Skip navigation.

ສາຍເຊລຳເພົາ

ສາຣະໄຮ້ຂອບເຂດ ຄວາມຄິດໄຮ້ພຣົມແດນ (ບລ໊ອກຄົນລາວເພື່ອຄົນລາວ)

ກິນເປັນຈະເລີນໂລດ ບໍ່ເຊື່ອລອງເບິ່ງແມ໊ະ

ລູກຊາວດອນ

ທ່ານເຊື່ອບໍວ່າ ມະນຸດເປັນສັດຊະນິດໜຶ່ງ ແຕ່ມະນຸດຕ່າງຈາກສັດ ສິ່ງທີ່ໃຫ້ ມະນຸດຕ່າງຈາກສັດອັນໜຶ່ງທີ່ສຳຄັນ ຄື ຕ້ອງການກິນ, ຕ້ອງນຸ່ງຫົ່ມ, ຕ້ອງການທີ່ຢູ່ ອາໄສ ແລະຕ້ອງການຢາຮັກສາໂລກພະຍາດ ສິ່ງເຫຼົ່າຖືເປັນປັດໄຈສຳຄັນຂອງມະ ເຊິ່ງມະນຸດທຸກຄົນບໍ່ມີໃຜເລີຍຊິປະຕິເສດ.
ແຕ່ຖ້າມະນຸດ ຢາກໃຫ້ມະນຸດເປັນສັດທີ່ພິເສດກວ່າມະນຸດນັ້ນ ມະນຸດທຳມະ ດາຕ້ອງໄດ້ສຶກສາ ຮຽນຮູ້ການໃຊ້ປັດໄຈສີ່ເຫລົ່ານີ້ຈາກພຣະ ເຊິ່ງພຣະນີ້ບໍຣິໂພກ ປັດ ໄຈສີ່ທີ່ມີສິນ ບາງຄົນອາດບໍ່ເຂົ້າໃຈຊ້ຳວ່າ “ການບໍຣິໂພກປັດໄຈສີແບບມີສິນກະມີ”.
ຫາກຢາກຈະເລີນ ລອງບໍລິໂພກອາຫານແບບມີສິນເບິ່ງແມ໊ະ ຄັນບໍ່ເຊື່ອໃຫ້ ລອງ, ແຕ່ກ່ອນຈະລອງ ຕ້ອງໄດ້ສຶກສາເບິ່ງການບໍລິໂພກປັັດໄຈສີແບບມີສີນເປັນຈັ່ງ ໃດນີ້ກ່ອນ ຈຶ່ງຊິໄດ້ຜົນ.
ການບໍລິໂພກປັດໄຈ ໔ ແບບໃດ ຈຶ່ງວ່າບໍລິໂພກແບບມີສີນ ຈົ່ງສຶກສາ ແລະ ລຳດັບເນື້ອຄວາມໄປຕາມເລື່ອງ ດັ່ງນີ້:
ການທີ່ວ່າບໍລິໂພກເປັນສິນນັ້ນ ຄືວ່າການສັນຂອງພຣະນັ້ນ ໂດຍພິຈາລະນາ ວ່າ ການບໍລິໂພກນັ້ນເພື່ອອັນໃດ ຮຽກອີກຢ່າງໜຶ່ງວ່າ “ບໍລິໂພກດ້ວຍປັນຍາ” ເຊິ່ງ ການບໍລິໂພກໂດຍປັນຍານີ້ ມັນຈະເຮັດໃຫ້ການບໍລິໂພກດ້ວຍຄວາມພໍດີ ຫຼືກິນພໍດີ ພາສາປາລີວ່າ “ໂພຊະເນມັຕຕັນຍຸຕາ” ຄື “ຄວາມຮູ້ຈັກປະມານໃນການບໍລິໂພກ”.
