ລຳດັບເມືອງເຊື້ອຊາດລາວ ແລະອານາຈັກທີ່ຄົນເຊື້ອຊາດລາວສ້າງ
Saturday, 16. May 2009, 18:57:09
໑. ອານາຈັກນ່ານເຈົ້າ
໑. ພຣະເຈົ້າເມັ່ງແຊ່ເຈົ້າ.
໒. ພຣະເຈົ້າມອງກະຕາ.
໓. ພຣະເຈົ້າສີຫານຸໂລ(ໂອຣົດພຣະເຈົ້າມອງກະຕາ).
໔. ພຣະເຈົ້າພີລໍໂກ໊ະ(ຂຸນບູຣົມຣາຊາທິຣາຊ).
໕. ພຣະເຈົ້າໂກ໊ະລໍຝົງ(ໂອຣົດພຣະເຈົ້າພີລໍໂກ໊ະ).
໒. ອານາຈັກໂຍນົກໄຊຍະບູຣີສີຊ້າງແສນ(ອານາຈັກຊຽງແສນບູຮານ-ຕັ້ງຢຸ່ບໍຣິເວນເມືອງຕົ້ນເຜິ້ງປັດຈຸບັນ)
໑. ຫິງຫະນະກຸມານ(ພຣະນັດດາ ຫຼືຫຼານຂອງພຣະເຈົ້າພີລໍໂກ໊ະ).
໒. ຄັນທະກຸມານ.
໓. ອະຊຸຕະຣາຊກຸມານ.
໔. ມັງຣາຽມະຫາຣາຊ.
໕. ພຣະອົງເຊືອງ.
໖. ພຣະອົງຊື່ນ.
໗. ພຣະອົງດຳ.
໘. ພຣະອົງເກີງ.
໙. ພຣະອົງຊາດ.
໑໐. ພຣະອົງເວົາ.
໑໑. ພຣະອົງແວນ.
໑໒. ພຣະອົງແກ້ວ.
໑໓. ພຣະອົງເງິນ.
໑໔. ພຣະອົງຕົນ.
໑໕. ພຣະອົງງາມ.
໑໖. ພຣະອົງລື.
໑໗. ພຣະອົງຣວຍ.
໑໘. ພຣະອົງເຊີງ.
໑໙. ພຣະອົງກັງ.
໒໐. ພຣະອົງເກົາ.
໒໑. ພຣະອົງພິງ.
໒໒. ພຣະອົງສີ
໒໓. ພຣະອົງສົມ.
໒໔. ພຣະອົງສວນ.
໒໕. ພຣະອົງແພງ.
໒໖. ພຣະອົງພວນ.
໒໗. ພຣະອົງຈັກ.
໒໘. ພຣະອົງຟູ.
໒໙. ພຣະອົງຜັນ.
໓໐. ພຣະອົງວັງ.
໓໑. ພຣະອົງສິງ.
໓໒. ພຣະອົງແສນ.
໓໓. ພຣະອົງສົມ.
໓໔. ພຣະອົງທິບ.
໓໕. ພຣະອົງກອງ.
໓໖. ພຣະອົງກົມ.
໓໗. ພຣະອົງຊາຍ(ຈາຍ).
໓໘. ພຣະອົງຊິນ(ຈິນ).
໓໙. ພຣະອົງຊົມ(ຈົມ).
໔໐. ພຣະອົງກັງ(ປັງ).
໔໑. ພຣະອົງກິງ(ພິງ).
໔໒. ພຣະອົງກຽງ(ປຽງ)
໔໓. ພຣະອົງພັງ(ພັງຄະຣາຊ).
໔໔. ທຸຊິຕະ.
໔໕. ມະຫາວັນ.
໔໕. ມະຫາໄຊຊະນະ.
