່ ສຍາມວ່າ "ເຈົ້າອະນຸຣຸດເຈົ້າຄອງນະຄອນຫຼວງພຣະບາງ ຕິດຕໍ່ກັບພມ້າ ແລະຊຽງຮຸ່ງເປັນຂະບົດຕໍ່ສຍາມ ຈຶ່ງຂໍອະນຸຍາດໄປຕີຫຼວງພຣະບາງ ແລະຈັບເຈົ້າອະນຸຣຸດທະ ເຈົ້າອຸປະຮາດນາກ ແລະເຈົ້າມັນທາຕຸຣາດພ້ອມດ້ວຍຄອບຄົວສົ່ງໄປກຸງເທບ.
- ປີ ຄ.ສ ໑໗໙໓ ເຈົ້າອະນຸຣຸດທະຣາດ ໄດ້ກັບໄປຄອງພຣະນະຄອນຫຼວງພຣະບາງ ປີຕໍ່ມາກໍຈັດການຟ້ອງເຈົ້ານັນທະເສນວ່າ ສົມຮູ້ຮ່ວມຄິດກັບເຈົ້າເມືອງນະຄອນພະນົມ ທຳການຕິດຕໍ່ກັບຫວຽດນາມຈະກໍ່ການຂະບົດ ຈຶ່ງມີພຣະຣາຊະໂອງການໃຫ້ພຣະເຈົ້ານັນທະເສນ ແລະພຣະບໍຣົມມະຣາຊາ ເຈົ້າເມືອງຣະຄອນພຣະນົມລົງໄປແກ້ໄຂຄະດີ ທີ່ກຸງເທບ ພຣະເຈົ້ານັນທະເສນສູ້ຄະດີຢູ່ ໒ ປີ ກໍສິ້ນພຣະຊົນທີ່ກຸງເທບ.
- ປີ ຄ.ສ ໑໗໙໕ ເຈົ້າອິນທະວົງ ພຣະອະນຸຊາຂອງພຣະເຈົ້ານັນທະເສນ ໄດ້ຂຶ້ນເປັນເຈົ້າແຜນດິນໃນຈັນທະບູຣີສີສັດຕະນາກ(ວຽງຈັນ) ເຈົ້າອະນຸວົງໄດ້ຖືກແຕ່ງຕັ້ງເປັນເຈົ້າ ອຸປະຮາດ ໃນປີ ຄ.ສ ໑໗໙໙ ພຣະເຈົ້າອິນທະວົງ ໄດ້ໃຫ້ເຈົ້າອະນຸວົງເປັນແມ່ທັບໄປຕີເມືອງແຖນ(ດຽນບຽນຟູ) ປີຕໍ່ມາໄດ້ໃຫ້ຍົກທັບໄປຕີພມ້າຊ່ວຍສຍາມ ແລະ ປີ ໑໘໐໑ ໄດ້ ຍົກທັບຕີພມ້າທີ່ເມືອງຊຽງແສນ ທຸກສະໜາມຮົບລ້ວນແຕ່ຮັບໄຊຊະນະ.
- ພຣະເຈົ້າອິນທະວົງມີພຣະຣາຊະໂອຣົດຈັກພຣະອົງ ບໍ່ປາກົດຫຼັກຖານ ແຕ່ວ່າມີຣາຊະທິດາ ດົງດຽວຣາມວ່າ ເຈົ້າຟ້າຍິງກຸນທົນທິບພະຍະວະດີ ແລະໄດ້ເປັນເຈົ້າຈອມມາດາ ໃນພຣະພຸດທະທະຍອດຟ້າຈຸລາໂລກ ຣັດຊະການທີ່ ໒ ຂອງສຍາມ ພຣະເຈົ້າອິນທະວົງຄອງພຣະນະຄອນຈັນທະບູຣີສີສັດຕະນາກ ຈົນເຖິງປີ ໑໘໐໓ ກໍເຖິງແກ່ສະຫວັນນະຄົດ ເຈົ້າອະນຸວົງພຣະອຸປາຮາດ ຈຶ່ງຂຶ້ນຄອງຣາດໃນພຣະນະຄອນຈັນທະບູຣີສີສັດຕະນາຄະນາຫຸດ ຂະນະນັ້ນພຣະອົງຊົງພຣະຊົນ ໓໗ ພະພັນສາ, ແລະຊົງພຣະນາມຕາມສີລາຈາ ຣືກວ່າ "ພຣະບາດສົມເດັດພຣະບໍຣົມມະຂັດຕິຍະສຸຣິຍະວົງສາທັມມິກະຣາຊາທິຣາດ ໄຊຍະເຊດຖາ" ຫຼື ສີຫະຕິນຸ ແຕ່ຄົນທັງຫຼານຂະາພຣະນາພຣະອົງວ່າ "ພຣະເຈົ້າອະນຸ ຫຼືພຣະເຈົ້າອະນຸວົງ".