ການບໍລິໂພກທີ່ພໍດີ ຫຼືຮູ້ຈັກປະມານໃນການບໍລິໂພກນີ້ ບໍພຽງແຕ່ບໍລິໂພກ ທາງປາກໃຫ້ອິ່ມທ້ອງເທົ່ານັ້ນ ແຕ່ຍັງໝາຍເຖິງການບໍລິໂພກທັງ ອິນຊີຍະສັງວອນ ຫຼືອິນຊີສັງວະຣະສີນ, ໝາຍເຖິງຮູ້ຈັກໃຊ້ອິນຊີ ຄືຫູ, ຕາ, ດັງ, ລິ້ນ, ກາຍ ແລະໃຈ; ຄືໝາຍວ່າ ຮັບຮູ້ສິ່ງຕ່າງທີ່ກ່ຽວຂ້ອງກັບອິນຊີນັ້ນຢ່າງມີສະຕິ ຈັດວ່າເປັນການຮຽນ ຮູ້ໃນເບື້ອງຕົ້ນ ຄືຢູ່ໃນຂັ້ນສິນ ແລະເປັນສິນເບື້ອງຕົ້ນ ຍິ່ງກວ່າສິນ ໕ ສາອີກ, ຫາກ ເຮົາຮູ້ຈັກປະມານໃນການໃຊ້ອິນຊີເປັນ ສິນ ໕ ກໍຮັກສາບໍ່ຢາກ.
ເຮົາມາສຶກສາສີນ ໕ ໃນລັກສະນະທີ່ເປັນອິນຊີສັງວອນ ຫຼືລັກສະນະທີ່ເປັນໂພ ຊະເນມັຕຕັນຍຸຕາ ເຊິ່ງເປັນການບໍລິໂພກແບບສິນພື້ນຖານ ເຊິ່ງພຣະພຸດທະເຈົ້າກໍ ຊົງເນັ້ນໜັກເລື່ອງນີ້ຫຼາຍທີ່ສຸດ.
ພຣະສົງ-ສາມະເນນ ເມື່ອບວດເຂົ້າມາອັນທຳອິດກໍຕ້ອງເລີ່ມຮຽນເລື່ອງ ອິນຊີສັງວອນນີ້ກ່ອນ ຄືຮຽນສັງລວມໃນອິນຊີ ຄື ເວລາຮັບຮູ້, ເວລາເບິ່ງ, ເວລາຟັງ ແລະລາເຫັນ ແລະເວລາສຳຜັດຊູນຕ້ອງ ກໍເປັນໄປໂດຍມີສະຕິ, ເມຶ່ອຝືກເລື່ອງສະຕິ ໄດ້ແລ້ວສິ່ງທີ່ໄດ້ກໍຕາມມາດ້ວຍປັນຍາ ຄືກໍ່ເກີດຄວາມຮູ້ ບໍ່ໃຫ້ເກີດໂລບ ບໍ່ໃຫ້ເກີດ ແລະບໍ່ໃຫ້ຫຼົງ ເມື່ອປັນຍາເກີດ ກໍຮູ້ຈັກການບໍລິໂພກ ເມື່ອການບໍລິໂພກໂດຍປັນຍາ ມັນກໍຈະເຮັດໃຫ້ເກີດມີກຸສົນໃນການບໍລິໂພກ, ວ່າງ່າຍໆ ຄື ເມື່ອສະຕິປະກອບດ້ວຍ ປັນຍາໃນການບໍລິໂພກແລ້ວ ອະກຸສົນກໍຈັກບໍ່ເກີດ ເມື່ອອະກຸສົນບໍ່ເກີດ ບຸນ ຫຼຶຄວາມ ດີ ຄວາມສະບາຍກາຍ ສະບາຍໃຈກໍຈັກເກີດຂຶ້ນກັບຄົນນັ້ນໆ.
ຫັຼກທຳຢ່າງໜຶ່ງ ທີ່ມາສະໜັບສະໜູນ ການບໍລິໂພກດ້ວຍປັນຍາໃຫ້ສຳເລັດ ຄື ຫຼັກທຳທີ່ວ່າດ້ວຍຄວາມສັນໂດດ ຫຼືສັນຕຸດຖີ ໝາຍເຖິງຄວາມພໍໃຈໃນປັດໄຈ ໔ ທີ່ຕົນ ຫາມາໄດ້ ຄື ຈີວອນ(ເຄື່ອງນຸ່ງຫົ່ມ), ບິນທະບາດ(ອາຫານ), ເສນາສະນະ(ທີ່ຢູ່ອາ ໄສ) ແລະເພຊັດຊະ(ຄືຢາປົວພະຍາດ), ໝາຍຄວາມວ່າ ບໍລິໂພກຕາມໄດ້ ແລະກໍໃຊ້ ຕາມມີ ຄືໃຊ້ເພື່ອຄວາມເປັນຢູ່ ຄວາມຕ້ອງການຈິງຂອງຊີວິດ.
ເມື່ອມີປັດໄຈ ໔ ມີພຽງພໍຕາມຄວາມເປັນຢູ່ແລ້ວ ມັນກໍບໍ່ກະເສືອກກະສົນ ມົວເມົາກັບການເສບ ການບໍລິໂພກນັ້ນໆ ກໍເອົາເວລາ ແຮງງານ ແລະຄວາມຄິດ ໄປອຸທິດແກ່ການສຶກສາຫາຄວາມຮູ້ ພັດທະນາຊີວິດ ດ້ວຍການພ່ຳເພັງການສ້າງກຸ ສົນ ຫຼືສ້າງສິ່ງທີ່ດີງານໄດ້ເຕັມສ່ວນ.
ການຝຶກຫຼັກການພັດທະນາ ໃນຫຼັກທຳທີ່ກ່ຽວຂ້ອງກັບການສັນໂດດ ມີສາລະ ພັດທີ່ຈະນຳມາປະຕິບັດ ຕາມຫຼັກອິນຊີສັງວອນ ແລະໂພຊະນະມັຕຕັນຍຸຕາ.
ການຝຶກ ຫຼືການສຶກສາໃນຫຼັກທຳເຫຼົ່ານີ້ ບໍ່ແມ່ນສະເພາະພຣະພິກຂຸ-ສາມະ ເນນເທົ່ານັ້ນຄວນແກ່ການປະຕິບັດ, ຊາວບ້ານ ຫຼືຮຽກວ່າຄະລືຫັດທັງຫຼາຍ ກໍຄວນ ນຳເອົາໄປໃຊ້ໃຫ້ເກີດປະໂຫຍດໄດ້ ຫາກຄະລືຫັດນຳເອົາໄປໃຊ້ ຍິ່ງເຮັດໃຫ້ຄະລືຫັດ ເອງສາມາດະພັດທະນາຕົນ ປະກອບສ່ວນພັດທະນາສັງຄົມ ປະເທດຊາດໃຫ້ຈະເລີນ ງອກງາມໄດ້ເປັນຢ່າງດີ ແລະຖືກຕ້ອງ.

ສູດເຮັດນຳ້ປາແມ່ຄຳບູ່ ບ້ານຫາງດອນຂະເໝົາເຖິງຈະເປັນນິທານ ເລື່ອງແຖນປະທານອັກສອນ ມັນໃຫ້ເຮົາສຶກສາເຫັນສາດ ແລະທິດສະດີອື່ນໆໄດ້.

How to use Quote function:

  1. Select some text
  2. Click on the Quote link

Write a comment

Comment
(BBcode and HTML is turned off for anonymous user comments.)

If you can't read the words, press the small reload icon.


Smilies

Download Opera, the fastest and most secure browser
December 2009
M T W T F S S
November 2009January 2010
1 2 3 4 5 6
7 8 9 10 11 12 13
14 15 16 17 18 19 20
21 22 23 24 25 26 27
28 29 30 31