ສາຍເຊລຳເພົາ

ສາຍນ້ຳແຫ່ງມິດຕະພາບ ແລະຄວາມຜູກພັນ

ຮ່ອງຮອຍ ອາລະຍະທຳບູຮານ ທີ່ເຊໂປນ

ສາຍເຊລຳເພົາ

ມີລາຍງານ ຈາກໂຄງການຂຸດຄົ້ນບໍ່ແຮ່ເຊໂປນ ຊາບວ່າ: ໃນວັນທີ 11 ເມສາ 2009 ທີ່ຜ່ານມາ ເຈົ້າໜ້າທີ່ໂຄງການ ໄດ້ຄົ້ນພົບຮ່ອງຮອຍ ການຂຸດຄົ້ນແຮ່ທອງສະໄໝບູຮານ ທີ່ມີລັກສະນະຄື ຂຸມສ້າງ ເຊິ່ງຢູ່ໃກ້ກັບ ເຂດທົ່ງ ນາເງືອກ ຂຸມສ້າງດັ່ງກ່າວ ແມ່ນເຮັດດ້ວຍໄມ້ ແລະ ໄດ້ສ້າງຂຶ້ນ ຄ້າຍຄືກັບໂຄງສ້າງຂອງຫຼີ່ ຫຼື ຕ້ອນໃສ່ປາ ແລະ ເຖິງແມ່ນວ່າ ຍັງບໍ່ສາມາດລະບຸຊັດເຈນ ອາຍຸ ຂອງຮ່ອງຮອຍບູຮານນີ້ ກໍຕາມ ແຕ່ຄາດວ່າ ອາດມີອາຍຸຫຼາຍພັນປີມາແລ້ວ. ຄົ້ນພົບຮ່ອງຮອຍ ການຂຸດຄົ້ນແຮ່ທອງສະໄໝບູຮານ ໃນພື້ນທີ່ໂຄງການຂຸດຄົ້ນບໍ່ແຮ່ເຊໂປນ