- ພຣະເຈົ້າອະນຸວົງນີ້ ຖືວ່າເປັນວິຣະກະສັດອົງສຳຄັນອົງໜຶ່ງຂອງລາວ ທີ່ນຳພາລາວທັງຊາດຕໍ່ສູ້ປົດເອກຄອບຄອງຂອງສຍາມ ເຖິງວ່າພ່ຣະກິດຂອງພຣະອົງບໍ່ສຳເຣັດ ແຕ່ວ່າພາ ຣະກິດທີ່ພຣະອົງຊົງກະທຳນັ້ນ ມັນໄດ້ເປັນແບບຢ່າງ ແລະບັນທັດຖານໃຫ້ອະນຸຊົນຄົນຮຸ່ນຕໍ່ມາໄດ້ສືບທອດແຈຕະນາຣົມຂອງພຣະອົງ ເຖິງວ່າພາຣະກິດທີ່ພຣະອົງທຳນັ້ນ ມັນກົງ ກັນຂ້າມກັບຄວາມຂອງເຂົ້າໃຈຂອງສຍາມວ່າ ພຣະອົງເປັນກະບົດ, ແຕ່ຄວາມຊອບທັມທີ່ພຣະອົງທຳນັ້ນ ມັນຄືແບບຢ່າງແຫ່ງຄວາມຮັກຊາດ ຮັກປະຊາຊົນຊົນຂອງພຣະອົງ, ປະຊາຊົນລາວ ຈຶ່ງບໍ່ມີວັນລືມວະຣະກັມອັນຊົງກຽດຂອງພຣະອົງນີ້.
- ພາຣະກັມຂອງພຣະເຈົ້າອະນຸວົງ ໄດ້ນຳພາປະຊາຊົນລາວເທິງສອງຝາກຝັ່ງແມ່ນຳ້ຂອງກອບກູ້ເອກຣາດນັ້ນ ໃນປີ ໑໘໒໘ ແຕ່ພຣະອົງກໍໄດ້ຖືກສຍາມຈັບ ແລ້ວນຳໄປທໍຣະມານ ທີ່ຖນົນພຣະອາທິດ ບໍຣະເວນພຣະເມຣຸ ກຸງເທບ, ສ່ວນພຣະນະຄອນຈັນທະບູຣີ ກໍຖືກສຍາມທຳລາຍຈົນບໍ່ເຫຼືອຊາກ ວັດຖຸສົມບັດ ແລະເຄື່ອງຄ້ຳຂອງຄູນພວກສຍາມກໍຂົນເອົາ ໄປຍັງກຸງເທບ ສ່ວນທີ່ບໍ່ເອົາໄປບໍ່ໄດ້ພວກເຂົາກໍຈູດເລົາເຜົາຜານ ພ້ອມກັນນັ້ນພວກເຂົາກໍກວດຕ້ອນເອົາຊາວວຽງໜີຈາກນະຄອນຈັນທະບູຣີຈົນໝົດ ເຫຼືອພຽງບາງຄອບຄົວເທົ່າ ນັ້ນ, ນັບແຕ່ບັດນັ້ນນະຄອນຫຼວງວຽງຈັນ ເຊິ່ງເປັນຣາຊະທານີທີ່ເກົ່າແກ່ແລະຮຸ່ງເຮືອງທາງດ້ານພຣະພຸດທະສາສນາ ກໍຄືພຣະຣາຊະອານາຈັກກໍມຸ່ນປານເຖົ່າຖ່ານ ສູນສິ້ນຊື່ ໄປຈາກໂລກ ເປັນເວລາ ໑໑໔ ປີ, ພວກສຍາມຍັງຄົງຮັກສາ ແຕ່ພຣະຣາຊະອານາຈັກຫຼວງພຣະບາງ ແລະພຣະຣາຊະອານາຈັກຈຳປາສັກ ໄດ້ສຶບທອດສັນຕິວົງຕໍ່ມາຈົນຮອດ ຍຸກສະໄໝຟື້ນຟູລາວ, ແຕ່ຕັດຮອນຖານັນດອນສັກຂອງເຈົ້າຜູ້ປົກຄອງເມືອງເຫຼືອພຽງ "ເຈົ້າ" ເທົ່ານັ້ນ ຖານະອຳນາດທາງການເມືອງບາງສ່ວນຕ້ອງຂຶ້ນກັບສຍາມ.
