ວິທີໃສ່ບາດຕອນເຂົ້າທີ່ຖືກຕ້ອງຄວນເຮັດແນວໃດ ?
Wednesday, 29. July 2009, 14:35:28
ວິທີໃສ່ບາດທີ່ຖືກຕ້ອງຄວນເຮັດແນວໃດ ?
໑. ໃສ່ບາດທີ່ໜ້າເຮືອນຕອນເຊົ້າ.
- ລະບຽບວິທີ ແລະການກຽມຕົວໃສ່ບາດຕອນເຊົ້າ).
ກ. ເວລາພຣະມາບິນທະບາດນັ້ນ ຢ່າໃຫ້ພຣະລໍນານ.
ຂ. ໃນຂະນະທີ່ລໍຖ້າໃສ່ບາດນັ້ນໃຫ້ທຳຈິດໃຈໃຫ້ເປັນບໍຣິສຸດ ບໍ່ຄວນທີ່ຈະນຳເຣື່ອງທຸກໃຈມາໂສກັນຕອນນັ້ນ.
ຄ. .ໃນຂະນະທີລໃສ່ບາດນັ້ນ ໃຫ້ຕັ້ງໃຈວ່າຈະໃສ່ບາດໃຫ້ພຣະສົງ-ສາມະເນນອົງໃດກໍໄດ້ ບໍ່ຈຳເພາະເຈາະຈົງ ອົງໃດອົງໜຶ່ງ ຫຼືຄິດໃຈໃສ່ອົງນີ້ ບໍ່ໃສອົງນີ້ ໃຫ້ບັນຈົງນຳຂອງທີ່ກຽມມາໃສ່ບາດໄປຕາມລຳດັບຈົນໝົດ, ການບໍ່ຈຳເພາະ ເຈາະຈົງໃນການທາງຮຽກວ່າສັງຄະທານ ພຣະພຸດທະເຈົ້າຊົງສັນລະເສີນວ່າມີຜະຫຼະຫຼາຍ.
ງ. ບໍ່ຄວນໃສ່ໝວກ, ຜ້າມັດແອວ, ຜ້າມັດຫົວ.
ຈ. ບໍ່ຄວນຖືພ້າ, ຖືຄ້ອນ ຫຼືອາວຸດອື່ນໆ ຖ້າມີຄວນວາງ ຫຼືເກັບມ້ຽນໄວ້ທີ່ອື່ນກ່ອນ.
ສ. ປົດເກີບໄວ້ (ບໍ່ຄວນໃສ່ເກີບ)
ຊ. ຢ່າຢືນໃນຈຸດທີ່ຢຽບເງົາພຣະສົງ (ຄືຕອນເຊົ້າຄວນເລືອກເບິ່ງແສງອາທິດຮຸ່ງອາຣຸນນັ້ນສາຍໄປທາງໃດ ເຮົາ ຄວນຢູ່ຈຸດໃດທີ່ຈະບໍ່ຢຽບເງົາພຣະສົງ).
ຍ. ຢ່າຢືນໃນທີ່ສູງກວ່າພຣະ-ເນນ.
ຍ. ຂະນະທີ່ກຳລັງປ່ອນອາຫານໃສ່ບາດນັ້ນ ບໍ່ຄວນເວົ້າ ຫຼືຊວນພຣະສົງລົມເລື່ອງອື່ນ ໃຫ້ຈົງໃຈໃສ່ບາດຈົນສຳເລັດ (ເວັ້ນເສັຍແຕ່ໃສ່ບາດສຳເລັດແລ້ວພຣະສົງຈະເວົ້າຫຍັງກໍຟັງເພີ່ນ ຫຼືເຮົາຢາກເວົ້າເລື່ອງໃດໆ ກໍໄດ້ ແຕ່ຕ້ອງໃຫ້ເປັນປະໂຫຍດ).
ຂັ້ນຕອນການໃສ່ບາດຢາມເຊົ້າຄວນເຮັດຈັ່ງໃດ ?
໑. ເມື່ອພຣະພິກຂຸເດິນບິນທະບາດມາໃກ້ຈະເຖິງແລ້ວ ຍາດໂຍມເພິ່ງອະທິດຖານຈິດ ຫຼຶປະກາດຜົນທານສາກ່ອນ ດ້ວຍການນັ່ງຍ່ອງຢໍ້ຍົກພາຊະນະຂອງໃສ່ບາດ ຫຼືນັ່ງຄຸເຂົ່າກໍໄດ້ ຍົກໃຫ້ສູງສະເໝີໜ້າຜາກເໜືອຄິ້ວ ແລ້ວກ່າວຄຳອະທິຖານວ່າ “ສຸທິນນັງ ວະຕະ ເມ ທານັງ ທານັງ ເມ ປະຣິສຸດທັງ ອາສາວັກຂະຍາວະຫັງ ນິບພານນັງ ປະຣະມັງສຸຂັງ ນິບພານະ ປັດຈະໂຍ ໂຫຕຸ ອະນາຄະເຕກາເລ”. (ຂອງທານທີ່ຂ້ານ້ອຍນ້ອມຖວາຍນີ້ດ້ວຍດີແລ້ວ ເປັນຂອງທານອັນບໍຣິສຸດ ຂໍຈົ່ງເຖິງເຊິ່ງຄວາມສິ້ນໄປ ແຫ່ງອາສາວະ ກະເລດ ເຄື່ອງດອງສັນດານ, ຂໍໃຫ້ຂ້ານ້ອຍ ເຖິງເຊິ່ງພຣະນິບພານໃນອະນາຄົດຕະການເບື້ອງໜ້າພຸ້ນເທີ້ນ)
໒. ຈາກນັ້ນ ເມື່ອພຣະມາເຖິງ ຢ່າຫຼຽວເບິ່ງໜ້າພຣະ, ປົດເກີບ, ຍິງຄວນນັ່ງ, ຊາຍນັ່ງກໍໄດ້ ຢືນກໍໄດ້ ແຕ່ຢ່າ ໃຫ້ຕົນສູງກວ່າພຣະ-ເນນ ເອົາມືຂວາຈັບເອົາຂອງໃສ່ບາດທີ່ແຍກປະເພດໄວ້ດີແລ້ວນັ້ນ ຫາກເປັນເຂົ້າໜຽວກໍຈົກໃສ່ໂລດ, ແຕ່ ຫາກເປັນເຂົ້າຈ້າວຄວນບັນຈຸດ້ວຍຖົງຢາງກ່ອນ ຫາກມີອາຫານໃຫ້ໃສ່ຖົງຢາງ ຫຼືໃສ່ພາຊະນະຕ່າງຫາກ, ຫາກມີເງິນຄວນໃສ່ ຊອງ ຫຼືຖົງຢາງໃກ້ດີ ຫຼືຫາກບໍ່ໃດ້ຫໍ່ພຣະຈະເອົາຝາບາດຮັບໄວ້ຕ່າງຫາກ ເພື່ອບໍ່ໃຫ້ປົນກັບອາຫານ ໃນຂະນະໃສ່ບາດຕາຫຼຽວ ເບິ່ງ ຂອງທານຂອງຕົນລວບລວມຂອງໃສ່ບາດ ແລ້ວປ່ອນລົງໃສບາດຢ່າງບັນຈົ່ງ ຕາກໍມອງເບິ່ງບາດພ້ອມ ເພື່ອບໍ່ໃຫ້ມີຊູນບາດພຣະ-ເນນ, ຫາກບໍ່ຕັ້ງໃຈຈະຖອດເກີບ ກໍມີອະນຸໂລມໄດ້ ຄວນຫາທີ່ໃຫ້ພຣະຢືນສູງກວ່າເຮົາ ກໍອະນຸໂລມໄດ້.
