ສາຍເຊລຳເພົາ

ສາຍນ້ຳແຫ່ງມິດຕະພາບ ແລະຄວາມຜູກພັນ

ຄຳຖາມ-ຫາມື້ດີ-ຍາມດີ

ລູກຊາວດອນ

ແມ່ອອກ: ພຣະອາຈາຂ້ານ້ອຍມາຫາຣືກ ງາມຍາມດີ ຂ້ານ້ອຍ.
ພຣະອາຈາຣຍ໌: ມາຫາມື້ເຮັດຫຍັງລະ ແມ່ອອກ ?
ແມ່ອອກ: ຂ້ານ້ອຍປຸກເຮືອນແລ້ວ ຊິຂຶ້ນເຮືອນໃໝ່ ຂ້ານ້ອຍ.
ພຣະອາຈາຣຍ໌: ແມ່ອອກ ຊິເອົາມື້ດີແບບພຸດ ຫຼືມື້ດີແບບພຣາມລະ.
ແມ່ອອກ: ຂ້ານ້ອຍ ກະຢາກໄດ້ແບບພຸດແລ້ວຂ້ານ້ອຍ.
ພຣະອາຈາຣຍ໌: ມື້ດີແບບພຸດນີ້ມີດີທຸກວັນ ແມ່ອອກຊິຕ້ອງການວັນໃດ ?
ແມ່ອອກ: ຂ້ານ້ອຍຕັ້ງໃຈ ມາຫາອາຈາຣຍ໌ ເອົາຕາມອາຈາຣຍ໌ວ່າຫັ້ນແລ້ວ ຂ້ານ້ອຍ.
ພຣະອາຈາຣຍ໌: ເອົາຈັ່ງຊິ ເຮືອນຊານບ້ານຊ່ອງຫັ້ນແລ້ວທົ່ວບໍຣະບວນ ໝົດແລ້ວບໍ ?
ແມ່ອອກ: ໂດຍຂ້່ານ້ອຍ ແລ້ວໝົດແລ້ວ ຍັງເຫຼືອແຕ່ມື້ວັນທັນຍາມດີໆເທົ່ານັ້ນ ໄດ້ມື້ໄດ້ວັນແລ້ວ ກະຊິຫ້າງຫາກະກຽມເຄື່ອງຂອງ ແລະບອກພີ່ບອກນ້ອງມາຮ່ວມງານເທົ່ານັ້ນ.
ພຣະອາຈາຣຍ໌: ແລ້ວແມ່ອອກຕ້ອງການເຮັດບຸນສອງວັນ ຫຼືວັນດຽວລະ ?
ແມ່ອອກ: ສູດແລ້ວແຕ່ພຣະອາຈາຣຍ໌ວ່າ ເຮັດຈັ່ງໃດດີກໍບອກຂ້ານ້ອຍ.
ພຣະອາຈາຣຍ໌: ວັນດຽວກະດີ ມັນບໍ່ເປືອງ ແລະບໍ່ເສັຍເວລາ ແຕ່ກໍຫຍຸ້ງຫຼາຍຢ່າງທັງລ້ຽງພຣະລ້ຽງຄົນ, ສອງວັນກະດີ ເພາະວ່າແບ່ງວັນສູດມຸງຄົນຕອນແລງ ແລະລ້ຽງແຂກ, ຕອນເຊົ້າຕັກບາດພຣະສົງຕັ້ງໃຈທຳບູນຢ່າງດຽວ.
ແມ່ອອກ: ເອົາສອງວັນຂ້ານ້ອຍ ມັນຄືຊີບໍ່ຫຍຸ້ງ ຢາກໃຫ້ພຣະອາຈາຣຍ໌ຫາໃຫ້ໄດ້ວັນພັກການ ຈຶ່ງຊີບໍ່ຂາດການ.
ພຣະອາຈາຣຍ໌: ໄດ້ເລີຍ ອາທິດໜ້າ ໙ ຄຳ່ເປັນວັນເສົາ ໑໐ ຄ່ຳເປັນວັນອາທິດ ທັນບໍ ?
ແມ່ອອກ: ໂດຍ ທັນຢູ່ຂ້ານ້ອຍ ແລ້ວໃຫ້ເຮັດຫຍັງແນ່ ຂ້ານ້ອຍ.
ພຣະອາຈາຣຍ໌: ບໍ່ຢາກກະເຮັດຕາມບ້ານຕາມເມືອງເພິ່ນພາເຮັດຫັ້ນແລ້ວ ໃຫ້ໄປຖາມເຖົ້າແກ່ແນວໂຮມເດີ.
ແມ່ອອກ: ໂດຍຂ້ານ້ອຍ (ຂາບ ໓ ຫົນ) ຂ້ານ້ອຍຂໍລາເມືອເດີຂ້ານ້ອຍ ໂອວ໌...ພຣະອາຈາຣຍ໌ຢາກສັນອີສັງເປັນພິເສດບໍຂ້ານ້ອຍ.
ພຣະອາຈາຣຍ໌: ອັນນັ້ນຕອບບໍ່ໄດ້ເດີແມ່ອອກ ມັນຜິດວິໄນເພິ່ນ ໃຫ້ແມ່ອອກຄິດເອົາເອງກໍແລ້ວກັນ.
ແມ່ອອກ: ໂດຍ ຂ້ານ້ອຍ ລາແລ້ວຂ້ານ້ອຍ.


ຄວາມເປັນມາຂອງປາກາເຕົາຂໍ້ຫ້າມສຳລັບປຸກເຮືອນ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

February 2012
M T W T F S S
January 2012March 2012
1 2 3 4 5
6 7 8 9 10 11 12
13 14 15 16 17 18 19
20 21 22 23 24 25 26
27 28 29