໓. ຫິຣັນຍະນະຄອນຊຽງແສນ
- ຫຼັງຈາກວຽງປຶກສາ ໄດ້ມີອຳນາດປົກຄອງພື້ນທີ່ນັ້ນໄດ້ ໙໓ ປີ, ກໍເປັນອັນອາວະສານຂອງວຽງ ເນື່ອງຈາກປີ ຄ.ສ ໑໑໘໑ ເນື່ອງພຣະຍາກາລະວັນດິສະຣາຊ ຫຼືພະຍາອະຣິຣຸດ ກະສັດແຫ່ງຫົງສາວະດີ ໄດ້ສະເດັດຂຶ້ນມາສະໜັບສະໜູນ ພຣະລະວະຈັກກະຣາຊ (ລາວຈັກກະຣາຊ) ຜູ້ເປັນເຊື້ອສາຍປູ່ເຈົ້າລາວຈົກ, ກະສັດອົງນີ້ໄດ້ຍົກດອຍຕຸງ ໃຫ້ນະຄອນໂຍນົກນາຄະພັນ ສ້າງພຣະທາດດອຍຕຸງ(ດອຍທຸງ) ຂຶ້ນເປັນກະສັດຂອງວຽງປຶກສາ ພຣະຍາລະວະຈັກກະຣາດ ຊຶ່ງໄດ້ຕັ້ງຊື່ວົງໃໝ່ວ່າ ຣາຊະວົງລະວະຈັກກຣາຊ ຫຼື້ ຣາຊະວົງລາວ.
- ຫຼັງຈາກຂຶ້ນຄອງຣາຊ ພຣະອົງໄດ້ຊົງປ່ຽນນາມວຽງປຶກສາ ເປັນເມືອງຫິຣັນຍະນະຄອນ(ວຽງຫິຣັນຍະນະຄອນ) ໂດຍມີສູນກາງຢູ່ບໍຣິເວນສາຍນຳ້ແມ່ສາຍ ແລະແມ່ຕຸງ ໃນເຂດ ເມືອງແມ່ສາຍ(ປັດຈຸບັນ ແຂວງຊຽງຮາຍ).
- ຫຼັງຈາກນັ້ນ ສະໄໝພຣະເຈົ້າລາວຄຽງ ພຣະອົງໄດ້ສ້າງເມືອງເງິນຍາງ(ວຽງເງິນຍາງ) ຫຼືເມືອງຊຽງແສນ ກົງກັບວຽງຊຽງແສນ(ຊຽງຮາຍ) ປັດຈຸບັນແລະຍ້າຍເຂົາໄປປົກຄອງ ທີ່ນັ້ນ ເລື້ອຍມາຈົນເຖິງ ໖໒໑ ປີ ມີ ໒໔ ຣັຊການ.
- ຄວາມປ່ຽນແປງ ເກີດຂຶ້ນຢ່າງໃຫຍ່ ເມື່ອພຣະຍາລາວເມັງ ພຣະບິດາຂອງພຣະຍາມັງຣາຍ(ເມັງຣາຍ-ເມັງຮາຍ), ສ້າງເມືອງຊຽງຮາຍ ແລະພຣະຍາມັງຣາຍຂຶ້ນຄອງຣາຊ ເປັນກະສັດ ອົງທີ ໒໕ ຂອງຫິຣັນນະຄອນເງິນຍາງ ຊຽງແສນໃນປີ ພ.ສ ໑໘໐໕ ພຣະອົງມີແນວທາງພຣະຣາຊະດຳຣິຈະຣວບຣວມແຄວ້ນນ້ອຍໃຫຍ່ໃນບໍຣິເສນດຽວກັນ ໃຫ້ເປັນ ປຶກແຜ່ນ.
- ເມື່ອພຣະອົງໄດ້ຂຶ້ນຄອງຣາຊ ພຣະອົງກໍໂຜດໃຫ້ວຽງຊຽງຮາຍ ເປັນຣາຊະທານີແຫ່ງໃໝ່ ເປັນການສິ້ນສຸດຣາຊະວົງລະວະຈັກກະຣາຊ ແຫ່ງຫິຣັນຍະນະຄອນເງິນຍາງ ເຣີ່ມຕົ້ນຣາະຊະວົງ ມັງຣາຍ(ເມັງຮາຍ), ແຫ່ງອານາຈັກລ້ານນາ.
