ຄວາມເປັນມາຂອງປາກາເຕົາ
Tuesday, 19. May 2009, 12:43:53
- ປະກາເຕົາ ຫຼາຍທ່ານກໍຄົງຮູ້ຈັກ ແລະອີຫຼາຍທ່ານກໍຍັງບໍ່ຮູ້ຈັກປານີ້, ສະໄໝຜູ້ຂຽນມາຢູ່ວຽງຈັນໃໝ່ ປະມານປີ ໑໙໘໕ ຄົນວຽງຈັນເກືອບສ່ວນໃຫຍ່ ຍັງບໍ່ທັນຮູ້ປາກາເຕົານີ້ປານໃດ ເວັ້ນເສັຍແຕ່ ຄົນທີ່ກຳເນີດຢູ່ເຂດສີພັນດອນ ຈຶ່ງຮູ້ອາຫານປະເພນີ້ປານໃດ, ເຖິງປານນັ້ນ ກໍຫາກິນໄດ້ຢາກແນ່ ເພາະການຄົມມະນາຄົມສະໄໝນັ້ນຍັງບໍ່ທັນສະດວກ ເວັ້ນເສັຍແຕ່ຍາດພີ່ນ້ອງຝາກມາໃຫ້ ແຕ່ດຽວນີ້ຮູ້ສຶກວ່າຈະຮູ້ກັນໝົດແລ້ວ ເພາະວ່າມີການທ່ອງທຽວໄປມາ ແລະມີການຄ້າຂາຍ ກັນດີດັກ ຖືເປັນສິນຄ້າເອກະລັກຂອງຊາວສີພັນດອນ ບາງຄົນກໍຮູ້ກັນໃນໜັງສືທ່ອງທ່ຽວກະມີ, ປາກາເຕົານີ້ ເປັນອາເອກລັກຂອງຊາວສີພັນດອນໂດຍແທ້ ເພາະຖິ່ນກຳເນີດ ນັ້ນເກີດ ທີ່ສີພັນດອນ, ແລະມີຣາຄາສູງກິໂລແຕ່ ໔໐-໗໐ ພັນກີບພຸ້ນ ເຣື່ອງຂອງປາກາເຕົານີ້ ຍັງມີເຣື່ອງປະສົບການຈິງ ທີ່ຜູ້ຂຽນພົບເຫັນຄັ້ງໜຶ່ງ ເມື່ອຜູ້ຂຽນອາໄສຢູ່ເມືອງໄທຍ໌ ຄົນໄທຍ໌ ບໍ່ຮູ້ປາກາເຕົາ ແມ່ນກະທັງຄົນອີສານເອງກໍບໍ່ຮູ້ ນັບວ່າປາກາເຕົາ ເປັນອາຫານລາວແທ້ ຫຼັກຖານນີ້ໄດ້ມີເຣື່ອງດັ່ງນີ້, ເມື່ອຜູ້ຂຽນກັບບ້ານ ໄດ້ຊື້ປາກາເຕົາກັບກຸງເທບນຳ ເວລາພັກຮຽນວັນອາທິດ ຈຶ່ງໄດ້ເຮັດປົ່ນໝາກເຂີອ ເຊິ່ງຄົນໄທຍ໌ເອງກະມັກກິນຢູ່ແລ້ວ ແຕ່ເອົາປາກາເຕົາເປັນເຄື່ອງປະສົມແທນປາສົດ ເຮັດໃຫ້ຣົດຊາດ ແລະກິ່ນຕ່າງອອກໄປ ໄດ້ຮັບຄຳຊົມ ແລະຕິດອົກຕິດໃຈຈາກເພື່ອນວ່າ "ເອົາອະໄຣໃສ່ ຖຶງອະຣ່ອຍ ແລະຫອມດີ" ກໍບອກເຂົາໄປວ່າ ເອົາປາກາເຕົາ ເມື່ອເຂົາຍິນຄຳວ່າປາກາເຕົາ ເຂົາກໍສົງໄສ ແລະຢາກຮູ້ ເຂົາຖາມວ່າ "ປາກາເຕົາ ມັນເປັນຍັງໄງ" ກໍບອກເຂົາວ່າ ໄປເບິ່ງທີ່ຫ້ອງ, ເພື່ອນຄົນໄທຍ໌ ແລະຄົນອື່ນໆກໍມາເບິ່ງທີ່ຫ້ອງ ເມື່ຶອເຂົາເຫັນແລ້ວ ໃຜໆ ກໍບອກວ່າ "ປາສຣ້ອຍບ້ານເຣົາ ຄົນລາວເຂົາຮຽກປາກາເຕົາເນືະ" ເມືື່ອຍິນເຂົາເວົ້່າຈັ່ງຊັ້ນກໍບອກເຂົາວ່າ "ລາວກໍຮຽກວ່າປາສ້ອຍ ແຕ່ເມື່ອເອົາມາເຮັດເປັນປາເຊັ່ນນີ້ແລ້ວ ລາວຮຽກວ່າ ປາກະເຕົາ ແລະມີທີ່ມາດັ່ງນີ້
- ປະຫວັດປາກະເຕົາ:
- ປະຫວັດປາກະເຕົານີ້ ຖືກເລົ່າໂດຍ ພໍ່ຈານຄຣູໝັ້ນ ໂຊຕິທອນ ອະດີດຄຣູສອນ ຮ/ຮ ປະຣິຍັດຕິທັມ ແລະເຈົ້າອະທິການວັດທ່າເປືອຍ ເມືອງມະໂນໄພຣ ນະຄອນຈຳປາສັກ(ສະໄໝຝຣ່ັງ) ອະດີດເລຂາເຈົ້າຄະນະແຂວງສີທັນດອນ, ອາດີດຜູ້ແທນຣາດສະດອນສະໄໝທີ່ ໗ ຫຼືຜູ້ແທນປະຊາຊົນຄັ້ງທີ ໑ ປີ ໑໙໗໕, ອະດີດຄະນະຕາແສງພັງເຄົາ, ອະດີດຄະນະສຶກສາເມືອງມຸນ ແລະດີດໂຍທາງເມືອງມຸນ ແລະອະດີດຄະນະໂຍທາເມືອງມຸນ ເສັຍຊີວິດ ເມືື່ອປີ ໑໙໘໑ ເມື່ອອາຍຸ ໗໑ ປີ.
- ໄດ້ເລົ່າເຣື່ອງປາກະເຕົາໄວ້່ໃຫ້ຄົນທີ່ຖາມເພີ່ນຟັງ ແລະຜູ້ຂຽນເປັນລູກຂອງເພີ່ນໄດ້ຈື່ໄວ້ ເພິ່ນເລົ່າໄວ້ເມື່ອປີ ໑໙໗໔ ສະໄໝນັ້ນ ຜູ້ຂຽນອາຍຸ ໑໒ ປີ, ຈື່ໄວ້ ແຕ່ຍັງບໍ່ທັນຂຽນທີ່ໃດມາກ່ອນ ໄດ້ຂຽນທີ່ນີ້ທີ່ດຽວ ພໍ່ຈານຄຣູໝັ້ນ ໂຊຕິທອນໄດ້ເລົ່າໄວ້ ແລະຈັບເອົາເນື້ອຄວາມໄວ້ດັ່ງນີ້:
- ຊື່ແທ້ ບໍ່ແມ່ນ "ປາກະເຕົາ" ແຕ່ດຽວນີ້ ສຽງອາດຜ້ຽນໄປເປັນ "ປາກະເຕົາ" ກະມີ, ຄຳວ່າ ປາກາເຕົານັ້ນມີທີ່ມາຈັ່ງຊີ້, "ສະໄໝກ່ອນນັ້ນ ສີພັນດອນນັບວ່າ ເປັນແຫຼ່ງອູ່ເຂົ້າອຸ່ປາໂດຍ ແທ້" ໂດຍສະແມ່ນຜູ່ແຖວບ້ານຄອນ ຊາວບ້ານ ແລະຊາວສີພັນດອນຈະເອົາປາຕາມຣະດຸການ, ຊາວບ້ານຄອນ ແລະດອນໃກ້ຄຽງ ຈະເອົາປາດ້ວຍການເຮັດລີ່ຕັນເອົາ, ປາທີ່ນີ້ ຈະຂຶ້ນຕະລອດປີ ນັບແຕ່ເດືອນຈຽງ ຈົນຮອດເດືອນ ໑໒, ແຕ່ລະເດືອນ ແລະແຕ່ລະຍາມປາທີ່ຂຶ້ນມາຈະເປັນແຕ່ລະສະນິດ ປະມານເດືອນຍີ່-ຫາເດືອນ ໓ ນັ້ນປາທີ່ຂຶ້ນຈາກຂະເໝນ ຈະເປັນປາສະອີ ປາພອນ ປາກວ່າ ຫຼືປາສະນິດເກັດ ຜູ້້ເອົາປາເຂົາຈະຮູ້ຍາມວ່າ ເດືອນຂຶ້ນ ເດືອນແຮມ ຂອງເດືອນນີ້ປາຊະນິດໃດຂຶ້ນ, ເມື່ອສິ້ນປາໃຫຍ່ຂຶ້ນແລ້ວ ຈະມີປານ້ອຍຂຶ້ນ ເຊັ່ນປາແຂ້ວໄກ້, ປາຮາກກ້ວນ, ປາໝູ, ປາສ້ອຍ ແລະປາກະແຕບ, ເມື່ອປາເຫຼົ່ານີ້ຂຶ້ນ ມັນຈະຂຶ້ນມາເປັນໝູ່ໆ ແລະຊະນິດດຽວ ເມື່ອປານ້ອຍເຫຼົ່ານີ້ຂຶ້ນມາ ປາທີ່ຕາມປານ້ອຍເຫຼົ່ານີ້ ກໍມັກຈະມີປາກິນປາ(ປາລ່າເຍື່ອ) ຂຶ້ນມາພ້ອມ ຄືປາຂົບ, ປານາງ, ປາກົດ ແລະປາອື່ນ, ດ້ວຍເຫດນັ້ນ ສະໄໝນັ້ນປານ້ອຍໆເຫຼົ່ານີ້ ຄົນທາງໃຕ້ບໍ່ມັກຈະເອົາມາປະກອບອາຫານ ເພາະມັນມີກ້າງ ໂດຍສະເພາະແລ້ວແມ່ນປາສ້ອຍ ກັບປະກະແຕບ(ໄລຍະຕໍ່ກໍມີການກິນແຕ່ບໍ່ນິຍົມ) ເນື່ອງຈາກວ່າປາທີ່ແຊບນັ້ນກໍມາພ້ອມ ເຊັ່ນປາຂົບ, ປານາງ ແລະປາອື່ນໆ ເຊິ່ງເປັນປາມື່ນ(ປາບໍ່ມີເກັດ) ເນື້ອອ່ອນລົດຊາດບແຊບ.
- ເມື່ອຕ້ອງການປາໃຫຍ່ ກໍຕ້ອງເຮັດລີ່ລັດເອົາປາ ເມື່ອປາໃຫຍ່ຂຶ້ນປານ້ອຍກໍຂຶ້ນນຳປາສ້ອຍກໍເຕັມລີ່ ເມື່ອປາສ້ອຍເຂົ້າລີ່ ເຂົາກໍເອົາປານັ້ນໃຫ້ພວກກາກິນ ສະໄໝນັ້ນກາທີ່ມາຫາ ກິນ ຫຼວງຫຼາຍພາຍມາກ ຊາວປະມົງກໍເອົາປານັ້ນໃຫ້ກາທີ່ມານັ້ນກິນ ຄືເອົາປານັ້ນໃສ່ຕັກໃສ່ກະຕ່າໄປໂຮຍໄວ້ພະລານຫີນ ກາກໍກິນ, ສ່ວນທີ່ເຫຼືອນັ້ນ ປະເພນີຂອງເຈົ້າຂອງລີ່ມັກ ຈະຮຽກຄົນໃຫ້ມາເອົາປາທີ່ຕົນເອົາພໍແລ້ວ ຫາກບໍ່ມີໃຜເອົາກໍປ່ອຍປານັ້ນລົງນຳ້ຄືນ.
