ສາຍເຊລຳເພົາ

ສາຍນ້ຳແຫ່ງມິດຕະພາບ ແລະຄວາມຜູກພັນ

ເຫັນແລ້ວຕ້ອງ "ເຫັນດີຕ້ອງຕາມ ເຫັນງາມຕ້ອງໃຈ"

ລູກຊາວດອນ

- ຄວາມເຫັນຄົນເຫັນໄດ້...................ເຫັນຕ່າງນານາ
ຈິດຕັງຂອງຄົນເຮົາ.........................ຕ່າງກັນພັນຊັ້ນ
ຂຶ້ນຊື່ວ່າຄົນເຮົານີ້...........................ມີຫຼາຍຫຼາກສ່ຳ
ລ້ວນແຕ່ມີເຫດເລື່ອງ......................ຄວາມຄິດແທ້ຕ່າງກັນ
- ຄັນວ່າເຫັນຖືດຕ້ອງ......................ສອດຄ່ອງຄືກັນ
ເຂົາວ່າອຸດົມການຕັ້ງ.......................ເໝືອນກັນມີມາກ
ຄັນວ່າເຫັນຖືກຕ້ອງ........................ຄວນຍ້ອງນັບຖື
- ເຫັນດີຕ້ອງຕາມເຫັນງາມຕ້ອງໃຈນັ້ນ ກະສັນສ່ວນຊູຖະໜອມ
ເຫັນດີຕ້ອງຕິດຕາມ.....................ຊ່ວຍພະດຸງຫວັງມຸ້ງ
ຂຶ້ນຊື່ແນວນາມເລື່ອງ......................ການງານສອດສ່ອງ
ຊົດຊ່ວຍຊູຍົກຍ້ອງ........................ທັງຊ້ວນຊ່ວຍທຳ
- ເຫັນງາມຕ້ອງໃຈນັ້ນ...................ກະສັນສູ່ຊູຖວາຍ
ແນວນາມຂອງຄວນຖື.....................ຍົກຍໍນິຍົມຍ້ອງ
ເອົາໃຈຕັ້ງ..................................ທຳການອັນຊອບ
ຍິນດີດາມາດມຸ້ງ...........................ໃຫ້ດີດ້າມດັ່ງກັນ

ເຣື່ອງຂອງໝາ ໃຜວ່າຄົນບໍ່ກ່ຽວ ກິນເປັນຈະເລີນໂລດ ບໍ່ເຊື່ອລອງເບິ່ງແມ໊ະ

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

February 2012
M T W T F S S
January 2012March 2012
1 2 3 4 5
6 7 8 9 10 11 12
13 14 15 16 17 18 19
20 21 22 23 24 25 26
27 28 29