Skip navigation.

ສາຍເຊລຳເພົາ

ສາຣະໄຮ້ຂອບເຂດ ຄວາມຄິດໄຮ້ພຣົມແດນ (ບລ໊ອກຄົນລາວເພື່ອຄົນລາວ)

ພຣະສາຣີຣິກະທາດທີ່ໄດ້ມາ

ສາຍເຊລຳເພົາ



ສອງຮູບຂ້າງເທິງນັ້ນ ເປັນຂອງຂຽນເອງ ເຂົ້າໃຈວ່າເປັນສາຣີຣິກະທາດ ເນື່ອງຈາກວ່າມີຜູ້ນຳເອົາມາໃຫ້ ພ້ອມກັບພຣະພຸດທະຮູບ ໓ ອົງ
ສ່ວນລຸ່ມນີ້ ແມ່ນຮູບອ້າງອິງ ແລະສົມທຽບກັບຮູບຂ້າງເທິງ.
ພຣະບໍຣົມມະສາຣີຣິກະທາດ, ພຣະສາວົກທາດ ແລະພຣະທາດທີ່ເຂົາພົບໃນສະຖານທີ່ຕ່າງ ເບິ່ງໄດ້ໃນເວບນີ້.
http://www.relicsofbuddha.com/page8.htm
http://www.pratatlanna.com/index.php?lay=show&ac=article&Id=179530&Ntype=4