- ຫວັງຈາກສິ້ນສະໄໝພຣະບາດສົມເດັດພຣະເຈົ້າອະນຸວົງແລ້ວ ພຣະນະຄອນວຽງຈັນຖືກປ່ອຍໃຫ້ຮ້າງໂດຍບໍ່ມີໃຜຫຼຽວແລ ເວລາ ໕໒ ປິ, ຈົນມາເຖິງປີ ຄ.ສ ໑໘໘໐-໑໘໘໗ ມີ ພວກຫໍ້ເຂົ້າມາປຸ້ນໃນດິນແດນລາວ, ທຳໃຫ້ເສີກສົງຄາມຕໍ່ສູ້ພວກຫໍ້ກຳເນີດຂຶ້ນ ເມື່ອເສີກຫໍ້ສະຫງົບລົງແລ້ວ ສຍາມຈຶ່ງໄດ້ເຂົ້າມາຈັດການປົກຄອງລາວຢ່າງຈິງຈັງ ໃນການຈັດ ການປົກຄອງລາວຄັ້ງນີ້ ສຍາມເຫັນວ່າການປ່ອຍໃຫ້ລາວປົກຄອງກັນເອງໃນໄລຍະຜ່ານມາອາດບໍ່ເປັນຜົນດີຕໍ່ສຍາມ ເນື່ອງຈາກສະຖານະການຂອງໂລກໄດ້ປ່ຽນແປງ ໂດຍພວກ ຢູໂຣບເຂົ້າມາສະແຫວງອານານິຄົມ ສຍາມຢ້ານວ່າລາວ ຈະຕັ້ງຕົວທຳການລຸກຮື້ປະກາດເອກຣາດອີກ ແຕ່ການຈັດການປົກຄອງຂອງສຍາມ ກໍພຽງແຕ່ໃນຮູບແບບເທົ່ານັ້ນ ດັ່ງນັ້ນ ຈຶ່ງເຫັນຮູບແບບການຈັດການຫົວເມືອງລາວຄັ້ງນີ້ ໄດ້ແບ່ງອານາຈັກລ້ານຊ້າງວຽງຈັນ ແລະລ້ານຊ້າງອານາຈັກເປັນ ໔ ກອງ ຫຼື ໔ ພາກ ໃນປິ ຄ.ສ ໑໘໙໐ ປະກອບ ດ້ວຍ:
ົ໑. ຫົວເມືອງລາວຝ່າຍຕາເວັນອອກ;
໒. ຫົວເມືອງລາວຝ່າຍຕາເວັນອອກສ່ຽງເໜືອ.
໓. ຫົວເມືອງລາວຝ່າຍເໜືອ.
໔. ຫົວເມືອງລາວຝ່າຍກາງ.
- ຫົວເມືອງລາວຝ່າຍຕາເວັນອອກ ປະກອບບດ້ວຍເມືອງເອກ ໑໑ ຫົວເມືອງ ຄື:
(໑) ຫົວເມືອງເອກນະຄອນຈຳປາສັດ ມີເມືອງຂຶ້ນ ໑໕ ເມືອງ ຄື ເມືອງຄຳທອງນ້ອຍ, ເມືອງເຊລຳເພົາ, ເມືອງໂພນທອງ, ເມືອງນະຄອນເພັງ, ເມືອງກຸສຸມາລຍ໌ຄີຣີ, ເມືອງວາປີໄພບູນ, ເມືອງມະທຸຣະສາຜົລ, ເມືອງສະພັງພູຜາ, ເມືອງອຸທຸມພອນ, ເມືອງໂດນປະດິດ, ເມືອງສຸດ່າຣີ, ເມືອງສຸດສາຄອນ, ເມືອງວາຣີນຊຳຣາຍ ແລະເມືອງບົວ ບຸນທະຣິກ.