໓. ເມື່ອໃສ່ບາດສຳເລັດແລ້ວ ຕັ້ງແຕ່ບູຮານພຣະສົງຈະບໍ່ໃຫ້ພອນຕາມລາຍທາງເລີຍ, ແຕ່ບາງທ້ອງຖິ່ນ ກໍບໍ່ໃຫ້ພອນ ຕາມລາຍທາງ ແຕ່ໄປໃຫ້ພອນບ່ອນສຸດສາຍບິນທະບາດ ຫາກເປັນກໍລະນີນີ້ ເມື່ອພຣະສົງເດີນກາຍໄປແລ້ວ ໃຫ້ຍາດໂຍມວາງ ພາຊະນະໃສ່ບາດລົງຂ້າງແລ້ວຍົກມືຂຶ້ນວ່າຄຳອິຖານດັ່ງນີ້ “ນັດຖິ ເມ ສະຣະນັງອັນຍັງ, ສັງໂຄ ເມ ສະຣະນັງ ວະຣັງ, ເອເຕນະ ສັດຈະວັດເຊນະ ໂສດຖິ ເມ ໂຫຕຸສັບພະທາ : ສາຣະນະອື່ນຂອງຂ້ານ້ອຍບໍ່ມີ ພຣະສົງເປັນສາຣະນະອັນປະເສີດຂອງຂ້ານ້ອຍ ດ້ວຍການກ່າວຄຳສັດນີ້ ຂໍໃຫ້ຂ້ານ້ອຍຈົ່ງຈະເລີນໃນຊາດ ໃນພຣະສາດສະໜາຂອງພຣະສາດສະດາເທີ້ນ”, ແຕ່ດຽວນີ້ພຣະສົງ ຈະໃຫ້ພອນແກ່ຍາດໂຍມທຸກໆແຫ່ງໄປ ເມື່ອເປັນດັ່ງນີ້ ໃຫ້ຍາດໂຍມວາງພາຊະນະໃສ່ບາດລົງ ແລ້ວຕັ້ງໃຈຮັບພອນ ເມື່ອພຣະສົງ ກ່າວຄຳຢາດນຳ້ ກໍໃຫ້ຍາດລົງດິນນັ້ນໂລດ ຫຼືມີຂອງຮອງຮັບນ້ຳຢາດກຽມໄວ້ແລ້ວ ກໍຢາດນຳ້ລົງອະທິດຖານຕາມໃຈ ເມື່ອໃຫ້ ພອນແລ້ວ ເພີ່ນຈາກໄປ ຈຶ່ງກ່າວຄຳອະທິດຖານຂ້າງຕົ້ນນັ້ນໃຫ້ສຳເລັດ ແລ້ວຕໍ່ດ້ວຍຄຳອະທິຖານຕໍ່ໄປນີ້ອີກ.
໔. ຫຼັງຈາກນັ້ນຄວນອຸທິດສ່ວນກຸສົນແພ່ໄພສານ ແກ່ບັນພຣະບູຣຸດ ແລະເຈົ້າກຳນາຍເວນຫາກພຣະສົງບໍ່ໃຫ້ພອນ ກໍໃຫ້ ເອົານຳ້ມາຢາດ ແລ້ງກ່າວຄຳອະທິຖານຢາດນຳ້ຫຍໍ້ໆ ດັ່ງນີ້ “ອິທັງໂນ ຍາຕີນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ : ຂໍກຸສົນຜົນບຸນ ທັງຫຼາຍເຫຼົ່ານີ້ ຈົ່ງສພເລັດແກ່ຍາດຂອງຂ້ານ້ອຍ ຂໍໃຫ້ຍາດຂອງຂ້ານ້ອຍທັງຫຼາຍຈົ່ງເປັນສຸດເຖີດ”.
- ຫາກວ່າພຣະສົງບາງທີ່ເພີ່ນໃຫ້ພອນ ກໍຢາດນຳ້ໄປກ່ອນຕາມແບບທີ ໓ ເມື່ອພຣະສົງຈາກໄປ ຈຶ່ງເວົ້າຄຳອະທິຖານນີ້ ເປັນອັນຈົບ ວິທີການໃສ່ບາດຕາມຖະໜົນໜ້າບ້ານຂອງຕົນໃນຕອນເຊົ້າ.