ຄວາມເປັນມາຂອງວັດຖຸທີ່ຄາດວ່າເປັນພຣະສາຣີຣິກະທາດ
- ວັນສົມໂພດພຣະພຸດທະຮູບທີ່ວັດ(.....) ຄືວັນທີ ໑໐ ມັງກອນ ໒໐໐໙, ເວລາປະມານ ໑໐ ກວ່າ ໒ ຜົວເມັຍຊາວລາວ ທີ່ໄປອາໄສຢູ່ອາເມຣິກາ ໄດ້ມາຮ່ວມສົມໂພດທີ່ວັດແຫ່ງນີ້.
- ເຂົາບອກວ່າ ວັນທີ ໙ ນັ້ນ ເຂົາໄດ້ໄປຕັກບາດທີ່ວັດພຣະບາດໂພນສັນ, ພໍດີຕົກຕອນແລງຂອງວັນທີ ໙ ເຂົາໄດ້ໄປຢາມບ້ານພີ່ນ້ອງເຂົາ ເຂົາທັສອງໄດ້ຮູ້ຈາກພີ່ນ້ອງເຂົາວ່າ ຈະມີການສົມໂພດພຣະພຸດທະຮູບທີ່ວັດແຫ່ງນີ້, ທັງສອງຜົວເມັຍຈຶ່ງໄດ້ຕົກລົງກັນວ່າຈະຢູ່ຮ່ວມສົມໂພດທີ່ວັດນີ້ ແຕ່ເຂົາຈະຕ້ອງໄດ້ກັບອິນເດັຍ ເພື່ອຈະໄປຮ່ວມບຸນທີ່ອິນເດັຍ ໃນເຊົ້າວັນທີ ໑໐ ວັນນັ້ນ, ເຂົາຈຶ່ງກັບບ້ານທີ່ພັກ ແລ້ວກໍໄຫວ້ພຣະຕາມກິດຈະວັດທີ່ເຂົາເຄີຍທຳ ໃນຂະນະທີ່ໄຫວ້ພຣະນັ້ນ ເຂົາອະທິຖານວ່າ "ຂໍໃຫ້ໄດ້ຢູ່ຮ່ວມສົມໂພດພຣະ ທີ່ວັດນີ້ ພ້ອມນັ້ນເຂົາກໍໄດ້ອະທີຖານກັບໃບໂພທີ່ເຂົາໄດ້ມາຈາກຕົ້ນໂພ ທີ່ຕັດສະຮູບຂອງພຣະພຸດທະເຈົ້າປະເທດອິນເດັຍນັ້ນ, ເຂົາປາຖະໜາວ່າ ຂໍໃຫ້ໄປງົດທ້ຽວບິນນີ້ໃຫ້ໄດ້" ພໍດີຕື່ນເຊົ້າມາເຂົາກໍກຽມເຄື່ອງອອກຈກາບ້ານ ໄປຍັງບໍຣິສັດການບິນ ຂໍງົດບິນທາງການບິນກໍຕົກລົງງົດບິນໃຫ້ເຂົາ, ເຂົາກໍດີໃຈ ເຂົານຶກວ່າອິດທິຣິດປາຕິຫານ ຈາກໃບໂພນັ້ນ ເຂົາທັງສອງຈຶ່ງໄດ້ມາສົມໂພດທີ່ວັດນີ້ສົມໃຈ.
- ໃນຂະນະທີ່ພັກສູດຄັ້ງທີ ໓ ເຂົາທັງສອງຈຶ່ງໄດ້ເອົາໃບໂພ ແລະເມັດເຂົ້າເຈັດເມັດມາມອບໃຫ້ອາຕະມາ ໃຫ້ອາຕະມາປ່ອນໄວ້ໃນອົງພຣະ, ຜູ້ຂຽນກໍຮັບໄວ້.
- ຕໍ່ມາວັນທີ ໑໕ ມີຍິງຄົນໜຶ່ງອິກໄດ້ເອົາປັດໄຈ ແຜ່ນທອງທີ່ຂຽນຊື່ເຈົ້າພາບຫຼາຍແຜ່ນ ພ້ອມກັບໃບໂພທີ່ບອກວ່າໄດ້ມາຈາກອິນເດັຍອີກ ໃບເທົ່າກັນກັບທີ່ໄດ້ຈາກສອງຜົວ ເມັຍນັ້ນ, ໃນນັ້ນຍິງຄົນນີ້ຍັງບອກວ່າ ໃນຫໍ່ນັ້ນຍັງມີພຣະສາຣີຣິກະທາດອີກ ພຣະອົງໜຶ່ງເອົາໃດ ແຕ່ເມື່ອຜູ້ຂຽນເບິ່ງແລ້ວຄ້າຍຫີນ ຈຶ່ງໄດ້ຖ່າຍຮູບໄວ້ແລ້ວປ່ອນລົງພຣະທອງ, ຮູບສາຣີຣິກະທາດທີ່ຍິງຄົນນັ້ນນຳມາໃຫ້ນັ້ນ ສີແດງຄ້າຍຫີນ.
- ຕໍ່ມາວັນຄືວັນທີ ໒໓ ມັງກອນ ໒໐໐໙ ຜູ້ຂຽນຝັນເຫັນພຣະສົງຫຼາຍອົງ ແລະພຣະສົງເຫຼົ່ານັ້ນໄດ້ເອົາຂອງໃຫ້ຜູ້ຂຽນ, ເວລາປະມານ ໙ ໂມງ ມີໂທຣະສັບມາຈາກບໍຣິສັດໜຶ່ງ ບອກວ່າ "ຈະເອົາພຣະມາຖວາຍ" ນັດເປັນເວລາ ໑໑.໐໐ ໂມງ ຂອງວັນທີ ໒໔ ມັງກອນ ໒໐໐໙.
- ເວລາປະມານ ໙ ໂມງ ຂອງວັນທີ ໒໔ ມັງກອນ ໒໐໐໙ ມີຊາຍ ໒ ຄົນໄດ້ເອົາພຣະພຸດທະຮູບ ໓ ອົງ ເປັນພຸດທະຮູບເກົ່າແກ່ ພ້ອມກັບວັດຖຸຄ້າຍຫີນຈຳນວນໜຶ່ງ ມາພ້ອມ ບອກວ່າ "ພຣະກັບຫີນນີ້ໄປໃສຕ້ອງໄປນຳກັນ ເພາະວ່າພົບທີ່ດຽວກັນ ໃນທາດເກົ່າແຫ່ງໜຶ່ງທີ່ຊຽງຂວາງ" ມີຄົນເອົາມາໃຫ້ເຂົາ, ເຫດທີ່ເຂົາທັງສອງເອົາມາໄວ້ ນຳຜູ້ຂຽນ ເພາະເຂົາບໍ່ສາມາດປະຕິບັດໄດ້ ຢ້ານຜິດເພີ່ນ.
- ວັນທີ ໒໙ ມັງກອນ ໒໐໐໙ ໄດ້ເອົາວັດຖຸຄ້າຍຫິນສີຂາວ ແລະສີແດງນີ້ລ້າງນ້ຳບໍຣິສຸດ ກາຫົວເສືອ, ໂດຍໃຫ້ຄົນໜຶ່ງອີກລ້າງ ແລະນັບ, ນັບຄັ້ງແຮກ ວັດຖທີ່ເປັນສີຂາວໃສນັ້ນນັບໄກ້ ໘໖ ອັນ, ສ່ວນທີ່ມີແດງປົນຄ້າຍກັບມີດິນປົນມີຈຳນວນ ໒໗໖ ອັນ ລວມເປັນ ໓໖໓ ອັນ.
- ຕົກກາງຄືນມາຝັນວ່າ ເຫັນພຣະອົງນັ້ນຜົນຕົກຮ່ຳປຽກໝົດຕົວ.
- ວັນທີ ໓໑ ມັງກອນ ໒໐໐໙ ຕອນກາງເວັນມີການຫຼໍ່ພຣະພຸດທະຮູບທີ່ວັດທາດຫຼວງເໜືອ ຈຶ່ງຖືໄປພ້ອມ ມີການເປີດກັບອອກໃຫ້ຄົນອື່ນເບິ່ງ ເພື່ອໃຫ້ຄົນອີື່ນ ລົງຄວາມເຫັນວ່າ ແມ່ນຫຍັງກັນແທ້, ຕົກຕອນແລງຂອງວັນນີ້ ໓໑ ມັງກອນ ໒໐໐໙ ຈຶ່ງໃຫ້ພຣະຫຼາຍອົງນັບ ນັບແລ້ວນັບອີກ ຈຶ່ງໄດ້ຈຳນວນວັດຖຸທີ່ເຂົ້າໃຈວ່າພຣະສາຣີຣິກະທາດນີ້ເປັນດັ່ງນີ້
໑. ສີຂາວໃສ ມີຈຳນວນ ໙໘ ອັນ.
໒. ສີຂາວປົນແດງ ໒໕໔ ອັນ.
ລວມວັດຖຸທີ່ຄາດວ່າເປັນພຣະສາຣີຣິກະທາດນີ້ທັງໝົດມີ ໓໕໒ ອັນ

ພຣະສາຣີຣີກະທາດ
http://my.opera.com/neuang/blog/show.dml/2945301

ສູດເຮັດນຳ້ປາແມ່ຄຳບູ່ ບ້ານຫາງດອນຂະເໝົາຄວາມຮູ້ກ່ຽວກັບພຣະບໍຣົມມະສາຣີຣິກະທາດ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

Download Opera, the fastest and most secure browser
December 2009
M T W T F S S
November 2009January 2010
1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31