ມີລາຍງານຈາກໂຄງການຂຸດຄົ້ນບໍ່ແຮ່ເຊໂປນ ຊາບວ່າ: ໃນວັນທີ 11 ເມສາ 2009 ທີ່ຜ່ານມາ ເຈົ້າໜ້າທີ່ໂຄງການດັ່ງກ່າວ ໄດ້ຄົ້ນພົບຮ່ອງຮອຍການຂຸດຄົ້ນແຮ່ທອງສະໄໝບູຮານ ທີ່ມີລັກສະນະຄື ຂຸມສ້າງ ເຊິ່ງຢູ່ໃກ້ກັບເຂດປະຫວັດສາດ ທີ່ມີຊື່ສຽງຂອງໂຄງການຂຸດຄົ້ນບໍ່ແຮ່ຄຳ-ທອງ ເຊໂປນ ນັ້ນກໍແມ່ນເຂດທົ່ງ ນາເງືອກ ຂຸມສ້າງດັ່ງກ່າວແມ່ນເຮັດດ້ວຍໄມ້ ແລະ ໄດ້ສ້າງຂຶ້ນຄ້າຍຄືກັບໂຄງສ້າງຂອງຫຼີ່ ຫຼື ຕ້ອນໃສ່ປາ ແລະ ເຖິງແມ່ນວ່າ ຍັງບໍ່ສາມາດລະບຸຊັດເຈນ ອາຍຸຂອງຮ່ອງຮອຍບູຮານນີ້ກໍຕາມ ແຕ່ຄາດວ່າອາດມີອາຍຸຫຼາຍພັນປີມາແລ້ວ.
ຕະຫຼອດໄລຍະທີ່ຜ່ານມານີ້ ບໍລິສັດ ອອສ ລຊມລ ເຊໂປນ ແລະ ນັກວັດຖຸບູຮານຄະດີຂອງລັດ ຈາກກົມພິພິຕະພັນ ແລະ ວັດຖຸບູຮານ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ຮ່ວມກັນຢ່າງໃກ້ຊິດ ເພື່ອປົກປັກຮັກສາມໍລະດົກວັດທະນະທຳຂອງ ສປປ ລາວ ຈຶ່ງສາມາດຮັບປະກັນໄດ້ວ່າ ວັດຖຸບູຮານອັນລ້ຳຄ່າຂອງອາລິຍະທຳອຸດສາຫະກຳ ສະໄໝບູຮານ
ທີ່ໄດ້ຖືກເຊື່ອງຊ້ອນມາເປັນເວລາອັນຍາວນານນີ້ ຈະບໍ່ສາມາດສູນຫາຍໄປໄດ້.
ທ່ານ ດຣ. ທອງສາ ໄຊຍະວົງຄຳດີ ຫົວໜ້າກົມມໍລະດົກຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ກ່າວວ່າ ການຄົ້ນພົບຄັ້ງນີ້ ແມ່ນຫາໄດ້ຍາກ ສາມາດຂຸດຄົ້ນ ເອົາວັດຖຸບູຮານຢ່າງຖືກວິທີ ແລະ ໃຫ້ສຳເລັດກ່ອນລະດູຝົນທີ່ ຈະມາເຖິງ ປັດຈຸບັນນີ້ ນັກວັດຖຸບູຮານ ກຳລັງທຳການສຶກສາອາຍຸ ແລະ ຄວາມເປັນໄປໄດ້ຂອງການໃຊ້ງານໃນອະດີດ.
ມີພຽງຄົນສ່ວນໜ້ອຍ ທີ່ຮູ້ກ່ຽວກັບປະຫວັດສາດເບື້ອງຕົ້ນ ຂອງພາກຕາເວັນອອກ ຂອງແຂວງສະຫວັນນະເຂດ ແຕ່ວ່າມາຮອດປັດຈຸບັນນີ້ ການຮັບຮູ້ກ່ຽວກັບປະຫວັດສາດເບື້ອງຕົ້ນນີ້ ກໍກຳລັງມີການປ່ຽນແປງຢ່າງໄວວາ ໃນຕົ້ນປີ 2008 ຄ້ອງບ້າງທອງເຫຼືອງອັນໃຫຍ່ ທີ່ມີອາຍຸເກືອບສອງພັນປີ ກໍໄດ້ຖືກຄົ້ນພົບຢູ່ເຂດໂຄງການເຊໂປນ ແລະ ປັດຈຸບັນນີ້ ກໍໄດ້ຖືກ
ວາງສະແດງໄວ້ທີ່ຫໍພິພິຕະພັນແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ.
ການຄົ້ນພົບຂຸມສ້າງ ຂຸດຄົ້ນເກົ່າແກ່ນີ້ ແມ່ນໄດ້ນຳໄປສູ່ການຂຸດຄົ້ນ ເພື່ອສຶກສາຕື່ມອີກ 2-3 ແຫ່ງ ການຂຸດຄົ້ນເພື່ອສຶກສານີ້ ຈະໄດ້ເປີດເຜີຍວຽກງານການຂຸດຄົ້ນບໍ່ແຮ່ ແລະ ການຫຼອມໂລຫະໃນສະໄໝບູຮານ ຢູ່ເຂດດັ່ງກ່າວ ເຊິ່ງວ່າ ເບົ້າຫຼໍ່ໂລຫະ ສຳລັບການຫຼໍ່ໂລຫະທອງ ໄດ້ຖືກຄົ້ນພົບຢູ່ເປີ້ນ ເບົ້າຫຼໍ່ ຢູ່ພູ ແທ່ງຄຳ ແລະ ຄາດວ່າເຂດຂອງການຄົ້ນແຮ່ທອງ ສະໄໝບູຮານອີກແຫ່ງໜຶ່ງ ແມ່ນຢູ່ເຂດທົ່ງ ນາເງືອກ.
ເຂດທີ່ບໍ່ທັນໄດ້ມີການຄົ້ນພົບ ກ່ຽວກັບປະຫວັດສາດ ກ່ອນການເຂົ້າມາຂຸດຄົ້ນບໍ່ແຮ່ຂອງບໍລິສັດ ອອສ ລຊມລ ເຊໂປນນັ້ນ ຕອນນີ້ແມ່ນກຳລັງຈະກາຍມາເປັນເຂດຂຸດຄົ້ນບໍ່ແຮ່ກ່ອນປະຫວັດສາດ ທີ່ອາດມີການຄ້າຂາຍສິນຄ້າທົ່ວເຂດ ອິນດູຈີນ ໃນໄລຍະໜຶ່ງພັນປີທີ່ຜ່ານມາ ຫຼື ຫຼາຍກ່ວານັ້ນ.
ບໍລິສັດ ອອສ ລຊມລ ເຊໂປນ ແມ່ນມີຄວາມພາກພູມໃຈ ທີ່ໄດ້ເຮັດວຽກຢ່າງໃກ້ຊິດກັບທ່ານ ດຣ. ທອງສາ ໄຊຍະວົງຄຳດີ ພ້ອມຄະນະ ໂດຍທີ່ທາງໂຄງການແມ່ນມີຄວາມຍິນດີ ທີ່ໄດ້ປະກອບສ່ວນດ້ານຫຼັກຖານຂອງສິ່ງມະຫັດສະຈັນດ້ານ ວັດທະນະທຳໃນອະດີດໃຫ້ກັບ ສປປ ລາວ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ຊາດນຳອີກດ້ວຍ.

ລຳດັບເມືອງເຊື້ອຊາດລາວ ແລະອານາຈັກທີ່ຄົນເຊື້ອຊາດລາວສ້າງຄວາມເປັນມາຂອງປາກາເຕົາ

Comments

Anonymous Tuesday, November 17, 2009 9:25:20 AM

Anonymous writes: ຂອຍໃຈສຳຫລັບຂ່າວສານ ດີໆ

Anonymous Tuesday, November 17, 2009 9:39:12 AM

Anonymous writes: ຂອຍໃຈສຳຫລັບຂ່າວສານ ດີໆ

Anonymous Tuesday, November 17, 2009 9:42:29 AM

ວອນ writes: ຂ້ອຍຊອກຫາວິທີ ອ່ານພາສາລາວ ເທິງເນັດແຕ່ດົນ ຈົນໄດ້ ຕອນນີ້ຂ້ອຍອ່ານໄດ້ແລ້ວ ແລະຕອນນີ້ຂ້ອຍອ່ານຂ່າວພາສາລາວໄດ້ ຂອບໃຈອີກເທຶ່ອຫນຶ່ງ

Anonymous Sunday, April 11, 2010 1:43:12 AM

Ðноним writes: One acknowledges that men's life is not cheap, but some people require money for various issues and not every one earns big sums cash. Thence to receive some loans and short term loan should be good way out.

Anonymous Thursday, April 22, 2010 7:24:41 AM

ÐнонÑмний writes: Some time ago, I did need to buy a car for my corporation but I did not have enough money and could not order anything. Thank goodness my mother adviced to get the loan from banks. Hence, I did that and was happy with my short term loan.

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

February 2012
M T W T F S S
January 2012March 2012
1 2 3 4 5
6 7 8 9 10 11 12
13 14 15 16 17 18 19
20 21 22 23 24 25 26
27 28 29