- ສ່ວນປາທີ່ເອົາໃຫ້ກາກິນນັ້ນ ໝາຍຄວາມວ່າໃຫ້ກາມັນກິນ ເມື່ອມັນກິນອື່ມແລ້ວມັນຈະໜີ, ແຕ່ຄວາມຫຼາຍຂອງປາເຫຼົ່ານັ້ນ ເມື່ອເອົາໃຫ້ກາກິນແລ້ວ ມັນກະຍັງເຫຼືອຢູ່ພະລານ ຫີນ ມື້ໃໝ່ມາກະກໍມາອີກ ແຕ່ກາຈະບໍ່ກິນປາທີ່ແຫ້ງແລ້ວ ມັນຈະກິນປາສົດ ຄົນກໍເອົາປາສົດໆໃຫ້ກາກິນອີກ ຈົນຮອດຫຼາຍວັນ ປາກາສ້ອຍ ທີ່ເຫຼືອຈາກກາກິນນັ້ນມັນກະແຫ້ງ ກາຍເປັນປາສ້ອຍແຫ້ງ, ເມື່ອປາແຫ້ງມີຄົນທົດລອງເອົາມາກິນທັງແຫ້ງນັ້ນກະມີ, ຫຼືເອົາປິ້ງກິນກະມີ ເຫັນວ່າມີຄວາມແຊບ ແລະກິນໄດ້ທັງກ້າງພ້ອມ ກໍເລີຍນິຍົມກິນກັນເລື້ອຍມາ ເມື່ອກ່ອນຮຽກວ່າ "ປາສ້ອຍແຫ້ງ" ອິງຕາມຊື່ ແລະຄວາມໝາຍ ຄົນທັງຫຼາຍກໍຮຽກວ່າປາກາເຕົາ ເຊິ່ງມີຄວາມໝາຍຈັ່ງຊີ້ ຄື "ປາກາເຕົ້າ" ຫຼືປາກາມັນໂຮມນັ້ນເອງ ເຫິງມາ ກໍຜ້ຽນມາເປັນ "ປາກາເຕົາ" ແລະປັດຈຸບັດນີ້ທັງຄົນທ້ອງຖິ່ນ ແລະຄົນຖິ່ນອື່ນຮຽກວ່າປາກະເຕົາ ກະມີ.
ວິທີເຮັດປາກະເຕົາ:
- ວິທີເຮັດປາກະເຕົານີ້ບໍ່ຢາກງ່າຍທີ່ສຸດ ຄືຊາວປາໂມງແຖວຄອນ ເມື່ອໄດ້ປາແລ້ວ ມີແຕ່ເອົາຊ້ວນນັ້ນ ຊ້ວນປາຂຶ້ນຢາຍໄວ້ພະລານຫີນ ພຽງແຕ່ ໒ ວັນກະໄດ້ປາກະເຕົາແລ້ວ, ຕໍ່ມາ ເມື່ອມີຄົນນິຍົມກິນຫຼາຍ ປາສ້ອຍລົດປະຣິມານລົງ ກໍມີການເອົາປາກະແຕບມາເຮັດປາກະເຕົາ ຄົນທາງໃຕ້ ບໍ່ມັກກິນປາກະເຕົາທີ່ເຮັດດ້ວຍປາແຕບ ຕໍ່ມາເມື່ອຄົນທາງເໜືອ ຮູ້ຈັກ ປາກະເຕົາຫຼາຍຂຶ້ນ ແລະເຂົານິຍົມປາກະແຕບຫຼາຍກວ່າປາສ້ອຍ ປັດຈຸບັນປາກະເຕົາປະກະແຕບ ຈະຣາຄາແພງກວ່າປາສ້ອຍ.
ວິທີເຮັດປາກາເຕົາກະບັ້ງ:
- ຄົນທີ່ຢູ່ດອນເໜືອນັ້ນ ບໍ່ມັກຈະເຮັດປາກະເຕົາເອງ ມັກຈະຊື້ປາກະເຕົາ ຫຼືໄປເອົາປາກາເຕົາທີ່ແຖວຄອນ, ເມື່ອເອົາປາກາເຕົາມາໄດ້ເກີນ ໑ ແລ້ວປາກາເຕົາຈະມີແມງຊະນິດໜຶ່ງ ມາເຈາະ ໂຕມັນຄ້າຍຄືກັບມອດ, ແຕ່ເມື່ອຕ້ອງການເອົາປາກະເຕົາໄວ້ກິນດົນ ຄົນທາງເໜືອ ຈຶ່ງເອົາປາກາເຕົາ ທີ່ໄດ້ມານັ້ນ ມາພົມນຳ້ພໍຊຸ່ມໆ ແລ້ວກໍຕຳໄວ້ກະບັ້ງແໜ້ນ ຍິ່ງອັດປາກະເຕົາລົງແໜ້ນເທົ່າໃດ ປາກະເຕົານັ້ນຍິ່ງເອົາໄວ້ດົນຂ້າມປີ ເມື່ອເຂົາເອົາປາກາເຕົາອັດລົງບັ້ງແລ້ວ ເຂົາກໍອັດລົງດ້ວຍຂີ້ເທົ່າກອຍນຳ້ອັດໄວ້ ໄດ້ປະມານ ໓ ເດືອນແລ້ວ ສາມາດເອົາມາປຸງເປັນອາຫຼາຍຢ່າງຕາມໃຈຊອບ.















How to use Quote function: