ບາງຄຳສົນທິ ທີ່ຄວນຮູ້
Wednesday, July 8, 2009 4:14:28 PM
- ຄຳສົນທິ ແມ່ນຄຳທີ່ຕັດຄຳທີ່ມີຫຼາຍພະຍາງໃນປະໂຫຽກໜຶ່ງໃຫ້ສັ້ນເຂົ້າ ເພື່ອງ່າຍໃນການຂຽນ, ການເວົ້າ ແລະຄຳທີ່ຈະເອົາໄປໃຊ້ ໃນບົດກະວີ ແຕ່ຄົງຄວາມໝາຍເດີມໄວ້ຄົບຖ້ວນ, ຄຳທີ່ຖືກສົນທິແລ້ວບາງຄັ້ງຄົງຮູບຊັບ ແລະສຽງໄວ້ ແຕ່ສ່ວນໃຫຍ່ແລ້ວ ຈະປ່ຽນຮູບ ແລະສຽງ ເຊັ່ນ:
- ໂສກະ + ອາດູລ ເປັນ ໂສກາດູນ.
- ພັດຕະ+ອາຄານ ເປັນ ພັດຕາຄານ.
- ວິປັດສະນາ+ອາຈານ ເປັນ ວິປັດສະນາຈານ
- ໂລຫິຕະ+ອາຄານ ເປັນ ໂລຫິຕາຄານ.
- ຄະນະ+ອາຈານ ເປັນ ຄະນາຈານ.
- ກັມມະ-ອະທິການ ເປັນ ກັມມາທິການ.
- ກັມມະ+ປາລະ ເປັນ ກັມມະບານ.
- ວິທະຍະ+ອາຄານ ເປັນວິທະຍາຄານ.
- ວິທະຍາ+ລະຍະ ເປັນ ວິທະຍາໄລ.
ເລົ່ານີ້ເປັນຕົ້ນ, ດັ່ງທີ່ເຮົາເຫັນໃນຕົວຢ່າງຂ້າງເທິງນັ້ນ ມັກຈະເປັນຄຳປາລີ ກັບຄຳປາລີສົນທິກັນແລ້ວ ກາຍຮູບເປັນພາສາລາວ.















ສາຍເຊລຳເພົາneuang # Sunday, July 12, 2009 8:20:39 AM