ສິ່ງໜຶ່ງອີກທີ່ເປັນຂໍ້ຫ້າມສຳລັບຍາດໂຍມ ເຊິ່ງມີໃນວິໃນຂອງສົງດ້ວຍຄື.
ກ.. ຢ່າຖາມພຣະວ່າ “ພຣະສົງທ່ານຕ້ອງການອາຫານປະເພດໃດ ? ຕ້ອງການສັນຫຍັງມື້ອື່ນ ຊິເຮັດຖວາຍ”
ຂ. ບໍ່ຄວນສົງໄສວ່າ “ການທຳບຸນດ້ວຍການໃສ່ບາດນີ້ ຈະມີຜົນແກ່ຕົນເອງ ຫຼືຜູ້ຕາຍຫຼືບໍ່ ເນື່ອງຈາກເຮົາທຳດ້ວຍຈິດ ໃຈອັນເປັນກຸສົນແລ້ວ ຜົນທານຍ່ອມສະໜອງເຮົາ, ທີ່ສຳຄັນການອຸທິດສ່ວນກຸສົນທີ່ປາຣົບເຖິງຜູ້ຕາຍນັ້ນ ຢ່າສົງໄສວ່າ ຈະໄດ້ແກ່ ຍາດເຮົາຈິງບໍ ? ການທານຂອງເຮົານັ້ນສິ່ງສຳຄັນແມ່ນເພື່ອໃຫ້ເກີດຄວາມປິຕິ ແລະສິ້ນຄວາມຂີ້ຖີ່ ເກີດຄວາມອີ່ມໃຈ ແລະສິ່ງສຳຄັນແມ່ນເຮົາໄດ້ທຳໜ້າທີ່ຂອງຄວາມເປັນມະນຸດນັ້ນ ໄດ້ຢ່າງສົມບູນຄົບຖ້ວນແລ້ວ ບໍ່ມີສິ່ງບົກຜ້ອງ ກໍເປັນການພຽງ ພໍແລ້ວ.
















Anonymous # 31. July 2009, 01:47
ສະໄໝນີ້ຄືຊິເຮັດແບບນີ້ບໍ່ໄດ້ແລ້ວລະ ຈາກການສັງເກດຜ່ານ ໆ ພະເນນດຽວນີ້ແປກ ສະໄໝພຸທກາລ ເພິ່ນໃຫ້ເດີນບິນທະບາດຫ່າງກັນພໍໃຫ້ຄົນລອດໄດ້ (ສືບເນື່ອງມາຈາກເລື່ອງຕອນທີ່ວ່າໂຈນໜີມາແລ້ວໄປຕໍ່ບໍ່ໄດ້ ເນື່ອງຈາກພະບິນທະບາດເປັນສາວຍາວບໍ່ມີຊ່ອງຫວ່າງໃຫ້ຜ່ານ) ດຽວນີ້ເດີນຫ່າງກັນເປັນສິບກວ່າແມັດກໍມີ ວັດດຽວກັນແທ້ ໆ ແປກດີ
ເວລາບິນທະບາດ ພະເນນເພິ່ນຈັກແມ່ນຟ້າວໄປໃສ ໄວໂພດ ໃສ່ບາດໃຫ້ບໍ່ທັນ ອີກເລື່ອງນຶ່ງແມ່ນ ຄວາມປະພຶດການສະແດງອອກຂອງພະເນນດຽວນີ້ ເປັນຄ້າຍດັ່ງກັບວ່າ ຊາວບ້ານຫົ່ມຜ້າເຫຼືອງ ບໍ່ເປັນທີ່ໃຫ້ສັດທານັບຖືເລີຍ ເຊັ່ນວ່າ ເວລາເດີນບິນທະບາດຢູ່ນັ້ນ ສາຍຕາວອກແວກໄປທາງອື່ນ ບໍ່ເບິ່ງແຕ່ໃນບາດດັ່ງທີ່ມີລະບຸໄວ້ໃນເສຂິຍະວັດ 75 ຂໍ້ເປັນຕົ້ນ
ຢາກຂຽນຫຼາຍກວ່ານີ້ ແຕ່ເມື່ອພິມ