Skip navigation.

ສາຍເຊລຳເພົາ

ສາຣະໄຮ້ຂອບເຂດ ຄວາມຄິດໄຮ້ພຣົມແດນ (ບລ໊ອກຄົນລາວເພື່ອຄົນລາວ)

ຊື່ ແລະຄວາມເປັນມາຂອງດອນ ແລະສະຖານທີ່ຕ່າງໆໃນລ່ອງແມ່ນຳ້ຂອງໃນເຣື່ອງພຣະຣາມ

ລູກຊາວດອນ

- ຊື່ ແລະຄວາມເປັນມາຂອງດອນ ແລະສະຖານທີ່ຕ່າງໆໃນລ່ອງແມ່ນຳ້ຂອງ ຈາກນະຄອນອິນທະປັດຈັນເຖິງນະຄອນຈັນທະບູຣີສີສັດຕະນາກ ທີ່ປາກົດໃນເຣື່ອງພຣະລັກພະລາມ ນັ້ນ ເປັນສິ່ງທີ່ຢັ້ງຢືນອີກຢ່າງໜຶ່ງວ່າ "ວັນນະກັມພຣະລັກພຣະຣາມນີ້" ເປັນວັນນະກັມທີ່ກ່ຽວພັນກັນປະຫວັດສາດຊາດລາວ ແລະແມ່ນຳ້ສາຍນີ້ຢ່າງຍິ່ງ ວັນນະກັມພຣະລັກພຣະຣາມນີ້ ນັບວ່າເປັນນະກັມຂອງລາວ.



໑.ຄວາມເປັນມາຂອງດອນຂີ້ຄວາຍ
ເຣື່ອງຫຍໍ້ຄວາມເປັນມາຈອງດອນຂີ້ຄວາຍ
- ເມື່ອພຣະລັກ ໄດ້ໄປຍາດຊິງເອົານາງຈັນໄດ້ຈາກຮາບພະນາສວນແລ້ວ ຈຶ່ງຄິດວ່າຈະເອົານາງຈັນທາເມື່ອສົ່ງພໍ່ ທີ່ເມືອງຈັນທະບູຣີສີດຕະນາ ເມື່ອຄິດແລ້ວພຣະຣາມກໍນີຣະມີດ ເມື່ອສຳເພົາໜຶ່ງຊື່ວ່າ ເຮືອຜາສາດແກ້ວສຳເພົາທອງ ທ້າວພຣະຣາມ ພຣະລັກ ນາງຈັນທາ ພ້ອມດ້ວຍມ້າມະນີກາບກໍຂຶ້່ນສູ່ສຳເພົາ ແລ້ວເຮືອນັ້ນກໍລອຍຂຶ້ນ ຕາມລຳນຳ້ຂອງມາທາງ ເໜືອ ກໍໄປຮອດດອນແຫ່ງໜຶ່ງເຫັນເປັນທີ່ສວຍງາມ ຈຶ່ງສັ່ງໃຫ້ເຮືອປາສາດແກ້ວສຳເພົາຂວາມໄປຍັງດອນທີ່ນັ້ນ ສ່ວນດອນອັນນັ້ນເຕັມໄປດ້ວຍກ້ອນຂີ້ຄວາຍເກົ່າ ແລະໃໝ່ເຕັມ ດອນນັ້ນ ແຕ່ວ່າຂີ້ຄວາມນັ້ນຂາວງາມດັ່ງຍອງຝ້າຍ ຈຶ່ງຮູ້ວ່າຄວາຍທີ່ມາຂີ້ໃສ່ດອນນັ້ນເປັນຄວາຍທີ່ມີຣິດ ມານອນທີ່ດອນນີ້ທຸກມື້ທຸກວັນກໍຈຶ່ງມີຂີ້ຄວາຍນີ້ຫຼວງຫຼາຍ ເມື່ອເຮືອຂອງ ເຈົ້າທັງ ໔ ໄປຈອດດອນທີ່ນັ້ນແລ້ວ ເຈົ້າທັງ ໔ ກໍຂຶ້ນໄປລຽບລຳ່ເບິ່ງດອນເຕັມໄປດ້ວຍຂີ້ຄວາຍ ຈຶ່ງເວົ້າຕໍ່ກັນໄປມາວ່າ "ດອນຂີ້ຄວາມ" ດ້ວຍເຫດນັ້ນເອງດອນນີ້ຈຶ່ງຊື່ວ່າ ດອນຂີ້ຄວາມແຕ່ບັດນັ້ນມາ.

໑.ຄວາມເປັນມາຂອງດອນໂດນ
ເຣື່ອງຫຍໍ້ຄວາມເປັນມາຈອງດອນໂດນ

ສູດເຮັດນຳ້ປາແມ່ຄຳບູ່ ບ້ານຫາງດອນຂະເໝົາພະນັກເວົ້າ ມາກິນເຂົ້າກັບພະນັກງານ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

Download Opera, the fastest and most secure browser
January 2010
M T W T F S S
December 2009February 2010
1 2 3
4 5 6 7 8 9 10
11 12 13 14 15 16 17
18 19 20 21 22 23 24
25 26 27 28 29 30 31