- ພຣະຍາລະວະຈັກກະຣາຊ
- ພຣະຍາລະວະຈັກກະຣາດນັ້ນ ເດີມຄາດວ່າມີອຳນາດຢູ່ວຽງຊຽງລາວ(ເມືອງຊຽງລາວ) ບໍຣິເວນດອຍຕຸງ(ທຸງ) ແມ່ນຳ້ສາຍ, ຕໍ່ມາຈຶ່ງໄດ້ຂະຫຍາຍອານາເຂດມາສູ່ເມືອງເງິນ ຍາງ ເຊິງຢູ່ຮີມແມ່ນຳ້ຂອງ ພຣະອົງມີພຣະຣາຊະບຸດ ໓ ພຣະອົງ ໄດ້ແກ່ລາວຄອບ, ລາວຊ້າງ ແລະລາວເກົ໋າແກ້ວມາເມືອງ ໂດຍໃຫ້ບຸດຂອງພຣະອົງຄອງເມືອງດັ່ງນີ້:
- ລາວຄອບ ຄອງເມືອງຊຽງຂອງ.
- ລາວຊ້າງ ຄອງເມືອງຍອງ.
- ລາວເກົ໊າແກ້ວມາເມືອງ ຄອງເມືອງຊຽງລາວສືບຕໍ່ມາ.
ກະສັດຣາຊະວົງນີ້ ມີກະສັດສືບຕໍ່ກັນມາ ໒໔ ພຣະອົງ ໃນລະຫວ່າງນັ້ນ ຫຼາຍພຣະອົງໄດ້ມີການສົ່ງຣາຊະບຸດຂອງຕົນໄປຄອງເມືອງຕ່າງໆ ເຊັ່ນພຣະເຍົາ, ຊຽງຂອງ, ຊຽງຄຳ, ລ້ານຊ້າງ, ນ່ານແລະອື່ນໆ ດັ່ງນັ້ນ ເມືອງທັງຫຼາຍເລົ່ານັ້ນ ຈຶ່ງເປັນເຄືອຍາດກັນ.
- ຣາຍພຣະນາມກະສັດຣາຊະວົງລະວະຈັກກະຣາດ ທີ່ຄອງເມືອງຊຽງແສນ
໑.
















neuang # 16. May 2009, 19:00
Anonymous # 14. July 2009, 11:37
ບົດຄວາມທາງວິຊາການອັນຊົງຄຸນຄ່າທີ່ຄົ້ນຄວ້າ, ຮີບໂຮມ, ຮຽບຮຽງ ແລະ ສ້າງສັນໂດຍ ທ່ານລູກຊາວດອນ ຄວນໄດ້ຮັບການເຜີຍແພ່ກວ້າງຂວາງກວ່ານີ້ ໂດຍສະເພາະທາງໂລກໄຊເບີຣ໌; ຄົນລາວທັງຫລາຍສົມຄວນໄດ້ສຶກສາ ແຕ່ໜ້າເສັຽດາຍ ຂພຈ. ທ່ອງເນັທມາສົມຄວນ ກໍບໍ່ປາກົດເຫັນລິ້ງມາຫາເລີຍ, ບໍ່ມີການເຊື່ອມໂຍງກັບໄຊທ໌ອື່ນໃດ,ແລະ ບລ໋ອກນີ້ກໍຫາພົບໂດຍບັງເອີນ!
ຂໍສະແດງຄວາມນັບຖື ແລະ ຂອບໃຈເປັນລົ້ນພົ້ນ
neuang # 14. July 2009, 15:06
Anonymous # 25. July 2009, 05:27
ຮູ້ແຫລ່ງນີ້ແລ້ວເຂົ້າມາອ່ານເປັນປະຈຳ ແລະ ກໍບອກເລົ່າແນະນຳໃຫ້ຜູ້ອື່ນ ໆ ໄດ້ມາອ່ານນຳດ້ວຍ ຜູ້ຂ້າ ກໍພໍໄດ້ສຶກສາ ແລະ ມີຂໍ້ມູນຈຳນວນໜຶ່ງທີ່ໄດ້ຮີບໂຮມໄວ້ ກໍພະຍາຍາມຈະສ້າງສັນມາແບ່ງປັນກັນອ່ານ ແຕ່ຍັງຈັດສັນເວລາບໍ່ລົງຕົວເທື່ອ... ອະນິຈັງ