(໒) ຫົວເມືອງສີທັນດອນ ມີເມືອງຂຶ້ນ ຄື ເມືອງມຸລລະປາໂມກຂ໌.
(໓) ຫົວເມືອງເອກຄຳທອງໃຫຍ່ ມີ ເມືອງຂຶ້ນຄືເມືອງສະພາດ.
(໔) ຫົວເມືອງສຸຣິນ ມີເມືອງຂຶ້ນ ໒ ເມືອງຄື ເມືອງສຸຣະນິຄົມ ແລະເມືອງຊຸມພົລບູຣີ.
(໕) ຫົວເມືອງເອກສັງຂະ ມີ ເມືອງຂຶ້ນ ໓ ເມືອງຄືເມືອງພຣົມມະຂັນ (ປັດຈຸບັນຢູ່ໃນຂະເໝນ).
(໖) ຫົວເມືອງຂຸຂັນ ມີ ເມືອງຂຶ້ນ ໔ ເມືອງຄືເມືອງມະໂນໄພຣ, ເມືອງກັນທະຣະລັກ, ເມືອງອຸທຸມພອນພິໄສ ແລະເມືອງພູວະດົລສະອາງ.
- ຫົວເມືອງເອກອີກ ໕ ຫົວເມືອງບໍ່ປາກົດວ່າມີເມືອງຂຶ້ນ ຄື.
(໗) ຫົວເມືອງເອກເມືອງຊຽງແຕງ (ຝຣັ່ງຍົກໃຫ້ຂຶ້ນກັບຂະເໝນ ໃນ ຄ.ສ ໑໙໐໔)
(໘) ຫົວເມືອງເອກແສນປາງ (ຝຣັ່ງຍົກໃຫ້ຂຶ້ນກັບຂະເໝນພ້ອມກັບຂຽງແຕງ)
(໙) ຫົວເມືອງເອກອັດຕະປື.
(໑໐) ຫົວເມືອງເອກສາຣະວັນ.
(໑໑) ຫົວເມືອງເອກເດຊອຸດົມ.
- ຫົວເມືອງລາວຕາເວັນອອກສ່ຽງເໜືອ ປະກອບດ້ວຍເມືອງເອກ ໑໒ ຫົວເມືອງຄື:
(໑) ຫົວເມືອງເອກອຸບົນ ມີເມືອງຂຶ້ນ ໗ ເມືອງຄື ເມືອງເສນານິຄົມ, ເມືອງພິມູນທັງສາຫານ, ເມືອງຕະການືດຜົລ, ເມືອງຫາຊັຍ, ເມືອງຊານຸມາມົນທົນ ແລະເມືອງພະນາ ນິຄົມ ແລະເມືອງກະເສີມສີມາ.
(໒) ຫົວເມືອງເອກຮ້່ອຍເອັດ ມີເມືອງຂຶ້ນຄື ເມືອງທະວັຊບູຣີ.
(໓) ຫົວເມືອງສຸວັນນະພູມ ມີ ເມືອງເອກຄື ເມືງຂຶ້ນ ໔ ເມືອງຄື ເມືອງກະເສດວິໄສ ເມືອງພະນົມໄພ, ເມືອງຈະຕຸພັກພິມານ ແລະເມືອງພະຍັກຄະພູມ.
(໔) ຫົວເມືອງເອກກາລະສິນ ມີເມືອງຂຶ້ນ ໕ ເມືອງ ຄື ເມືອງແຊງບາດາລ, ເມືອງກຸສິນາຣາຍນ໌, ເມືອງທ່າຂອນຍາງ, ເມືອງກັນທະຣະວິຊັຍ ແລະເມືອງສະຫັສຂັນທ໌.
(໕) ຫົວເມືອງເອກມະຫາສາຣະຄາມ ມີ ເມືອງຂຶ້ນ ໒ ເມືອງຄື ເມືອງວາປີປະທຸມ ແລະເມືອງກຸສຸມພິສັຍ.
(໖) ຫົວເມືອງເອກກະມະລາໄສຍ໌ ມີເມືອງຂຶ້ນເມືອງດຽວ ຄື ເມືອງເສລະພູມ.
(໗) ຫົວເມືອງເອກສຣີສະເກດ ມີເມືອງເອກເມືອງດຽວ ຄືເມືອງຣາສຣີສໄລ.
(໘) ຫົວເມືອງເຂມະຣາດ ມີເມືອງຂຶ້ນ ໔ ເມືອງຄື ເມືອງໂຂງຈຽມ, ເມືອງສະເມັຍະ, ເມືອງຄຳເຂື່ອນແກ້ວ ແລະເມືອງອຳນາຈຈະເຣິນ.
(໙) ຫົວເມືອງເອກສອງຄອນດອນແດງ ມີເມືອງຂຶ້ນ ໓ ເມືອງຄື ເມືອງພະລານ, ເມືອງລຳເນົາໜອງຜື ແລະເມືອງພວງ (ທັງສາມເມືອງຢູ່ໃນແຂວງສະຫວັນນະເຂດປັດຈຸບັນ).
(໑໐) ຫົວເມືອງເອກເມືອງນອງ ມີຫົວເມືອງຂຶ້ນ ໒ ເມືອງ ຄື ເມືອງພິນ ແລະເມືອງນອງຕະໂປນ (ຢູ່ໃນແຂວງສະຫວັນນະເຂດ ປັດຈຸບັນ$).
(໑໑) ຫົວເມືອງເອກຍະໂສທອນ (ບໍ່ມີເມືອງຂຶ້ນ)
(໑໒) ຫົວເມືອງເອກພຸແລ່ນຊ້າງ (ບໍ່ມີເມືອງຂຶ້ນ)
- ຫົວເມືອງລາວຝ່າຍເໜືອ ມີຫົວເມືອງເອກ ໑໖ ເມືອງ.
(໑) ຫົວເມືອງໜອງຄາຍ ມີເມືອງຂຶ້ນ ໘ ເມືອງ ຄື ເມືອງວຽງຈັນ(ເປັນເມືອງຮ້າງ), ເມືອງພານພ້າວ, ເມືອງຊຽງຄານ, ເມືອງກຸມພະວາປີ, ເມືອງຣັຕນະວາປີ ແລະເມືອງທູຣະຄົມຊົງສະຖິຕຍ໌.
(໒) ຫົວເມືອງຊຽງຂວາງ ມີ ເມືອງຂຶ້ນ ໕ ເມືອງຄື ເມືອງແສນ, ເມືອງງານ, ເມືອງສຸຍ, ເມືອງຈີມ ແລະເມືອງມານ.
(໓) ຫົວເມືອງເອກເມືອງບໍຣິຄັນທະຣະນິຄົມ ມີເມືອງຂຶ້ນເມືອງດຽວ ຄື ເມືອງປພະຊຸມ (ດຽວນີ້ເປັນໝູ່ບ້ານຢູ່ໃຕ້ປາກຊັນ).
(໔) ຫົວເມືອງເອກເມືອງຄຳມ່ວນ ມີເມືອງຂຶ້ນ ໔ ເມືອງ ຄື ເມືອງມະຫາໄຊຍ໌ກອງແກ້ວ, ເມືອງຊຸມພອນ(ແກ້ງກອກ), ເມືອງວັງມົນ ແລະເມືອງຫາງ (ຢູ່ເໜືອເມືອງປາກ ເຊບັງໄຟ).
(໕) ຫົວເມືອງເອກມຸກດາຫານ ມີເມືອງຂຶ້ນ ໒ ເມືອງຄືເມືອງພາລຸກາກອນ(ບ້ານເກີດປະທານໜູຮັກ ພູມສະຫວັນ) ແລະເມືອງໜອງສູງ.
(໖) ຫົວເມືອງນະຄອນພະນົມ ມີເມືອງຂຶ້ນ ໕ ເມືອງ ຄື ເມືອງວັງ, ເມືອງເຣນູນະຄອນ, ເມືອງຣາມຣາດ, ເມືອງອາຈາມສາມາດ ແລະເມືອງອາກາດອຳນວຍ.
(໗) ຫົວເມືອງສາກົລນະຄອນ ມີເມືອງຂຶ້ນ ໔ ເມືອງ ຄື ເມືອງກຸສຸມາລຍ໌ມົນທົນ, ເມືອງພັນນານິຄົມ, ເມືອງວາຣິຊພູມ ແລະເມືອງໂພໄພສາລ.
(໘) ຫົວເມືອງເອກເມືອງຂອນແກ່ນ ມີເມືອງຂຶ້ນ ໔ ເມືອງຄື ເມືອງພົລ, ເມືອງພູວຽງ, ເມືອງມັນຈາຄີຣີ ແລະເມືອງພອງນ້ອຍ.
(໙) ຫົວເມືອງເອກຫລົ່ມສັກ ມີ ເມືອງຂຶ້ນເມືອງດຽວຄື ເມືອງເລີຍ.
(໑໐) ຫົວເມືອງເອກເມືອງບຸຣີຣັມຍ໌ ມີເມືອງຂຶ້ນເມືອງດຽວ ຄື ເມືອງນາງຣອງ.
ບັນດາຫົວເມືອງຕ່າງໆ ທີ່ສຍາມໄດ້ທຳການຈັດການເຂດການປົກຄອງຂຶ້ນ ທັງ ໔ ກອງນັ້ນ ປາກົດວ່າມີຄຳວ່າ "ລາວ" ຢູ່, ໝາຍຄວາມວ່າສຍາມຍັງຮັບຮູ້ຄວາມເປັນລາວ ຈະແຈ້ງ, ການຈັດເຂດປົກຄອງຫົວເມືອງລາວທັງ ໔ ກອງນັ້ນ ສຍາມໄດ້ກຳນົດເອົາສະເພາະຫົວເມືອງທີ່ເຄີຍຂຶ້ນກັບພຣະນະຄອນວຽງຈັນ ຫຼືຈັນທະບູຣີ ແລະພຣະນະຄອນ ຈຳປາສັກເດີມເທົ່ານັ້ນ ສ່ວນບັນດາຫົວເມືອງລາວທາງເໜືອນັ້ນ ເຊັ່ນເມືອງພຣະນະຄອນຫຼວງພຣະບາງ ແລະເມືອງລ້ານນານັ້ນ ສຍາມໄດ້ຈັດໄວ້ອີກຕ່າງຫາກດ ສ່ວນຜູ້ປົກຄອງ ຫົວເມືອງລາວທັງ ໔ ກອງນັ້ນສຍາມໄດ້ເອົາຄົນທ້ອງຖິ່ນເອງເປັນຜູ້ປົກຄອງ ຄວາມເອົາໃຈໃສ່ຕໍ່ຫົວເມືອງລາວນຂອງສຍາມນັ້ນ ແມ່ນມີແຕ່ການສົ່ງດອກໄມ້ເງິນຄຳ ແລະກະເກນ ທະຫານເທົ່ານັ້ນ.
ໜັງສືອ້າງອິງ(ບັນນານຸກົມ)
- http://www.thaigoodview.com/node/6361
http://203.144.136.10/service/mod/heritage/nation/city/city.htm
- ພົງສາວະດານລາວ ສີລາ ວິຣະວົງ
- ພົງສາວະດານເມືອງໂຂງ ສະບັບໂຣນຽວ (ບໍ່ໍຊາບຜູ້ແຕ່ງ ພົບທີ່ຫໍສະໝຸດທີ່ວ່າຣາຊະການສົງ ແຂວງສີທັນດອນ ວັດພວງແກ້ວອະຣຸໂນທັຍ ກາງໂຂງ ເມືອງໂຂງ)















ບັນດິດ ແດນຈຳພອນlaopower # Monday, January 19, 2009 8:52:18 PM
ສາຍເຊລຳເພົາneuang # Tuesday, January 20, 2009 3:51:15 AM
Anonymous # Saturday, April 3, 2010 10:03:13 AM
Phanomsinhpnomsin # Monday, September 20, 2010 7:31:56 AM